ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຄຳປາໄສ ທີ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ທີ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດ ອາເມຣິກາ. 23 ກັນຍາ 2017.
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ທີ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດ ອາເມຣິກາ. 23 ກັນຍາ 2017.

ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ໄດ້ຈັດ ຂຶ້ນເມື່ອວັນສັບປະ
ດາແລ້ວນີ້, ບັນຫາຄວາມໝັ້ນຄົງເຊັ່ນ ໂຄງການອາວຸດນິວເຄລຍ ອີຣ່ານ ແລະ ເກົາຫຼີ
ເໜືອ ແມ່ນຫົວຂໍ້ທີ່ໄດ້ມີການກ່າວຕອບໂຕ້ກັນຢ່າງດຸເດືອດ ລະຫວ່າງບັນດາຜູ້ນຳໂລກ
ແລະ ປະເທດຄູ່ແຂ່ງ. ແຕ່ໃນຂະນະດຽວກັນ ຄວາມພະຍາຍາມໃນການເອົາຊະນະລັດ
ທິຫົວຮຸນແຮງກໍແມ່ນອີກບັນຫານຶ່ງທີ່ມີຄວາມສຳຄັນເປັນຢ່າງຍິ່ງ, ເຊິ່ງລັດຖະມົນຕີການ
ປະເທດຂອງ ສປປ ລາວ ກໍແມ່ນຄົນນຶ່ງ ທີ່ໄດ້ກ່າວເຖິງຄວາມສຳຄັນ ໃນການມີສ່ວນ
ຮ່ວມຕໍ່ການຮັບມືກັບບັນຫາດັ່ງກ່າວນັ້ນ. ເຊິ່ງ ພຸດທະສອນ ມີລາຍງານກ່ຽວກັບເລື່ອງ
ນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນວັນເສົາທີ 23 ສິງຫາ ທີ່ຜ່ານມາ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການ
ຕ່າງປະເທດແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ອົງ
ການສະຫະປະຊາດ, ທີ່ໄດ້ຈັດຂຶ້ນເປັນສະໄໝທີ 72 ໃນນະຄອນ ນິວຢອກ, ສະຫະ
ລັດ ອາເມຣິກາ.

ການຂ່າວຄຳປາໄສຂອງທ່ານ ສະເຫຼີມໄຊ ໄດ້ມີຂຶ້ນຖ່າມກາງຄວາມເຄັ່ງຕຶງຂອງໂລກ
ກ່ຽວກັບ ໂຄງການອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງ ອີຣ່ານ ແລະ
ເກົາຫຼີເໜືອ. ຫຼັງຈາກປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໂຈມຕີ
ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ແລະ ສົນທິສັນຍານິວເຄລຍ ອີຣ່ານ. ທ່ານລັດ
ຖະມົນຕີ ໄດ້ເລີ່ມຕົ້ນຄຳປາໄສຂອງທ່ານ ດ້ວຍການກ່າວເຖິງເຫດການສຳຄັນ ທີ່ໄດ້
ເກີດຂຶ້ນໃນໂລກ, ເຊັ່ນສິ່ງທ້າທາຍຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມ
ໝັ້ນຄົງໃນຫຼາຍປະເທດ ແລະ ພາກພື້ນ. ທ່ານໄດ້ກ່າວເນັ້ນ ເຖິງການຮ່ວມມືກັນ ຮັກ
ສາສັນຕິພາບ ແລະ ຄວາມ ໝັ້ນຄົງຢູ່ໃນໂລກ ພ້ອມທັງເຈຕະນາຂອງລັດຖະບານ
ສປປ ລາວ ຕໍ່ບັນຫາດັ່ງກ່າວນັ້ນ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ກ່າວວ່າ
“ສປປ ລາວ ຫວັງເປັນຢ່າງຍິ່ງວ່າ ຈະເຫັນໂລກທີ່ປາສະຈາກອາວຸດນິວເຄລຍ ແລະ
ອາວຸດທຳລາຍລ້າງຜານອື່ນໆ. ໃນສະພາບການນີ້, ພວກເຮົາມີຄວາມຍິນດີ ຕໍ່ການ
ຮັບຮອງເອົາສົນທິສັນຍາ ກ່ຽວກັບ ການເກືອດຫ້າມອາວຸດນິວເຄລຍ ສະບັບຫຼ້າສຸດ,
ເຊິ່ງພວກເຮົາກໍໄດ້ລົງນາມເມື່ອສອງວັນກ່ອນ. ແຕ່ພວກເຮົາຮູ້ເປັນຢ່າງດີວ່າ ພວກ
ເຮົາ ຍັງມີໜ້າທີ່ອັນໃຫຍ່ຫຼວງໃນຂ້າງໜ້າ ສຳລັບການທີ່ຈະບັງຄັບໃຊ້ສົນທິສັນຍາສະ
ບັບນີ້ ແລະ ປະຕິບັດມັນຢ່າງໃຫ້ມີປະສິດທິຜົນ. ດັ່ງນັ້ນປະຊາຄົມນາໆຊາດຈຶ່ງຕ້ອງ
ເພີ່ມຄວາມພະຍາຍາມຂອງເຂົາເຈົ້າຂຶ້ນ ເປັນສອງເທົ່າໃນບັນຫາທີ່ກ່ຽວຂ້ອງນີ້."

ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ແລະ ລັດຖະບານ ສປປ
ລາວ ລົງນາມໃນສົນທິສັນຍາວ່າດ້ວຍ ການເກືອດຫ້າມອາວຸດນິວເຄລຍ
(Convention on the Prohibition of Nuclear Weapon) ໃນວັນທີ 21 ກັນຍາ
ທີ່ຜ່ານມາ ໃນລະຫວ່າງ ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະ
ຊາຊາດ. ສົນທິສັນຍາດັ່ງກ່າວ ໄດ້ຖືກຮັບຮອງເອົາໃນວັນທີ 7 ກໍລະກົດ 2017 ໃນ
ນະຄອນ ນິວຢອກ ແລະ ຈະມີຜົນບັງຄັບໃຊ້ຫຼັງຈາກ 50 ປະເທດ ໃຫ້ສັດຕະຍາບັນ,
ເຊິ່ງປະເທດ ລາວ ແມ່ນເປັນປະເທດທີ 51 ທີ່ໄດ້ລົງນາມໃນສົນທິສັນຍາດັ່ງກ່າວ.

ພ້ອມກັນນີ້, ທ່ານ ສະເຫຼີມໄຊ ຍັງໄດ້ກ່າວເຖິງຄວາມສຳຄັນໃນການແກ້ໄຂບັນຫາ
ຄວາມຮຸນແຮງທາງການທູດ ແທນທີ່ຈະແມ່ນການໃຊ້ກຳລັງ. ໂດຍເຊື່ອມໂຍງຄວາມ
ໝັ້ນຄົງໃສ່ການເຕີບໂຕທາງເສດຖະກິດທີ່ຍືນຍົງ, ເພື່ອເປັນການຫຼີກລ່ຽງບໍ່ໃຫ້ປະ
ຊາຊົນຫຼາຍລ້ານຄົນ ຕົກຢູ່ໃນຄວາມທຸກຍາກ. ດັ່ງທີ່ພວກເຮົາເຫັນໄດ້ຈາກສົງຄາມທີ່
ໄດ້ເກີດຂຶ້ນໃນບາງປະເທດຕາເວັນອອກກາງ.

ທ່ານ ສະເຫຼີມໄຊ ກ່າວວ່າ “ປະສົບການໃນອະດີດໄດ້ສະແດງໃຫ້ເຫັນວ່າ ການແກ້
ໄຂຄວາມຂັດແຍ້ງ ດ້ວຍວິທີທີ່ສັນຕິ ແລະ ຜ່ານການແກ້ໄຂບັນຫາທາງການທູດ
ແມ່ນວິທີທີ່ດີທີ່ສຸດ, ໃນຂະນະທີ່ມັນມີຄວາມຍືນຍົງ ແລະ ບໍ່ສ້າງຄວາມເສຍຫາຍຕໍ່ຊີ
ວິດ ແລະ ຊັບສິນຂອງປະ ຊາຊົນ.”
ທ່ານໄດ້ກ່າວເພີ່ມເຕີມວ່າ ”ລັດຖະບານ ລາວ ຂໍ
ຮຽກຮ້ອງໃຫ້ ທຸກຝ່າຍທີ່ມີສ່ວນຮ່ວມໃນຄວາມຂັດແຍ້ງ ໃຫ້ພະຍາຍາມຢ່າງສຸດຂີດ
ແລະ ແກ້ໄຂຄວາມຂັດແຍ້ງ ຜ່ານການທູດ ແລະ ດ້ວຍວີທີ ທີ່ສະ ຫງົບ.”

ນອກຈາກບັນຫາຄວາມໝັ້ນຄົງໃນທົ່ວໂລກແລ້ວ, ທ່ານຍັງໄດ້ກ່າວເຖິງແບບຢ່າງ
ຄວາມສຳເລັດ ໃນການຮັບມືກັບສິ່ງທ້າທາຍຕ່າງໆພາຍໃນພາກພື້ນ ອາຊຽນ, ຄວາມ
ສຳເລັດຢ່າງຫຼວງຫຼາຍ ຂອງບັນດາປະເທດສະມາຊິກ ອາຊຽນ ແມ່ນມີມາຈາກການ
ຍຶດຖືນະໂຍບາຍການເຮັດວຽກຮ່ວມກັນ ແລະ ຄວາມສາມັກຄີກັນເປັນຫຼັກ.

ທ່ານ ສະເຫຼີມໄຊ ກ່າວວ່າ “ຜົນສຳເລັດທີ່ໂດດເດັ່ນທີ່ສຸດຂອງ ອາຊຽນ ແມ່ນການຮັກ
ສາສັນຕິພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ, ການປະຕິບັດໜ້າ
ທີ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ ໃນການສະ
ແຫວງຫາການພັດທະນາເສດຖະກິດສັງຄົມ ພ້ອມກັບການລວມເສດຖະກິດພາກພື້ນ
ໃຫ້ເປັນອັນນຶ່ງອັນດຽວກັນ."
ທ່ານກ່າວວ່າ "ບັນດາປະເທດຢູ່ໃນພາກພື້ນ ແລະ ພາຍ
ນອກໄດ້ມີຄວາມກະຕືລືລົ້ນ ທີ່ຈະຮ່ວມມືກັບ ອາຊຽນ ໃນຂະນະທີ່ມັນ ໄດ້ສະໜອງສະ
ຖານທີ່ໃຫ້ເຂົາເຈົ້າ ເພື່ອເຂົ້າຮ່ວມໃນການປຶກສາຫາລື ກ່ຽວກັບ ບັນຫາທີ່ສຳຄັນໃນ
ພາກພື້ນ ແລະ ບັນຫາສາກົນຕ່າງໆ ກ່ຽວກັບ ຜົນປະໂຫຍດ, ຄວາມເປັນຫ່ວງ, ພ້ອມ
ກັບສະໜັບສະໜູນການເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ການເຊື່ອຖືລະຫວ່າງຜູ້ເຂົາ
ຮ່ວມ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາໃນພາກພື້ນ ແລະ ທົ່ວ
ໂລກໂດຍທົ່ວໄປ.”

ນອກນັ້ນ ທ່ານລັດຖະມົນຕີຍັງໄດ້ກ່າວເນັ້ນເຖິງຄວາມສຳຄັນ ໃນການພັດທະນາປະ
ເທດ ໂດຍລັດຖະບານ ສປປ ລາວ. ທ່ານກ່າວວ່າ “ສປປ ລາວ ຖືຄວາມສຳຄັນໃນການ
ປະຕິບັດແຜນການພັດທະນາເສດຖະກິດ ແບບຍືນຍົງເປັນໃຫຍ່.”

ທ່ານ ສະເຫຼີມໄຊ ກ່າວວ່າ “ເພື່ອທີ່ຈະສົ່ງເສີມສະພາບທີ່ຈະນຳໄປສູ່ ການບັນລຸເປົ້າ
ໝາຍ ການພັດທະນາແບບຍືນຍົງນັ້ນ, ລັດຖະບານ ລາວ ໄດ້ທຳການລິເລີ່ມທີ່ສຳຄັນ
ດ້ວຍການ ຮັບຮອງເອົາແຜນການ ພັດທະນາເສດຖະກິດແບບຍືນຍົງແຫ່ງຊາດ ປີ
2018 ຫຼື SDG18 ຊື່ວ່າ “ຊີວິດທີ່ປອດໄພຈາກລູກລະເບີດທີ່ບໍ່ທັນແຕກ ຫຼື “Lives
Safe From UXO” ເຊິ່ງໄດ້ຖືກປະກາດໂດຍນາຍົກລັດຖະມົນຕີແຫ່ງ ສປປ ລາວ
ແລະ ອະດີດເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon, ເປັນພິທີ
ພິເສດແຍກຈາກກອງປະຊຸມ ສຸດຍອດ ASEAN-UN ຄັ້ງທີ 8 ທີ່ຖືກຈັດຂຶ້ນໃນນະ
ຄອນຫຼວງ ວຽງຈັນ ເມື່ອເດືອນກັນຍາ ປີ 2016. ເປົ້າໝາຍຂອງ SDG18 ແມ່ນເພື່ອ
ແກ້ໄຂສິ່ງທ້າທາຍຕ່າງໆໃນການພັດທະນາທີ່ສະເພາະເຈາະຈົງ ເຊິ່ງມີສາເຫດມາ
ຈາກລະເບີດທີ່ບໍ່ທັນແຕກ ເພື່ອຫຼຸດຜ່ອນຜົນກະທົບຂອງມັນຕໍ່ປະຊາຊົນຂອງພວກ
ເຮົາ ທີ່ຈະນຳໄປສູ່ການປັບປຸງຊີວິດການເປັນຢູ່ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ
ໃນເຂດຊົນນະບົດ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນ ການປະຕິບັດ
ເປົ້າໝາຍການພັດທະນາ ແບບຍືນຍົງ.”

ທ່ານກ່າວວ່າ ການທີ່ປະເທດ ລາວ ຍັງດ້ອຍພັດທະນາ ແລະ ເປັນປະເທດທີ່ບໍ່ມີທາງ
ອອກສູ່ທະເລນັ້ນ ມັນໄດ້ເຮັດໃຫ້ລັດຖະບານມີອຸປະສັກ ໃນການສ້າງສາພັດທະນາ
ປະເທດໃຫ້ທັນກັບບັນດາປະເທດອື່ນໆ ທີ່ຕັ້ງຢູ່ໃນພາກພື້ນດຽວກັນ ແລະ ການບັນ
ລຸເປົ້າໝາຍການພັດທະນາ ທີ່ໄດ້ຕົກລົງກັນທົ່ວໂລກ. ແລະ ເພື່ອທີ່ຈະໃຫ້ ລາວ ຫຼຸດ
ພົ້ນຈາກລາຍ ຊື່ປະເທດທີ່ດ້ອຍພັດທະນາ ແລະ ກາຍເປັນປະເທດທີ່ມີລາຍໄດ້ປານ
ກາງໃຫ້ໄດ້ພາຍໃນປີ 2030 ນັ້ນ, ລັດຖະບານ ລາວ ກໍໄດ້ສືບຕໍ່ປະຕິ ບັດຕາມແຜນພັດ
ທະນາເສດຖະກິດສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ 8 ຈາກປີ 2016-2020, ແຜນຍຸດທະ
ສາດປີ 2025 ແລະ ວິໄສທັດປີ 2030.

ລັດຖະບານ ລາວ ໄດ້ພະຍາມປ່ຽນຕົນເອງ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້
ເປັນປະເທດເຊື່ອມຕໍ່ ດ້ວຍການສ້າງທາງລົດໄຟ ຄວາມໄວສູງ ທີ່ເຊື່ອມໂຍງກັບປະ
ເທດ ຫວຽດນາມ, ໄທ ແລະ ຈີນ ດັ່ງທີ່ທ່ານ ສະເຫຼີມໄຊ ກ່າວດັ່ງຕໍ່ໄປນີ້:

ທ່ານ ສະເຫຼີມໄຊ ກ່າວວ່າ “ລັດຖະບານ ລາວ ໄດ້ສືບຕໍ່ນະໂຍບາຍ ກ່ຽວກັບ ການຫັນ
ປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນສູນກາງປະເທດເຊື່ອມໂຍງ ດ້ວຍການ
ອຳນວຍຄວາມສະດວກໃນການເຊື່ອມໂຍງໂດຍກົງ ລະຫວ່າງບັນດາປະເທດທີ່ຢູ່
ໃກ້ຄຽງ ເຊັ່ນ ຫວຽດນາມ, ໄທ ແລະ ຈີນ ແລະ ພາກພື້ນທີ່ກວ້າງກວ່າ ແລະ ປະກອບ
ເປັນພາກສ່ວນຂອງການຜະລິດ ແລະ ການຈັດສົ່ງຜ່ານການປະຕິບັດການ ກ່ຽວກັບ
ໂຄງການໂຄງລ່າງພື້ນຖານຕ່າງໆ, ປັບປຸງການສົ່ງ ແລະ ເຄືອ ຂ່າຍການຂົນສົ່ງ ເຊັ່ນ
ການສ້າງລົດໄຟຄວາມໄວສູງຈາກນະຄອນຫຼວງ ວຽງຈັນ ຫາ ຄຸນໝິງ, ພັດທະນາແລວ
ທາງເສດຖະກິດແຕ່ ເໜືອຫາໃຕ້ ແລະ ແລວທາງເສດຖະກິດຈາກພາກຕາເວັນອອກ
ຫາ ຕາເວັນຕົກ ແລະ ອື່ນໆ."

ໃນຕອນທ້າຍການກ່າວຂອງທ່ານ ສະເຫຼີມໄຊ ນັ້ນ, ທ່ານໄດ້ກ່າວເນັ້ນອີກຄັ້ງນຶ່ງວ່າ
ລັດຖະບານຂອງຂ້າພະເຈົ້າເຊື່ອວ່າ ການພັດທະນາຍັງຄົງເປັນພາກສ່ວນທີ່ສຳຄັນ
ແລະ ເປັນບູລິມະສິດສູງສຸດ ສຳລັບການຮັບປະກັນເຖິງສັນຕິພາບສາກົນ, ຄວາມປອດ
ໄພ ແລະ ສິດທິມະນຸດ, ເຊິ່ງທັງໝົດນັ້ນ ແມ່ນເຊື່ອມໂຍງກັນຢ່າງໃກ້ຊິດ ແລະ ວ່າການ
ເມືອງ ຍັງຄົງຈະເປັນຫຼັກການພື້ນຖານ ສຳລັບທຸກໆເປົ້າໝາຍການພັດທະນາທົ່ວໂລກ
ທີ່ໄດ້ຕົກລົງກັນເອົາໄວ້. ພ້ອມກັນນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ການຮັບຮອງອີກຄັ້ງ
ເຖິງຄວາມຕັ້ງໃຈຢ່າງເຂັ້ມແຂງຂອງເຂົາເຈົ້າ ເພື່ອເຮັດວຽກຢ່າງໃກ້ຊິດກົ່ວເກົ່າກັບປະ
ຊາຄົມສາກົນ ໃນການປະຕິບັດຕາມເປົ້າໝາຍການພັດທະນາຢ່າງຍືນຍົງ ສຳລັບປີ
2030 ແລະ ບັນລຸເປົ້າໝາຍການລົບລ້າງຄວາມທຸກຍາກໃນປະເທດຂອງພວກເຮົາ.

XS
SM
MD
LG