ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານຄຳພັນ ປະເສີດ ຫຼື ຈິມ ເຊີຣ ອາສາສະໝັກຊ່ອຍເຫຼືອສັງຄົມ ແລະ ຊາວລາວທັງຢູ່ໃນ ສຫລ ແລະຢູ່ລາວ


ທ່ານຄຳພັນ ປະເສິດ ຫຼື ຈິມ ເຊີຣ ຊ່ອຍແມ່ຍິງຄົນລາວຂໍສັນຊາດອາເມຣິກັນ ເປັນທີ່ສຳເລັດ ໂດຍບໍ່ໄດ້ຮຽກຮ້ອງຄ່າໃຊ້ຈ່າຍໃດໆເລີຍ ທ່ານຊ່ອຍຄົນລາວດ້ວຍນ້ຳໃຈ.
ທ່ານຄຳພັນ ປະເສິດ ຫຼື ຈິມ ເຊີຣ ຊ່ອຍແມ່ຍິງຄົນລາວຂໍສັນຊາດອາເມຣິກັນ ເປັນທີ່ສຳເລັດ ໂດຍບໍ່ໄດ້ຮຽກຮ້ອງຄ່າໃຊ້ຈ່າຍໃດໆເລີຍ ທ່ານຊ່ອຍຄົນລາວດ້ວຍນ້ຳໃຈ.

ໃນລາຍການຊີວິດຊາວລາວ ໃນຕ່າງແດນ ສຳລັບຄ່ຳຄືນນີ້ ທ່ານຈະໄດ້ຟັງເສັ້ນ ທາງຊີວິດ ຂອງຊາຍໜຸ່ມນ້ອຍທີ່ເກີດຢູ່ເມືອງປາກເຊ ແຂວງຈຳປາສັກ ໄດ້ເດີນ ທາງໄປຮ່ຳຮຽນດ້ວຍທຶນຮອນຂອງຄອບຄົວ ແລະໄດ້ຮັບການອຸປະຖຳຈາກຄົນອາເມຣິກັນເຊື້ອສາຍຍີ່ປຸ່ນ ຢູ່ໃນລັດຮາວາຍຂອງສະຫະລັດ ຕາມລຳພັງ ຊຶ່ງໄຊຈະເລີນສຸກ ຈະນຳການສຳພາດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອທ່ານຄຳພັນ ປຣະເສີດ ຫຼື ຈິມ ເຊີຣ ຍັງເຍົາໄວ ໄດ້ຍົກຍ້າຍຈາກເມືອງປາກເຊ ຂຶ້ນໄປຢູ່ວຽງຈັນກັບອ້າຍກົກ ມາໄດ້ຫຼາຍປີ ຕົກມາໃນປີ 1974 ໂດຍກໄດ້ຮັບການອຸປະຖຳຈາກຄົນອາເມຣິກັນເຊື້ອສາຍຍີ່ປຸ່ນ ແລະການສະໜັບສະໜຸນຂອງອ້າຍກົກ ທ່ານກໍໄດ້ຮັບວີຊານັກສຶກສາຈາກສະຖານທູດສະຫະລັດ ແລ້ວທ່ານກໍໄດ້ເດີນທາງອອກຈາກລາວຕາມລຳພັງ ໄປຍັງລັດຮາວາຍຂອງສະຫະລັດ ແລະໄດ້ເລີ້ມເຂົ້າໂຮງຮຽນມັດທະຍົມປາຍ ຊຶ່ງທ່ານກ່າວໃຫ້ຟັງວ່າ:

ລິງໂດຍກົງ

ຫຼັງຈາກຮຽນຈົບວິທະຍາໄລແລ້ວ ໃນປີ 1986 ເພິ່ນກໍໄດ້ຍົກຍ້າຍໄປຢູ່ກັບອ້າຍກົກຂອງທ່ານ ຜູ້ທີ່ໄດ້ອົບພະຍົບເຂົ້າໄປຕັ້ງຖິ່ນຖານຢູ່ເມືອງແຊນ ເກລບີແອລ ເຂດນະຄອນລອສ ແອນເຈີເລສຄາວຕີ ຂອງລັດຄາລີຟໍເນຍ ຕາມທີຫລັງ ແລະ ເພິ່ນກໍາລັງຕັ້ງບໍລິສັດເປັນຜູ້ແທນຈຳໜ່າຍສິນຄ້າອຸປະໂພກບໍລິໂພກຂອງເອເຊຍ ດັ່ງທີ່ທ່ານຄຳພັນກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ທ່ານກ່າວວ່າ ໄດ້ຊ່ອຍອ້າຍຂອງເພິ່ນມາຕັ້ງແຕ່ປີ 1989 ຫາ 2003 ຈົນທຸລະກິດຂະຫຍາຍອອກໄປຫຼາຍລັດທົ່ວສະຫະລັດ ແລະປະສົບຜົນສຳເລັດ ທ່ານກ່າວຕື່ມວ່າ ທ່ານເອງກໍຢາກຈະມີທຸລະກິດຂອງຕົນເອງ ນອກຈາກນັ້ນແລ້ວທ່ານກໍຍັງໂສດຢູ່ ຈຶ່ງໄດ້ສະແຫວງຫາເນື້ອຄູ່ ແລະໄດ້ເດີນທາງກັບຄືນໄປບ້ານເກີດເມືອງນອນ ເພື່ອຊອກຫາພັນລະຍາ ແລະກໍໄດ້ພົບພໍ້ເນື້ອຄູ່ສົມດັ່ງໃຈ ແລ້ວກໍໄດ້ສ້າງຄອບຄົວໃນປີ 2000. ທ່ານບອກວ່າ ໄລຍະນັ້ນເຂດລອສ ແອນເຈີເລສ ຄາວຕີ ຄົນລາວມັກຈະຢູ່ກະຈາຍກັນໄປ ສ່ວນຫຼາຍຈະໄປຢູ່ເຂດແຊນດີເອໂກ ແລະແຟຣສໂນ ສຳລັບເມືອງທີ່ທ່ານຢູ່ນັ້ນ ແມ່ນບໍ່ຄ່ອຍມີຫຼາຍ. ຂະນະທີ່ອາໄສຢູ່ລັດຄາລີຟໍເນຍຢູ່ນັ້ນ ທ່ານແລະພັນລະຍາ ໄດ້ເຮັດທຸລະກິດ ຮ້ານອາຫານໄວທັນໃຈ ຫຼື fast food ໄດ້ບໍ່ດົນ ແລ້ວກໍໄດ້ຂາຍທຸລະກິດ ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

ລິງໂດຍກົງ

ຫຼັງຈາກທີ່ທ່ານໄດ້ໄປຢ້ຽມຢາມເອື້ອຍຢູ່ເມືອງຟອດ ສະມິດ ລັດອາແຄນຊໍ ທ່ານກໍໄດ້ຕັດສິນໃຈຕັ້ງຖິ່ນຖານຢູ່ໃນເມືອງວອລດຣອນ ຂອງລັດອາແຄນຊໍ ຊຶ່ງເປັນເມືອງນ້ອຍໆໃນເຂດສກັອດ ຄາວຕີ ຕັ້ງແຕ່ປີ 2003 ແລະໄດ້ເລີ້ມຕົ້ນເຮັດທຸລະກິດລ້ຽງໄກ່ ມາໄດ້ປະມານ 2 ປີ ຊຶ່ງທ່ານກ່າວກ່ຽວກັບທຸລະກິດນີ້ໃຫ້ຟັງວ່າ:

ລິງໂດຍກົງ

ທ່ານກ່າວວ່າ ເປັນຈັ່ງໂຊກທ່ານບໍ່ໄດ້ຂາດທຶນໃນການເຮັດທຸລະກິດລ້ຽງໄກ່ ແຕ່ທ່ານບອກວ່າ ບໍ່ຢາກເຮັດທຸລະກິດນີ້ອີກຕໍ່ໄປເລີຍ ແລ້ວກໍໄດ້ຢຸດເຊົາຕັ້ງແຕ່ນັ້ນມາ. ຕົກມາໃນປີ 2005 ເມື່ອທ່ານຂໍສັນຊາດໃຫ້ພັນລະຍາຂອງທ່ານ ທ່ານເຫັນວ່າ ຂັ້ນຕອນໃນການຍື່ນເອກະສານຕະຫຼອດເຖິງການເຂົ້າໄປສຳພາດແລະການສອບເສັງຕ່າງໆເປັນຕົ້ນ ຕ້ອງໃຊ້ເວລາ ທຶນຮອນ ແລະຕ້ອງໄດ້ຮຽນຮູ້ແລະຄົ້ນ ຄວ້າວິທີການຕ່າງໆ ຖືວ່າຍາກຫຼາຍ ແຕ່ໃນທີ່ສຸດພັນລະຍາຂອງທ່ານກໍໄດ້ສັນຊາດສະຫະລັດ ນັບຕັ້ງແຕ່ນັ້ນມາ ທ່ານໄດ້ເລີ້ມຄິດຢາກຊ່ອຍຊາວລາວ ຜູ້ທີ່ຍັງບໍ່ມີບັດຂຽວຫຼືສັນຊາດ ດ້ວຍການຕັ້ງອົງການທີ່ບໍ່ຫວັງຜົນກຳໄລຂຶ້ນ ທີ່ມີຊື່ວ່າ The Sher Family Charity Drive ຫຼື Jim Sher Community Activist ດັ່ງທີ່ທ່ານອະທິບາຍເຖິງພາລະກິດຂອງອົງການໃຫ້ຟັງວ່າ:

ລິງໂດຍກົງ
ທ່ານຄຳພັນ ປະເສີດ ຫຼື ຈິມ ເຊີຣ ອຸປະຖຳແລະສະໜັບສະໜຸນການອ່ານປຶ້ມ ໃຫ້ພວກເດັກນັກຮຽນ ຢູ່ທີ່ໂຮງຮຽນປະຖົມ ວອລດຣອນ ໃນລັດອາແຄນຊໍ.
ທ່ານຄຳພັນ ປະເສີດ ຫຼື ຈິມ ເຊີຣ ອຸປະຖຳແລະສະໜັບສະໜຸນການອ່ານປຶ້ມ ໃຫ້ພວກເດັກນັກຮຽນ ຢູ່ທີ່ໂຮງຮຽນປະຖົມ ວອລດຣອນ ໃນລັດອາແຄນຊໍ.

ທ່ານຈິມ ບໍ່ພຽງແຕ່ຊ່ອຍຄົນລາວໃນລັດອາແຄນຊໍເທົ່ານັ້ນ ທ່ານຍັງຊ່ອຍຄົນລາວຢູ່ຕ່າງລັດນຳດ້ວຍ ໃນເລື້ອງທຸກຢ່າງ ຖ້າວ່າ ທ່ານບໍ່ຊຳນານຫຼືບໍ່ຮູ້ ທ່ານກໍຈະຄົ້ນຄວ້າຫາຄຳຕອບໃຫ້ຈົນໄດ້ ທ່ານເຕັມໃຈທີ່ຈະຫາຄຳຕອບໃຫ້ໄດ້ ແລະຜູ້ໃດທີ່ມີຄຳຖາມກໍຕິດຕໍ່ຫາທ່ານໄດ້ ຕາມທີ່ທ່ານບອກວ່າ:

ລິງໂດຍກົງ
ຄອບຄົວຂອງທ່ານຄຳພັນ ປະເສີດ ຫຼື ຈິມ ເຊີຣ ສົ່ງເງິນໄປໃຫ້ຍາດພີ່ນ້ອງທີ່ຢູ່ລາວ ເພື່ອຊື້ອາຫານການກິນ ໄປມອມໃຫ້ແກ່ຄົນພິການ ເປັນປະຈຳ.
ຄອບຄົວຂອງທ່ານຄຳພັນ ປະເສີດ ຫຼື ຈິມ ເຊີຣ ສົ່ງເງິນໄປໃຫ້ຍາດພີ່ນ້ອງທີ່ຢູ່ລາວ ເພື່ອຊື້ອາຫານການກິນ ໄປມອມໃຫ້ແກ່ຄົນພິການ ເປັນປະຈຳ.

ທ່ານກ່າວວ່າ ຕັ້ງແຕ່ຊ່ອຍເຫຼືອຊາວລາວ ນັບບໍ່ຖ້ວນຈຳນວນຫຼາຍພັນຄົນ ມາໄດ້ຫຼາຍປີແລ້ວ ບໍ່ມີກໍລະນີຂອງການສຳພາດຕົກເລີຍ ນອກຈາກຈະຊ່ອຍເຫຼືອຊາວລາວໃນສະຫະລັດແລ້ວ ຄອບຄົວຂອງທ່ານຍັງໄດ້ລະດົມທຶນດ້ວຍການຂຽນປຶ້ມ ແລະເຮັດຢໍ່ຈືນຂາຍ ກຳໄລທີ່ໄດ້ມາກໍມອບໃຫ້ແກ່ອົງການສັງຄົມພົນລະເຮືອນຕ່າງໆ ແລະຍັງໄດ້ຊ່ອຍເຫຼືອປະຊາຊົນທີ່ດ້ອຍໂອກາດຢູ່ໃນລາວເປັນປະຈຳ ພ້ອມດ້ວຍໃນທຸກໆສອງປີໃດ ຍາມລະດູບານໃໝ່ແລະລະດູໃບໄມ້ລົ່ນ ຄອບຄົວຂອງທ່ານປະສານງານກັບອຳນາດການປົກຄອງໃນທ້ອງຖິນ ຈັດງານມ້ຽນມັດເພື່ອຮັກສາຄວາມງາມຂອງລັດອາແຄນຊໍ ມາໄດ້ເປັນເວລາສິບປີແລ້ວ.

ທ່ານສາມາດເບິ່ງພາລະກິດຕ່າງໆຂອງທ່ານໄດ້ ໃນເຟສບຸກ: Jim Sher - The Community Activist

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານຄຳພັນ ປຣະເສີດ ຫຼື ຈິມ ເຊີຣ ຜູ້ທີ່ນ້ຳໃຈເອື້ອເຟື້ອເພື່ອແພ່ ຢາກຊ່ອຍເຫຼືອບໍ່ພຽງແຕ່ຊຸມຊົນຊາວລາວ ເທົ່ານັ້ນ ຊາວອາເມຣິກັນໃນທ້ອງຖິ່ນນຳດ້ວຍ ຜູ້ທີ່ຕ້ອງການຄວາມຊ່ອຍເຫຼືອໂດຍທີ່ທ່ານບໍ່ໄດ້ຫວັງຄ່າຕອບແທນໃດໆ ມາພົບກັບພກວເຮົາໄດ້ອີກ ໃນລາຍ ການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວລາດຽວກັນນີ້.

XS
SM
MD
LG