ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ທ່ານຄຳປຣະດິດ ເຄຊີ ຈະເລີນສຸກ ນັກພັດທະນາປຸກສ້າງອາຄານ ທີ່ນະຄອນນິວຢອກ


ທ່ານຄຳປຣະດິດ ເຄຊີ ຈະເລີນສຸກ.
ທ່ານຄຳປຣະດິດ ເຄຊີ ຈະເລີນສຸກ.

ສະບາຍດີທ່ານຜູ້ຢັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນ​ຕ່າງ​ແດນ ປະຈຳວັນ
ພະຫັດມື້ນີ້ ເຮົາຈະພາທ່ານໄປພົບ ກັບທ່ານຄຳປຣະດິດ ຫຼືເຄຊີ ຈະ ເລີນສຸກ ນັກພັດ
ທະນາປຸກສ້າງເຄຫະສະຖານ ຫຼື Real-Developer ເຈົ້າຂອງບໍລິ ສັດຊາຣານາ ທີ່ກໍ່
ສ້າງອາຄານໃຫ້ເປັນບ່ອນພັກເຊົາ ໃຫ້ແກ່ຄົນຜູ້ມີລາຍໄດ້ຕໍ່າ ຫາປານກາງ ຢູ່ໃນນະ
ຄອນນິວຢອກ. ຄວາມຮັບຜິດຊອບຂອງນັກພັດທະນາກໍ່ ສ້າງດັ່ງກ່າວນີ້ ຕ້ອງໄດ້ປະ
ສານງານ ກັບນັກວິຊາກອນ ນັກລົງທຶນຫຼາຍໆຄົນ ແລະຫ້ອງການເຄຫະສະຖານໃນ
ທ້ອງຖິ່ນ ກ່ອນທີ່ຈະລົງມືສ້າງຕຶກຫຼັງນຶ່ງ ຂຶ້ນມາໄດ້. ວຽກງານຂອງ ທ່ານເຄຊີ ມີຫຍັງ
ແດ່ນັ້ນ ກິ່ງສະວັນ ຈະນຳເອົາການ ໂອ້ລົມມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:11:20 0:00
ລິງໂດຍກົງ

ທ່ານຄຳປຣະດິດ ຈະເລີນສຸກ ຊຶ່ງຮູ້​ກັນ​ໃນອີກຊື່ນຶ່ງວ່າ ເຄຊີ (Kacey) ອາຍຸ 34 ປີ
ເປັນຄົນອາເມຣິກັນເຊື້ອສາຍລາວ ນັກພັດທະນາກໍ່ສ້າງ ເຄຫະສະຖານຫຼືຶ real-estate
developer ທີ່ນະຄອນນິວຢອກ. ທ່ານເຄຊີສຳເລັດ ປະລິນຍາຕີ ຝ່າຍ real-estate
ຈາກມະຫາວິທະຍາໄລໂຄລຳເບຍ (Colum-bia) ແລະປະລິນຍາໂທ ຈາກມະຫາວິທະ
ຍາໄລນິວຢອກ (NYU.) ທ່ານເຄຊີ ໄດ້ເຮັດວຽກໃຫ້ແກ່ບໍລິສັດກໍ່ສ້າງ ຊຶ່ງເປັນບໍລິສັດກໍ່
ສ້າງໃຫຍ່ຕັ້ງຢູ່ຮົງກົງ ແລະໄດ້ກໍ່ສ້າງຫຼາຍອາຄານຢູ່ທົ່ວໂລກ. ທ່ານເຄຊີ ໄດ້ເຮັດວຽໃຫ້
ແກ່ບໍລິສັດກໍ່ສ້າງ ເຈັນ ເຈັນ ມາເປັນເວລາກວ່ານຶ່ງທົດສະວັດ ຊຶ່ງທ່ານໄດ້ກ່າວຕໍ່
ວີໂອ ດັ່ງນີ້:

please wait

No media source currently available

0:00 0:00:46 0:00
ລິງໂດຍກົງ

ທ່ານເຄຊີ ແມ່ນຄົນອາເມຣິກັນເຊື້ອສາຍລາວ ເຕີບໃຫຍ່ຢູ່ໃນສັງຄົມເຊື່ອຖືສາດ ສະໜາ
ພຸດ ທີ່ພໍ່ແມ່ໄດ້ພາປະຕິບັດມາ. ສິ່ງດັ່ງກ່າວນີ້ ໄດ້ດົນໃຈ ແລະໃຫ້ແນວຄິດໃຫ້ແກ່ທ່ານ
ເຄຊີ ໄດ້ຕັ້ງຊື່ບໍລິສັດ ຂອງຕົນເອງຂຶ້ນມາ ວ່າ “ຊາຣານາ” ຊຶ່ງເປັນຄຳສັບມາຈາກພາສາ
ປາລີ ໝາຍຄວາມວ່າບ່ອນພັກເຊົາ ຊຶ່ງທ່ານເຄຊີ ໄດ້ອະທິບາຍສູ່ຟັງວ່າ:

please wait

No media source currently available

0:00 0:01:21 0:00
ລິງໂດຍກົງ

Real-estate developer ຫຼືນັກພັດທະນາສ້າງສາເຄຫາສະຖານມີໜ້າທີ່ຊອກ ຫາຜູ້ລົງ
ທຶນຫຼາຍໆລ້ານໂດລາມາສ້າງ ຊອກຫາສະຖານທີ່ປຸກສ້າງທີ່ ເໝາະສົມ ຄວບຄຸມງົບປະ
ມານການກໍ່ສ້າງ ເຮັດວຽກກັບບັນດານັກວິສະວະກອນແລະຂໍອະ ນຸຍາດປຸກສ້າງຈາກ
ຫ້ອງການແຜນຜັງເມືອງ ທີ່ມີກົດລະບຽບແລະການຄວບຄຸມໃນການປຸກສ້າງ ໃຫ້ເຂົ້າ
ກັບສິ່ງແວັດລ້ອມ ຊຶ່ງທ່ານເຄຊີ ໄດ້ກ່າວຕໍ່ໄປວ່າ:

please wait

No media source currently available

0:00 0:02:09 0:00
ລິງໂດຍກົງ

ນະຄອນນິວຢອກເປັນບ່ອນພັກເຊົາ ແລະສູນກາງການຄ້າ ທຸລະກິດທີ່ໜາແໜ້ນ ແອອັດ
ທີ່ສຸດຢູ່ໃນສະຫະລັດ. ນອກຈາກນັ້ນຄ່າຄອງຊີບກໍມີລາຄາແພງ ໂດຍສະ ເພາະຄ່າເຊົາ
ບ້ານ ຫ້ອງພັກທີ່ຢູ່ອາໄສ. ດ້ວຍເຫດນີ້ ລັດຖະບານນະຄອນນິວ ຢອກໄດ້ວາງມາດຕະ
ການທີ່ເຄັ່ງຄັດຫຼາຍຢ່າງໃນການປຸກສ້າງອາຄານ ໃສ່ບ່ອນ ຫວ່າງເປົ່າ ເພື່ອໃຫ້ປະຊາ
ຊົນຜູ້ທີ່ມີລາຍໄດ້ຕໍ່າ ຂຶ້ນໄປຫາປານກາງໄດ້ຊົມໃຊ້ຄ່າ ເຊົ່າທີ່ສົມເຫດສົມຜົນ ແລະສະ
ເໝີພາບ. ຊຶ່ງທ່ານ ເຄຊີ ໄດ້ອະທິບາຍເຖິງໂຄງການກໍ່ສ້າງຂອງບໍລິສັດ ຊາຣານາສູ່ຟັງ
ດັ່ງນີ້:

please wait

No media source currently available

0:00 0:02:07 0:00
ລິງໂດຍກົງ


ທ່ານເຄຊີ ບໍ່ໄດ້ຫລົງລືມກັບຊີວິດ ການເປັນອົບພະຍົບຈາກປະເທດລາວ ທີ່ໄດ້ ເຂົ້າມາ
ຕັ້ງຖິ່ນຖານໃໝ່ ກັບຄອບຄົວຢູ່ໃນສະຫະລັດ. ເຄີຍໄດ້ຜ່ານການຢູ່ກິນທີ່ ລຳບາກໃນສູນ
ອົບພະຍົບ ຮວມທັງການຢູ່ເຮືອນຫຼວງທີ່ມີສະພາບເກົ່າແກ່ແລະ ບໍ່ສະອາດຢູ່ໃນຄຸ້ມທຸກ
ຍາກໃນສະຫະລັດ. ອາຄານເຕັມໄປດ້ວຍແມງສາບ ແລະ ຝາຕົກໂໝກ ແລະອາ​ຊະ​ຍາ​
ກຳຕ່າງໆ. ສິ່ງເຫລົ່ານີ້ໄດ້ເຮັດໃຫ້ເຄຊີມີຄວາມບາກ ບັ່ນສຳເລັດການສຶກສາຊັ້ນສູງ ທີ່ນຳ
ມາຮັບໃຊ້ປະຊາຄົມຜູ້ມີລາຍໄດ້ຕໍ່າໃຫ້ ໄດ້ຢູ່ບ້ານເຮືອນທັນສະໄໝໃໝ່ ແລະສະອາດ
ຊຶ່ງທ່ານເຄຊີ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ນັ້ນແມ່ນໜ້າທີ່ວຽກງານ real-developer ຂອງທ່ານຄຳປຣະດິດ ຫຼືເຄຊີ ຈະເລີນສຸກ
ຄົນອາເມຣິກັເຊື້ອສາຍລາວ ຜູ້ປະສານງານການໃນປຸກສ້າງອາຄານ ບ້ານເຮືອນ ຢູ່
ນະຄອນນິວຢອກ.

XS
SM
MD
LG