ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານເຊີ ວັງ ຫົວໜ້າປະຊາສຳພັນ ອຸດສາຫະກຳ ຜະລິດເກີບທະຫານ


ທ່ານເຊີ ວັງ (ຊ້າຍ) ແລະເພື່ອນຮ່ວມງານ ທ່ານຊາຣສ໌ ໂກວັຕຈ໌ (ຂວາ)
ທ່ານເຊີ ວັງ (ຊ້າຍ) ແລະເພື່ອນຮ່ວມງານ ທ່ານຊາຣສ໌ ໂກວັຕຈ໌ (ຂວາ)

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະ​ໃຫ້ທ່ານ​ໄດ້ຟັງການສຳພາດກັບ ​ທ່ານ​ເຊີ ​ວັງ ອະດີດ​ນາຍ​ພັນ​ເອກ​ກອງທັບ​
ແຫ່ງ​ພະ​ລາດຊະ​ອານາຈັກ​ລາວ ຊຶ່ງ​ປັດ​ຈຸ​ບັນ​ນີ້ ​ຜູ້ກ່ຽວເປັນ​ຜູ້​ປະສານ​ງານ​ດ້ານ​ປະຊາ
ສຳພັນ​ໃຫ້​ແກ່ ບໍລິສັດ​ຜະລິດເກີບແມັກ​ເຣ ຢູ່​ທີ່​ລັດ​ຄາ​ໂຣ​ໄລ​ນາເໜືອ ທີ່ຮັບ​ເໝົາຜະລິດ
ເກີບ​ໃຫ້​ແກ່​ກອງທັບ​ສະຫະລັດ. ທ່ານເວົ້າວ່າ ຢູ່​ໂຮງງານ​ແຫ່ງ​ນີ້ ​ມີ​ພະນັກງານ​ອາ​ເມຣິ
ກັນ ເຊື້ອສາຍ​ລາວ ​ແລະ​ຊາວ​ເອ​ເຊຍ​ຕ່າງໆ ພາກັນ​ປະກອບວິຊາ​ອາຊີບ ເຮັດ​ວຽກຢູ່​.
ຄວາມ​ເປັນ​ມາ​ຂອງທ່ານ​ເຊີ ວັງ ​ແລະ​ບໍລິ​ສັດ​ແມັກ​ເຣ ​ເປັນ​ຢ່າງໃດ​ ກິ່ງສະຫວັນຈະມາ
ອະທີບາຍສູ່ທ່ານຟັງ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະ​ນຳພາພວກທ່າ​ນ ​ໄປ​ຢ້ຽມ​ຢາມ ​ໂຮງ
ງານ​ຜະລິດ​ເກີບ​ໂບກ ຫຼືເກີບທະຫານມີ​ຊື່ວ່າ ​ແມັກ​ເຣ (McRae) ​ແຕ່​ກ່ອນ​ເປັນບ່ອນ
ເຮັດ​ເກີບ​ເດັກນ້ອຍ ຕັ້ງ​ຂຶ້ນ​ມາ​ໃນ​ປີ 1959. ຕົກ​ມາ​ເຖິງ​ປີ 1966 ລະຫວ່າງ​ສົງຄາມ
​ຫວຽດນາມ ບໍລິສັດ​ແມັກ​ເຣ ​ໄດ້​ຮັບ​ສັນຍາ​ຈາກ​ລັດຖະບານ​ສະຫະລັດ ໃຫ້​ຜະລິດ​ເກີີບ
ໂບກ (boot) ​ໃຫ້​ແກ່​ທະຫານ​ໃສ່​ຢູ່​ໃນ​ສະໜາມ​ລົບ. ​ບໍ​ລິ​ສັດ​ແມັກ​ເຣ ​ໄດ້​ຮັບ​ໃຊ້​ກອງທັບ​ສະຫະລັດ ​ແລະບັນດາປະ​ເທດ​ພັນທະ​ມິດມາ​ໄດ້ 40 ກວ່າ​ປີ​ແລ້ວ. ນອກຈາ​ກນັ້ນບໍລິ
ສັດ​ແມັກ​ເຣ ຍັງ​ໄດ້​ຜະລິດ​ເກີ​ບ​ບຸດຕ່າງໆໃຫ້​ແກ່​ພົນລະ​ເຮືອນອີກ​ດ້ວຍ.

ພະນັກງານຫຍິບເກີບ
ພະນັກງານຫຍິບເກີບ

​ໃນ​ຊຸມ​ປີ 1980 ບໍລິສັດ​ແມັກ​ເຣ ​ໄດ້​ຕັ້ງ​ໂຮງງານ​ຂຶ້ນໃໝ່ອີກ​ແຫ່ງ​ນຶ່ງ​ຢູ່​ໃນ​ລັດຄາໂລ
ໄລນາເໜືອ ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ສະຫະ​ລັດ. ຂົງ​ເຂດ​ແຫ່ງ​ນີ້​ເວ​ລາ​ນັ້ນ​ຖື​ວ່າ​ຍັງ​ເປັນ​
ເຂດ​ຊົນນະບົດ ​ແລະ​ເກືອບວ່າ​ບໍ່​ມີ​ປະຊາກອນເອ​ເຊຍເລີຍ. ບັດ​ນີ້​ໄດ້​ກາຍ​ມາ​ເປັນ​
ເມືອງ ​ທີ່​ມີ​ປະຊາກອນ​ອາ​ເມຣິກັນ​ເຊື້ອ​ລາວ-ມົ້ງ-ຫວຽດນາມ-ກຳປູ​ເຈຍ ​ແລະ​ອື່ນໆ
ຢ່າງ​ຫຼວງ​ຫຼາຍ ​ທີ່​ໄດ້​ພາກັນ​ຕັ້ງ​ບ້ານ​ເຮືອນ ​ແລະ​ປະກອບ​ວິຊາ​ອາຊີບ​ຕ່າງໆ ​ໂດຍ
​ສະ​ເພາ​ະຢູ່​ໂຮງງານແມັກ​ເຣ ທີ່ຜະລິດ​ເກີບ​ໃຫ້​ແກ່​ທະຫານ​ສະຫະລັດ. ທ່ານ​ເຊີ ວັງ
ອະດີດ​ນາຍ​ພັນ​ເອກ ກອງທັບ​ແຫ່ງ​ພະ​ລາຊະ​ອານາຈັກ​ລາວ ​ແມ່ນ​ຜູ້​ປະສານ​ງານ
​ການ​ເຮັດ​ວຽກ​ຢູ່​ໂຮງງານ​ ​ແມັກ​ເຣ ​ແຫ່ງ​ນີ້​ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ມາ​ຕໍ່ ວີ​ໂອ​ເອ ວ່າ:

ພະນັກງານຫຍິບເກີບ
ພະນັກງານຫຍິບເກີບ

ລິງໂດຍກົງ

​ການ​ປະກອບ​ວິຊາ​ອາຊີບ​ຢູ່​ໃນ​ສະຫະລັດ ຫລາຍໆ​ບໍລິສັດ ​ໄດ້​ຕັ້ງ​ລະບົບ​ຜົນ​ກຳ​ໄລ​
ຕ່າງໆ​ ໃຫ້​ແກ່​ພວກພະນັກງານບໍ່​ຄື​ກັນ ​ເຊັນ​ວ່າ​ເບ້ຍ​ບໍານານ ການ​ປິ່ນປົວສຸຂະພາບ
ການ​ພັກ​ການ ​ແລະ​ອື່ນໆ. ທ່ານ​ວັງ ​ເຊີ ​ໄດ້​ກ່າວ​ເຖິງ​ຜົນ​ປະ​ໂຫຍ​ດ​ຂອງ​ການ​ເຮັດວຽກ​
ໃຫ້​ແກ່​ບໍລິ​ສັດ ​ແມັກ​ເຣ ມີດັ່ງ​ນີ້:

ໜັງງົວ ທີ່ນຳມາຜະລິດເກີບ.
ໜັງງົວ ທີ່ນຳມາຜະລິດເກີບ.

ລິງໂດຍກົງ

ໃນ​ຂັ້ນ​ຕົ້ນໆຂອງ​ການ​ຕັ້ງ​ບໍລິສັດ​ ​ໃນ​ປີ 1987 ນັ້ນ ພວກ​ພະນັກງານ​ໃໝ່ ອາດຈະ​ມີ​
ປະສົບ​ການ​ເຮັດ​ວຽກ ມີພື້ນຖານ​ເປັນ​ຊາວ​ໄຮ່​ຊາວສວ​ນ ຫລື​ວຽກການໃດໆ​ກໍ​ຕາມ
ແຕ່ເຂົາ​ເຈົ້າທຸກຄົນ ຕ້ອງໄດ້​ຮັບ​ການ​ອົບຮົມ ຮຽນ​ຮູ້​ກ່ຽວ​ກັບ​ການ​ຜະລິດ​ເກີບວ່າ​ເລີ້ມ
​ຕົ້ນຂັ້ນ​ທຳ​ອິດນັ້ນຢ່າງ​ໃດ ຊຶ່ງ​ທ່ານ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ພະນັກງານຫຍິບເກີບ
ພະນັກງານຫຍິບເກີບ

ລິງໂດຍກົງ

ໃນຊຸມ​ປີ 1980 ​ເປັນ​ເວລາ​ທີ່​ມີ​ປະຊາກອນ​ອົບ​ພະ​ຍົບອິນດູຈີນ ​ພາກັນ​ເຂົ້າ​ມາ​ຕັ້ງ​ຖິ່ນ​
ຖານຢູ່​ໃນ​ສະຫະລັດ ຫລາຍ​ທີ່​ສຸດ ​ທັງ​ໄດ້​ແຈກ​ຢາຍ​ກັນໄປ​ຢູ່​ທົ່ວ​ສະຫະລັດ. ບັນດາ
​ຊາວ​ອົບ​ພະຍົບທີ່​ມາ​ຈາກ​ລາວ ກຳປູເຈຍ ​ແລະ​ຫວຽດນາມ ຫລາຍໆ​ຄອບຄົວ​ທີ່ກຳ​
ລັງ​ພາກັນ​ຕັ້ງ​ຊີວິດ​ໃໝ່ ​ໄດ້ພາກັນຊອກ​ຫາວຽກ​ເຮັດ​ງານທຳ ບໍ່​ລື້​ງ​ເຄີຍ​ກັບ​ດິນ​ຟ້າ
​ອາກາດ ​ແລະ​ສິ່ງ​ແວດ​ລ້ອມ​ໃໝ່. ​ເພາະສະ​ນັ້ນຈຶ່ງ​ເປັນ​ໂອກາດ​ອັນ​ດີ ທີ່​ທ່ານ​ເຊີ ວັງ
​ໄດ້​ສວາຍເອົາໂອກ​າດນີ້​ຊັກ​ສວນ​ເອົາ​ບັນດາ​ຊາວ​ອົບ​ພະຍົບຜູ້​ມາ​ຮອດ​ໃໝ່ ຍົກ
ຍ້າຍ​ມາ​ຕັ້ງ​ບ້ານໃໝ່​ນຳຕົນ ພ້ອມ​ທັງມີ​ວຽກ​ເຮັດ​ງານ​ທຳ​ໃຫ້ເຂົາເຈົ້າ ບ່ອນທີ່​ມີ​ອາ
ກາດ​ອົບ​ອຸ່ນ ​ແລະ​ສາມາດ​ປູກ​ຝັງ​ໄດ້​ດີ ຊຶຶ່ງທ່ານ​ເຊີ ວັງ ​ໄດ້​ກ່າວມ້ວນທ້າຍ​ດັ່ງ​ນີ້:

ເກິບທີ່ຜະລິດແລ້ວ.
ເກິບທີ່ຜະລິດແລ້ວ.

ລິງໂດຍກົງ

ນັ້ນ​ແມ່ນ​ໂຕ​ຢ່າງ​ນຶ່ງ​ຂອງ​ການ​ຕັ້ງ​ຊີວິດ​ໃໝ່​ ຢູ່​ທີ່​ເມືອງ​ມົງແກ​ລີ ລັດ​ຄາ​ໂຣ​ໄລ​ນາເໜືອ
ສະຫະລັດ​ອາ​ເມຣິກາ ທີ່​ໄດ້​ເລີ້​ມ​ຂຶ້ນເມື່ອສາມທົດ​ສະ​ວັດ​ຜ່ານ​ມາ​ ຊຶ່ງ​ແຕ່​ກ່ອນ ເມືອງ​
ດັ່ງກ່າວ​ນີ້ ​ເປັນ​ບ່ອນ​ສອກຫລີກ ​ເຕັມ​ໄປ​ດ້ວຍ​ປ່າດົງ​ອ້ອມ​ ​ແຕ່​ບັດ​ນີ້​ໄດ້​ກາຍ​ເປັນ​ເມືອງ
​ທີ່​ມີ​ໂຮ​ງຈັກ​ໂຮງງາ​ນ ​ແລະ​ມີ​ປະຊາກອນ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ແລະ​ມາຈາກປະ
​ເທດ​ອື່ນໆ ​ພາກັນ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ຢ່າງ​ເປັນຫຼັກເປັນແລ່ງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG