ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ແອັດ​ດີ ສີ​ບຸນ​ມີ ນັກ​ປູກ​ຝັ​ງ ທີ່​ເກາະ​ໂຮ​​ໂນລູ​ລູ ລັດ​ຮາວ​າຍ


ທ່ານ​ແ​ອັດ​ດີ ສີ​ບຸນ​ມີ ນັກ​ປູກ​ຝັງ ທີ່​ເກ​າ​ະໂຮ​ໂນ​ລູ​ລູ ລັດ​ຮາ​ວາຍ ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.
ທ່ານ​ແ​ອັດ​ດີ ສີ​ບຸນ​ມີ ນັກ​ປູກ​ຝັງ ທີ່​ເກ​າ​ະໂຮ​ໂນ​ລູ​ລູ ລັດ​ຮາ​ວາຍ ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງວັນ​ພະ​ຫັດມື້​ນີ້ ເຮົາຈະພາ​ທ່ານ​ໄປ​ໂອ້​ລົມກັບ ທ່ານ ແອັດ​ດີ ສີ​ບຸນ​ມີ ນັກ​ປູ​ກ​ຝັງ​ຢູ່​ເກ​າະ​ໂຮ​ໂນ​ລູ​ລູ ​ລັດຮາ​ວາຍ ສະ​ຫະ​ລັດອາ​ເມ​ຣິ​ກາ. ທ່ານ​ແມ່ນ​ຜູ້​ນຶ່ງ​ໃນ​ຈຳ​ນວນບັນ​ດາຊາວ​ສວນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ທີ່​ກຳ​ລັງ​ພາ​ກັນ​ປູກ​ຝັງ​ຢູ່ເກາະ​ຮາ​ວາຍ. ບັນ​ດາ​ຊາວ​ສວນເຫລົ່າ​ນີ້ ເປັນ​ຜູ້​ໂຊກ​ດີ​ທີ່ໄດ້​ຮັບ​ດິ​ນດອນ ​ເພື່ອທຳ​ການປູກ​ຝັງຫາ​ຢູ່​ຫາ​ກິນ. ເງື່ອນ​ໄຂ ແລະ​ກົດ​ລະ​ບຽບຂອງ​ການ​ເປັນ​ເຈົ້າ​ຂອງ​ທີ່​ດິນມີ​ຢ່າງ​ໃດ​ແດ່​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ປູກ​ຝັງ​ແມ່ນ​ຊີ​ວິດ​ຈິດ​ໃຈ​ຂອງຊົນ​ຊາ​ດ​ລາວ​ມ​າ​ແຕ່​ດຶກ​ດຳ​ບັນ ບໍ່​ວ່າ​ເຂົາ​ເຈົ້າ​ຈະຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ. ຕົກ​ມາ​ເຖິງ​ສັດ​ຕະ​ວັດ ທີ 21 ​ກ່າວໂດຍ​ສະ​ເພາະ​ຢູ່ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ ສິ່ງ​ນຶ່ງ​ທີ່​ເຮົາສັງ​ເກດ​ເຫັນ ເປັນ​ສັນ​ຍາ​ລັກຂອງຄອບ​ຄົວ​ລາວ​ນັ້ນ​ກໍ​ຄື ສວນ​ຜັກ ​ສວນ​ຄົວນ້ອຍ ທີ່​ເຫັນ​ປູກຢູ່ຕາມບ້ານເຮືອນ​ເຂົາ​ເຈົ້າ. ບັນ​ດາ​ພືດ​ຜັກ​ເຫລົ່າ​ນີ້ ເປັນ​ຜັກທີ່ຫ​າ​ຊື້ກິນ​ໄດ້ຍາກຢູ່ໃນ​ຕະ​ຫຼາດ​ຂອງ​ສະ​ຫະ​ລັດ ​ເພື່ອນຳ​ມາຄົວ​ກິນກັບ​ອາ​ຫານ​ພື້ນ​ເມືອງ​ລ​າວ. ເພາະ​ສະ​ນັ້ນ ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ບ່ອນ​ໃດ​ທີ່ມີ​ການ​ຕັ້ງ​ຖິ່ນ​ຖານ​ຂອງ​ຄົນ​ເຊື້ອ​ສາຍ​ລາວ ບ່ອນ​ນັ້ນ​ຈະເຫັນ​ເປັນ​ບ່ອນ​ປູກ​ຝັງ​ຢູ່​ສະ​ເໝີ​ ໂດຍ​ສະ​ເພາະ​ຢູທາງ​ພາກ​ຕາ​ເວັນ​ຕົກ​ກໍ​ຄື​ເມືອງ​ແຟຣັສ​ໂນ (Fresno) ລັດ​ຄາ​ລິ​ຟໍ​ເນຍ ​(California) ທາງ​ພາກ​ໃຕ້​ກໍ​ຄືລັດຟລໍ​ຣິ​ດາ (Florida) ແລະ​ຢູ່​ເກາະຮາ​ວາຍ (Hawaii) ​ເຫລົ່າ​ນີ້​ເປັນ​ຕົ້ນ ​ອັນເປັນບ່ອນ​ທີ່ມີ​ອາ​ກາດ​ອົບ​ອຸ່ນ ເໝາະ​ສົມສຳ​ລັບ​ການ​ປູກ​ຝັງ.

ບັດ​ນີ້​ຂ້າ​ພ​ະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ທ່ານ​ແອັດ​ດີ ສີ​ບຸນ​ມີ ຕັ້​ຊຶ່ງ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ເກາະ​ໂຮ​ໂນ​ລູ​ລູ ລັດ​ຮາ​ວາຍ ​ຕັ້ງ​ແຕ່​ປີ 1989 ແລະ​ໄດ້​ຮັບ​ການ​ເຝິກ​ອົບ​ຮົມ ວິ​ຊາ​ອາ​ຊີບຫຼາຍ​ຢ່າງ ແຕ່​ໃນ​ທີ່​ສຸດ ​ກໍ​ໄດ້​ກາຍ​ມາ​ເປັນ​ຊາວ​ສວນ. ທ່ານ​ແອັດ​ດີ ​ເປັນຜູ້​ໂຊກ​ດີທີ່​ໄດ້​ຮັບ​ດິນ​ຕອນ​ນຶ່ງ​ໃຫ້ທຳ​ການ​ປູກ​ຝັງຢູ່​ໃນ​ເກາະ​ຮາ​ວາຍ. ທ່ານ​ໄດ້​ກ່າວ​ເຖິງ​ຂັ້ນ​ຕອນຊີ​ວິດ​ຂອງການເປັນ​ຊາວ​ສວນ ທີ່​ໜ້າ​ສົນ​ໃຈ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ພວກຊາວ​ສວນ​ຢູ່​ເກາະ​ຮາ​ວາຍ​ໄດ້​ຖືກ​ສັບ​ປ່​ຽນ​ກັນ​ມາ​ເປັນ​ໄລ​ຍະ ນັ​ບ​ແຕ່ສະ​ໄໝ​ຊາວ​ຍີ່​ປຸ່ນ ມາ​ຫາ​ຊາວ​ຟິ​ລິບ​ປິນ ຈົນໄດ້​ຕົກ​ມາ​ເຖິງ​ສະ​ໄໝຄົນ​ເຊື້ອ​ສາຍ​ລາວ ທີ່​ເປັນ​ອົບ​ພະ​ຍົບ ແລະຄົນ​ເຂົ້າ​ເມືອງ ​ໄດ້​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານໃນ​ຊຸມ​ປີ 1970 ເປັນ​ຕົ້ນ​ມາ ຊຶ່ງ​ທ່ານ​ແ​ອັດ​ດີ ກ່າວ​ວ່າ :

ນັບ​ແຕ່​ປີ 1975 ຊາວ​ອົ​ບ​ພະ​ຍົບ​ລາວ​ຈຳ​ນວນ​ນຶ່ງໄດ້​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ເກາະ​ຮາ​ວາຍ ​ເຂົາ​ເຈົ້າຂ່ອຍໆ​ພາ​ກັນຮຽນ​ຮູ້ ​ເຖິງຊີ​ວິດ​ສິ່ງ​ແວດລ້ອມ ແລະ​ໃນ​ທີ່​ສຸດຫຼາຍໆ​ຄົນ ໄດ້ຮັບ​ເອົາ​ການ​ປະ​ກອບວິ​ຊາ​ອາ​ຊີບ​ເປັນ​ຊາວ​ສວນ. ໃນ​ໄລ​ຍະສີ່​ທົດ​ສະ​ວັດ​ທີ່​ຜ່ານ​ມາ ເຂົາ​ເຈົ້າ​ໄດ້​ວາງ​ບົດ​ບາດບຸກ​ເບີກ​ທີ່​ດິນ ແລະ​ປູກ​ພືດ​ຜັກ​ຕ່າງໆ​ທີ່​ມີ​ຢູ່​ໃນ​ປະ​ເທດ​ລາວ ດັ່ງ​ທີ່​ທ່ານ​ແອ​ັດດີ ໄ​ດ້ກ່າວ ມ້ວນ​ທ້າຍເຖິງ​ຄວາ​ມ​ອຸ​ດົມ​ສົມ​ບຸນ​ຂອງ​ການ​ປູກ​ຝັງດັ່ງ​ນີ້​ :

ທ່ານ​ແອ​ັດ​ດີ ​ມີ​ປະ​ສົບ​ການ​ປູກ​ຝັງ​ຢູ່​ເກາະ​ຮາ​ວາຍມາ​ ໄດ້​ກວ່າ​ທົດ​ສະ​ວັດແລ້ວ ​ບັດ​ນີ້​ກຳ​ລັງ​ຕຽມ​ພັກ​ລາໄປພັກ​ຜ່ອນ ແລະ​ຈະ​ມອບ​ທີ່​ດິນ​ປູ​ກ​ຝັງ​ໃຫ້​ລູກ​ເຕົ້າ​ເປັນ​ຜູ້​ດຳ​ເນີນ​ຕໍ່​ໄປ.

XS
SM
MD
LG