ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ ຣັດເຊຍ ກັກຂັງບັນດາຜູ້ທີ່ສະແດງການໄວ້ອາໄລ ຕໍ່ ທ່ານ ນາວາລນີ


ລາຍງານ: ການຈັບກຸມຜູ້ໄວ້ອາໄລ ຕໍ່ການເສຍຊີວິດຂອງຜູ້ນໍາຝ່າຍຄ້ານຢູ່ໃນ ຣັດເຊຍ.

ເຈົ້າໜ້າທີ່ຂອງ ຣັດເຊຍ ກໍາລັງ​ກັກ​ຂັງ​ຜູ້​ທີ່ສະແດງການໄວ້ທຸກ​ຕໍ່​ການ​ສູນ​ເສຍ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານອາ​ເລັກ​ເຊ ນາວ​າ​ລ​ນີ (Alexey Navalny). ທ່ານເສຍຊີວິດໃນຂະນະຖືກຄຸມຂັງຢູ່ທີ່ອານານິຄົມອາກຕິກ ເຊີໂກລ (Arctic Circle) ໃນທ້າຍອາທິດທີ່ຜ່ານມາ. ບັນດາຜູ້ນຳ​ຂອງປະເທດ​ຕາ​ເວັນ​ຕົກ ໄດ້ພາກັນປະນາມຕໍ່ ຣັດ​ເຊຍ. ອາຣາສ ອາຣາບາຊາດີ ນັກ​ຂ່າວ​ VOA ມີ​ລາຍ​ງານ​ເພີ້ມ​ເຕີມ, ເຊິ່ງ ທິບສຸດາ ຈະນຳລາຍລະອຽດມາສະເໜີທ່ານ.

ໃນນະຄອນ ເຊັນ ປີເຕີສເບີກ, ຜູ້ຊາຍຫຼາຍຄົນ ພາກັນເອົາດອກໄມ້ອອກຈາກອະນຸສອນສະຖານຊົ່ວຄາວ ທີ່ຈັດເປັນກຽດໃຫ້ແກ່ຜູ້ນໍາຝ່າຍຄ້ານຂອງຣັດເຊຍ ທ່ານ ອາເລັກເຊ ນາວາລນີ ທີ່ເສຍຊີວິດແລ້ວ.

ເກືອບທັນທີທັນໃດນັ້ນ, ບັນດາດອກໄມ້ດອກໃຫມ່ ກໍໄດ້ເຂົ້າມາແທນທີ່.

ພຽງມື້​ດຽວກ່ອນ​ຫນ້າ​ນັ້ນ, ເຈົ້າໜ້າທີ່ຕໍາ​ຫຼວດ​ໄດ້​ຈັບ​ກຸມ​ຜູ້​ໄວ້​ທຸກ ​ທີ່ວາງ​ດອກ​ໄມ້​ເພື່ອເປັນກຽດ​ແກ່ ທ່ານ ນາວາລນີ.

ອົງການຂ່າວອິດສະຫຼະຂອງຣັດເຊຍ ​ແລະ​ກຸ່ມ​ສິດທິ​ມະນຸດ OVD-Info ​ລາຍ​ງານ​ວ່າ ມີ​ການ​ກັກ​ຂັງຜູ້ຄົນ​ບໍ່ຕໍ່າ​ກວ່າ 400 ຄົນ ຢູ່ສະຖານທີ່ແຫ່ງ​ຕ່າງໆໃນ​ທົ່ວ 32 ໂຕເມືອງ, ລຸນຫລັງຂ່າວ​ການ​ເສຍ​ຊີວິດ​ຂອງ ທ່ານ ນາວາລນີ ​ໄດ້ແຜ່ຂະຫຍາຍອອກໄປຢ່າງກວ້າງຂວາງ​ໃນ​ທ້າຍ​ອາທິດ​ແລ້ວນີ້.

ທ່ານ ນາວາລນີ ເຄີຍເປັນນັກວິຈານມາດົນນານ ແລະຢ່າງກວ້າງຂວາງກ່ຽວກັບວັງເຄຣັມລິນ, ໂດຍສະເພາະປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ.

ໃນເດືອນທັນວາປີ 2020, ທ່ານໄດ້ກ່າວຫາອົງການຄວາມປອດໄພຂອງ ຣັດເຊຍ ຫຼື FSB ກ່ຽວກັບການວາງຢາພິດຕໍ່ທ່ານ ດ້ວຍສານກ່ອມປະສາດທີ່ຖືກຢືນຢັນວ່າ ຜະລິດໂດຍຣັດເຊຍ.

ຣັດເຊຍ ໂທດການເສຍຊີວິດຂອງ ທ່ານ ນາວາລນີ ຢ່າງເປັນທາງການໃສ່ການລົ້ມປ່ວຍໂດຍບໍ່ເປີດເຜີຍສາເຫດ ຢູ່ທີ່ອານານິຄົມອາກຕິກ ບ່ອນທີ່ທ່ານກຳລັງຮັບໃຊ້ໂທດຈໍາຄຸກ 19 ປີ.

ບັນດາຜູ້ນໍາຂອງປະເທດຕາເວັນຕົກ ບໍ່ເຊື່ອເຫດຜົນດັ່ງກ່າວ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວຖະແຫຼງຢູ່ທໍານຽບຂາວ ຊຶ່ງຖ່າຍທອດຜ່ານເຄືອຂ່າຍກຸ່ມອົງການຂ່າວຂອງສະຫະລັດ ແລະສະໜອງໃຫ້ໂດຍອົງການຂ່າວ AP ວ່າ:

“ຈົ່ງໃຫ້ແນ່ໃຈວ່າ, ປູຕິນ ຮັບຜິດຊອບຕໍ່ການເສຍຊີວິດຂອງ ທ່ານ ນາວາລນີ. ປູຕິນ ເປັນຜູ້ຮັບຜິດຊອບ. ສິ່ງທີ່ໄດ້ເກີດຂຶ້ນກັບ ທ່ານ ນາວາລນີນັ້ນ ແມ່ນຫຼັກຖານເພີ້ມເຕີມ ກ່ຽວກັບຄວາມໂຫດຮ້າຍຂອງ ປູຕິນ. ບໍ່ມີໃຜຄວນຖືກຫລອກລວງ. ບໍ່ວ່າ ຢູ່ໃນຣັດເຊຍ, ຢູ່ພາຍໃນເຮືອນ, ແລະຢູ່ບ່ອນໃດໃນໂລກໜ່ວຍນີ້.”

ຂ່າວກ່ຽວກັບການເສຍຊີວິດຂອງ ທ່ານ ນາວາລນີ ມີຂຶ້ນບໍ່ຮອດນຶ່ງອາທິດ ຫຼັງຈາກອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ກ່າວຕໍ່ຜູ້ສະໜັບສະໜຸນໃນການໂຮມຊຸມນຸມ ວ່າ ຖ້າໄດ້ຮັບການເລືອກຕັ້ງຄືນໃໝ່ ທ່ານຈະ “ຊຸກຍູ້” ໃຫ້ ຣັດເຊຍ ດໍາເນີນການ, ແລະອ້າງອີງຄຳເວົ້າຂອງທ່ານວ່າ “ອັນໃດກໍຕາມທີ່ພວກເຂົາເຈົ້າຕ້ອງການທັງນັ້ນ” ຕໍ່ສະມາຊິກອົງການ NATO ທີ່ທ່ານຮູ້ສຶກວ່າ ບໍ່​ໃຊ້ຈ່າຍ​ເງິນ​ພຽງ​ພໍ​ໃນດ້ານການ​ປ້ອງ​ກັນ​ປະ​ເທດ​.

ທ່ານ ທຣໍາ ຍັງຄົງເປັນຜູ້ມີຄະແນນນໍາໜ້າຂອງພັກຣີພັບບລີກັນ ໃນການທ້າຊິງດເອົາຕຳແໜ່ງປະທານາທິບໍດີຈາກ ທ່ານ ໄບເດັນ ໃນເດືອນພະຈິກທີ່ຈະມາເຖິງນີ້.

ໃນການຂຽນບົດລາຍງານນີ້, ທ່ານກໍຍັງບໍ່ທັນໄດ້ໃຫ້ຄໍາເຫັນກ່ຽວກັບ ທ່ານ ນາວາລນີ ເທື່ອ.

ທ່ານນາງນິກກີ້ ເຮຣີ, ຜູ້ສະໝັກປະທານາທິບໍດີຈາກພັກຣີພັບບລີກັນພຽງຄົນດຽວທີ່ຍັງເຫຼືອຢູ່ ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ:

"ເມື່ອພວກທ່ານໄດ້ຍິນ ທ່ານດໍໂນລ ທຣໍາ ກ່າວຢູ່ລັດ ຄາໂຣໄລນາໃຕ້ ໃນອາທິດແລ້ວນີ້ ວ່າ ທ່ານຈະຜັກດັນໃຫ້ ປູຕິນ ຮຸກຮານຕໍ່ພັນທະມິດຂອງພວກເຮົາ ຖ້າພວກເຂົາບໍ່ປະຕິບັດຕາມພັນທະຂອງພວກເຂົາເຈົ້າ, ອັນນັ້ນ ເຮັດໃຫ້ຮູ້ສຶກເຢັນຮອດກະດູກ ເນື່ອງຈາກວ່າ ທັງຫມົດທີ່ທ່ານໄດ້ກະທໍາ ໃນຊ່ວງເວລາດຽວ ແມ່ນການມອບອໍານາດໃຫ້ແກ່ ທ່ານ ປູຕິນ. ແລະສິ່ງທີ່ທ່ານໄດ້ກະທຳໄປທັງຫມົດໃນຊ່ວງນັ້ນແມ່ນວ່າ ທ່ານໄດ້ເຂົ້າຂ້າງກັບຜູ້ຊາຍທີ່ສັງຫານນັກການເມືອງຝ່າຍຄ້ານຂອງຕົນ. ທ່ານໄດ້​ເຂົ້າ​ຂ້າງ​ກັບນັກເລງ​ທີ່​ຈັບໂຕ​ນັກ​ຂ່າວຊາວ​ອາ​ເມຣິກັນ ​ແລະ​ຈັບ​ພວກ​ເຂົາໄວ້​ເປັນໂ​ຕ​ປະກັນ. ແລະທ່ານເຂົ້າຂ້າງຜູ້ຊາຍທີ່ຕ້ອງການຢາກໃຫ້ປະຊາຊົນຣັດເຊຍຮັບຮູ້ວ່າ ຢ່າທ້າທາຍຂ້ອຍໃນການເລືອກຕັ້ງຄັ້ງຕໍ່ໄປ, ຫຼືບໍ່ດັ່ງນັ້ນ ມັນຈະເກີດຂຶ້ນກັບພວກເຈົ້າເຊັ່ນກັນ.”

ໃນ​ກອງ​ປະຊຸມ​ທີ່​ນະຄອນມູນິກ​ເມື່ອ​ບໍ່​ດົນ​ມາ​ນີ້, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ​ບັນດາ​ປະ​ເທດຊັ້ນ​ນຳດ້ານອຸດສາຫະກຳ 7 ປະ​ເທດ​ ໄດ້​ສະແດງການໄວ້ອາໄລດ້ວຍ​ການຢືນ​ງຽບ​ສະ​ຫງົບເປັນເວລາ​ນຶ່ງ​ນາທີ ​ໃຫ້ແກ່ ທ່ານ ນາວາລນີ.

ຢູ່​ນອກ​ກອງ​ປະ​ຊຸມ, ​ປະ​ທານ​ຄະ​ນະ​ກຳ​ມາທິການ​ຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ (Ursula von der Leyen) ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ພັນລະຍາໝ້າຍ​ຂອງ ທ່ານ ນາວາລນີ, ທ່ານນາງຢູເລຍ ນາວາລນີ (Yulia Navalnaya).

ແລະ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ໄດ້​ພາກັນວາງດອກ​ໄມ້ ​ແລະ​ຂໍ້ຄວາມ​ໄວ້​ໃກ້​ສະຖານທູດ​ຣັດ​ເຊຍ ​ໃນນະຄອນຫຼວງ​ລອນ​ດອນ...ປະຊາຊົນໃນນະຄອນຫຼວງມົສກູ ກໍໄດ້ປະຕິບັດເຊັ່ນດຽວກັນ ໂດຍຮ້ອງ ທ່ານ ນາວາລນີ ວ່າ "ວິລະຊົນ" ຜູ້ທີ່ "ຕໍ່ສູ້ເພື່ອອິດສະຫຼະພາບ."

Russian authorities are detaining people mourning the loss of opposition leader Alexey Navalny. He died in custody at an Arctic Circle penal colony late last week. Western leaders blame Russia. VOA’s Arash Arabasadi has more.

In Saint Petersburg, men removed flowers from a makeshift memorial honoring dead Russian opposition leader Alexey Navalny.

Almost immediately, new flowers took their place.

Just one day earlier, police detained mourners for laying flowers in Navalny’s honor.

Independent Russian media and human rights group OVD-Info reported no fewer than 400 detentions at events across some 32 cities, after news of Navalny’s death broke late last week.

Navalny had been a longtime critic, broadly of the Kremlin and specifically of Russian President Vladimir Putin.

In December 2020, he accused Russia’s security agency, the FSB, of poisoning him with a confirmed Russia-made nerve agent.

Russia officially blames Navalny’s death on an undisclosed illness at the Arctic penal colony where he was serving a 19-year sentence.

Western leaders aren’t buying it.

U.S. President Joe Biden at the White House as carried by U.S. Network Pool and provided by The Associated Press.

“Make no mistake. Putin is responsible for Navalny’s death. Putin is responsible. What has happened to Navalny is yet more proof of Putin’s brutality. No one should be fooled. Not in Russia, not at home, (and) not anywhere in the world.”

The news of Navalny’s death came less than one week after former President Donald Trump told supporters at a rally that if reelected, he would “encourage” Russia to do, quote, “whatever the hell they want” to NATO members he felt weren’t spending enough money on defense.

Trump remains the Republican Party’s front runner to challenge Biden for the presidency in November.

As of this writing, he has yet to comment on Navalny.

Nikki Haley, Republican Presidential Candidate.

“When you hear Donald Trump say in South Carolina a week ago that he would encourage Putin to invade our allies if they weren’t pulling their weight, that’s bone chilling, because all he did in that one moment was empower Putin. And all he did in that moment was he sided with a guy that kills his political opponents. He sided with a thug that arrests American journalists and holds them hostage. And he sided with a guy who wanted to make a point to the Russian people: don’t challenge me in the next election, or this will happen to you, too.”

At a recent meeting in Munich, foreign ministers from the Group of Seven leading industrialized nations observed a minute of silence in memory of Navalny.

On the sidelines of the meeting, European Commission President Ursula von der Leyen offered condolences to Navalny’s widow, Yulia Navalnaya.

And as protesters left flowers and notes near the Russian Embassy in London…

people in Moscow did the same… calling Navalny “a hero” who “fought for freedom.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG