ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

'ພວກເຮົາບໍ່ສາມາດນັ່ງເບິ່ງຢູ່ເສີຍໆໄດ້' ນັ້ນຄືຄໍາເວົ້າ ຂອງແມ່ພວກນັກເຄື່ອນໄຫວໄທ ທີ່ ຖືກຂັງຄຸກ, ຮຽກຮ້ອງໃຫ້ປ່ອຍຕົວພວກເຂົາ


ນາງ ສຸຣີຣາດ ຈີວະຣັກ, ແມ່ຂອງທ້າວປາຣິດ 'Penguin' ຈີວະຣັກເຂົ້າຮ່ວມການເດີນຂະບວນຮຽກຮ້ອງໃຫ້ປ່ອຍຕົວລູກຊາຍລາວ ພາຍຫລັງທີ່ລູກຊາຍລາວເຂົ້າໂຮງຫລັງຍ້ອນອົດອາຫານເພື່ອປະທ້ວງໄດ້ 46 ວັນ (ວັນທີ 1 ພຶດສະພາ, 2021)
ນາງ ສຸຣີຣາດ ຈີວະຣັກ, ແມ່ຂອງທ້າວປາຣິດ 'Penguin' ຈີວະຣັກເຂົ້າຮ່ວມການເດີນຂະບວນຮຽກຮ້ອງໃຫ້ປ່ອຍຕົວລູກຊາຍລາວ ພາຍຫລັງທີ່ລູກຊາຍລາວເຂົ້າໂຮງຫລັງຍ້ອນອົດອາຫານເພື່ອປະທ້ວງໄດ້ 46 ວັນ (ວັນທີ 1 ພຶດສະພາ, 2021)

ດ້ວຍຄວາມຮັກຜູກພັນ ແບບບໍ່ມີອັນໃດທຽບໄດ້ຕໍ່ລູກຂອງພວກເຂົາເຈົ້າແລະຄວາມໂກດແຄ້ນ ຕໍ່ລັດຖະບານໄທ, ແມ່ຂອງບັນດາຜູ້ປະທ້ວງເພື່ອປະຊາທິ ປະໄຕທີ່ຖືກກັກຂັງມາໄດ້ຫລາຍອາທິດແລ້ວໂດຍບໍ່ໃຫ້ມີການປະກັນຕົວອອກ ໃນຂໍ້ຫາລົບລູ່ຕໍ່ລາຊະວົງກຳລັງພາກັນໄປເຝົ້າຢູ່ນອກຄຸກບ່ອນທີ່ພວກລູກຂອງ ເຂົາເຈົ້າຖືກຂັງຢູ່ນັ້ນ.

ການເຝົ້າຢູ່ບ່ອນຄຸມຂັງ ມີຂຶ້ນໃນຂະນະທີ່ສະພາບການດ້ານການເມືອງທີ່ວຸ້ນວາຍຂອງໄທຖືກສັ່ນຄອນອີກຄັ້ງນຶ່ງໂດຍການເຄື່ອນໄຫວປະທ້ວງໂດຍຊາວໜຸ່ມທີ່ຮຽກຮ້ອງໃຫ້ມີການປະຕິຮູບໂຄງສ້າງຂອງອຳນາດທັງໝົດ, ລວມທັງລະບົບກະສັດທີ່ບໍ່ສາມາດແຕະຕ້ອງໄດ້ໃນເມື່ອກ່ອນ, ເຊິ່ງນຳພາໂດຍກະສັດ ມະຫາວະຈີຣາລົງກອນ.

ການປະທ້ວງທີ່ໄດ້ດຶງດູດເອົາຫລາຍສິບພັນຄົນເຂົ້າຮ່ວມໃນທ້າຍປີກາຍນີ້ ປະສົບຄວາມຫລົ້ມແຫລວ ພາຍຫລັງທີ່ຜູ້ນຳສຳຄັນໄດ້ຖືກຈັບ, ຫລາຍຄົນຖືກຂໍ້ກ່າວຫາຫລາຍກະທົງວ່າ ລະເມີດກົດໝາຍໝິ່ນປະໝາດກະສັດ ທີ່ມີຊື່ທີ່ຮູ້ກັນດີວ່າ ວັກທີ "112," ຊຶ່ງເປັນມາດຕະການຫ້າມໝິ່ນປະໝາດທີ່ມີໂທດຮ້າຍແຮງທີ່ປົກປ້ອງພະລາຊະວັງບໍ່ໃຫ້ຖືກວິພາກວິຈານ.

ການຕັດສິນໂທດແຕ່ລະຄົນພາຍໃຕ້ວັກທີ 112 ຕາມ ກົດອາຍາຂອງໄທແມ່ນຕິດຄຸກໃນລະຫວ່າງສາມຫາ 15 ປີ.

ຜູ້ນຳ 10 ຄົນ ໄດ້ຖືກຄຸມຂັງໂດຍບໍ່ໃຫ້ມີການປະກັນຕົວ, ແຕ່ວ່າອີກ 70 ກວ່າຄົນ ໄດ້ຖືກກ່າວຫາໃນການກະທຳຜິດດັ່ງກ່າວນັບແຕ່ທ້າຍປີກາຍນີ້ມາ ຊຶ່ງຜູ້ອາຍຸຕໍ່າສຸດແມ່ນໄດ້ພຽງແຕ່ 16 ປີ ເທົ່ານັ້ນໃນເວລາທີ່ລາວຖືກກ່າວຫາ.

ບັນດາກຸ່ມປົກປ້ອງສິດທິມະນຸດຕ່າງກໍເວົ້າວ່າກົດໝາຍດັ່ງກ່າວໄດ້ຖືກປະຕິບັດຄືກັນກັບຄ້ອນຕີຫົວຜູ້ປະທ້ວງ ທີ່ເປີດເຜີຍສາຍແຫ່ງຄວາມຜິດທີ່ຂັ້ນກາງ ລະ ຫວ່າງຄົນໜຸ່ມ ແລະຄົນລຸ້ນກ່ອນ, ລະຫວ່າງຜູ້ມີຫົວອະນຸລັກນິຍົມ ແລະຫົວກ້າວໜ້າໃນສັງຄົມໄທ.

“ພວກເຂົາໄດ້ໃຊ້ກົດໝາຍເປັນອາວຸດຕໍ່ລູກຂ້ອຍ,” ນັ້ນຄືຄໍາເວົ້າຂອງນາງ ສຸຣີຣາດ ຈີວະຣັກ (Sureerat Chiwarak) ແມ່ຂອງທ້າວປາຣິດ ຈີວະຣັກ (Parit Chiwarak) ຊຶ່ງເປັນຜູ້ນຶ່ງໃນຈໍານວນຜູ້ນຳການປະທ້ວງທີ່ອອກປາກ ອອກສຽງດັງທີ່ສຸດ, ເຊິ່ງເປັນທີ່ຮູ້ຈັກກັນດີໃນຊື່ຫຼິ້ນຂອງລາວວ່າ "ເພນກິນ" ຜູ້ປະເຊີນກັບຂໍ້ກ່າວຫາສິບກວ່າຂໍ້ ພາຍໃຕ້ກົດໝາຍ.

ທ້າວ "ເພນກິນ", ອາຍຸ 23 ປີ, ໄດ້ຖືກກັກຂັງຕັ້ງແຕ່ເດືອນກຸມພາ - ແຕ່ໄດ້ ນໍາສົ່ງເຂົ້າໂຮງຫມໍໃນທ້າຍອາທິດຜ່ານມາຫລັງຈາກໄດ້ທໍາການປະທ້ວງດ້ວຍ ການອົດອາຫານ ທີ່ກຳລັງຍ່າງເຂົ້າອາທິດທີ 8 ຂອງການເຮັດແນວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG