ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໐ ຕຸລາ ໒໐໒໔

ປະຊາຊົນສ່ວນໃຫຍ່ທີ່ຢູ່ໃນເຂດຊົນນະບົດຂອງລາວ ຍັງບໍ່ສາມາດເຂົ້າເຖິງລະບົບເທັກໂນໂລຈີ ດ້ານຂໍ້ມູນ-ຂ່າວສານທີ່ທັນສະໄໝ ໄດ້ເທື່ອ


ຄອບຄົວປະຊາຊົນຜູ້ທຸກຍາກ ທີ່ອາໄສຢູ່ໃນຂົງເຂດຊົນນະບົດ.
ຄອບຄົວປະຊາຊົນຜູ້ທຸກຍາກ ທີ່ອາໄສຢູ່ໃນຂົງເຂດຊົນນະບົດ.

ປະຊາຊົນສ່ວນໃຫຍ່ທີ່ຢູ່ໃນເຂດຊົນນະບົດຂອງລາວ ຍັງບໍ່ສາມາດເຂົ້າເຖິງລະບົບເທັກໂນໂລຈີ ດ້ານຂໍ້ມູນ-ຂ່າວສານທີ່ທັນສະໄໝ ຈຶ່ງເຮັດໃຫ້ຍາກໃນການຊອກຫາຕະຫຼາດເພື່ອຮອງຮັບຜົນຜະລິດສິນຄ້າຕ່າງໆ. ຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດການຄ້າ ຂາອອກ-ຂາເຂົ້າ ໃນລາວ ໃຫ້ທັດສະນະວ່າ ການຊຳລະລາຄາສິນຄ້າ ແລະບໍລິການຕ່າງໆດ້ວຍລະບົບ Electronic ຂອງລາວ ໃນປັດຈຸບັນນີ້ ສາມາດດຳເນີນການໄດ້ສະເພາະພາຍໃນລາວ ເທົ່ານັ້ນ ສ່ວນການຊຳລະລາຄາສິນຄ້າ ແລະບໍລິການທີ່ເປັນການພົວພັນກັບຕ່າງປະເທດ ຍັງຕ້ອງໃຊ້ບໍລິການໂອນເງິນຜ່ານທະນາຄານໃນລາວ ທີ່ມີການເຊື່ອມຕໍ່ລະບົບ Swift ຂອງທະນາຄານໃນຕ່າງປະເທດຢູ່ເລື້ອຍມາ ຊຶ່ງເຮັດໃຫ້ເກີດບັນຫາຊັກຊ້າໃນການດຳເນີນທຸລະກິດຫຼາຍສົມຄວນ ສ່ວນການດຳເນີນມາດຕະການແກ້ໄຂບັນຫາດັ່ງກ່າວ ກໍຍັງຢູ່ໃນຂັ້ນຂອງການກະກຽມຮ່າງກົດໝາຍເທົ່ານັ້ນ ຈຶ່ງເປັນການຍາກຢ່າງຍິ່ງທີ່ຈະພັດທະນາລາວ ໄປສູ່ເສດຖະກິດ Digital ໃຫ້ໄດ້ໂດຍພື້ນຖານພາຍໃນປີ 2025 ຍິ່ງໄປກວ່ານັ້ນ ບັນຫາສຳຄັນອີກປະການນຶ່ງ ກໍຄືປະຊາຊົນລາວ ສ່ວນໃຫຍ່ທີ່ຢູ່ໃນເຂດຊົນນະບົດນັ້ນ ຍັງບໍ່ສາມາດເຂົ້າເຖິງລະ ບົບເທັກໂນໂລຈີ ດ້ານຂໍ້ມູນ-ຂ່າວສານ ທີ່ທັນສະໄໝ (ICT) ອັນເຮັດໃຫ້ເກີດບັນຫາແຕກໂຕນກັນຫຼາຍຂຶ້ນໃນການຊົມໃຊ້ລະບົບ ICT ລະຫວ່າງເຂດເມືອງກັບຊົນນະບົດ ທີ່ຍັງປະເຊີນກັບບັນຫາຫຍຸ້ງຍາກໃນການຊອກຫາຕະຫຼາດເພື່ອຮອງຮັບຜົນຜະລິດສິນຄ້າຕ່າງໆດ້ວຍ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ຖ້າພັດທະນາລະບົບສົ່ງສັນຍານ 5G ນີ້ໄດ້ ກໍຈະເຮັດໃຫ້ສັນຍານຫັ້ນໄວຂຶ້ນ ໃຊ້ລະບົບ Online ປະຊຸມ Online ຫຼືວ່າ ເຮັດວຽກ Online ການຮຽນຜ່ານລະບົບ Online ກະຈະເຮັດໃຫ້ທັນໃຈ ທັນເຫດການ ແຕ່ທີ່ສຳຄັນກໍຄືບໍ່ໃຫ້ປະຖິ້ມການພັດທະນາສັນຍານໃນເຂດຫ່າງໄກສອກຫລີກຫັ້ນ ເພາະວ່າ ເຂົາເຈົ້າກະມີຄວາມຈຳເປັນ ໂດຍສະເພາະນັກຮຽນກະມີການໃຊ້ Internet ເປັນຈຳນວນຫຼວງຫຼາຍຖ້າຫາກວ່າ ຢູ່ເຂດຫ່າງໄກສອກຫລີກ ແຮງບໍ່ມີເຄືອຂ່າຍ Internet ເຂົາເຈົ້າກະສິລ້າຫລັງຄືເກົ່າ.”

ສ່ວນທ່ານສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເທັກໂນໂລຈີ ແລະການສື່ສານ ຖະແຫລງຍອມຮັບວ່າ ໃນປັດຈຸບັນນີ້ ການພັດທະນາເທັກໂນໂລຈີດ້ານຂໍ້ມູນ-ຂ່າວສານໃນລາວ ຍັງຕ້ອງເພິ່ງພາການຊ່ອຍເຫຼືອຈາກຕ່າງປະເທດ ໃນທຸກດ້ານ ເພາະວ່າ ລາວຍັງມີບຸກຄະລາກອນໃນດ້ານດັ່ງກ່າວຢ່າງຈຳກັດ ກໍຄືໃນຂະນະທີ່ການພັດທະນາເທັກໂນໂລຈີ ດ້ານຂໍ້ມູນຂ່າວສານ ມີຄວາມຕ້ອງການບຸກຄະລາກອນໃນສັດສ່ວນບໍ່ຕ່ຳກວ່າ 3 ເປີເຊັນຂອງຈຳນວນແຮງງານທັງໝົດໃນປະເທດ ຫາກແຕ່ລາວ ກໍສາມາດຕອບສະໜອງໄດ້ຈິງພຽງ 0.3 ເປີເຊັນ ເທົ່ານັ້ນ ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ລາວ ຍັງຈະຕ້ອງໃຊ້ເວລາອີກເຖິງ 20 ປີ ຈຶ່ງຈະສາມາດເພິ່ງຕົນເອງໃນດ້ານ ICT ໄດ້ ເພາະລະ ບົບທີ່ມີຢູ່ໃນປັດຈຸບັນນີ້ ຖືວ່າ ຍັງມີສະພາບທີ່ລ້າຫລັງຢູ່ນັ້ນເອງ ດັ່ງທີ່ທ່ານສັນຕິສຸກ ໃຫ້ການຢືນຢັນວ່າ:

“ລະບົບເທັກນິກທີ່ນຳໃຊ້ຢູ່ ສປປ ລາວ ແມ່ນມີຂີດຄວາມຈຳກັດ ໃນການຄຸ້ມຄອງຂໍ້ມູນ-ຂ່າວສານ ໃນປັດຈຸບັນນີ້ ຈຶ່ງຈຳເປັນຕ້ອງໄດ້ປັບປຸງຍົກລະດັບພື້ນ ຖານທາງດ້ານເທັກນິກ ໃຫ້ທັນສະໄໝຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນການລວມສູນການສື່ສານ Internet ແຫ່ງຊາດດ້ວຍລະບົບຕິດຕາມກວດກາກັ່ນຕອງຂໍ້ມູນຕ່າງໆ ເພີ້ມທະວີໂຄສະນາປະຊາສຳພັນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ໃຫ້ຮູ້ຈັກນຳໃຊ້ສື່ສັງຄົມ Online ໃນທາງທີ່ເກີດປະໂຫຍດ.”

ໂດຍແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ທີ່ຈັດຕັ້ງປະ ຕິບັດແຕ່ປີ 2021-2025 ໄດ້ວາງເປົ້າໝາຍ ຈະພັດທະນາເສດຖະກິດລາວ ໄປສູ່ລະບົບ Digital ໃຫ້ໄດ້ໃນປີ 2025 ຫາກແຕ່ການປະຕິບັດໃຫ້ໄດ້ຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະວ່າ ລັດຖະບານລາວ ຍັງຂາດແຄນທັງໃນດ້ານເງິນທຶນ ບຸກຄະລາກອນ ແລະເທັກໂນໂລຈີທັນສະໄໝ ຈຶ່ງເຮັດໃຫ້ການດຳເນີນງານໄປໄດ້ຢ່າງຊັກຊ້າ ຊຶ່ງເຫັນໄດ້ຈາກການຊົມໃຊ້ Internet ຄວາມໄວສູງ 4G-5G ທີ່ໃຊ້ບໍລິການໄດ້ສະເພາະຢູ່ໃນເຂດໂຕເມືອງເທົ່ານັ້ນ ສ່ວນລະບົບເຄືອຂ່າຍໂທລະສັບມືຖືນັ້ນ ເຖິງແມ່ນວ່າ ຈະກວມໄດ້ເຖິງ 90 ເປີເຊັນຂອງຈຳນວນບ້ານທັງໝົດ ແລະປະຊາຊົນລາວ 95 ເປີເຊັນ ໄດ້ນຳໃຊ້ໂທລະສັບມືຖືກໍຕາມ ແຕ່ວ່າ ມີພຽງ 57 ເປີເຊັນ ເທົ່ານັ້ນ ທີ່ມີໂອກາດໄດ້ໃຊ້ Internet.

ສ່ວນທາງການຈີນ ກໍໄດ້ເລີ້ມການກໍ່ສ້າງສະຖາບັນເທັກໂນໂລຈີ ການສື່ສານແລະຂໍ້ມູນຂ່າວສານແຫ່ງທຳອິດໃຫ້ລາວ ເມື່ອບໍ່ນານມານີ້ ຊຶ່ງເປັນການຊ່ອຍເຫຼືອລ້າ ໃຫ້ແກ່ລາວ ໃນຖານະທີ່ເປັນຄູ່ຮ່ວມຊະຕາກຳໃນຍຸດທະສາດການພັດທະນາຢ່າງຮອບດ້ານ ໂດຍຈະເປັນຕຶກສູງ 5 ຊັ້ນ ໃນເນື້ອທີ່ 5,000 ກວ່າຕາແມັດ ທີ່ປະກອບດ້ວຍ ຫ້ອງຮຽນ ຫ້ອງທົດລອງ ຫ້ອງການ ຫ້ອງສະໝຸດ ຫ້ອງປະຊຸມຂະໜາດໃຫຍ່ ຫ້ອງອາຫານ ຫ້ອງພັກຜ່ອນ ແລະຫ້ອງກິດຈະກຳຕ່າງໆ ໂດຍຈະກໍ່ສ້າງໃຫ້ແລ້ວສຳເລັດໃນທ້າຍປີ 2024.

XS
SM
MD
LG