ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ເທດ​ໃດ​ຂັງ​ນັກ​ຂ່າວ ຫຼາຍ​ທີ່​ສຸດ​ຂອງ​ໂລກ? ຈີນ ເທີ​ກີ ຊາ​ອຸ​ດີ​ ອາ​ຣາ​ເບຍ ແລະ ອີ​ຈິບ ຕິດ​ອັນ​ດັບ ອີກ​ຄັ້ງ​ນຶ່ງ ໃນ​ລາຍ​ງານ​ປະ​ຈຳ​ປີ


ໃນ​ພາບຖ່າຍ ເມື່ອ​ວັນ​ອາ​ທິດ ທີ 16 ມິ​ຖຸ​ນາ 2019, ທ. ອັບ​ດູ​ລ​ມູ​ມິນ ກາດ​ຊີ​ເອັບ, ​ບັນ​ນາ​ທິ​ການ​ດ້ານ​ສາ​ສະ​ໜາ ​ຂອງ​ອົງ​ການ​ຂ່າວ​ອິດ​ສະ​ລະ Chernovik, ຢືນ​ຢູ່​ໃນ​ຫ້ອງ​ຂັງ ​ຢູ່​ໃນ​ສານ​ທີ່ ເມືອງ ມາກ​ຄາ​ກາ​ລາ, ແຂວງ​ດາ​ແຈັ​ສ​ຖານ ເຂດ​ທະ​ເລ​ແຄ​ສ​ປຽນ ຂອງ​ຣັດ​ເຊຍ.
ໃນ​ພາບຖ່າຍ ເມື່ອ​ວັນ​ອາ​ທິດ ທີ 16 ມິ​ຖຸ​ນາ 2019, ທ. ອັບ​ດູ​ລ​ມູ​ມິນ ກາດ​ຊີ​ເອັບ, ​ບັນ​ນາ​ທິ​ການ​ດ້ານ​ສາ​ສະ​ໜາ ​ຂອງ​ອົງ​ການ​ຂ່າວ​ອິດ​ສະ​ລະ Chernovik, ຢືນ​ຢູ່​ໃນ​ຫ້ອງ​ຂັງ ​ຢູ່​ໃນ​ສານ​ທີ່ ເມືອງ ມາກ​ຄາ​ກາ​ລາ, ແຂວງ​ດາ​ແຈັ​ສ​ຖານ ເຂດ​ທະ​ເລ​ແຄ​ສ​ປຽນ ຂອງ​ຣັດ​ເຊຍ.

ຈຳ​ນວນ​ໂຕ​ເລກ​ຂອງ​ນັກ​ຂ່າວ​ທີ່​ຖືກ​ຄຸມ​ຂັງ​ໃນ​ທົ່ວ​ໂລກ ຍັງ​ຄົງ​ເກືອບ​ສູງ​ເປັນ​ປະ​ຫວັດ​ການ ອີງ​ຕາມ​ການ​ສຳຫຼວດ​ປະ​ຈຳ​ປີ ໂດຍ​ຄະ​ນະ​ກຳ​ມະ​ການ​ປົ​ກ​ປ້ອງ​ນັກ​ຂ່າວ ຫຼື​ເອີ້ນ​ຫຍໍ້​ວ່າ CPJ ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດມື້ນີ້ ຊຶ່ງ​ການ​ສຳຫຼວດ​ໄດ້​ລະ​ບຸ​ວ່າ ຈີນ ເທີ​ກີ ຊາ​ອຸ​ດີ ​ອາ​ຣາ​ເບຍ ແລະ ອີ​ຈິບ ເປັນ​ປະ​ເທດ ​ທີ່ຈັບພວກ​ນັກ​ຂ່າວໄປຂັງ​ຄຸກ​ ຫຼາຍ​ທີ່​ສຸດ​ຂອງ​ໂລກ.

ອີງ​ຕາມ​ການ​ສຳຫຼວດ​ສະ​ຖານ​ຄຸມ​ຂັງ​ ໃນ​ປີ 2019 ​ກໍ​ແມ່ນ​ວ່າ “ສີ່​ປີ​ລຽນ​ຕິດ​ມາ​ແລ້ວ ທີ່​ພວກ​ນັກ​ຂ່າວຫຼາຍ​ຮ້ອຍ​ຄົນ ແມ່ນ​ໄດ້​ຖືກ​ຄຸມ​ຂັງ​ໃນ​ທົ່ວ​ໂລກ​ ໃນ​ຂະ​ນະ​ທີ່​ພວກ​ຜະ​ເດັດ​ການ​ທັງຫຼາຍ ເຊັ່ນ​ວ່າ ສີ ຈິ້ນ​ຜິງ ຣີ​ເຊັບ ໄຕ​ຢິບ ເອີ​ໂດ​ອານ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ ແລະ​ອັບ​ແດ​ລ ຟາ​ຕາ ແອ​ລ-ຊິ​ສ​ສີ ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັນ​ວ່າ ບໍ່​ຍອມ​ລົດ​ລະ​ແຕ່​ຢ່າງ​ໃດ​ເລີຍ​ຕໍ່​ສື່ມວນ​ຊົນ​ທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ.”

ເຖິງ​ແມ່ນ​ວ່າ ໂຕ​ເລກ​ຂອງ​ນັກ​ຂ່າວ​ທີ່​ຖືກ​ຄຸມ​ຂັງ​ໃນ​ທົ່ວ​ໂລກນັ້ນ ໄດ້​ຫລຸດ​ລົງ​ເລັກ​ນ້ອຍ ຈາກ 253 ລົງ​ມາ​ເປັນ 245 ຄົນໃນ​ປີ 2019 ອົງ​ການ​ສິ້ງ​ຊອມສິດ​ເສ​ລີ​ພາບ​ດ້ານ​ຂ່າວ​ສານ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ​ນິວຢອກ ຍັງ​ໄດ້​ກ່າວ​ວ່າ ພວກ​ນັກ​ຂ່າວ ​ຖືກ​ແຈ້ງ​ໃນ​ຂໍ້​ຫາວ່າ ລາຍ​ງານ​ຂ່າວ​ທີ່ “ບໍ່​ຈິງ” ຫຼື “ຂ່າວ​ປອມ” ກໍ​ຍັງ​ສືບ​ຕໍ່​ສູງ​ຂຶ້ນ​ນັບ​ມື້.

ລາ​ຍ​ງານ​ຂອງ​ການ​ສຳຫຼວດ ໄດ້​ກ່າວ​ອີກວ່າ “​ຈຳ​ນວນ​ໂຕ​ເລກ​ຂອງ​ການ​ແຈ້ງ​ຂໍ້​ຫາ ໃນ​ຖານ ‘ຂ່າວ​ບໍ່​ຈິງ’ ໄດ້​ເພີ້ມ​ສູງ​ຂຶ້ນເປັນ 30 ກໍ​ລະ​ນີ ເມື່ອ​ປຽບ​ທຽບ​ໃສ່ ປີ​ກາຍນີ້ ມີ​ຢູ່ 28 ກໍ​ລະ​ນີ” ໂດຍໃຫ້​ຄຳ​ອະ​ທິ​ບາຍວ່າ ​ຂໍ້​ກ່າວ​ຫາດັ່ງ​ກ່າວ​ ໄດ້ຖືກ​ນຳ​ໃຊ້​ຫຼາຍ​ທີ່​ສຸດ ໃນ​ປະ​ເທດ​ອີ​ຈິບ ນັ້ນ “ໄດ້​ເພີ້ມ​ຂຶ້ນ​ຢ່າງຫຼວງຫຼາຍ​ນັບ​ຕັ້ງ​ແຕ່​ປີ 2012 ເປັນ​ຕົ້ນ​ມາ ເມື່ອ​ອົງ​ການ CPJ ໄດ້​ພົບ​ເຫັນ​ວ່າ ມີ​ພຽງ​ນັກ​ຂ່າວ​ຄົນ​ດຽວ ​ໃນ​ທົ່ວ​ໂລກ ໄດ້ປະ​ເຊີນ​ກັບ​ຂໍ້​ກ່າວ​ຫານີ້.”

ລາຍ​ງານນີ້ ໄດ້​ກ່າວ​ຕື່ມ​ວ່າ “ໃນ​ປີ​ທີ່​ຜ່ານ​ມາ ​ພວກປະ​ເທດ​ທີ່​ກົດ​ຂີ່ສື່ມວນ​ຊົນ ທີ່​ລວມ​ທັງ ​ຣັດ​ເຊຍ ແລະ​ສິງ​ກະ​ໂປ ກໍ​ໄດ້​ຮັບ​ຜ່ານ​ກົດ​ໝາຍ​ຕ່າງໆ ທີ່​ເຮັດ​ໃຫ້​ການ​ຟິມ​ອອກ​ເຜີຍ​ແຜ່ ‘ຂ່າວ​ປອມ’ ໃຫ້​ເປັນ​ໂທດ​ທາງ​ອາ​ຍາ.”

ການ​ສຳ​ຫຼວດ​ຂອງ​ປີນີ້ ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 2015 ທີ່​ວ່າ ເທີ​ກີ ບໍ່​ໄດ້​ຖືກ​ຈັດ​ອັນ​ດັບ ​ໃຫ້​ເປັນ​ປະ​ເທດ​ທີ່​ຄຸມ​ຂັງ​ນັກ​ຂ່າວຫຼາຍ​ທີ່​ສຸດ​ຂອງ​ໂລກ ສ່ວນ​ນຶ່ງ​ກໍ​ຍ້ອນ​ວ່າ ອັງ​ກາ​ຣາ “ຫຼັງ​ຈາກ​ທີ່ໄດ້​ກຳ​ຈັດ​ການ​ລາຍ​ງານ​ທີ່​ເປັນ​ອິດສະຫ​ລະ​ໝົດ​ທັງ​ສິ້ນ​ແລ້ວ ຈຶ່ງ​ໄດ້​ປ່ອຍ​ໂຕ ພວກ​ນັກ​ຂ່າວ​ທັງຫຼາຍ ທີ່​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ ຫຼື ການ​ຂໍ​ອຸ​ທອນຢູ່ນັ້ນ.”

ຈີນ ​ຢູ່​ໃນ​ອັນ​ດັບ​ທີ​ສອງ​ຮອງ​ຈາກ​ເທີ​ກີ ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່ມີສະ​ພາບ​ການຂອງ​ການ​ກົດ​ຂີ່​ສື່ມວນ​ຊົນ​ ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ມາ​ໄດ້ຫຼາຍ​ປີ​ແລ້ວ ໂດຍ​ມີ​ນັກ​ຂ່າວ 47 ຄົນ​ຖືກ​ຂັງ​ຄຸກ ທີ່​ເປັນ​ຈຳ​ນວນ​ອັນ​ດຽວ​ກັນ​ ໃນ​ປີ 2018 ຊຶ່ງ​ໂດຍ​ສ່ວນ​ໃຫຍ່​ແລ້ວ ເປັນ​ຜົນ​ມາ​ຈາກວ່າ ພວກ​ນັກ​ຂ່າວ ພະ​ຍາ​ຍາມ​ຈະ​ບັນ​ທຶກ​ລາຍ​ງານ​ຂອງ​ການກົດ​ຂີ່​ຂົ່ມ​ເຫັງ ຊົນ​ເຜົ່າ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ​ວີ​ເກີ ທີ່​ອາ​ໄສ​ຢູ່ໃນ​ເຂດ​ຊິນ​ຈຽງ ​ເປັນ​ສ່ວນ​ໃຫຍ່​ນັ້ນ​ເອງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG