ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຢູເສດ ຈະຢຸດເຊົາ ການປະຕິບັດງານ ຢູ່ຣັດເຊຍ


ເຄຶ່ອງໝາຍຂອງອົງການພັດທະນາລະຫວ່າງປະເທດສະຫະລັດ ຫຼື ຢູເສດ
ເຄຶ່ອງໝາຍຂອງອົງການພັດທະນາລະຫວ່າງປະເທດສະຫະລັດ ຫຼື ຢູເສດ
ຣັດ​ເຊຍ​ກໍາລັງ​ກ່າວ​ຫາ​ສະຫະລັດວ່າ ​ໃຊ້​ອົງການ​ຊ່ວຍ​ເຫຼືອຂອງ​ຕົນ​ໃນກຸງ Moscow ​ເພື່ອ​ສ້າງ​ອິດ​ທິພົນ​ຕໍ່ການ​ເມືອງຂອງຣັດ​ເຊຍ.

ການ​ກ່າວ​ຫາ​ດັ່ງກ່າວ​ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ວໍ​ຊິງ​ຕັນ​ປະກາດ​ແຜນການ​ຈະ​ຍຸຕິ ການ​ປະຕິບັດ​ງານ​ຂອງ​ອົງການ​ພັດ​ທະ​ນາ​ລະຫວ່າງ​ປະ​ເທດ​ສະຫະລັດ ຫຼື ຢູ​ເສດ​ໃນຣັດ​ເຊຍ ຕາມ​ຄໍາຮ້ອງ​ຂໍ​ຂອງກຸງ Moscow.

​ເມື່ອ​ວັນ​ພຸດ​ມື້​ນີ້ ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ອ້າງ​ເຖິງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ສິ່ງ​ທີ່​ຕົນເວົ້າ​ວ່າ ​ເປັນຄວາມ​ພະຍາຍາມ​ເພື່ອ​ສ້າງ​ອິດ​ທິພົນ ຕໍ່​ການ​ດໍາ​ເນີນ​ການ​ດ້ານ​ການ​ເມືອງ​ຂອງ​ອົງການ​ຢູ​ເສດ​ພາຍ​ໃຕ້​ການ​ແຈກ ຢາຍ​ງົບປະມານ​ຊ່ວຍ​ເຫຼືອລ້າ​ນັ້ນ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ອົງການ​ຢູ​ເສດ​ມີ​ເວລາ​ໄປ​ຈົນ​ເຖິງ ວັນ​ທີ່ 1 ​ເດືອນ​ຕຸລາ​ນີ້ ​ເພື່ອ​ຢຸດ​ກິດຈະ​ກໍາ​ຂອງ​ຕົນລົງ.

ອົງການ​ຢູ​ເສດ ​ໄດ້​ເຂົ້າ​ໄປ​ປະຕິບັດ​ງານ​ໃນຣັດ​ເຊຍ​ນັ ບ​ຕັ້ງ​ແຕ່​ການ​ພັງ​ທະ ລາ​ຍລົງ​ຂອງ​ສະຫະພາບ​ໂຊ​ວຽດ​ເມື່ອ 20 ປີຜ່ານມາ ​ໃນ​ພາລະກິດ ​ເພື່ອ ປາບ​ປາມ​ໂຣກ​ເອດ​ສ໌ ​ແລະ​ໂຣກປອດ​ແຫ້ງ ຊ່ວຍ​ພວກ​ທີ່​ເສຍ​ອົງຄະ ພິທັກປົກ​ປ້ອງ​ສັດ​ແລະ​ພືດ​ປ່າ ​ແລະ​ປາບປາມ​ການ​ລັກລອບ​ຄ້າ​ມະນຸດ ນອກ​ນີ້ ອົງການ​ຢູ​ເສດ ​ຍັງ​ຊຸກຍູ້​ສົ່ງ​ເສີມປະຊາທິປະ​ໄຕ ການ​ເຄົາ​ລົບ​ນັບຖື​ສິດທິ​ມະນຸດ ​ແລະ​ສັງຄົມ​ພົນລະ​ເຮືອນ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງຄານວານ​ນີ້ວ່າ ຣັດ​ເຊຍ​ໄດ້​ແຈ້ງ​ມາ​ທາງ​ຈົດ ໝາຍ​ໃນ​ສັບປະດາ​ແລ້ວນີ້ວ່າ ຕົນ​ບໍ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອຈາກ​ສະຫະ ລັດ​ອີກ​ຕໍ່​ໄປ​ແລ້ວ.

ທ່ານ​ນາງ Nuland ບໍ່​ໄດ້​ຕຳ​ໜິຕິຕຽນ​ການ​ເຄື່ອນ​ໄຫວ​ຂອງ​ວັງ​ເຄຣັມລິນ ​ແຕ່​ກໍ​ກ່າວ​ວ່າ ສະຫະລັດ​ຫວັງ​ວ່າ ຣັດ​ເຊຍ​ຈະ​ເຂົ້າຮັບ​ເອົາ​ຄວາມ​ຮັບຜິດ ຊອບ​ຢ່າງ​ເຕັມທີ່ ​ເພື່ອ​ສືບ​ຕໍ່​ການ​ປະຕິບັດ​ງານ​ເຫຼົ່ານີ້.
XS
SM
MD
LG