ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​2 ຄົນ ບາດເຈັບ ໃນການໂຈມຕີ ຄ້າຍພວກປະທ້ວງ ຢູ່ ບາງກອກ (ສະ​ໄລ​ດ໌/ວີດີໂອ)


​ແມ່ຍິງ​ຜູ້​ນຶ່ງ​ຖ່າຍຮູບ​ຕົວ​ເອງ​ຕໍ່​ໜ້າ ປ້າຍ​ຮູບ​ກາ​ຕູນ​ລໍ້​ລຽນທ່ານ​ນາງ​ຍິ່ງ​ລັກ.
​ແມ່ຍິງ​ຜູ້​ນຶ່ງ​ຖ່າຍຮູບ​ຕົວ​ເອງ​ຕໍ່​ໜ້າ ປ້າຍ​ຮູບ​ກາ​ຕູນ​ລໍ້​ລຽນທ່ານ​ນາງ​ຍິ່ງ​ລັກ.
ຊາວ​ໄທ 2 ຄົນໄດ້ຮັບ​ບາດ​ເຈັບ ​ໃນ​ການ​ໂຈມຕີ​ຄ້າຍ​ພວກ
​ປະ​ທ້ວງໃນ​ວັນ​ອັງຄານ​ມື້​ນີ້ຢູ່ໃນເມືອງຫຼວງ​ຂອງ​ໄທຊຶ່ງໄດ້
ມີ​ຄວາມ​ຮຸນ​ແຮງ​ເພີ້ມຂຶ້ນ ​ທ່າມກາງ ​ການ​ປະ​ເຊີນ​ໜ້າ​ກັນ
​ທາງ​ການ​ເມືອງ​ທີ່ແກ່ຍາວມານັ້ນ.

​ເຈົ້າ​ໜ້າ​ທີ່​ໄທ ກ່າວ​ວ່າ ມີສຽງ​ປືນ​ດັງຂຶ້ນ​ໃນ​ຕອນເຊົ້າມື້ນີ້
​ໃກ້ໆ​ກັບ​ຄ້າຍ​ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ໃນ​ເຂດ​
ຊານ​ເມືອງແຖວສວນລຸມພິນີນັ້ນ. ເຈົ້າ​ໜ້າ​ບໍ່ຊາບວ່າ​ແມ່ນ
ຝ່າຍ​ໃດ ​ເປັນ​ຜູ້​ຮັບຜິດຊອບ.

ເຈົ້າໜ້າທີ່ກ່າວອີກ​ວ່າ ​ນອກນັ້ນຍັງມີ​ການ​ຍິງ​ປືນໃສ່​ຄ້າຍ
ພວກ​ປະ​ທ້ວງ ​ໃນ​ເຂດ​ສູນ​ການ​ຄ້າ​ລາຄາ​ແພງນຳ​ດ້ວຍ.



ຄວາມ​ຮຸນ​ແຮງ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ທີ່​ໄດ້​ມີ​ການວາງ​ລະ​ເບີດ​ແລະ​ຍິງ​ປືນ​ໃສ່ພວກ​ປະ​ທ້ວງ
​ຕໍ່ຕ້ານ​ລັດຖະບານ​ ເປັນລຳດັບມາ ທີ່​ໄດ້​ສັງຫານ 4 ຄົນ​ ຊຶ່ງ​ຮວມທັງພວກ​ເດັກນ້ອຍ 3
ຄົນ ​ແລະ​ມີ​ອີກຫຼາຍ​ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ ໃນ​ວັນ​ເສົາ​ແລະ​ອາທິດ​ຜ່ານ​ມາ​ນີ້.

ມີ​ຢ່າ​ງນ້ອຍ 20 ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ເດືອນ​ພະຈິກ​ເປັນ​ຕົ້ນ​ມາ ຊຶ່ງ​ເປັນ​ວິ​ກິດ​ການ
​ທາງ​ການ​ເມືອງ​ທີ່ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່ ປີ 2010 ເປັນຕົ້ນມາ ​ທ່າມກາງ​ການດຳ
ເນີນຄວາມ​ພະຍາຍາມ​ຂອງພວກຝ່າຍຄ້ານ ເພື່ອໂຄ່ນ​ລົ້ມ​ນາຍົກລັດຖະມົນຕີຍິ່ງ​ລັກ
ຊິນນະ​ວັດ.

ມີບາງຄົນ​ຢ້ານ​ກົວ​ວ່າ ຄວາມວຸ້ນວາຍດັ່ງກ່າວ​ນີ້ຈະ​ຮຸນແຮງຂຶ້ນຕື່ມຖ້າ​ຫາກ​ວ່າ​ພວກ
​ເສື້ອ​ແດງ ທີ່ສະໜັບສະໜູນທ່ານ​ນາງຍິ່ງ​ລັກ ລົ​ງສູ່​ຖະໜົນ​ຫົນທາງ ຕາມ​ທີ່​ພວກ​ເຂົາ​
ເຈົ້າ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໄວ້​ ​ເພື່ອ​ປົກ​ປ້ອງ​ລັດຖະບານນັ້ນ.


Thailand
please wait
Embed

No media source currently available

0:00 0:02:48 0:00
XS
SM
MD
LG