ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ 20 ກວ່າຄົນ ເສຍຊີວິດ ໃນຄວາມວຸ້ນວາຍ ຢູ່ອີຣັກ (ວີດີໂອ)


IRAQ VIOLENCE VO
please wait
Embed

No media source currently available

0:00 0:00:34 0:00

ເບິ່ງວີດີໂອ ເລື້ອງນີ້

ຄວາມ​ຮຸນ​ແຮງ​ໃນ​ອີຣັກ​ໄດ້​ສັງຫານ​ປະຊາຊົນ​ ຫຼາຍ​ກວ່າ
20 ຄົນ​ໃນ​ວັນ​ເສົາ​ວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ
ວຸ້ນວາຍ​ທີ່​ເພີ່ມທະວີ​ຂຶ້ນ ທີ່​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຢ້ານ​ກົວ
ກັນ​ວ່າ ​ປະ​ເທດ​ອາດ​ຈະ​ກຳລັງ​ກັບ​ຄືນ​ສູ່ສະພາບທີ່​ມີ​ການ​ຂັດ​
ແຍ້​ງກັນ​ຢ່າງ​ກວ້າງຂວາງ​ນັ້ນ.

ການ​ໂຈມ​ຕີ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ​ຫຼາຍ​ທີ່​ສຸດ ​ເກີດ​ຂຶ້ນ​ໃນ​ເມືອງ
Dujail ​ທາງ​ທິດເໜືອ​ຂອງແບກ​ແດດ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່
​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ໜ້ອຍ 6 ຄົນ​ໄດ້​ເສຍ​ຊີວິດ​ໄປ​ເວລາ​
ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນນຶ່ງ ​ຂັບ​ລົດ​ທີ່​ບັນຈຸ​ວັດຖຸ​ລະ​ເບີດ
​ແລ່ນເຂົ້າ​ໄປ​ຕຳ​ດ່ານ​ກວດກາແຫ່ງ​ນຶ່ງ​ຂອງ​ກອງທັບ​. ຢ່າງ​ໜ້ອຍ 15 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຢູ່​ທາງ​ທິດ​ເໜືອ​ຂອງແບກ​ແດດ​ເຊັ່ນ​ກັນ ລະ​ເບີດ​ລູກ​ນຶ່ງ​ທີ່​ແຕກ​ຂຶ້ນ​ໃນ​ເມືອງTarmiyah
​ໄດ້​ສັງຫານ​ ຢ່າງ​ໜ້ອຍ 4 ຄົນ ​ແລະ​ການວາງ​ລະ​ເບີດອີກ​ລູກ​ນຶ່ງ​ໃນ​ເມືອງ Dawr ​ໄດ້​ສັງ
ຫານ​ພວກ​ທະຫານ​ບ້ານ​ນິກາຍ​ຊຸນ​ນີ ທີ່ຕໍ່ຕ້ານ​ເຄືອ​ຂ່າຍ al-Qaida 3 ຄົນ.

ການ​ບາດ​ເຈັບ​ແລະ​ສູນເສຍ​ຊີວິດເຫລົ່າ​ນີ້ ມີ​ຂຶ້ນ​ນຶ່ງ​ມື້ ຫຼັງຈາກ​ກຳລັງ ​ຂອງ​ລັດຖະບານ​ອີຣັກ ​ເປີດສາກເລີ້​ມອອກ​ປະຕິບັດ​ງານ​ຍຶດ​ເອົາ​ຂົງ​ເຂດ​ຕ່າງໆ​ຄືນ ​ຢູ່​ໃກ້ໆ​ກັບ​ເມືອງ Fallujah ຊຶ່ງ​
ເປັນ​ເມືອງ​ທີ່​ຕັ້ງ​ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ນະຄອນຫລວງ​ແບກ​ແດດ​ໃນ​ແຂວງ Anbar.
ຫຼາຍໆ​ເຂດ​ຂອງ​ເມືອງ​ດັ່ງກ່າວ​ ໄດ້​ຖືກ​ຄອບ​ຄອງ​ ໂດຍພວກ​ນັກ​ຕໍ່ສູ້ທີ່​ເຊື່ອມ​ໂຍງ​ກັບເຄືອ​
ຂ່າຍ​ al-Qaidaມາ​ໄດ້​ດົນ​ກວ່າ 4 ​ເດືອນແລ້ວ​.

​ແຫຼ່ງຂ່າວ​ດ້ານ​ການແພດ ກ່າວ​ວ່າ ຢ່ງໜ້ອຍ​ປະຊາຊົນ 11 ຄົນ​ໄດ້​ເສຍ​ຊີວິດ ​ແລະ 20 ຄົນ​
ໄດ້​ຮັບ​ບາດ​ເຈັບ ໃນ​ການ​ລະດົມ​ຍິງ​ປືນ​ໃສ່​ເຂດ​ອ້ອມ​ແອ້ມ​ ເມືອງ Fallujah ນັ້ນ.

ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທີ່​ມີ​ສ່ວນ​ພົວພັນ​ກັບ​ກຸ່ມ​ຫົວນິຍົມ​ຈັດ​ຕັ້ງ​ລັດ​ອິສລາມ​ອີຣັກແລະ​ກຸ່ມ Levant ທີ່​ເອີ້ນ​ກັນ​ວ່າ ISIL ທີ່​ມີ​ສ່ວນ​ພົວພັນ​ກັບ​ເຄືອ​ຂ່າຍ al-Qaida ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ກຳລັງ​ຂອງ​ຝ່າຍລັດຖະບານ ເພື່ອ​ຄວບ​ຄຸມ​ເມືອງ Fallujah ນັ້ນ.
XS
SM
MD
LG