ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ ແລະຜູ້​ຕ້ອງ​ຫາທີ່ຖືກຄຸມ​ຂັງ ຍ້ອນ​ຄວາມ​ຜິດ​ກ່ຽວ​ກັບການຄ້າຢາເສບຕິດ ກວມເອົາຫຼາຍກວ່າ 90 ເປີ​ເຊັນ ຂອງຈຳ​ນວນ ນັກໂທດໃນລາວ


ພວກແກັ່ງອາຊະຍາກອນ ທີ່ຖືກທາງການຈັບໄດ້ ລໍຖ້າການດຳເນີນຄະດີ ບາງສ່ວນເປັນຊາວຕ່າງຊາດຈາກຈີນ ຫວຽດນາມ ແລະໄທ
ພວກແກັ່ງອາຊະຍາກອນ ທີ່ຖືກທາງການຈັບໄດ້ ລໍຖ້າການດຳເນີນຄະດີ ບາງສ່ວນເປັນຊາວຕ່າງຊາດຈາກຈີນ ຫວຽດນາມ ແລະໄທ

ນັກໂທດ ແລະຜູ້​ຕ້ອງ​ຫາທີ່ຖືກຄຸມ​ຂັງດ້ວຍ​ຄວາມ​ຜິດ​ກ່ຽວ​ກັບການຄ້າຢາເສບຕິດ ໃນລາວ ກວມເອົາຫຼາຍກວ່າ 90 ເປີ​ເຊັນຂອງຈຳ​ນວນນັກໂທດ ແລະ ຜູ້​ຕ້ອງ​ຫາ ທັງໝົດ ເຊິ່ງມີຫຼາຍກວ່າ 40,000 ຄົນໃນທົ່ວປະເທດ, ຊົງ​ຣິດ ໂພນ​ເງິນ ​ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່ປະສານງານຕ່າງປະເທດດ້ານ​ການ​ປາບ​ປາມການຄ້າຢາເສບຕິດຂອງ ລາວເປີດເຜີຍວ່າ ການແລກປ່ຽນຂໍ້ມູນ-ຂ່າວສານດ້ານຢາເສບຕິດ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຕິດກັນນັ້ນ ກໍ​ຄືວຽກງານ ສໍາຄັນທີ່ສຸດ ທີ່ຈະຕ້ອງໄດ້ເລັ່ງເສີມຂະຫຍາຍການຮ່ວມມືຢ່າງໃກ້ຊິດໃຫ້​ໄດ້ຢ່າງ ແທ້ຈິງ ເພາະວ່າ ຂະ​ບວນການຄ້າຢາເສບຕິດຂ້າມຊາດໄດ້ນໍາໃຊ້ຊາຍແດນ​ລະ​ຫວ່າງ​ປະ​ເທດເປັນຊ່ອງທາງໃນການລັກລອບຂົນສົ່ງຢາເສບຕິດເພີ້ມຂຶ້ນນັບ​ມື້ ໂດຍສະເພາະແມ່ນເຂດແຂວງພາກເໜືອຂອງລາວ ທີ່ມີຊາຍແດນຕິດກັບມຽນມາ, ຈີນ, ຫວຽດນາມ ແລະໄທນັ້ນ ກໍ​ຄື​ເຂດທີ່ມີການລັກລອບຂົນສົ່ງຢາເສບຕິດ ຜ່ານ ລາວ ໄປຕ່າງປະເທດຫຼາຍທີ່ສຸດ ດັ່ງເຈົ້າໜ້າທີ່ປະ​ສານງານຂອງລາວໄດ້ຍົກເຖິງກໍ​ລະ​ນີບັນຫາທີ່ເກີດຂຶ້ນຢູ່​ຕະ​ຫລອດຊາຍແດນແຂວງຜົ້ງສາລີທີ່ເຊື່ອມຕໍ່ກັບຈີນ ແລະຫວຽດນາມວ່າ:

“ໂດຍສະເພາະກໍ​ແມ່ນ​ຢູ່​ໃນແຂວງຜົ້ງສາລີແມ່ນ​ຢາກ​ໃຫ້ແກ້ໄຂບັນ​ດາ​ປ່ອງ​ຂ້າມລອຍ ທີ່ຄົນບໍ່ດີເຄື່ອນໄຫວພົວພັນຄ້າຂາຍຢາເສບຕິດ ຢູ່​ແຂວງ​ຜົ້ງ​ສາລີມີ​ປ່ອງ​ຂ້າມ​ລອຍ​ຢູ່​ຕາມ​ຊາຍ​ແດນລວມ​ທັງ​ໝົດ 91 ປ່ອງຂ້າມ​ລອຍ ​ຢູ່ໃນ​ນັ້ນ​ຕິດ​ກັບ ເບື້ອງ​ຊາຍ​ແດນ​ລາວ-ຈີນນີ້ 32 ປ່ອງຂ້າມ​ລອຍ ແລະ​ເບື້ອງ​ຊາຍ​ແດນ​ຫວຽດ ນາມມີ 59 ປ່ອງ. ສະ​ນັ້ນ ຂໍ​ໃຫ້​ລັດ​ຖະ​ບານ​ໜິ ຖື​ວ່າປະ​ສານ​ສົມ​ທົບກັບ​ເບື້ອງ​ຫວຽດ​ນາມ ເບື້ອງ​ຈີນ ​ເພາະວ່າ​ຢູ່ນີ້ ແມ່ນ​ບ່ອນ​ສວຍ​ໃຊ້ຊ່ອງ​ຫວ່າງການ​ລັກ​ລອບ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ຫລື​ວ່າ​ການ​ຄ້າ​ຂາຍ ການ​ລຳ​ລຽງຂົນສົ່ງຢາເສບຕິດ ກໍ​ແມ່ນຢູ່ໃນບັນດາປ່​ອງ​ຂ້າມລອຍດັ່ງ​ກ່າວນີ້."

ໂດຍໃນໄລຍະ 2 ປີ​ຜ່ານ​ມາ​ ທາງການລາວ ສາມາດຈັບກຸມນັກຄ້າຢາເສບຕິດ ໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ, ມຽນມາ, ຫວຽດນາມ ແລະໄທ 2,083 ຄົນ ຊຶ່ງ​ເມື່ອ​ລ​ວມ​ກັບນັກ​ໂທດທີ່​ສານ​ປະ​ຊາ​ຊົນ​ລາວ​ໄດ້​ຕັດ​ສິນ​ລົງ​ໂທດ​ແລ້ວ​ຫລາຍກວ່າ 20,000 ​ຄົນ ທັງ​ຍັງ​ມີ​ຜູ້​ຕ້ອງ​ຫາ​ທີ່​ກະ​ທຳ​ຜິດ​ທາງ​ອາ​ຍາ ແລະ​ຖືກ​ຂັງ​ກ່ອນ​ໜ້ານີ້​ອີກ ​ເກີນກວ່າ 7,800 ຄົນ ຈຶ່ງ​ເຮັດ​ໃຫ້​ມີ​ນັກ​ໂທດ ແລະ​ຜູ້​ຕ້ອງ​ຫາ​ທີ່​ຖືກ​ຄຸມ​ຂັງ​ໃນ​ທົ່ວ​ປະ​ເທດ​ລາວ ເກີນກວ່າ 40,000 ຄົນໃນ​ນີ້ ເກີນ 90 ເປີ​ເຊັນ ກໍ​ຄືນັກ​ໂທດ ແລະ​ຜູ້​ຕ້ອງ​ຫາ​ທີ່​ກະ​ທຳ​ຜິດ​ກ່ຽວ​ກັບຢາ​ເສບ​ຕິດລວມ​ທັງ​ນັກໂທ​ດ​ປະ​ຫານ​ຊີ​ວິດ​ 600 ກວ່າຄົນອີກ​ດ້ວຍ ດັ່ງທີ່ ພົນເອກວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນຄວາມສະຫງົບ ໃຫ້ການຢືນຢັນ ວ່າ:

“ໂທດປະຫານຊີວິດນີ້ກະບໍ່ຫຼາຍປານໃດ ປະມານ 500-600 ຄົນ ແຕ່ວ່າ ຈັກສິ ເອົາມື້ໃດປະຫານ ແລະຈະປະຫານດ້ວຍວິທີໃດ ສິສີດຢາ-ສັກຢາບໍ ຄັນເຮັດໂຕນີ້ໄປ ຜັດສາກົນປະທ້ວງເດ້ ດຽວນີ້ຈຳ​ເປັນ​ ດຽວນີ້ໄດ້​ອະ​ໄພ​ໂທດ​ພວກ​ທີ່ບໍ່​ເປັນ​ຫົວ​ໂປ່ ໂຕ​ການ ຜູ້​ທີ່​ຂົນ​ສົ່ງ ຫລື​ວ່າ​ນຳ​ໃຊ້​ຊື່ໆ​ໜີ້ ກະ​ຈຳ​ເປັນ ໄດ້​ອະ​ໄພ​ໂທດ ຄັນ​ບໍ່​ອະ​ໄພ​ໂທດ​ພວກນີ້ ຈັກ​ຊິ​ອະ​ໄພ​ໂທດ​ພວກ​ໃດ ທີ່​ຢູ່​ໃນ​ຄຸກ​ຫັ້ນ 90 ກວ່າເປີ​ເຊັນ​ນີ້ ແມ່ນ​ຢາ​ເສບ​ຕິດ ຈັ່ງ​ຊັ້ນຢູ່ໃນກົດໝາຍເພິ່ນ​ວ່າ ຜູ້​ໃດ​ປະ​ຕິ​ບັດ​ດີ ແລ້ວ​ກໍ​ອະ​ໄພ​ໂທດ​ມັນ​ກໍ​ຫລຸດ​ລົງ​ມາ ຕະ​ຫລອດ​ຊີ​ວິດ ກະ​ມາ​ອັ່ງ​ຢູ່​ຫັ້ນ​ຄື​ເກົ່າ.”

ທັງ​ນີ້ ຄ້າຍຄຸມຂັງ ແລະດັດສ້າງໃນທົ່ວປະເທດລາວ ມີນັກໂທດທັງໝົດຫຼາຍກວ່າ 20,000 ຄົນ, ໃນນີ້ ເປັນນັກໂທດປະຫານຊີວິດ 603 ຄົນ, ແລະນັກໂທດທີ່ຖືກຕັດສິນໃຫ້ຂັງຄຸກຕະຫຼອດຊີວິດ 996 ຄົນ.

ສ່ວນຢາເສບຕິດ ແລະສານເຄມີທີ່​ຕຳ​ຫລວດລາວຢຶດໄດ້ຈາກການຈັບກຸມໃນປີ 2021-2022 ມີນໍ້າໜັກລວມເກີນກວ່າ 80 ໂຕນ, ເປັນຕົ້ນແມ່ນຢາບ້າທີ່ຢຶດໄດ້ ເກີນກວ່າ 285 ລ້ານເມັດ, ຜົງຢາບ້າກວ່າ 59 ກິໂລກຣາມ, ຢາໄອຊ໌ ກວ່າ 7,193 ກິໂລກຣາມ, ເຮໂຣອິນກວ່າ 507 ກິໂລກຣາມ, ກັນຊາແຫ້ງກວ່າ 20 ໂຕນ, ຝິ່ນກວ່າ 380 ກິໂລກຣາມ, ເຄຕາມີນກວ່າ 2.5 ໂຕນ, ຢາອີກວ່າ 20 ກິໂລກຣາມ, ຄາເຟອິນກວ່າ 168 ກິໂລກຣາມ, ໂຄເຄນກວ່າ 3 ກິໂລກຣາມ, ສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດກວ່າ 51 ໂຕນ, ພ້ອມດ້ວຍອາວຸດປືນ-ຍານພາຫະນະ ແລະອຸປະກອນສື່ສານທີ່ທັນສະໄໝອີກຫຼາຍກວ່າ 3 ໝື່ນລາຍການ.

ຍິ່ງໄປກວ່ານັ້ນ, ການກະທໍາຜິດກ່ຽວກັບຢາເສບຕິດ ຍັງຖືເປັນຄະດີຄວາມທາງອາ ຍາ ທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນລາວຫຼາຍທີ່ສຸດອີກດ້ວຍ ເຖິງແມ່ນວ່າ ຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງຮຸນແຮງກໍຕາມ, ແຕ່ບໍ່ໄດ້ເຮັດ ໃຫ້ການລັກລອບຂົນສົ່ງ ແລະການຄ້າຂາຍຢາເສບຕິດຫຼຸດລົງແຕ່ຢ່າງໃດ, ກົງກັນ ຂ້າມ ຍັງປາກົດວ່າ ມີການລັກລອບຢ່າງເປັນຂະບວນການທີ່ມີລັກສະນະຂ້າມຊາດ ແລະມີເຄືອຂ່າຍຢ່າງກວ້າງຂວາງທັງໃນລາວ ແລະຕ່າງປະເທດ.

XS
SM
MD
LG