ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຊອກຄົ້ນຫາ 91 ຄົນທີ່ສູນຫາຍ ຍ້ອນເຫດ ດິນເຈື່ອນ


ນັກກູ້ໄພ ຊອກຫາຜູ້ລອດຊີວິດ ຫຼັງຈາກດິນເຈື່ອນທີ່ເຂດອຸດສາຫະກຳໃນເມືອງ ເສິນເຈິ່ນ, ພາກໃຕ້ແຂວງ Guangdong ຂອງ ຈີນ. 20 ທັນວາ, 2015.
ນັກກູ້ໄພ ຊອກຫາຜູ້ລອດຊີວິດ ຫຼັງຈາກດິນເຈື່ອນທີ່ເຂດອຸດສາຫະກຳໃນເມືອງ ເສິນເຈິ່ນ, ພາກໃຕ້ແຂວງ Guangdong ຂອງ ຈີນ. 20 ທັນວາ, 2015.

ເຈົ້າໜ້າທີ່ຈີນ ກ່າວວ່າ ປັດຈຸບັນນີ້ ມີ 91 ຄົນ ຍັງຫາຍສາບສູນຢູ່ ຫຼັງຈາກເກີດດິນເຈື່ອນລົງມາຖົມ ເຂດອຸດສາຫະກຳແຫ່ງໜຶ່ງຢ່າງ ກວ້າງຂວາງ ໃນເມືອງ Shenzhen ຂອງແຂວງ Guangdong ຢູ່ທາງພາກໃຕ້ຂອງປະເທດ ໃນວັນອາທິດວານນີ້.

ບັນດາຜູ້ເຫັນເຫດການ ກ່າວວ່າ “ຄື້ນຟອງອັນໃຫຍ່ໂຕ” ຂອງດິິນ ຕົມໄດ້ໄຫລລົງມາ ໃສ່ເຂດອຸດສາຫະກຳ ທີ່ທຳລາຍ ຫຼື ເຮັດໃຫ້ເສຍ ຫາຍ ອາຄານ 33 ຫຼັງທີ່ປະ ກອບດ້ວຍໂຮງງານ 14 ແຫ່ງ ໂຮງການ 2 ຫຼັງ ແລະ ທີ່ພັກອາໄສ 3 ຫຼັງ. ພະນັກ ງານກູ້ໄພສຸກເສີນຫຼາຍ ກວ່າ 1,500 ຄົນ ແມ່ນໄດ້ມີສ່ວນຮ່ວມໃນການຊອກຫາ ແລະ ຄວາມພະຍາຍາມໃນການຊ່ອຍເຫຼືອກູ້ໄພ ດ້ວຍການທຳງານຢູ່ໃນ ເຂດທີ່ ປົກຄຸມໄປດ້ວຍຊິ້ນສ່ວນຂອງຊາກຫັກພັງຕ່າງໆນາໆ ທີ່ກະຈາຍໄປທົ່ວເນື້ອທີ່ຫຼາຍ ກວ່າ 50,000 ແມັດມົນທົນ.

ເມືອງ ເສິນເຈິ່ນ. ຈີນ
ເມືອງ ເສິນເຈິ່ນ. ຈີນ

ຖະແຫລງການສະບັບໜຶ່ງຂອງກະຊວງຊັບພະຍາກອນ ແລະ ທີ່ດິນ ກ່າວວ່າ ສິ່ງເສດເຫຼືອຂອງ ເຄື່ອງກໍ່ສ້າງສູງທໍ່ພູເຂົາປົນໄປດ້ວຍຕົມສູງເຖິງ 100 ແມັດ ທີ່ຖືກເກັບມ້ຽນໄວ້ ຢູ່ໃນບໍ່ຫິນເກົ່າ ແຫ່ງໜຶ່ງ ໄດ້ພັງທະລາຍໄຫລອອກມາ ຫຼັງຈາກພາຍຸຝົນຕົກໜັກ ຢູ່ໃນຂົງເຂດດັ່ງກ່າວ. ເຫດ ການດິນເຈື່ອນ ຍັງໄດ້ເປັນຜົນເຮັດໃຫ້ທໍ່ແກັສທຳມະຊາດທີ່ບໍລິສັດ PetroChina ຜູ້ຜະລິດ ນຳ້ມັນ ແລະ ແກັສລາຍໃຫຍ່ຂອງປະເທດ ເປັນເຈົ້າຂອງນັ້ນ ລະເບີດຂຶ້ນ.

ອົງການຂ່າວ Xinhua ຂອງທາງການ ກ່າວວ່າ ພວກທີ່ຫາຍສາບສູນ ລວມມີ ຜູ້ຊາຍ 59 ຄົນ ຜູ້ຍິງ 32 ຄົນ. ປະມານ 900 ຄົນ ໄດ້ຖືກຍົກຍ້າຍອອກຈາກສະຖານທີ່ ກ່ອນໜ້າເກີດດິນ ເຈື່ອນ.

ຈີນໄດ້ປະສົບກັບໄພພິບັດ ດ້ານອຸດສາຫະກຳ ເພີ້ມຂຶ້ນ ຊຶ່ງຖືກກ່າວຫາວ່າເປັນຍ້ອນມາດຕະ ຖານຄວາມປອດໄພ ທີ່ບໍ່ດີ ການກວດກາທີ່ຂີ້ຮ້າຍ ແລະ ການສໍ້ຫຼາດບັງຫຼວງ. ເກືອບ 160 ຄົນ ໄດ້ເສຍຊີວິດ ຫຼັງຈາກສາງເກັບສານເຄມີ ແຫ່ງໜຶ່ງລະເບີດຂຶ້ນ ໃນເມືອງທ່າ Tianjin ຢູ່ທາງ ພາກເໜືອເມື່ອເດືອນສິງຫາຜ່ານມາ. ບັນດາເຈົ້າໜ້າທີ່ໄດ້ຈັບກຸມ ພະນັກງານ 12 ຄົນຂອງບໍລິ ສັດ ແລະ ເຈົ້າໜ້າທີ່ລັດຖະບານ 11 ຄົນ ຜູ້ທີ່ມີສ່ວນກ່ຽວຂ້ອງກັບໄພພິບັດຄັ້ງນັ້ນ.

China Landslide
please wait
Embed

No media source currently available

0:00 0:02:05 0:00

Chinese authorities now say 91 people are now missing after a massive landslide that buried an industrial park in the southern city of Shenzhen in Guangdong Sunday.

Witnesses say "huge waves" of mud swept over the industrial park, leaving 33 building destroyed or damaged, including 14 factories, two office buildings, and three dormitories.More than 1,500 emergency workers are involved in the search and rescue efforts, working in a debris field covering over 50,000 square meters.

A statement by the Ministry of Land and Resources said a 100-meter tall mountain of construction waste and dirt stored at an old quarry site broke loose after a heavy rainstorm in the region.The landslide also triggered an explosion at a nearby natural gas pipeline owned by PetroChina, the country's top oil and gas producer.

China's official Xinhua news agency says the missing include 59 men and 32 women.About 900 people were evacuated from the site before the landslide struck.

China has been plagued by an increasing number of industrial accidents, which have been blamed on lax safety standards, poor oversight and corruption.Nearly 160 people were killed afterseveral explosions at a chemical storage facility in the northern port city of Tianjin back in August.Authorities arrested 12 company employees and 11 government officials in connection with the disaster.

XS
SM
MD
LG