ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

80 ກວ່າຄົນ ຖືກສັງຫານ ໃນການໂຈມຕີ ຢູ່ພາກພື້ນດາຟົວ ຕາເວັນຕົກ ຂອງຊູດານ


ແຜນທີ່ທີ່ສະແດງໃຫ້ເຫັນເຂດພາກພື້ນດາຟົວຕາເວັນຕົກຂອງຊູດານ
ແຜນທີ່ທີ່ສະແດງໃຫ້ເຫັນເຂດພາກພື້ນດາຟົວຕາເວັນຕົກຂອງຊູດານ

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ ແອນໂຕນີໂອ ກູແຕເຣສ (Antonio Guterres) ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ປົກປ້ອງພົນລະເມືອງໃນພາກພື້ນດາຟົວ (Darfur) ຕາເວັນຕົກຂອງຊູດານ ຫຼັງຈາກຜູ້ປະກອບອາວຸດທີ່ບໍ່ຮູ້ວ່າແມ່ນໃຜໄດ້ສັງຫານ 80 ກວ່າຄົນແລະເຮັດໃຫ້ຄົນໄດ້ຮັບບາດເຈັບອີກຢ່າງໜ້ອຍ 160 ຄົນຢູ່ສູນອົບພະຍົບ ຄຣິນດິງ (Krinding) ແລະໃນບ່ອນອື່ນໆຢູ່ເມືອງ ເຈເນນາ (Genena), ເມືອງເອກຂອງພາກພື້ນດາຟົວ (Darfur) ຕາເວັນຕົກ ຊຶ່ງເຮັດໃຫ້ຜູ້ປົກຄອງລັດປະກາດພາວະສຸກເສີນ.

ຜູ້ປົກຄອງພາກພື້ນດັ່ງກ່າວ, ທ່ານໂມຮໍາເມັດ ອາບດາລາ ອາລ ດູມາ (Mohamed Abdallah Al Douma) ໄດ້ປະກາດພາວະສຸກເສີນ ສຳລັບເມືອງຈີເນນາ (Genena) ແລະຍັງໄດ້ສົ່ງກຳລັງຫລາຍຮ້ອຍຄົນໄປປະຈໍາຢູ່ທົ່ວພາກພື້ນເພື່ອຮັກສາຄວາມປອດໄພຄືນອີກ.

ຖະແຫຼງການທີ່ເຜີຍແຜ່ອອກມາໂດຍໂຄສົກຂອງທ່ານ ກູແຕເຣສ (Guterres) ກ່າວວ່າ ຫົວໜ້າອົງການຂອງໂລກ “ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງນໍາຄອບຄົວຂອງຜູ້ທີ່ເສຍຊີວິດໄປ ແລະຂໍອວຍພອນໃຫ້ຜູ້ທີ່ໄດ້ຮັບບາດເຈັບຫາຍໄວໆ.”

ທ່ານ ດູມາ ກ່າວວ່າ ບັນຫາດັ່ງກ່າວໄດ້ເລີ້ມຂຶ້ນໃນວັນສຸກຜ່ານມາ ເມື່ອສະມາຊິກຂອງຊົນເຜົ່າ ມາຊາລິດ (Masalit) ໄດ້ສັງຫານສະມາຊິກຄົນນຶ່ງຂອງຊົນເຜົ່າອາຣັບ ໃນການຂັດແຍ່ງເລື້ອງສ່ວນຕົວ. ທ່ານກ່າວຕໍ່ໄປວ່າຜູ້ສັງຫານໄດ້ຖືກຈັບກຸມ ແລະອົງການໄອຍະການປະຊາຊົນຂອງພາກພື້ນດັ່ງກ່າວກໍໄດ້ເປີດການສືບສວນກ່ຽວກັບສິ່ງທີ່ເກີດຂຶ້ນນັ້ນແລ້ວ.

ທ່ານກ່າວອີກວ່າໃນຕອນເຊົ້າຂອງວັນເສົາຜ່ານມາ ຜູ້ປະກອບອາວຸດຈາກພາກສ່ວນຕ່າງໆຂອງພາກພື້ນ ດາຟົວໄດ້ວາງແຜນ ແລະເລີ້ມຕົ້ນສິ່ງທີ່ປາກົດວ່າເປັນການໂຈມຕີເພື່ອແກ້ແຄ້ນຄືນ.

"ແລະຂ້າພະເຈົ້າບໍ່ເຫັນວ່າ ມັນມີເຫດຜົນຫຍັງທີ່ທໍການຈະໂຈມຕີສູນດັ່ງກ່າວນັ້ນ ເພາະວ່າ - ຂ້າພະເຈົ້າບໍ່ຮູ້ວ່າຜູ້ສັງຫານແມ່ນມາຈາກສູນແຫ່ງນີ້ຫຼືບໍ່, ແຕ່ເຖິງແມ່ນວ່າລາວຈະມາຈາກສູນນີ້ກໍຕາມ, ມັນແມ່ນການກະທຳຂອງບຸກຄົນ", ນັ້ນຄືຄໍາເວົ້າຂອງທ່ານ ດູມາ ທີ່ກ່າວຕໍ່ອົງການຂ່າວ South Sudan in Focus. ທ່ານກ່າວຕໍ່ໄປວ່າ “ແຕ່ພວກເຂົາເຈົ້າໄດ້ຈູດເຜົາບ້ານເຮືອນຫລາຍກ່ວານຶ່ງສ່ວນສາມຂອງສູນດັ່ງກ່າວ ແລະຂ້າປະຊາຊົນຈຳນວນນຶ່ງທີ່ພວກເຮົາຍັງກໍາລັງນັບຢູ່."

ຊາວອົບພະຍົບພາຍໃນປະເທດຫລາຍພັນຄົນໄດ້ຫລົບໜີອອກຈາກສູນອົບພະຍົບດັ່ງກ່າວ ຍ້ອນການກໍ່ຄວາມຮຸນແຮງ. ທ່ານ ດູມາກ່າວວ່າ ຜູ້ທໍາການໂຈມຕີຍັງໄດ້ລັກເອົາຊັບສິນໄປເຊັ່ນກັນ.

ໃນຕອນແລງຂອງວັນອາທິດວານນີ້, ຄະນະກຳມະການສູນກາງຂອງທ່ານໝໍຊູດານໄດ້ລາຍງານວ່າ ມີຜູ້ເສຍຊີວິດ 83 ຄົນ ແລະມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 160 ຄົນ, ແຕ່ທ່ານດູມາຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG