ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ທີ່​ຍາກ​ຈົນ ໄດ້​ຮັບ ຜົນ​ປະ​ໂຫຍດ ຈາກກອງທຶນຫຼຸດຜ່ອນ ຄວາມທຸກຍາກ


ກອງປະຊຸມປຶກສາຫາລື ໃນເລື້ອງຂອງກອງທຶນຫລຸດຜ່ອນ ຄວາມທຸກຍາກ ໃນຊ່ວງປີ 2003-2018 ທີ່ໄດ້ຈັດຂຶ້ນຢູ່ໃນລາວ.
ກອງປະຊຸມປຶກສາຫາລື ໃນເລື້ອງຂອງກອງທຶນຫລຸດຜ່ອນ ຄວາມທຸກຍາກ ໃນຊ່ວງປີ 2003-2018 ທີ່ໄດ້ຈັດຂຶ້ນຢູ່ໃນລາວ.

ປະຊາຊົນລາວຫຼາຍກວ່າ 6 ແສນຄົນໄດ້ຮັບຜົນປະໂຫຍດຈາກການດຳເນີນງານ ຂອງກອງທຶນຫລຸດດຜ່ອນຄວາມທຸກຍາກ ຫາກແຕ່ການລົບລ້າງຄວາມຍາກຈົນໃຫ້ໄດ້ ຢ່າງສິ້ນເຊີງນັ້ນ ຍັງເປັນບັນຫາທ້າທາຍ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງວ່າ
ການດຳເນີນງານຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ໃນຊ່ວງປີ 2003-2018 ທີ່
ຜ່ານມາ ເຮັດໃຫ້ປະຊາຊົນລາວ ຫຼາຍກວ່າ 6 ແສນຄົນ ຈາກຈຳນວນປະຊາຊົນລາວ
ທີ່ຍາກຈົນທັງໝົດ 853,000 ກວ່າຄົນຢູ່ໃນເຂດ 1,820 ບ້ານ ທີ່ໄດ້ຮັບປະໂຫຍດຈາກ
ການໄດ້ຊົມໃຊ້ພື້ນຖານໂຄງຮ່າງຕ່າງໆ ເຊັ່ນ ຂົວ-ທາງ ໂຮງຮຽນ ສຸຂສາລາ ແລະລະ
ບົບນ້ຳສະອາດ ເປັນຕົ້ນ ດັ່ງທີ່ ທ່ານລຽນ ໄດ້ໃຫ້ການຢືນຢັນວ່າ:

“ກອງທຶນຫລຸດຜ່ານຄວາມທຸກຍາກ ກະໄດ້ປະກອບສ່ວນສຳຄັນເຂົ້າໃນ ການແກ້ໄຂ
ຄວາມທຸກຍາກຢູ່ໃນ 1,820 ບ້ານ ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງ
ຫຼາຍກວ່າ 600,000 ຄົນ ຂອງຈຳນວນ ປະຊາຊົນທີ່ທຸກຍາກ 853,000 ຄົນໃນທົ່ວ
ປະເທດ ທີ່ໄດ້ຊົມໃຊ້ສິ່ງອຳນວຍຄວາມສະດວກ ທີ່ສ້າງຂຶ້ນໃໝ່ ແລະໄດ້ຮັບການ
ສ້ອມແປງ ຊຶ່ງໄດ້ສະແດງອອກ ຄື ຂົວຊົນນະບົດ 35 ແຫ່ງ ເສັ້ນທາງ 154 ເສັ້ນ
ຍາວ 852.37 ກິໂລແມັດ ອັນນີ້ ແມ່ນທາງລັດກັບປະຊາຊົນພ້ອມກັນເຮັດ ໂຮງຮຽນ
ປະຖົມ 318 ແຫ່ງ ສຸຂສາລາ 14 ນ້ຳລິນ 236 ແຫ່ງ.”

ທາງດ້ານເຈົ້າໜ້າທີ່ທະນາຄານໂລກ ປະຈຳລາວ ເປີດເຜີຍວ່າ ກອງທຶນຫລຸດຜ່ອນ
ຄວາມຍາກຈົນໃນລາວ ໄດ້ຮັບການສະໜັບສະໜຸນງົບປະມານໃນມູນຄ່າລວມ 54 ລ້ານ
ໂດລາ ສຳລັບພັດທະນາພື້ນຖານໂຄງຮ່າງຕ່າງໆ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງ
ປະຊາຊົນລາວ ໃນເຂດຊົນນະບົດໃນຊ່ວງປີ 2017-2019 ຫາກແຕ່ໃນນີ້ ລັດຖະບານ
ລາວ ໄດ້ປະກອບສ່ວນພຽງ 6 ລ້ານໂດລາເທົ່ານັ້ນ ສ່ວນທີ່ເຫຼືອເປັນການກູ້ຢືມຈາກ ທະນາຄານໂລກ 30 ລ້ານໂດລາ ແລະລັດຖະບານ ສະວິດເຊີແລນ ໃຫ້ການຊ່ອຍເຫຼືອ
ລ້າ ໃນມູນຄ່າລວມ 18 ລ້ານໂດລາ ຕາມລຳດັບ.

ພາຍໃຕ້ສະພາບການທີ່ມີງົບປະມານຢ່າງຈຳກັດດັ່ງກ່າວ ຈຶ່ງເຮັດໃຫ້ການດຳເນີນ
ໂຄງການພັດທະນາຕ່າງໆ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກໃນລາວ ສາມາດ
ຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ເຖິງແມ່ນວ່າ ທາງການລາວ ສາມາດແກ້ໄຂຄວາມທຸກ
ຍາກຂອງປະຊາຊົນລາວໄດ້ 12,011 ຄອບຄົວ ແລະລົບລ້າງບັນຫາຍາກຈົນໄດ້ຢ່າງ
ສິ້ນເຊີງໃນ 200 ບ້ານ ທັງຍັງຈັດຕັ້ງບ້ານພັດທະນາ ໄດ້ເພີ້ມຂຶ້ນອີກ 561 ບ້ານ ໂດຍ
ເຮັດໃຫ້ມີບ້ານພັດທະນາທັງໝົດ 4,138 ບ້ານ ແລະມີບ້ານໃຫຍ່ ທີ່ພັດທະນາໃຫ້ເປັນ
ຕົວເມືອງນ້ອຍໃນຊົນນະບົດເພີ້ມຂຶ້ນ ຈາກ 45 ເປັນ 56 ເມືອງກໍຕາມ ແຕ່ກໍຍັງມີປະຊາ
ຊົນລາວທີ່ຍາກຈົນອີກກວ່າ 65,000 ຄອບຄົວ ຫຼື 5.34 ເປີເຊັນ ຂອງຄອບຄົວທັງໝົດ
ໃນລາວ ທີ່ລັດຖະບານລາວ ຈະຕ້ອງລົບລ້າງໃຫ້ໄດ້ທັງໝົດຕາມແຜນການທີ່ວາງໄວ້
ໃນປີ 2020 ເຊັ່ນດຽວກັນກັບການທີ່ຈະຕ້ອງລົບລ້າງບ້ານຍາກຈົນ ທີ່ເຫຼືອຢູ່ 1,536
ບ້ານ ຫຼື 18.73 ເປີເຊັນ ຂອງຈຳນວນບ້ານທັງໝົດໃນປັດຈຸບັນໃຫ້ໄດ້ຕາມເປົ້າໝາຍ
ດັ່ງກ່າວ ຊຶ່ງໝາຍຄວາມວ່າ ຍັງມີເວລາເຫຼືອບໍ່ເຖິງ 2 ປີ ທີ່ລັດຖະບານລາວ ຈະຕ້ອງ
ດຳເນີນມາດຕະການຕ່າງໆ ໃຫ້ໄດ້ຢ່າງເປັນຮູບປະທຳ.

ພວກເດັກນັກຮຽນທີ່ມາຈາກຄອບຄົວທຸກຍາກ ເຂົ້າໂຮງຮຽນທີ່ສ້າງຂຶ້ນດ້ວຍທຶນສະໜັບສະໜຸນ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກ
ພວກເດັກນັກຮຽນທີ່ມາຈາກຄອບຄົວທຸກຍາກ ເຂົ້າໂຮງຮຽນທີ່ສ້າງຂຶ້ນດ້ວຍທຶນສະໜັບສະໜຸນ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກ

ທາງດ້ານ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ-
ໂລຈີ ແລະສິ່ງແວດລ້ອມ ສະພາແຫ່ງຊາດລາວ ຢືນຢັນວ່າ ການຈັດຕັ້ງປະຕິບັດແຜນ
ການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະຊາຊົນລາວ ຍັງມີປະສິດທິພາບ
ຕ່ຳໃນທຸກດ້ານ ໂດຍສະເພາະແມ່ນ ບັນຫາດ້ອຍປະສິດທິພາບຂອງໜ່ວຍງານ ແລະ
ພະນັກງານລັດນັ້ນ ໄດ້ເຮັດໃຫ້ການຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນລາວ ດຳເນີນໄປໄດ້ຢ່າງຊັກຊ້າທີ່ສຸດ ດັ່ງຈະເຫັນໄດ້ຈາກການຈັດຕັ້ງປະຕິບັດຂອງລັດຖະ-
ບານລາວ ໃນປີ 2018 ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ ເຊັ່ນ
ການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງປະຊາຊົນລາວນັ້ນ ສາມາດຈັດຕັ້ງ
ປະຕິບັດໄດ້ ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນ
ຂອງຈຳນວນປະຊາກອນລາວທັງປະເທດ.

ສ່ວນຄະນະກຳມະການ ນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະສັງຄົມ
ແຫ່ງຊາດ ໄດ້ຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2
ໃນ 3 ເງື່ອນໄຂ ອັນເປັນເກນມາດຕະຖານຂອງການຫລຸດພົ້ນ ອອກຈາກສະຖານະພາບ
ດ້ອຍພັດທະນາ ຄືເກນມາດຕະຖານຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດ (GNI) ທີ່
ສະຫະປະຊາຊາດກຳນົດໄວ້ ທີ່ 1,242 ໂດລາ ຕໍ່ຄົນ ແຕ່ລັດຖະບານລາວ ປະຕິບັດໄດ້
ທີ່ 1,996 ໂດລາຕໍ່ຄົນ ແລະດັດຊະນີຊັບສິນມະນຸດ (HAI) ທີ່ສະຫະປະຊາຊາດ ກຳນົດ
ໄວ້ທີ່ອັດຕາ 66 ເປີເຊັນ ແຕ່ລັດຖະບານລາວ ປະຕິບັດໄດ້ທີ່ອັດຕາສະເລ່ຍ 72.8 ເປິເຊັນ
ເມື່ອປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ທີ່ສະຫະກ-
ປະຊາຊາດກຳນົດ ໄວ້ທີ່ລະດັບຕ່ຳກວ່າ 32 ເປີເຊັນ ແຕ່ລັດຖະບານປະຕິບັດໄດ້ ທີ່
ລະດັບ 33.7 ເປີເຊັນ ຈຶ່ງເຮັດໃຫ້ສະຫະປະຊາຊາດຄາດໝາຍໄວ້ວ່າ ລາວ ຈະຫລຸດພົ້ນ
ຈາກສະພາບດ້ອຍພັດທະນາໄດ້ ໃນປີ 2024.

XS
SM
MD
LG