ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 20 ຄົນ ເສຍ​ຊີ​ວິດ ຫຼັງ​ຈາກ​ເຮືອ​ບິນ ຄອງ​ໂກ ຕົກ​ຢູ່​ໃນ​ບໍ​ລິ​ເວນ​ຊຸມ​ຊົນ


ພະ​ນັກ​ງານ​ກູ້​ໄພ ແລະ​ພົນ​ລະ​ເຮືອນ ພາ​ກັນ​ເຕົ້າ​ໂຮມ​ກັນ ຢູ່​ບໍ​ລິ​ເວນ​ເກີດ​ເຫດ ເຮືອ​ບິນ​ໂດຍ​ສານ ຂອງ​ຄອງ​ໂກ ເກີດ​ອຸ​ບັດ​ເຫດ​ຕົກລົງ​ ຫຼັງ​ຈາກ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ ບໍ່​ດົນ, ເມື່ອ​ວັນ​ທີ 24 ພະ​ຈິກ 2019.
ພະ​ນັກ​ງານ​ກູ້​ໄພ ແລະ​ພົນ​ລະ​ເຮືອນ ພາ​ກັນ​ເຕົ້າ​ໂຮມ​ກັນ ຢູ່​ບໍ​ລິ​ເວນ​ເກີດ​ເຫດ ເຮືອ​ບິນ​ໂດຍ​ສານ ຂອງ​ຄອງ​ໂກ ເກີດ​ອຸ​ບັດ​ເຫດ​ຕົກລົງ​ ຫຼັງ​ຈາກ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ ບໍ່​ດົນ, ເມື່ອ​ວັນ​ທີ 24 ພະ​ຈິກ 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ສຸກ​ເສີນ ໃນ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຄອງ​ໂກ ກ່າວ​ວ່າ ຢ່າງ​ໜ້ອຍ 26 ຄົນ ໄດ້​ເສຍ​ຊີ​ວິດ ເມື່ອ​ເຮືອ​ບິນ​ລຳ​ນຶ່ງ ໄດ້​ເກີດ​ອຸ​ບັດ​ເຫດ​ຕົກ ຫຼັງ​ຈາກ​ໄດ້​ບິນ​ຂຶ້ນບໍ່​ດົນ ໃນ​ວັນ​ອາ​ທິດ​ວານນີ້.

ເຮືອ​ບິນ​ລຸ້ນ ດໍ​ຣ​ແນ້-228 19 ບ່ອນ​ນັ່ງ ທີ່​ບໍ​ລິ​ຫານ​ໂດຍ​ບໍ​ລິ​ສັດ Busy Bee ຂອງ​ທ້ອງ​ຖິ່ນ ໄດ້​ເກີດ​ອຸ​ບັດ​ເຫດ​ຕົກລົງ ຢູ່​ໃນ​ບໍ​ລິ​ເວນ​ຊຸມ​ຊົນ ໃກ້​ກັ​ບສະ​ໜາມ​ບິນ ໂກ​ມາ. ຜູ້​ເຄາະ​ຮ້າຍ​ຈຳ​ນວນ​ນຶ່ງ ແມ່ນ​ຢູ່​ພື້ນ​ດິນ ໃນ​ເວ​ລາ​ທີ່​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຕົກ​ລົງ​ມາ​ໃສ່.

ທາງ​ການ​ຂອງ​ ສ​ປ ຄອງ​ໂກ ໄດ້ກ່າວ​ວ່າ ​ຜູ້​ໂດ​ຍ​ສານ​ທັງ​ໝົດ 17 ຄົນ ແລະ​ລູກ​ເຮືອ 2 ຄົນ ຢູ່​ເທິງ​ເຮືອ​ບິນນັ້ນ ໄດ້​ເສຍ​ຊີ​ວິດ ເຊັ່ນ​ດຽວ​ກັນ​ກັບ ພົນ​ລະ​ເ​ຮືອນ​ອີກ 7 ຄົນ ຜູ້​ທີ່​ຢູ່​ພື້ນ​ດິນ.

ເຮືອ​ບິນ​ລຳ​ດັ່ງ​ກ່າວ ໄດ້​ມຸ້ງ​ໜ້າ​ໄປ​ຍັງ​ເມືອງ​ເບີ​ນີ ຢູ່ທາງ​ກ້ຳ​ເໜືອ ຫ່າງ​ຈາກ ເມືອງ​ໂກ​ມາ 350 ກິ​ໂລ​ແມັດ.

ພາບ​ທຳ​ອິດ​ທີ່​ອອກ​ມາ​ຈາກ​ຈຸດ​ເກີດ​ເຫດ ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວັນ​ກຳ​ລັງ​ພຸ່ງ​ຂຶ້ນ​ເທິງຄຸ້ມ​ບ້ານ​ແຫ່ງ​ນຶ່ງ ໂດຍ​ມີ​ເຮືອນ​ຈຳ​ນວນ​ນຶ່ງກຳ​ລັງ​ຖືກ​ໄຟ​ໄໝ້ ແລະ​ພວກ​ຜູ້​ຊາຍ​ ຊາວ​ກວ່າ​ຄົນ ພາ​ກັນ​ສາດ​ນ້ຳ​ຈາກ​ຄຸ​ໃສ່​ເຮືອນ​ພວກນັ້ນ.

ການ​ບູ​ລະ​ນະ​ສ້ອມ​ແປງ​ເຮືອ​ບິນທີ່​ບໍ່​ດີ ແລະ ​ມາ​ດ​ຕະ​ຖານ​ດ້ານ​ຄວາມ​ປອດ​ໄພ​ທາງ​ອາ​ກາດ​ທີ່​ໂຍະ​ຍານນັ້ນ ໄດ້ເປັນ​ສາ​ເຫດ​ຕໍ່​ການ​ເກີດ​ອຸ​ບັດ​ເຫດ​ເຮືອ​ບິນ​ຕົກ ຫຼາຍ​ຄັ້ງ ຢູ່​ໃນ​ປະ​ເທດ​ເຂດ​ອາ​ຟ​ຣິ​ກາ​ກາງດັ່ງ​ກ່າວ. ບໍ່​ມີ​ເຮືອ​ບິນ​ພາ​ນິດ​ລຳ​ໃດ ຈາກສາຍ​ການ​ບິນ​ຂອງ ​ຄອງ​ໂກ ລວມ​ທັງ​ສາຍ​ການ​ບິນ Busy Bee ໄດ້​ຮັບ​ອະ​ນຸ​ຍາດໃຫ້​ບິນ​ຢູ່​ໃນ​ນ່ານ​ຟ້າ​ຂອງສະ​ຫະ​ພາບ​ຢູ​ໂຣບ ຍ້ອນ​ຄວາມ​ເປັນ​ຫ່ວງ​ຕ່າງໆ ກ່ຽວ​ກັບ​ຄວາມ​ປອດ​ໄພ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG