ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວໂຣຮິງຢາ ຫຼາຍກວ່າ 100 ຄົນ ໄດ້ໄປເຖິງຫາດຊາຍເມືອງອາເຈ ປະເທດອິນໂດເນເຊຍ 


​ຊາວໂຣຮິງຢາ ຢູ່ບ່ອນພັກຊົ່ວຄາວ ຢູ່ເມືອງບີເຣິນ ແຂວງອາເຈ ປະເທດອິນໂດເນເຊຍ ວັນອາທິດ ວັນທີ 6 ມີນາ 2022.
​ຊາວໂຣຮິງຢາ ຢູ່ບ່ອນພັກຊົ່ວຄາວ ຢູ່ເມືອງບີເຣິນ ແຂວງອາເຈ ປະເທດອິນໂດເນເຊຍ ວັນອາທິດ ວັນທີ 6 ມີນາ 2022.

ພວກເຈົ້າໜ້າທີ່ກ່າວວ່າ ຊາວມຸສລິມໂຣຮິງຢາ ທີ່​ຫິວໂຫຍແລະອ່ອນເພຍ ຫຼາຍ ກວ່າ 100 ຄົນ ໄດ້ພົບເຫັນ ຢູ່ຫາດຊາຍ ໃນພາກເໜືອສຸດ ຂອງແຂວງອາເຊ (Aceh) ປະ​ເທດອິນໂດເນເຊຍ ຫຼັງຈາກ​ໄດ້​ເດີນ​ທາງ​ຢູ່​ໃນ​ທ້ອງ​ທະ​ເລຫຼາຍ​ເປັນ​ເວ​ລາອາທິດ. ທ້າວບາດຣຸດດິນ ຢູນຸສ (Badruddin Yunus) ຜູ້ນຳ​ປະ​ຊາ​ຄົມຊົນເຜົ່າ​ນຶ່ງ​ທີ່ຫາປາ​ຢູ່​ໃນທ້ອງຖິ່ນ ກ່າວວ່າ ​ຊາວ​ໂຣ​ຮິງ​ຢາກຸ່ມດັ່ງກ່າວໄດ້​ໄປເຖິງຫາດຊາຍຈັງກາ (Jangka) ໃນວັນອາທິດວານນີ້ ໃກ້ກັບ​ບ້ານອາລູ ບູຢາ ປາຊີ (Alue Buya Pasi) ​ຊຶ່ງ​ເປັນບ້ານຊາວ​ປະ​ມົງໃນເຂດເມືອງບີເຣີນ (Bireuen.)

ພວກຊາວບ້ານໄດ້ເຫັນຊາວໂຣຮິງຢາ 114 ຄົນ ຢູ່ເຮືອໄມ້ທີ່ຊຸດໂຊມ ໄດ້ຊ່ວຍເຂົາເຈົ້າຂຶ້ນ​ມາ​ແຄມ​ຝັ່ງ ແລະໄດ້ລາຍງານ ການ​ໄປເຖິງຂອງເຂົາເຈົ້າ ໃຫ້ພວກເຈົ້າໜ້າທີ່ຊາບ. ໃນ​ນັ້ນ ມີຜູ້ຊາຍ 58 ຄົນ ແມ່ຍິງ 21 ຄົນແລະເດັກນ້ອຍ 35 ຄົນ ໄດ້​ຖືກຈັດບ່ອນພັກພາອາໄສໃຫ້ ແລະໄດ້ຮັບການຊ່ວຍເຫຼືອຈາກຊາວບ້ານ ຕຳຫຼວດ ແລະທະຫານ ໃນຂະນະທີ່ພວກເຈົ້າໜ້າທີ່ ໃນ​ເຂດ​ທ້ອງ​ຖິ່ນ ຮວມທັງໜ່ວຍປະຕິບັດງານຕໍ່​ຕ້ານໄວຣັສໂຄໂຣນາ ໄດ້ຊ່ວຍດຳເນີນການ​ ໃນ​ການ​ອອກ ໜັງ​ສື​ໃຫ້ແກ່ເຂົາເຈົ້າ ອີງຕາມລາຍງານຂອງອົງການຂ່າວເອພີ.

Officials say more than 100 hungry and weak Rohingya Muslims were found on a beach in Indonesia's northernmost province of Aceh after weeks at sea. Badruddin Yunus, the leader of the local tribal fishing community, said the group arrived Sunday at Jangka beach near Alue Buya Pasi, a fishing village in Bireuen district. The villagers who saw the 114 ethnic Rohingya on a rickety wooden boat helped them to land and then reported their arrival to authorities. The 58 men, 21 women and 35 children were given shelter and received help from villagers, police and military, while local authorities including the coronavirus task force were helping to process them.

XS
SM
MD
LG