ການບຸກໂຈມຕີສະຫລະຊີບຂ້າມຄືນຂອງກຸ່ມຕາລິບານ ຢູ່ຄ້າຍທະຫານທີ່ສຳຄັນແຫ່ງ
ນຶ່ງ ໃນພາກເໜືອຂອງອັຟການິສຖານ ມີລາຍງານວ່າ ເຮັດໃຫ້ຢ່າງໜ້ອຍ 140 ຄົນ
ເສຍຊີວິດ ສ່ວນໃຫຍ່ແມ່ນທະຫານ ຊຶ່ງເປັນການໂຈມຕີທີ່ຮ້າຍແຮງສຸດຕໍ່ກໍາລັງອັຟກາ
ນິສຖານ ນັບແຕ່ປີ 2001 ເປັນຕົ້ນມາ.
ບັນດາຜູ້ເຫັນເຫດການກ່າວວ່າ ກຸ່ມໂຈມດ້ວຍລະເບີດສະຫລະຊີບ 10 ຄົນ ທີ່ ຕິດອາ
ວຸດໜັກເຕັມອັດຕາ ເທິງລົດທະຫານ 2 ຄັນແລະປອມເປັນທະຫານລັດ ຖະບານໄດ້ບຸກ
ໂຈມຕີກອງບັນຊາການກອງພັນທີ 209 ຫຼືກອງພັນ Shaheen ຂອງກອງທັບແຫ່ງຊາດ
ອັຟການິສຖານ ໃນວັນສຸກວານນີ້ ຢູ່ທີ່ເມືອງ Mazar-i-Sharif ຊຶ່ງເປັນເມືອງເອກຂອງ
ແຂວງ Balk ໃນພາກເໜືອຂອງປະເທດ.
ສະຖານີໂທລະພາບທ້ອງຖິ່ນ ໄດ້ອ້າງຄຳເວົ້າເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງທີ່
ບໍ່ບອກຊື່ ແລະພວກນັກການເມືອງທີ່ຢູ່ໃນຂົງເຂດ ທີ່ກ່າວໃນວັນເສົາມື້ນີ້ວ່າ “ຢ່າງໜ້ອຍ
ມີທະຫານ 140 ຄົນໄດ້ເສຍຊີວິດ ຈາກການໂຈມຕີໃນວັນສຸກວານນີ້ ແລະທະຫານອີກ
ຢ່າງນ້ອຍ 100 ຄົນໄດ້ຮັບບາດເຈັບ.”
ອີງຕາມບັນດາເຈົ້າໜ້າທີ່ທ້ອງຖິ່ນແລ້ວ ພວກໂຈມຕີຂອງກຸ່ມຕາລິບານໄດ້ຍິງປືນສາດ
ເຂົ້າໃສ່ທະຫານອັຟການິສຖານ ໃນຂະນະທີ່ເຂົາເຈົ້າອອກຈາກວັດຫຼັງຈາກການສູດມົນ
ຕອນສວຍ ໃນຂະນະທີ່ອີກກຸ່ມນຶ່ງໂຈມຕີບ່ອນກິນເຂົ້າຢູ່ໃນຄ້າຍທະຫານ ກ່ອນທີ່ໜ່ວຍ
ກ້າຕາຍອັຟການິສຖານໄດ້ອ້ອມພວກເຂົາໄວ້ ແລະຍິງຕໍ່ສູ້ກັນ ຢ່າງດຸເດືອດ.
ໂຄສົກຂອງກຸ່ມຕາລິບານ ທ້າວ Zabihullah Mujahid ໄດ້ອ້າງເອົາຄວາມຮັບ ຜິດຊອບ
ຢ່າງໄວ ໃນການໂຈມຕີຄັ້ງນີ້. ລາວໄດ້ເປີດເຜີຍລາຍລະອຽດໃໝ່ໆ ໃຫ້ ແກ່ພວກນັກຂ່າວ
ໃນວັນເສົາມື້ນີ້ ພ້ອມດ້ວຍຮູບຂອງຜູ້ໂຈມຕີ. ທ້າວ Mujahid ກ່າວອ້າງວ່າ ການສູ້ລົບກັນ
ໄດ້ໃຊ້ເວລາຢູ່ 10 ຊົ່ວໂມງ ແລະມີ “ທະຫານສັດຕູຫຼາຍເຖິງ 500 ຄົນໄດ້ຖືກສັງຫານ
ແລະໄດ້ຮັບບາດເຈັບ ຮວມທັງພວກເຈົ້າໜ້າ ທີ່ຜູ້ສຳຄັນ.”
ໂຄສົກກ່າວວ່າ ການບຸກໂຈມຕີທີ່ຮ້າຍແຮງດັ່ງກ່າວ ເປັນການຕອບໂຕ້ຕໍ່ການສັງ ຫານ
ຫວ່າງມໍ່ໆມານີ້ ພວກເຈົ້າແຂວງ ແຂວງ Kunduz ແລະ Baghlan ທີ່ຕັ້ງຢູ່ໃກ້ຄຽງຂອງ
ກຸ່ມຕາລິບານ ພ້ອມດ້ວຍເພື່ອນຮ່ວມງານຈຳນວນນຶ່ງຂອງພວກ ເຂົາ ໂດຍກຳລັງອັຟ
ການິສຖານ ທີ່ໜູນຫລັງຈາກສະຫະລັດ.