ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍທະຫານຍາມຝັ່ງ ຂອງເທີກີ ສະກັດກັ້ນ ພວກອົບພະຍົບ ຫຼາຍກວ່າ 60 ຄົນ ໃນທະເລ Aegean


Europe Migrants
please wait
Embed

No media source currently available

0:00 0:01:31 0:00

ໜ່ວຍທະຫານຍາມຝັ່ງຂອງເທີກີ ໄດ້ສະກັດກັ້ນ ພວກຍົກຍ້າຍຖິ່ນຖານ ແລະ ພວກອົບພະຍົບ ຫຼາຍກວ່າ 60 ຄົນ ໃນທະເລ Aegean ໃນຂະນະທີ່ພວກເຂົາ ເຈົ້າພະຍາຍາມ ທີ່ຈະເດີນທາງໄປເຖິງ ເກາະ Lesbos ຂອງປະເທດກຣິສ ໃນ ວັນເສົາວານນີ້.

ກຸ່ມພວກຄົນດັ່ງກ່າວ ລວມມີຊາວຊີເຣຍ ໄດ້ຖືກນຳສົ່ງໄປຍັງເມືອງ Dikii ຢູ່ທາງ ພາກຕາເວັນຕົກຂອງເທີກີ ເປັນການປະຕິບັດຕາມຂໍ້ຕົກລົງ ສະຫະພາບຢູໂຣບ
ກັບເທີກີ ທີ່ມີຜົນບັງຄັບໃຊ້ ໃນວັນທີ 4 ເມສາມື້ອື່ນນີ້. ເມືອງ Dikii ເປັນແຫ່ງນຶ່ງ ທີ່ຖືກກຳນົດ ໃຫ້ເປັນສູນກາງ ຮັບເອົາຊາວອົບພະຍົບ ຜູ້ທີ່ຖືກສົ່ງກັບຄືນໄປເທີກີ.

ພວກປະທ້ວງຕໍ່ຕ້ານອົບພະຍົບ ຈຳນວນ 300 ຄົນ ຢູ່ໃນເມືອງ Dikii ໄດ້ພາກັນຕໍ່ ຕ້ານການຂຶ້ນທະບຽນ ແລະ ການສ້າງຕັ້ງສູນອົບພະຍົບ ສຳລັບພວກທີ່ຖືກປະຕິ
ເສດການຂໍລີ້ໄພ ຢູ່ໃນເມືອງຂອງພວກເຂົາເຈົ້າ ໃນວັນເສົາວານນີ້ີ້.

ເທີກີ ໄດ້ຕົກລົງກັບສະຫະພາບຢູໂຣບ ເມື່ອເດືອນແລ້ວນີ້ ວ່າຈະລຸດຜ່ອນ ການ ຫລັ່ງໄຫລເຂົ້າໄປໃນຢູໂຣບ ຂອງອົບພະຍົບ ທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ ສົງຄາມ ໂລກຄັ້ງທີສອງ. ພາຍໃຕ້ເງື່ອນໄຂຕ່າງໆ ຂອງແຜນການວ່າດ້ວຍຊາວອົບພະຍົບ ຜູ້ທີ່ເຂົ້າໄປເຖິງປະເທດກຣິສຢ່າງຜິດກົດໝາຍ ຈາກເທີກີ ຈະຕ້ອງໄດ້ຖືກສົ່ງກັບຄືນ ເວັ້ນເສຍແຕ່ ຄຳຮ້ອງຂໍລີ້ໄພ ຂອງພວກເຂົາເຈົ້າ ໄດ້ຮັບການອະນຸມັດ. ໃນການ ຕອບແທນ ສະຫະພາບຢູໂຣບ ຈະຕ້ອງຮັບເອົາຊາວອົບພະຍົບຊີເຣຍ ຫຼາຍພັນຄົນ ທີ່ຖືກຕ້ອງຕາມກົດໝາຍ ໂດຍກົງຈາກເທີກີ ໄປຕັ້ງຖິ່ນຖານໃໝ່ ສຳລັບຊາວອົບ ພະຍົບຄົນນຶ່ງທີ່ໄດ້ຖືກສົ່ງກັບຄືນໄປຍັງເທີກີຈາກເກາະຂອງກຣິສ.

ນັບແຕ່ເດືອນມັງກອນ ເປັນຕົ້ນມາ ເທີກີ ໄດ້ກວດຕ້ອນເອົາຊາວອົບພະຍົບ ປະມານ
100 ຄົນ ແລະ ໄດ້ສົ່ງພວກເຂົາກັບຄືນໄປຍັງຊີເຣຍ ດ້ວຍການບັງຄັບ ເກືອບແຕ່ລະມື້ ອີງຕາມບົດລາຍງານໃໝ່ ໂດຍອົງການນິລະໂທດກຳສາກົນ ຫຼື Amnesty International.

ກຸ່ມປົກປ້ອງສິດທິມະນຸດນັ້ນ ກ່າວໃນວັນສຸກມື້ກ່ອນ ວ່າ ອັນນີ້ໄດ້ເປັນ “ຄວາມລັບ ທີ່ເປີດເຜີຍ” ຢູ່ໃນພາກໃຕ້ຂອງເທີກີ ແລະ ໄດ້ສ່ອງແສງໃຫ້ເຫັນ ອັນທີ່ຕົນເອີ້ນວ່າ “ຂໍ້ບົກຜ່ອງທີ່ອັນຕະລາຍ” ໃນຂໍ້ຕົກລົງວ່າດ້ວຍອົບພະຍົບ ລະຫວ່າງ ເທີກີ ກັບ ສະຫະພາບຢູໂຣບ.

XS
SM
MD
LG