ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ເຖິງ 1 ​ພັນ​ຄົນ ລໍຄອ​ຍ ການ​ຊ່ວຍ​ເຫຼືອ ກູ້​ໄພ ຢູ່​ລັດ Colorado (ສະ​ໄລ​ດ໌)


ລົດທີ່ໄປຊ່ວຍກູ້ໄພ ຕິດຄາຈາກນໍ້າພັດ ທີ່ເມືອງ Jamestown ລັດ Colorado
ລົດທີ່ໄປຊ່ວຍກູ້ໄພ ຕິດຄາຈາກນໍ້າພັດ ທີ່ເມືອງ Jamestown ລັດ Colorado
ໜ່ວຍ​ພະຍາກອນ​ອາກາດ​ທີ່​ລັດ Colorado ​ທາງ​ພາກ​ຕາ​ເວັນ
​ຕົກຂອງ ສະຫະລັດ ​ໄດ້​ປະກາດ​ເຕືອນ​ພວກ​ຊາວ​ເມືອງ​ທີ່​ອາ​ໄສ​
ຢູ່​ໃກ້​ບໍລິ​ເວນ ​ເມືອງ Denver ​ເພື່ອ​ຕຽມ​ຮັບ​ມື​ກັບ​ຝົນຕົກ​ໜັກ​ຕະ
ຫຼອດຄືນ ໃນ​ຂະນະທີ່ ນໍ້າ​ຖ້ວມ​ຢ່າງ​ຮຸນ​ແຮງ ​ໄດ້​ເພີ່ມ​ລະດັບຜ່ານ
​ຂົງ​ເຂດ ​ແລະ​ເມກ​ໜອກ​ທີ່​ໜາ ​ແໜ້ນ​ ໄດ້ເປັນ​ອຸບປະສັກ ແກ່​
ເຮືອບິນ​ເຮ​ລິ​ຄອບ​ເຕີ ​ທີ່​ປະຕິບັດ​ງານ​ກູ້​ໄພນັ້ນ.

ຝົນຕົກ​ໜັກ​ເປັນ​ເວລາຫຼາຍວັນ​ຕິດ​ຕໍ່​ກັນ ​ແລະ​ໄພ​ນໍ້າ​ຖ້ວມ ຍັງ
​ຜົນ​ໃຫ້​ບໍລິ ​ເວນ​ຕີນ​ພູ ຂອງ​ເທືອກ​ເຂົາ Rocky Mountain ຂອງ
​ລັດ Colorado ກາຍ​ເປັນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຢ່າງ​ສູງ ພ້ອມ​ກັບ
​ຖະໜົນ​ຫົນທາງ ​ແລະ​ຂົວ ຫຼາຍແຫ່ງ ຖືກ​ນໍ້າ​ພັດ​ເພພັງ ທີ່​ເຮັດ​
ໃຫ້​ເຂດ​ປະຊາ​ຄົມ​ທັງ​ໝົດ ​ກາຍເປັນ​ເຂດໄພພິບັດ ທີ່​ຂາດ​ເຂີນທັງສະບຽງ ​ແລະ​ການ​ບໍ
ລິການ​ບັນ​ເທົາ​ນັ້ນ. ​ໃນ​ເຫດ​ໄພພິບັດ​ຄັ້ງ​ນີ້ ​ມີ​ຜູ້​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍສີ່​ຄົນ​ແລ້ວ​ ຈາກ​ຈໍານວນ ທີ່​ຮູ້ ເມື່ອ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ແລະ​ພ້ອມ​ກັບ​ມີອີກ​ສອງ​ຄົນ ຫາຍ​ສາບ​ສູນ ຫຼືອາດ​ເສຍ​ຊີວິດ​ ຕາມ​ລາຍ​ງານ​ຂ່າວ​ທາງ​ການນັ້ນ.

ຄະນະ​ເຈົ້າໜ້າ​ທີ່ກູ້​ໄພ Rocky Mountain ​ເ​ວົ້າວ່າ ມີ​ປະຊາຊົນຫຼາຍ​ເຖິງນຶ່ງ​ພັນ​ຄົນ ກໍາລັງ​ລໍຄອ​ຍການ​ຊ່ວຍ​ເຫຼືອກູ້​ໄພ ຢູ່​ເຂດ​ຕອນ ​ເໜືອ​ຂອງ​ເມືອງ​ Denver ຄື​ຢູ່​ໃນ​ເຂດ​ທີ່ ​ໂຮມ​ທັງ​ຄຸ້ມ Estes Park ຊຶ່ງ ​ເປັນ​ຄຸ້ມ​ເຂດ​ພູ​ເຂົາ ທີ່​ຖືກ​ປະ​ທະຢ່າງ​ໜັກ​ນັ້ນ. ​ແຕ່ເຮືອບິນ​ປະຕິບັດ ການ​ກູ້​ໄພທຸກ​ລຳ ຕ້ອງ​ໄດ້ຖືກ​ຈອດ​ໄວ້​ເດີ່ນ​ເມື່ອ​ວັນ​ອາທິດ​ວານ​ນີ້ ຍ້ອນ​ຝົນຕົກໜັກ​ຫ່າ ​ໃໝ່ ​ແລະ​ບໍ່​ສາມາດ​ມອງ​ເຫັນ​ໄກໄດ້.


XS
SM
MD
LG