ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຕ້ອງການເງິນ ເພີ້ມເຕີມ ເພື່ອຊ່ວຍເຫລືອ ຟິລິບປິນ (ສະໄລດ໌/ວີດີໂອ)


Typhoon-Devastated Philippines Province Still Depending on Aid from Air
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ
ສະຫະ​ປະຊາ​ຊາດກ່າວ​ວ່າ ​ຕົນຫາເງິນໄດ້ ພຽງ​ແຕ່​ສາມ​ສ່ວນ​
ຂອງ​ຈຳນວນເງິນ ທັງ​ໝົດທີ່​ຕ້ອງການ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ
​ສຸກ​ເສີນ ​ແກ່​ເຂດ​ພາກ​ກາງຂອງ​ຟີ ລິບ​ປິນ ທີ່​ໄດ້​ຮັບ​ຄວາມ​ເສຍ
​ຫາຍ​ຈາກ​ພາຍຸໄຕ້ຝຸ່ນນັ້ນ.

ທ່ານ Ola Fagan ຈາກຫ້ອງການ​ປະສານ​ງານກິດຈະການ​ມະ
ນຸດສະທຳ ສະ ຫະ​ປະຊາ​ຊາດ ຢູ່ຟິລິບ​ປີນ ກ່າວ​ຕໍ່ວີ​ໂອ​ເອວ່າ
ຈະ​ຕ້ອງ​ໄດ້​ມີ “ການ​ພະຍາຍາມ ຮ່ວມ​ໄມ້​ຮ່ວມມືກັນ” ​ເພື່ອ​ໃຫ້​
ບັນລຸ​ເປົ້າ​ໝາຍ​ໃນ​ການ​ຊອກ​ຫາ​ເງິນຂອງ​ອົງການ​ສະຫະປະ
ຊາ​ຊາດ.

ທ່ານ Fagan ​ເວົ້າວ່າ “​ໄດ້​ຮັບ​ເງິນ​ແຕ່ 37 ​ເປີ​ເຊັນ​ແລະ 63
​ເປີ​ເຊັນ​ຍັງ​ບໍ່​ທັນ​ ໄດ້​ຮັບ​ເທື່ອ ​ແລະ​ນັ້ນ​ກໍ​ເປັນຄວາມ​ຕ້ອງການ
​ເພື່ອ​ຊ່ວຍ​ຊີວິດ​ ໃນ​ທັນທີ​ທັນ​ໃດ ​ແລະ​ຍັງ​ບໍ່​ທັນໄດ້ກ່າວ​ເຖິງ​
ໄລຍະ​ຍາວຫລືການ​ພັດທະນາ​ໃດໆທີ່​ອາດ​ຈະ​ມີ​ຄວາມ ​ຕ້ອງ
ການ​ໃນ​ຂັ້ນ​ຕໍ່​ໄປ.” ສະຫະ​ປະຊາ​ຊາດ ຂໍ​ຮ້ອງ​ເງິນ 301 ລ້ານໂດ​ລາ ​ເພື່ອໃຫ້​ການ​ຊ່ວຍ​ເຫລືອ​ສຸກ​ເສີນ ​ພາຍ​ໃນ​ໄລຍະ​ຫົກ​ເດືອນ ຮວມ​ທັງ​ອາຫານ ບ່ອນຢູ່​ອາ​ໄສ ​ແລະ​ການ​ປິ່ນ ປົວພະຍາບານ ​ແກ່ຫລາຍ​ຮ້ອຍ​ພັນ​ຄົນ ທີ່​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ຈາກພາຍຸ​ໄຕ້​ຝຸ່ນ Haiyan.

ທ່ານ Fagan ຜູ້​ທີ່​ຫາ​ກໍ່​ກັບ​ມາ​ຈາກ​ການ​ຢ້ຽມຢາມບ່ອນທີ່​ໄດ້​ຮັບ​ຜົນ​ກະທົບ​ບາງບ່ອ່ນ ​ກ່າວ
​ວ່າໂຕ​ເລກ​ແນ່ນອນ​ວ່າ​ຈະ​ສູງ​ຂື້ນໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງໜ້າ​ນີ້ ​ໃນ​ຂະນະ​ທີ່​ຄວາມຕ້ອງການ​ທັງ​
ໝົດ​ເປັນ​ທີ່​ຮູ້​ກັນ.

ທ່ານ​ເວົ້າວ່າ “ຍັງ​ມີ​ຄວາມ​ຕ້ອງການ​ທີ່​ຫລາຍ​ກວ່າ​ນັ້ນ​ອີກ. ​ໂຄງ​ລ່າງ​ພື້ນຖານ​ໄດ້ ຖືກ​ທຳ
ລາຍ ​ເຮືອນຊານ​ບ້ານ​ຊ່ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ​ໂຮງຮຽນ​ຕ່າງໆ​ກໍຖືກ​ທຳລາຍ.”

ທັງ​ໝົດ 241 ລ້ານ​ໂດ​ລາ ​ແມ່ນ​ໄດ້​ປະກອບສ່ວນ​ໃຫ້ການຊ່ວຍເຫ​ລື​ອ​ໃນ​ການ ບັນ​ເທົາ​
ທຸກທັງ​ໝົດ ຈາກ 40 ປະ​ເທດສະມາຊິກ ຂອງສະຫະ​ປະຊາ​ຊາດ. ນີ້ແມ່ນຮວມທັງ​ອັນ​ທີ່
ທ່ານ Fagan ຮ້ອງວ່າ “​ເງິນ​ທຶນ​ສອງ​ຝ່າຍ” ທີ່​ບໍ່​ໄດ້​ນັບເງິນ ທີ່​ເປັນເປົ້າ​ໝາຍ​ຂອງ
ສະຫະ​ປະຊາ​ຊາດ.

ຮູບ​ພາບ​ຂອງ​ຄວາມ​ພິນາດ ຍັງ​ສືບ​ຕໍ່ຫຼັ່ງ​ໄຫລ​ເຂົ້າມາ​ໃຫ້​ເຫັນ​ຈາກບາງ​ຂົງ​ເຂດ​ທີ່​ໄດ້​ຮັບ
ຄວາ​ມ​ເສຍ​ຫາຍ​ຮ້າຍ​ແຮງ​ທີ່​ສຸດ ​ແລະ​ບາງ​ບ່ອນ​ທີ່​ຜູ້​ຄົນບໍ່​ມີບ່ອນຢູ່​ອາ​ໄສ​ນັ້ນຍັງ​ເຂົ້າ​ໄປ
​ບໍ່​ເຖິງ​ເທື່ອ 12 ມື້​ຫລັງ​ຈາກ​ພາຍຸ​ໄຕ້​ຝຸ່ນ Haiyan ​ໄດ້​ພັດ​ເຂົ້າຖະຫລົ່ມ​ຟີ​ລິບ​ປິນ.

XS
SM
MD
LG