ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ຈະ​ເພີ້​ມ ກໍາລັງ​ທະຫານ​ ຢູ່​ໃນ ປະເທດມາລີ (ວີດີໂອກັບສະໄລດ໌)


ທະຫານຈາກກົມທະຫານລາບທີ 2 ຂອງກອງທັບເຮືອຝຣັ່ງ ຫຼື 2nd RIMA ທີ່ຫາກໍເດີນທາງຈາກຝຣັ່ງໄປເຖິງປະເທດມາລີ ພວມກະກຽມຕັ້ງຄ້າຍທີ່ຖານທັບອາກາດ 101 ໃກ້ໆນະຄອນຫຼວງ Bamako (14 ມັງກອນ 2013)
ທະຫານຈາກກົມທະຫານລາບທີ 2 ຂອງກອງທັບເຮືອຝຣັ່ງ ຫຼື 2nd RIMA ທີ່ຫາກໍເດີນທາງຈາກຝຣັ່ງໄປເຖິງປະເທດມາລີ ພວມກະກຽມຕັ້ງຄ້າຍທີ່ຖານທັບອາກາດ 101 ໃກ້ໆນະຄອນຫຼວງ Bamako (14 ມັງກອນ 2013)
ຝຣັ່ງ ມີ​ແຜນ​ທີ່​ຈະ​ເພີ້​ມກໍາລັງ​ທະຫານ​ຂອງ​ຕົນ​ທີ່​ມີ​ຢູ່​ແລ້ວ​ໃນປັດ
ຈຸບັນ​ນີ້ 750 ຄົນ ຢູ່​ໃນມາລີ ຈົນ​ກວ່າກໍາລັງ​ພາຍ​ໃຕ້​ການນໍາພາ​
ຂອງອາ​ຟຣິກາ ຈະ​ເຂົ້າ​ປະ​ຈໍາ​ໜ້າ​ທີ່ ເພື່ອ​ຊ່ວຍທະຫານ​ມາລີສູ້​
ລົບ​ກັບພວກ​ຫົວ​ຮຸນ​ແຮງ ອິສລາ​ມ ທີ່​ຄວບ​ຄູມພາກ​ເໜືອ​ຂອງ​
ເທດ​ນັ້ນ.

ປະທານາທິບໍດີ Francois Hollande ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ມັນອາດ​ຈະ​ໃຊ້​ເວລາ​ເຖິງ​ນຶ່ງ​ອາທິດ ​ກ່ອນ​ທີ່ທະ​ຫານຈາກ​ພາກ​ຕາ​ເວັນ ຕົກ​ອາ​ຟຣິກາ​ຈະໄປ​ເຖິງ. ທ່ານ​ຍັງ​ກ່າວ​ວ່າ ​ເຮືອບິນ​ລົບອາຍ​ພົ່ນ​ຂອງ ຝຣັ່ງ ​ໄດ້​ອອກ​ປະຕິບັດ​ງາ​ນ​ໂຈມ​ຕີ​ທາງ​ອາກາດ​ໃນ​ຕອນ​ກາງຄືນ ອີກ​ຮອບ​ນຶ່ງຕໍ່ພວກ​ກະບົດ ທີ່​ບຸກຄືບ​ໜ້າ ເຂົ້າ​ໄປ​ໃນ​ເຂດ​ພາກ​ໃຕ້.

ທ່ານ​ Sonny Ugoh ຜູ້ອຳນວຍການ​ດ້ານ​ໂທລະ​ຄົມ​ມະ​ນາ​ຄົມຂອງ ປະຊາ​ຄົມ​ເສດ​ຖະ
ກິດບັນດາ​ລັດ​ໃນອາ​ຟຣິກາ​ຕາ​ເວັນ​ຕົກຫຼື ECOWAS ກ່າວ​ຕໍ່ວີໂອ​ເອພະ​ແນ​ກພາສາ​ອັງກິດສຳ​ລັບ​ອາ​ຟຣິກາວ່າ ກໍາລັງ​ທະ ຫານ 3000 ຄົນ​ທີ່ໄດ້​ຮັບການ​ອະນຸມັດ​ໃນເດືອນ​ແລ້ວ​ນີ້ ຈາກສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດນັ້ນ ຈະ​ເດີນທາງ​ໄປ​ເຖິງ​ໃນ​ຕອນ​ເຊົ້າ​ຂອງວັນ​ອັງຄານ​ມື້​ນີ້.

ແຜນທີ່ມາລີ
ແຜນທີ່ມາລີ

​ໃນ​ຂັ້ນ​ຕົ້ນ ກໍາລັງ​ທະ​ຫານເຫຼົ່ານີ້ ​ບໍ່ຄາດ​ວ່າ ຈະ​ເດີນທາງໄປ​ເຖິງມາລີ​ກ່ອນ​ເດືອນ​ກັນຍາ ​ແຕ່ທ່ານ Ugoh ກ່າວ​ວ່າ ບັນດາສະມາຊິກຂອງ ECOWAS ​ໄດ້​ສະ​ແດງໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນຢ່າງ​ກະທັນຫັນ ຫລັງ​ຈາກພວກ​ຫົວ​ຮຸນ​ແຮງ ​ໄດ້ເປີີດ​ສາກ​ບຸກ​ໂຈມ​ຕີ ທີ່​ຮວມ​ທັງ​ການຍຶດ​ເອົາ​ເມືອງ Diabaly ​ໃນ​ວັນ​ຈັນວານ​ນີ້.

​ເອກ​ອັກຄະ​ລັດຖະທູດຝຣັ່ງ ປະ​ຈໍາສະຫະ​ປະຊາ​ຊາດ ທ່ານ Gerard Araud ກ່າວ​ໃນ​ວັນ​ຈັນນີ້​ວ່າ ນາຍ​ພົນ​ໄນ​ຈີ​ເຣຍຄົນ​ນຶ່ງ ທີ່​ຈະ​ເປັນ​ຜູ້ບັງ ຄັບ​ບັນຊາກໍາລັງ​ທະຫານ​ອາ​ຟຣິກາ​ໄດ້ໄປ​ເຖິງ​ນະຄອນຫຼວງ Bamako ຂອງ​ມາລີ​ແລ້ວ. ບັນດາປະ​ເທດ​ເພື່ອນ​ບ້ານ​ຂອງມາລີ ​ປະກອບ​ດ້ວຍ Niger, Burkina Faso ​ແລະ Senegal ​ຕ່າງ​ກໍ​ໃຫ້​ຄໍາ​ໝັ້ນ​ສັນຍາ ວ່າ ​ຈະ​ສົ່ງ​ທະຫານ​ໄປ​ສະໜັບ​ສະ​ໜຸນ.
ຝຣັ່ງ​ໄດ້​ສົ່ງ​ກໍາລັງ​ທະຫານໄປ​ຍັງ Mali ​ໃນ​ວັນ​ສຸກ​ແລ້ວ. ທ່ານ Araud ກ່າວ​ວ່າ ລັດຖະ
ບານຝຣັ່ງ​ໄດ້ຕັດ​ສິນ​ໃຈ​ສະ​ເໜີໃຫ້ຄວາມ ຊ່ວຍ​ເຫຼືອທາງທະຫານ​ກໍ​ເພາະວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ຢ້ານພວກກະບົດ ອາດ​ຈະ​ເຂົ້າ​ຍຶດ​ເອົາ​ນະຄອນຫລວງ.

ລັດຖະມົນ​ຕີປ້ອງກັນ​ປະ​ເທດຝຣັ່ງ ທ່ານ Jean-Yves Le Drian ກ່າວ​ວ່າ ພວກ​ກະບົດ​ເຂົ້າ​ຍຶດ​ເອົາ​ເມືອງ​ Diabaly ປະມານ 400 ກິ​ໂລ​ແມັດ ຢູ່ທາງ​ເໜືອ​ຂອງ​ນະຄອນຫຼວງ Bamako ຫລັງ​ຈາກໄດ້ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ກັບກໍາລັງ​ທະຫານມາລີ.

ສະຫະລັດກ່າວ​ໃນ​ວັນ​ຈັນ​ນີ້​ວ່າ ຕົນ​ກໍາລັງ​ຕຽມ​ທີ່​ຈະ​ສະ​ເໜີໃຫ້ການ​ສະ ໜັບສະ​ໜຸນດ້ານ
ພະລາທິການແກ່​ຝຣັ່ງ. ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Leon Panetta ກ່າວ​ວ່າ ສະຫະລັດ ໄດ້​ຊ່ວຍໃນ ການ​ເກັບ​ກຳ​ຂໍ້​ມູນ​ສືບ​ລັບ ​ໂດຍ​ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ ທີ່​ປະຕິບັດ​ງານ​ຢູ່​ໃນ​ຂົງ​ເຂດ. ທ່ານ​ກ່າວ​ວ່າ ວໍ​ຊິງ​ຕັນ ກໍາລັງ​ພິຈາລະນາ ​ໃຫ້ການ​ຊ່ວຍ​ເຫລືອ​ສະໜັບສະໜຸນ​ດ້ານ​ພະລາທິການ​ແບບ​ຈຳກັດ ແລະ​ການ​ຂົນ​ສົ່ງ​ທາງ​ອາກາດ​ຈໍານວນນຶ່ງ​ແກ່​ຝຣັ່ງ.




​ເລຂາທິການ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ ທ່ານ​ຂໍສະ​ແດງ​ຄວາມ​ຍິນ​ດີຕໍ່ການ​ປະຕິບັດ​ງານ ທາງ​ທະຫານ​ພາຍ​ໃຕ້​ການ​ນຳພາ​ຂອງ​ຝຣັ່ງ ​ໂດຍ​ກ່າວ​ວ່າ ທ່ານຫວັງ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວຈະ​ຊ່ວຍ​ຍຸຕິ​ການ​ບຸກຄືບ
ໜ້າ​ຂອງ​ພວກ​ກະບົດ.

ສະໄລດ໌ພາບກອງກໍາລັງທະຫານຝຣັ່ງທີ່ມາລີ:
XS
SM
MD
LG