ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຕ່າງໆໃນ ຢູໂຣບ ໄດ້ຢຸດການໃຊ້ ຢາວັກຊີນ ຂອງບໍລິສັດ ອາສຕຣາເຊເນກາ ຫຼາຍຂຶ້ນ


ພະນັກງານການແພດຄົນນຶ່ງ ປິດປະຕູ ໃນຂະນະທີ່ລາວກຽມຢາວັກຊີນຂອງບໍລິສັດ ອາສຕຣາເຊເນກາ ຢູ່ໂຮງໝໍ ເອດູອາດ ແອກຣີໂອ ໃນເມືອງ ລີອົງ, ປະເທດ ຝຣັ່ງ, 6 ກຸມພາ, 2021.
ພະນັກງານການແພດຄົນນຶ່ງ ປິດປະຕູ ໃນຂະນະທີ່ລາວກຽມຢາວັກຊີນຂອງບໍລິສັດ ອາສຕຣາເຊເນກາ ຢູ່ໂຮງໝໍ ເອດູອາດ ແອກຣີໂອ ໃນເມືອງ ລີອົງ, ປະເທດ ຝຣັ່ງ, 6 ກຸມພາ, 2021.

ບັນດາປະເທດໃນ ຢູໂຣບ ຈຳນວນຫຼາຍກວ່າເກົ່າລວມທັງ ເຢຍຣະມັນ, ຝຣັ່ງ, ອິຕາລີ ແລະ ສເປນ ໄດ້ຢຸດການນຳໃຊ້ຢາວັກຊີນໄວຣັສໂຄໂຣນາຂອງບໍລິສັດ ອາສຕຣາເຊເນກາ (AztraZeneca) ຊົ່ວຄາວໃນວັນຈັນວານນີ້, ໂດຍອ້າງເຖິງຄວາມເປັນຫ່ວງ ກ່ຽວກັບ ເລືອດກ້າມເຖິງແມ່ນຈະມີການກ່າວຢໍ້າຈາກອົງການອະນາໄມໂລກວ່າ ມັນບໍ່ມີຫຼັກຖານທີ່ວ່າຢາວັກຊີນດັ່ງກ່າວໄດ້ກໍ່ໃຫ້ເກີດເລືອດກ້າມກໍຕາມ.

ລັດຖະມົນຕີກະຊວງສາທະລະນະສຸກຂອງ ເຢຍຣະມັນ ທ່ານ ເຈັນສ ສປານ ໄດ້ກ່າວວ່າການຕັດ ສິນໃຈໄດ້ມີຂຶ້ນລຸນຫຼັງການແນະນຳຈາກເຈົ້າໜ້າທີ່ອອກກົດ ລະບຽບຂອງ ເຢຍຣະມັນ ທີ່ຮັບຊອບ ກ່ຽວກັບ ຢາວັກຊີນນັ້ນ, ລຸນຫຼັງການລົງທະບຽນໃນກໍລະນີໃໝ່ ກ່ຽວກັບ ເລືອດກ້າມລວມທັງການເສຍຊີວິດ 3​ ຄົນ.

ທ່ານ ສປານ ໄດ້ກ່າວວ່າ “ການຕັດສິນໃຈໃນມື້ນີ້ແມ່ນການລະມັດລະວັງເທົ່ານັ້ນ,” ໂດຍກ່າວຕື່ມວ່າບັນດາເຈົ້າໜ້າທີ່ ເຢຍຣະມັນ ຈະທົບທວນຂໍ້ມູນຂອງຢາວັກຊີນດັ່ງກ່າວກັບບັນດາຜູ້ອອກກົດລະບຽບ ຢູໂຣບ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວວ່າປະເທດຂອງທ່ານ ກໍໄດ້ຢຸດການແຈກຢາຍຢາວັກຊີນດັ່ງກ່າວເຊັ່ນກັນຈົນຮອດຢ່າງໜ້ອຍຕອນບ່າຍຂອງວັນອັງຄານມື້ນີ້.

ທ່ານໄດ້ກ່າວວ່າ “ການຕັດສິນໃຈ, ເຊິ່ງເປັນໄປຕາມນະໂຍບາຍຂອງ ຢູໂຣບ ຂອງພວກເຮົາ, ແມ່ນເພື່ອຢຸດຊົ່ວຄາວ, ຈາກການລະມັດລະວັງໃນການສັກຢາ” ຂອງບໍລິສັດ ອາສຕຣາເຊເນກາ, ແຕ່ໄດ້ກ່າວຢໍ້າວ່າ ການສັກຢາດັ່ງກ່າວຈະສືບຕໍ່ຢ່າງວ່ອງໄວ ຖ້າມັນມີແນວທາງທີ່ເໝາະສົມຈາກຜູ້ອອກກົດລະບຽບການຢາຂອງ ຢູໂຣບ.

ປະເທດອື່ນໆກໍໄດ້ປະຕິບັດຕາມໃນວັນຈັນວານນີ້ ລວມມີ ອິຕາລີ, ສເປນ, ປອກຕຸຍການ, ສໂລເວເນຍ ແລະ ໄຊປຣັສ. ອາທິດທີ່ຜ່ານມາ, ປະເທດ ເດັນມາກ, ໄອຊ໌ແລນ, ນໍເວ ແລະ ບຸນກາຣີ ໄດ້ຢຸດການນຳໃຊ້ຢາວັກຊີນທີ່ຖືກພັດທະນາໂດຍມະຫາວິທະຍາໄລ ອັອກສຝອດ ນັ້ນ.

ນອກຈາກນັ້ນ, ປະເທດ ແອັສໂທເນຍ, ລິດຕູເນຍ, ລັດເວຍ ແລະ ລຸກຊັມເບີກ ທັງໝົດແມ່ນໄດ້ຢຸດການໃຊ້ຢາບາງຊຸດທີ່ມີສູດຂອງບໍລິສັດ ອາສຕຣາເຊເນກາ, ໃນຂະນະທີ່ປະເທດ ອອສເຕຣຍ ໄດ້ຢຸດການໃຊ້ຢາວັກຊີນດັ່ງກ່າວຊົ່ວຄາວໃນຕົ້ນເດືອນມີນາ.

ອີງຕາມເວັບໄຊ້ຂອງບໍລິສັດ ອາສຕຣາເຊເນກາ ນັ້ນ, ມັນໄດ້ມີການລາຍງານ 37​ຄັ້ງ ກ່ຽວກັບ ເລືອດກ້າມ ຈາກປະຊາຊົນ 17 ລ້ານຄົນທີ່ຖືກສັກຢາໃນ ສະຫະພາບ ຢູໂຣບ ແລະ ອັງກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG