ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂມ​ຣາ​ເລັ​ສ ມີ​ຄະ​ແນນ​ນຳ​ໜ້າ ໃນ​ການ​ເລືອກ​ຕັ້ງ ໂບ​ລີ​ເວຍ


ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ ອີ​ໂວ ໂມ​ຣາ​ເລັ​ສ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ ລາ ປາ​ສ, ໂບ​ລີ​ເວຍ. 20 ຕຸ​ລາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ ອີ​ໂວ ໂມ​ຣາ​ເລັ​ສ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນຫຼວງ ລາ ປາ​ສ, ໂບ​ລີ​ເວຍ. 20 ຕຸ​ລາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ ອີ​ໂວ ໂມ​ຣາ​ເລັ​ສ ໄດ້​ມີ​ຄະ​ແນນ​ນຳ​ໜ້າ ໃນການອອກ​ຜົນ​ຄະ​ແນນ ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ຮອບ​ທຳ​ອິດກ່ອນ​ກຳ​ນົດ ​ໃນ​ວັນ​ອາ​ທິດ​ວານນີ້, ແຕ່​ທ່ານ​ປາ​ກົດ​ວ່າບໍ່​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ພຽງ​ພໍ ເພື່ອຫຼີກ​ລ່ຽງ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ ໃນ​ການ​ແຂ່ງ​ຂັນ​ທາງ​ການ​ເມືອງ​ທີ່​ສູ​ສີ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ.

​ສຳ​ນັກ​ງານ​ການ​ເລືອກ​ຕັ້ງ​ລະ​ດັບ​ສູງ​ຂອງ​ປະ​ເທດ ຊື່​ວ່າ ແອນ​ດີນ ໄດ້​ກ່າວ​ໃນ​ຕອນ​ຄ່ຳ​ຂອງວັນ​ອາ​ທິດ​ວານນີ້​ວ່າ ການ​ນັບ​ຄະ​ແນນ​ສຽ​ງ​ເບື້ອງ​ຕົ້ນ​ຂອງ​ຄະ​ແນນ​ສຽງ 84 ເປີ​ເຊັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່ານ ໂມ​ຣາ​ເລັ​ສ ຢູ່​ສູງ​ສຸດດ້ວຍ 45.3 ເປີ​ເຊັນ, ຕາມ​ດ້ວຍ​ຄູ່​ແຂ່ງ​ຂັນ​ທີ່​ໃກ້​ຄຽງ​ທ່ານ​ທີ່​ສຸດ 38.2 ເປີ​ເຊັນ ເຊິ່ງ​ແມ່ນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຄາ​ລອ​ສ ເມ​ຊາ. ຖ້າ​ຜົນ​ຄະ​ແນນ​ບໍ່​ມີ​ການ​ປ່ຽນ​ແປງ, ທັງ​ສອງ​ທ່ານ​ຈະ​ປະ​ເຊີນ​ໜ້າ​ກັນ​ໃນ​ເດືອນ​ທັນ​ວາ ແລະ ທ່ານ ໂມ​ຣາ​ເລັ​ສ ອາ​ດ​ມີ​ຄວາມ​ສ່ຽງຕໍ່​ຄູ່​ແຂ່ງ​ທີ່​ມີ​ຄວາມ​ສາ​ມັກ​ຄີ​ກັນ ໃນ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ຄັ້ງ​ທຳ​ອິດ ໃນ​ການ​ກຳ​ອຳ​ນາດ​ເກືອບ 14 ປີ​ຂອງ​ທ່ານ.

ທ່ານ ເມ​ຊາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວບໍ່​ດົນຫຼັງ​ຈາກ​ຜົນ​ຄະ​ແນນ​ຄັ້ງ​ທຳ​ອິດ​ໄດ້​ຖືກ​ປະ​ກາດ​ອອກ​ມາ​ວ່າ ພັນ​ທະ​ມິດ​ຂອງ​ທ່ານ “ໄດ້​ຮັບ​ໄຊ​ຊະ​ນະ​ທີ່ບໍ່​ມີ​ຂໍ້​ສົງ​ໄສ​” ແລະ ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ພັກ​ອື່ນໆ​ເຂົ້າ​ຮ່ວມ​ກັບ​ທ່ານ​ສຳ​ລັບ “ໄຊ​ຊະ​ນະ​ທີ່​ເດັດ​ຂາດ” ໃນ​ການ​ແຂ່ງ​ຂັນ​ຮອບ​ທີ​ສອງ.

ທ່ານ ໂມ​ຣາ​ເລັ​ສ ໄດ້​ອ້າງ​ໄຊ​ຊະ​ນະ​ສຳ​ລັບ​ທ່ານ​ເອງ, ໂດຍ​ເວົ້າ​ວ່າ “ປະ​ຊາ​ຊົນ​ໄດ້​ສະ​ແດງ​ເຈ​ລະ​ນາ​ລົມ​ຂອງ​ເຂົາ​ເຈົ້າ​ອີກ​ຄັ້ງ​ນຶ່ງ.”

ທ່ານ​ໄດ້​ກ່າວ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ “ພວກ​ເຮົາ​ບໍ່​ໄດ້​ໂດດ​ດ່ຽວ. ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຊະ​ນະ​ອີກ​ຄັ້ງ​ນຶ່ງ.”

ເພື່ອ​ຫຼີ​ກ​ລ່ຽງ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ ແລະ ໄດ້​ຊະ​ນະ​ຢ່າງ​ສະ​ບາຍ​ໃຈ, ທ່ານ ໂມ​ຣາ​ເລັ​ສ ຕ້ອງ​ການ​ຄະ​ແນນ​ສຽງ 50 ເປີ​ເຊັນ ບວກ​ກັບ​ນຶ່ງ ຫຼື ໄດ້ 40 ເປີ​ເຊັນ ແລະ ຈົບ​ດ້ວຍ​ 10 ເປີ​ເຊັນ ນຳ​ໜ້າ​ຜູ້​ທ້າ​ຊິງ​ທີ່​ມີ​ຄະ​ແນນ​ໃກ້​ຄຽງ​ທີ່​ສຸດ.

ທ່ານ ໂມ​ຣາ​ເລັ​ສ ໄດ້​ມີ​ຊື່​ສຽງຈາກ​ການ​ນຳ​ໜ້າ​ການ​ປະ​ທ້ວງ​ສັງ​ຄົມ ໃນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ປະ​ກອບ​ດ້ວຍ​ປະ​ຊາ​ກອນ 11 ລ້ານ​ຄົນ ແລະ ໄດ້​ຂຶ້ນ​ມີ​ອຳ​ນາດ ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ພື້ນ​ເມືອງ​ຂອງ ໂບ​ລີ​ເວຍ ຄົນ​ທຳ​ອິດ​ໃນ​ປີ 2006. ທ່ານ ໂມ​ຣາ​ເລັ​ສ ອາ​ຍຸ 59 ປີ​ທີ່​ນິ​ຍົມ​ແນວ​ທາງ​ອຽງ​ຊ້າຍ ແມ່ນ​ຜູ້​ນຳ​ທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ທີ່​ສຸດ​ຂອງທະ​ວີບ ອາ​ເມ​ຣິ​ກາ​ໃຕ້.

ທ່ານ ເມ​ຊາ ແມ່ນ​ນັກ​ປະ​ຫວັດ​ສາດ ອາ​ຍຸ 66 ປີ ຜູ້​ທີ່​ໄດ້​ເປັ​ນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ໄດ້​ຂຶ້ນ​ກຳ​ອຳ​ນາດ​ສູງ​ສຸດ​ຂອງ ໂບ​ລີ​ເວຍ ເມື່ອ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ​ໄດ້​ລາ​ອອກ​ຈາກ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2003 ທ່າມ​ກາງ​ການ​ປະ​ທ້ວງ​ທີ່ກວ້າງ​ຂວາງ. ຕໍ່​ມາ​ທ່ານ ເມ​ຊາ ກໍ​ໄດ້​ລົງ​ຈາກ​ອຳ​ນາດເອງ​ໃນ​ປີ 2005 ທ່າມ​ກາງ​ການ​ປະ​ທ້ວງ​ຄັ້ງ​ໃໝ່​ທີ່​ນຳ​ໜ້າ​ໂດຍ​ທ່ານ ໂມ​ຣາ​ເລັ​ສ ຜູ້​ທີ່​ໃນ​ເວ​ລາ​ນັ້ນ​ໄດ້​ເປັນ​ຜູ້​ນຳ​ຂອງ​ສະ​ຫະ​ພັນ​ຜູ້​ປູກ​ຕົ້ນ​ໂຄ​ຄາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG