ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊ​າວ​ລ​າວ​ອາ​ເມ​ຣິ​ກັນ ໃນ​ລັດ​ເທັກ​ຊັ​ສ ອອກ​ຄວາມ​ຄິດ​ເຫັນ ກ່ຽວ​ກັບ​ການ​​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ເດືອນ​ໜ້າ​ນີ້


 ພວກ​ນັກ​ເຄື່ອນ​ໄຫວ​ພາ​ກັນ​ປະ​ທ້ວງ​ ​ການ​ຕ່າວ​ປີ້ນກົດ​ໜາ​ຍ Roe v. Wade ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫລວງວ​ຊໍ​ງ​ຕັນ ວັນ​ທີ 2 ມິ​ຖຸ​ນາ 2022
ພວກ​ນັກ​ເຄື່ອນ​ໄຫວ​ພາ​ກັນ​ປະ​ທ້ວງ​ ​ການ​ຕ່າວ​ປີ້ນກົດ​ໜາ​ຍ Roe v. Wade ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫລວງວ​ຊໍ​ງ​ຕັນ ວັນ​ທີ 2 ມິ​ຖຸ​ນາ 2022

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຢູ່​ໃນ​ສະ​ຫະ​ລັດ ​ຈະຈັດ​ຂຶ້ນໃນ​ວັນ​ທີ 8 ພະ​ຈິກ ຈະ​ມານີ້ ສະ​ພາ​ຕ່ຳ​ຈະ​ເລືອກ​ເອົາ​ບ່ອນ​ນັ່ງ​ທັງ​ໝົດ 435 ບ່ອນ​ ແລະສະ​ພາ​ສູງ ຈະ​ເລືອກ​ເອົາ 35 ​ບ່ອນ​ນັ່ງ ຂອງຈຳ​ນວນ​ທັງ​ໝົດ 100 ບ່ອນ ແລະ​ຂະ​ນະ​ດຽວ​ກັນ ກໍ​ຈະ​ມີ​ການ​ເລືອກ​ຕັ້ງ​ຕ່າງໆ​ຢູ່​ໃນ​ແຕ່​ລະ​ທ້ອງ​ຖິ່ນ​ອີກ.

​ທ່ານວອນ​ມະ​ນີ ​ຈັນ​ທະ​ນາ​ຄອນ ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ ຢູ່​ເມືອງ​ຝອດ​ເຫວີດ ລັດ​ເທັກ​ຊັ​ສ ເປັນ​ຜູ້​ມີ​ສິດ​ປ່ອນ​ບັດ​ ມາ​ໄດ້​ກວ່າ​ສາມ​ທົດ​ສະ​ວັດ​ແລ້ວ ທ່ານ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ສ່ວນ​ໂຕສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານວອນ​ມະ​ນີ ໄດ້​ໃຫ້​ເຫດ​ຜົນ​ອີກວ່າ ທ່ານບໍ່​ເຫັນ​ພ້ອມ ​ກັບ​ລັດ​ເທັກ​ຊັ​ສ ທີ່​ອອກ​ກົດ​ໝາຍຫ້າມ​ການເຮັດແທ້ງ​ລູກ ​ແລະ​ສົ່ງ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດ​ໝາຍ​ໄປ​ລັດ​ອື່ນໆ. ​ ເມື່ອ​ມໍ່ໆ​ມາ​ນີ້​ລັດ​ເທັກ​ຊັ​ສ ​ແມ່ນລັດ​ນຶ່ງທີ່​ອອກ​ກົດ​ໝາຍຫ້າມ​ການ​ແທ້ງ​ລູກ​ຢ່າງ​ເຄັ່ງ​ຄັດ ທີ່​ໄດ້​ກາຍ​ມາເປັນ​ບັນ​ຫາຂັດ​ແຍ້ງ​ທີ່​ມີ​ການ​ໂຕ້​ຖຽງຢູ່​ທົ່​ວ​ປະ​ເທດ.​ ເພາະ​ສະ​ນັ້ນ ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນປີ​ນີ້ ປະ​ຊາ​ຊົນອາ​ເມ​ຣິ​ກັນທີ່​ສັງ​ກັດ​ພັກ​ຣິ​ພັບ​ບ​ລິ​ກັນ ແລະ​ພັກ​ເດ​ໂມ​ແຄ​ຣັດ ຈະ​ພາ​ກັນ​ໄປ​ປ່ອນ​ບັດ ເພື່ອ​ສະ​ໜັບ​ສະ​ໜູນ​ແນວ​ຄິດ ແລະ​ສິດ​ທິຂອງ​ເຂົາ​ເຈົ້າ.

XS
SM
MD
LG