ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫໍສະແດງຄອນເສີດ Bataclan ເປີດໃຊ້ຄືນ ໃນນະຄອນຫຼວງ ປາຣີ


ນັກດົນຕີ ອັງກິດ ທ້າວ Sting ຮ້ອງເພງຢູ່ເທິງເວທີ ໃນຫໍຄອນເສີດ Bataclan, ນະຄອນຫຼວງ ປາຣີ, ຝຣັ່ງ. 12 ພະຈິກ, 2016.
ນັກດົນຕີ ອັງກິດ ທ້າວ Sting ຮ້ອງເພງຢູ່ເທິງເວທີ ໃນຫໍຄອນເສີດ Bataclan, ນະຄອນຫຼວງ ປາຣີ, ຝຣັ່ງ. 12 ພະຈິກ, 2016.

ຫໍສະແດງຄອນເສີດໃນນະຄອນຫຼວງ ປາຣີ ໄດ້ເປີດໃຊ້ຄືນອີກຄັ້ງໃນຕອນຄ່ຳຂອງວັນເສົາ ວານນີ້, ເກືອບ 1 ປີຫຼັງຈາກ 130 ຄົນໄດ້ຖືກຂ້າຕາຍ ແລະ ບາດເຈັບເກືອບ 500 ຄົນ ໃນ ຕົວເມືອງ ໃນການໂຈມຕີປະສານງານກັນໂດຍພວກຫົວຮຸນແຮງລັດອິສລາມ ຫຼື IS.

ນັກຮ້ອງເພງຣັອກທີ່ມີຊື່ສຽງທ້າວ Sting ໄດ້ເປັນຜູ້ນຳໜ້າໃນການ ສະແດງຄອນເສີດທີ່ຫໍ Bataclan, ເຊິ່ງເລີ່ມຕົ້ນດ້ວຍການໄວ້ອາໄລ 1 ນາທີໃຫ້ກັບ 90 ຄົນທີ່ຖືກຍິງຕາຍໃນຫໍ ສະແດງດົນຕີເມື່ອວັນທີ 13 ເດືອນພະຈິກ ປີິ 2015.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃສ່ 8 ສະຖານທີ່ເມື່ອ ເດືອນພະຈິກປີກາຍນີ້, ລວມທັງຫໍສະແດງຄອນເສີດ, ຮ້ານກິນດື່ມ ແລະ ສະໜາມກິລາ ເຕະບານ. ມັນແມ່ນການໂຈມຕີຂອງພວກຫົວຮຸນແຮງທີ່ໂຫດຮ້າຍທີ່ສຸດເທົ່າທີ່ເຄີຍມີມາ ໃນປະເທດ ຝຣັ່ງ.

ການໂຈມຕີໃນເດືອນພະຈິກປີກາຍນີ້ໄດ້ເກີດຂຶ້ນພຽງ 10 ເດືອນຫຼັງຈາກການໂຈມຕີໃສ່ ຫ້ອງການຂອງຫໍສະໝຸດ Charlie Hebdo, ແລະ ສົ່ງຜົນໃຫ້ມີການຕາມລ່າຫາຜູ້ຕ້ອງສົງ ໄສ 3 ວັນ. ລວມທັງໝົດແລ້ວ, 17 ຄົນໄດ້ຖືກຂ້າຕາຍ, ພ້ອມກັບຜູ້ຕ້ອງສົງໄສ 3 ຄົນ. ພວກ IS ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີນັ້ນເຊັ່ນກັນ.

ນັກດົນຕີ ອັງກິດ ທ້າວ Sting ຮ້ອງເພງຢູ່ເທິງເວທີທີ່ຫໍຄອນເສີດ Bataclan ໃນນະຄອນຫຼວງ ປາຣີ, ຝຣັ່ງ. 12 ພະຈິກ 2016.
ນັກດົນຕີ ອັງກິດ ທ້າວ Sting ຮ້ອງເພງຢູ່ເທິງເວທີທີ່ຫໍຄອນເສີດ Bataclan ໃນນະຄອນຫຼວງ ປາຣີ, ຝຣັ່ງ. 12 ພະຈິກ 2016.


ຫຼັງຈາກການໄວ້ອາໄລ, ທ້າວ Sting ນັກຮ້ອງນຳ ສຳລັບວົງດົນຕີ ອັງກິດ The Police, ກ່ອນໜ້ານີ້ ໄດ້ເລີ່ມອາຊີບເປັນນັກຮ້ອງດ່ຽວມາດົນນານ, ໄດ້ກ່າວຕໍ່ຝູງຄົນທີ່ໄປເຂົ້າຮ່ວມ ການສະແດງວ່າ: “ຄ່ຳຄືນນີ້ພວກເຮົາມີສອງພາລະກິດທີ່ຈະຕ້ອງບັນລຸໃຫ້ໄດ້, 1 ໄວ້ອາ ໄລໃຫ້ແກ່ຜູ້ທີ່ໄດ້ເສຍຊີວິດໃນການໂຈມຕີ, ແລະ ຕໍ່ມາກໍແມ່ນການສະເຫຼີມສະຫຼອງໃຫ້ ການດຳລົງຊີວິດ ແລະ ເພງໃນສະຖານທີ່ທາງປະຫວັດສາດແຫ່ງນີ້.”

ທ້າວ Daniel Psenny ຜູ້ທີ່ໄດ້ຮັບບາດເຈັບໃນລະຫວ່າງການໂຈມຕີຫໍ Bataclan ປີ ກາຍນີ້, ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ລາວບໍ່ໄດ້ມີຄວາມຢ້ານກົວ ໃນການສະແດງ ຄອນເສີດໃນວັນເສົາວານນີ້ີ້.

ທ້າວ Psenny ໄດ້ກ່າວ ຕໍ່ອົງການຂ່າວ AP ວ່າ “ມັນແມ່ນຄອນ ເສີດແຫ່ງຄວາມປອງ ດອງກັນ, ພວກເຮົາກຳລັງເລີ່ມຕົ້ນຊີວິດໃໝ່, ພວກເຮົາເລີ່ມທີ່ຈະດຳລົງຊີວິດອີກຄັ້ງ.”

ແນວໃດກໍຕາມ, ທ້າວ Elodie Suigo, ຜູ້ທີ່ໄດ້ສູນເສຍໝູ່ 6 ຄົນໃນການໂຈມຕີທີ່ຫໍສະ ແດງ Bataclan ໄດ້ກ່າວວ່າ “ມັນຍາກຫຼາຍທີ່ຈະຍ່າງຜ່ານປະຕູທາງເຂົ້ານັ້ນ. ຂ້ອຍບໍ ຄິດວ່າຂ້ອຍຈະເປັນຜູ້ລອດຊີວິດພຽງຄົນດຽວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bataclan Concert
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG