ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງອຸດສາຫະກຳ ແລະການຄ້າຂອງລາວ ແລະອົງການພັດທະນາສາກົນສະຫະລັດອາເມຣິກາ ປະຈໍາ ສປປ ລາວ ປະກາດການສະໜັບສະໜູນວິສະຫະກິດຂະໜາດນ້ອຍ ແລະກາງ ຂອງລາວ


ກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດຂອງໂຄງການ LBE ຄັ້ງທີ 7 ຢູ່ແຂວງສະຫວັນນະເຂດ, ວັນທີ 27 ພະຈິກ 2023.
ກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດຂອງໂຄງການ LBE ຄັ້ງທີ 7 ຢູ່ແຂວງສະຫວັນນະເຂດ, ວັນທີ 27 ພະຈິກ 2023.

ອົງການພັດທະນາສາກົນສະຫະລັດອາເມຣິກາ ປະຈໍາ ສປປ ລາວ (USAID) ໄດ້ປະກາດການເພີ່ມທຶນຈຳນວນ 2 ລ້ານໂດລາ ເພື່ອຂະຫຍາຍໄລຍະການຈັດຕັ້ງປະຕິບັດ ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື LBE ລວມທັງຂະຫຍາຍກິດຈະກຳຂອງໂຄງການ ໄປຍັງແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ແລະ SME ລວມທັງສົ່ງເສີມການລົງທຶນຂອງພາກເອກະຊົນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ. ການປະກາດດັ່ງກ່າວໄດ້​ມີຂຶ້ນທີ່ກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດຂອງໂຄງການ LBE ຄັ້ງທີ 7 ຈັດຂຶ້ນ ທີ່ ພະແນກອຸດສາຫະກຳ ແລະ ການຄ້າ, ແຂວງສະຫວັນນະເຂດ, ເຊິ່ງຈັດໂດຍ ກະຊວງອຸດສາຫະກຳແລະການຄ້າ ເມື່ອ​ວັນ​ທີ 27 ພະ​ຈິກ​ ຜ່ານ​ມານີ້.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມຣິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຄູ່ຮ່ວມງານຫຼັກ ຈາກພາກລັດ ແລະ ເອກະຊົນ ກົມວິຊາການທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2023 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2024.

ໃນໄລຍະປີ 2023 ໂຄງການ LBE ໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ. ໃນນັ້ນ ໂຄງການ ໄດ້ສຳເລັດການສ້າງກາໝາຍ ຫັດຖະກຳແຫ່ງຊາດລາວ ລວມທັງ ຄຳແນະນຳ ຊຶ່ງຖືກຮັບຮອງໂດຍຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຄຳແນະນຳດັ່ງກ່າວ ຈະກາຍເປັນບ່ອນອີງພື້ນຖານໃນການສົ່ງເສີມຫັດຖະກຳລາວ. ນອກນັ້ນ ໂຄງການ ຍັງໄດ້ທົດລອງ ແລະ ຈັດຝຶກອົບຮົມ ASEAN Mentorship for Entrepreneurs Network (AMEN) Program ຊຶ່ງໄດ້ໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອບັນດາ SME ຈຳນວນ 27 ຫົວໜ່ວຍທີ່ມີທ່າແຮງ. ໂຄງການ ຍັງໄດ້ສ້າງປຶ້ມຄູ່ມື ກ່ຽວກັບ ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດຂັ້ນທ້ອງຖິ່ນ ແລະ ໄດ້ມີການເຜີຍແຜ່ທົ່ວປະເທດ ຊຶ່ງເປັນການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດ. ນອກນີ້ ໂຄງການ ຍັງໄດ້ມີບົດບາດສຳຄັນໃນການປັບປຸງກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ຊຶ່ງໄດ້ຍົກລະດັບນິຕິກຳປົກປ້ອງສິດທາງດ້ານຊັບສິນທາງປັນຍາ.

ໃນພິທີເປີດກອງປະຊຸມ ທ່ານມະໄລທອງ ກົມມະສິດ ໄດ້ກ່າວວ່າ ໂຄງການນີ້ໄດ້ປະກອບ ສ່ວນອັນສຳຄັນໃນບູລິມະສິດການພັດທະນາກັບພາກເອກະຊົນ. ສະນັ້ນ ຂ້າພະເຈົ້າຂໍຖືໂອ ກາດໃນການສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານອາເມຣິກາ ກໍຄືອົງການ USAID ໃນຄວາມມຸ່ງມັ້ນໃນວຽກງານການຄ້າ ແລະພັດທະນາພາກທຸລະກິດ ໃນສປປ ລາວ ໂດຍສະເພາະແມ່ນການສະໜັບສະໜູນທຶນຮອນ ແລະ ວຽກງານວິຊາການ ໂດຍຜ່ານໂຄງການ LBE.

ທ່ານ ໄມໂຄ ຣອນນິ້ງ ໄດ້ເນັ້ນໜັກເຖິງສາຍພົວພັນການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ໂດຍໄດ້ກ່າວວ່າ: ໂຄງການ LBE ໄດ້ບັນລຸຜົນສຳເລັດຢ່າງຫຼວງຫຼາຍ ຊຶ່ງເປັນຜົນມາຈາກການສະໜັບສະໜູນຂອງກະຊວງ ອຄ ແລະ ບັນດາຄູ່ຮ່ວມງານທັງພາກລັດ ແລະ ເອກະຊົນ. ປີ 2024 ຈະເປັນປີທີ່ສຳຄັນຂອງໂຄງການ LBE ໃນການຈັດຕັ້ງປະຕິບັດກິດຈະກຳເພື່ອໃຫ້ບັນລຸ
ໝາກຜົນທີ່ເປັນຮູບປະທຳ ແລະ ສຳຄັນ ໂດຍຜັນຂະຫຍາຍຈາກຜົນສຳເລັດໃນໄລຍະທີ່ຜ່ານມາ ລວມທັງ ບັນດາບູລິມະສິດຂອງພາກ ລັດ ແລະ ເອກະຊົນ.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າໃນການຈັດຕັ້ງປະຕິບັດແຜນວຽກ​ ໃນໄລຍະປີ 2023 ຂອງໂຄງການ USAID LBE ​ໄດ້ຖືກ​ນຳ​ສະ​ເໜີ​ໂດຍ ບັນດາກົມວິຊາການທີ່​ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບປີ 2024.

ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

The United States Agency for International Development (USAID) announced an additional $2 million to extend the Laos Business Environment project’s period of performance and geographic area to Savannakhet Province to support more small and medium enterprises and businesses and boost private sector investment in Laos. The announcement was made at the 7th Project Review Committee Meeting of the USAID Laos Business Environment Project (LBE), hosted by the Ministry of Industry and Commerce (MOIC).

Minister Malaithong Kommasith, Minister of Industry and Commerce, and Mr. Michael Ronning, USAID Country Representative to Laos, co-chaired the meeting, attended by key technical government and private sector focal points, project counterparts, and development partners. The meeting focused on reviewing LBE’s progress for 2023 and discussing priorities for 2024.

USAID's LBE project has contributed to Laos’ economic growth and development by achieving several key milestones. The project was finalized and received approval for the National Handicraft Branding guidelines from the Prime Minister's Office, establishing a standardized framework for promoting Lao handicrafts. LBE helped pilot and launch the ASEAN Mentorship for Entrepreneurs Network program, which is providing valuable guidance and support to 27 promising SMEs across key sectors. The project also worked to foster collaboration among government agencies and local businesses through dissemination of the Local Public-Private Dialogue handbook nationwide and played a crucial role in amending the Law on Intellectual Property to strengthen the legal framework for protecting intellectual property rights.

During his opening remarks, Minister Malaithong stated, “the project has been making important contributions to the realization of our private sector development priorities, including strengthening SMEs competitiveness. Therefore, I would like to take this opportunity to express our sincere thanks to the U.S. Government and USAID for its commitments to trade and private sector development in Laos, particularly for providing additional funding and support through the LBE project.”

Mr. Ronning highlighted the expanding U.S.-Laos economic cooperation ties. “The Project has come a long way with achievements resulting from the support of the Ministry, and key public and private sector partners,” said Mr. Ronning. “2024 will be a crucial year for LBE to generate tangible and impactful results, building on the success of the previous years as well as government and private sector’s priorities.”

The USAID LBE 2023 progress report was presented by the project’s technical focal points, namely the MSME Promotion Agency; the Lao National Chamber of Commerce and Industry; and the Department of Trade Negotiation and Economic Cooperation. In addition, the 2024 work plan was presented during the meeting.

USAID’s LBE is a six-year project that aims to help the Lao government improve the climate for investment and trade and enhance the competitiveness of small and medium-sized businesses.

XS
SM
MD
LG