ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີຄວາມເຫັນພ້ອມກັນ ກ່ຽວກັບ ສົງຄາມໃນ ຢູເຄຣນ ໂດຍບັນດາລັດຖະມົນຕີການຕ່າງປະເທດ ກຸ່ມ G20


ພະນັກງານນຳເອົາທຸງຊາດ ອິນເດຍ ໄປຕ້ອງຢູ່ກັບປະເທດອື່ນໆທີ່ເຂົ້າຮ່ວມກອງປະຊຸມໃນວິພີເປີດກອງປະຊຸມລັດຖະມົນຕີຕ່າງປະເທດ G20, ນະຄອນຫຼວງ ນິວ ເດລີ, ອິນເດຍ, ທີ 2 ມີນາ 2023.
ພະນັກງານນຳເອົາທຸງຊາດ ອິນເດຍ ໄປຕ້ອງຢູ່ກັບປະເທດອື່ນໆທີ່ເຂົ້າຮ່ວມກອງປະຊຸມໃນວິພີເປີດກອງປະຊຸມລັດຖະມົນຕີຕ່າງປະເທດ G20, ນະຄອນຫຼວງ ນິວ ເດລີ, ອິນເດຍ, ທີ 2 ມີນາ 2023.

ຄວາມ​ແຕກ​ແຍກ​ທີ່​ໜັກ​ຍິ່ງ​ຂຶ້ນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກກັບ ຣັດ​ເຊຍ ກ່ຽວ​ກັບ ສົງ​ຄາມ​ຢູ​ເຄ​ຣນ ໄດ້​ກີດ​ກັນ​ຄວາມ​ເຫັນ​ພ້ອມ​ກັນ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ບັນ​ດາ 20 ປະ​ເທດ​ນັ້ນ, ໃນ​ຂະ​ນະ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຖິ້ມ​ໂທດ​ໃສ່​ກັນ ​ສຳ​ລັບ​ວິ​ກິດ​ການ​ດັ່ງ​ກ່າວ.

ຄຳ​ຖະ​ແຫຼງສະ​ຫ​ລຸບ​ຜົນທີ່​ຖືກ​ປະ​ກາດ​ໂດຍ​ ອິນ​ເດຍ ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ​ໃນ​ວັນ​ພະ​ຫັດ​ວານນີ້ ​ໄດ້​ກ່າວ​ວ່າ “ສະ​ມາ​ຊິກ​ສ່ວນ​ຫຼາຍ​ ໄດ້​ກ່າວ​ປະ​ນາມ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ ໄດ້​ກ່າວ​ຢ້ຳ​ວ່າ​ມັນ​ໄດ້​ກໍ່ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ​ຕໍ່​ມະ​ນຸດ​ເປັນ​ຢ່າງ​ຍິ່ງ ແລະ ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ ​ທີ່​ແຕກ​ຫັກ​ໄດ້​ງ່າຍ​ຊຸ​ດ​ໂຊມ​ລົງຢ່າງ​ໜັກ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ, ທ່ານ ຊູບ​ຣາ​ມານ​ຢາມ ໄຈ​ຊານ​ກາ (Subramanyam Jaishankar), ໄດ້​ກ່າວ​ວ່າ​ການ​ປະ​ຊຸມ​ກັນ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ ແມ່ນບໍ່​ສາ​ມາດ​ທີ່​ຈະ​ຢືນ​ຢັນ​ຖະ​ແຫຼງ​ການ​ຮ່ວມ​ເນື່ອງ​ຈາກ “ທັດ​ສະ​ນະ​ຄະ​ຕິ​ທີ່​ຂັດ​ແຍ້ງ​ກັນ” ກ່ຽວ​ກັບ ສົງ​ຄາມ​ໃນ ຢູ​ເຄ​ຣນ.

ທ່ານ ໄຈ​ຊານ​ກາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ, ເຊິ່ງ​ທີ່​ຈິງ​ແລ້ວ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ຢູ​ເຄ​ຣນ​ນັ້ນ, ມັນ​ໄດ້​ມີ​ຄວາມບໍ່​ສອດ​ຄ່ອງ​ກັນ, ມັນ​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ກັນ, ເຊິ່ງ​ພວກ​ເຮົາ​ບໍ່​ສາ​ມາດ​ປອງດອງ​ກັນ​ລະ​ຫວ່າງ ຫຼາຍ​ຝ່າຍ. ພວກ​ເຮົາ​ໄດ້​ພະ​ຍາ​ຍາມ, ແຕ່​ຊ່ອງ​ຫວ່າງ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ແມ່ນຫຼາຍ​ໂພດ.”

ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ ສົງ​ຄາມຢູ​ເຄ​ຣນ​ນັ້ນ, ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃຫ້​ກົດ​ດັນ ຣັດ​ເຊຍ ເພື່ອ​ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງ ແລະ ຕອບ​ໂຕ້​ຢ່າງ​ເດັດ​ຂາດ​ຕໍ່​ການ​ຮຸກ​ຮານ​ຂອງ​ພວກ​ເຂົາ, ໃນ​ຂະ​ນະ​ທີ່ ມົ​ສ​ກູ ໄດ້​ຖິ້ມ​ໂທດ​ໃສ່​ປະ​ເທດ​ຕາ​ເວັນ​ຕົກ​ສຳ​ລັບ​ວິ​ກິດ​ການ​ທາງ​ການ​ເມືອງ​ໂລກ ແລະ ເສດ​ຖະ​ກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG