ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂມດີ ກ່າວວ່າ ນັກບິນອະວະກາດຈຸທໍາອິດຂອງອິນເດຍ ຈະເປັນແຮງບັນດານໃຈຕໍ່ປະເທດຊາດ


ແຟ້ມຮູບ-ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ຕິດບັດໃຫ້ແກ່ນັກບິນອາກາດຊາວອິນເດຍ ຜູ້ທີ່ເປັນໂຕເລືອກສໍາລັບການບິນຂຶ້ນສູ່ອະວະກາດຄັ້ງທໍາອິດຂອງອິນເດຍ ໃນລະຫວ່າງງານ ທີ່ຈັດຂຶ້ນຢູ່ທີ່ສູນອະວະກາດ ວີກຣໍາ ຊາຣັບຮາຍ ໃນເມືອງທີຣູວານານທາປູຣາມ, ອິນເດຍ. (Indian Press Information Bureau via AP)
ແຟ້ມຮູບ-ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດາ ໂມດີ ຕິດບັດໃຫ້ແກ່ນັກບິນອາກາດຊາວອິນເດຍ ຜູ້ທີ່ເປັນໂຕເລືອກສໍາລັບການບິນຂຶ້ນສູ່ອະວະກາດຄັ້ງທໍາອິດຂອງອິນເດຍ ໃນລະຫວ່າງງານ ທີ່ຈັດຂຶ້ນຢູ່ທີ່ສູນອະວະກາດ ວີກຣໍາ ຊາຣັບຮາຍ ໃນເມືອງທີຣູວານານທາປູຣາມ, ອິນເດຍ. (Indian Press Information Bureau via AP)

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ໃນວັນອັງຄານວານນີ້ ໄດ້ສະແດງຄວາມຍິນດີນຳນັກອະວະກາດສີ່ຄົນ ທີ່ກຳລັງກຽມພ້ອມສຳລັບພາລະກິດການບິນຂຶ້ນສູ່ວົງໂຄຈອນຄັ້ງທຳອິດຂອງປະເທດຊາດ ໂດຍກ່າວວ່າ ຄວາມກ້າວໜ້າຄັ້ງຫຼ້າສຸດໃນການເດີນອະວະກາດຈະສ້າງແຮງບັນດານໃຈໃຫ້ແກ່ຄົນລຸ້ນຕໍ່ໄປ.

“ການນັບຖອຍຫຼັງຂອງຈະຫຼວດສ້າງແຮງບັນດານໃຈແກ່ພວກເດັກນ້ອຍຫຼາຍພັນຄົນໃນອິນເດຍ ແລະພວກທີ່ກຳລັງພັບເຮືອບິນເຈ້ຍໃນມື້ນີ້ ມີຄວາມໄຝ່ຝັນຢາກກາຍເປັນນັກວິທະຍາສາດຄືກັບພວກເຈົ້າ” ທ່ານໂມດີ ໄດ້ກ່າວ.

ພາລະກິດທີ່ຊື່ວ່າ ກາການຢານ (Gaganyaan) ໝາຍຄວາມວ່າ “ສະກາຍແຄຣັຟ ຫຼື ຍານຍົນ” ທີ່ກຳນົດຈະສົ່ງບັນດານັກບິນອະວະກາດເຂົ້າສູ່ວົງໂຄຈອນຂອງໂລກໃນປີ 2025 ອັນເປັນການວັດແທກທີ່ສຳຄັນໃນດ້ານຄວາມອາດສາມາດທັງຫຼາຍທາງເທັກນິກຂອງອົງການຄົ້ນຄວ້າອະວະກາດ ຫຼື ISRO.

“ພວກເຈົ້າໝົດທຸກຄົນກຳລັງເປີດປະຕູໃໝ່ຕ່າງໆຂອງຄວາມເປັນໄປໄດ້ໃນອະນາຄົດ” ທ່ານໂມດີ ໄດ້ກ່າວຕໍ່ ບັນດານັກວິທະຍາສາດຂອງ ISRO ໃນວັນອັງຄານວານນີ້.

ການຢ້ຽມຢາມສູນກາງອະວະກາດວິກຣາມ ຊາຣາບາຍ ໃນລັດເຄີຣາລາ ທາງພາກໃຕ້ອຂງປະເທດ ຊຶ່ງທ່ານໂມດີ ໄດ້ມອບ “ປີກນັກອະວະກາດ” ໃຫ້ແກ່ຊາຍສີ່ຄົນທີ່ປະກອບດ້ວຍ: ທ່ານອາຈິຕ ຄຣິສນານ, ທ່ານປຣາຊານ ບາລາຄຣິສນານ ແນຣ, ທ່ານອານກາດ ປຣາທາບ ແລະ ທ່ານຊູບານຊູ ຊູກລາ.

“ພວກເຂົາເຈົ້າບໍ່ພຽງແຕ່ຊື່ສີ່ຄົນ ຫຼື ບຸກຄົນເທົ່ານັ້ນ ພວກເຂົາເຈົ້າເປັນສີ່ ‘ຊາກຕີ shakti’ (ໝາຍເຖິງພະເຈົ້າແຫ່ງອຳນາດໃນສາສະໜາຮິນດູ) ທີ່ກຳລັງນຳເອົາແຮງບັນດານໃຈຂອງປະຊາຊົນອິນເດຍ 1 ພັນ 4 ຮ້ອຍລ້ານຄົນຂຶ້ນໄປໃນອະວະກາດ” ທ່ານໂມດີ ໄດ້ກ່າວຕື່ມ.

ກາການຢານ ເປັນພາລະກິດຄັ້ງທຳອິດຂອງປະເພດແນວນີ້ສຳລັບອິນເດຍ ແລະ ກະປະໄດ້ວ່າ ມີລາຄາ 1.06 ຕື້ໂດລາ ອີງຕາມ ISRO.

ອິນເດຍວາງແຜນທີ່ຈະສົ່ງສີ່ນັກບິນອະວະກາດກາຍນອກຊັ້ນບັນຍາກາດຂອງໂລກ ເປັນເວລາສາມວັນ ກ່ອນທີ່ຈະນຳເອົາພວກເຂົາເຈົ້າກັບຄືນມາດ້ວຍການລົງມາຈອດຢ່າງຄ່ອຍໆໃນເຂດນ່ານນ້ຳຂອງຕົນ.

ທ່ານໂມດີ ກ່ອນໜ້ານີ້ ໄດ້ປະກາດແຜນການທີ່ຈະສົ່ງສະຖານີອະວະກາດຂຶ້ນໄປພາຍໃນປີ 2034 ແລະຈະນຳເອົາຄົນໄປຍັງດວງເດືອນພາຍໃນປີ 2040.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG