ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບວດ Rowhani ຜູ້ນິຍົມແນວທາງປານກາງ ຊະນະການເລືອກຕັ້ງ ໃນອິຣ່ານ (ວີດິໂອ)


ແມ່ຍິງຊາວອິຣ່ານ ຊູນີ້ວມືສະແດງໄຊຊະນະຂອງທ່ານ Rowhani
ແມ່ຍິງຊາວອິຣ່ານ ຊູນີ້ວມືສະແດງໄຊຊະນະຂອງທ່ານ Rowhani
ທ່ານ Mostafa Mohammad-Najjar ລັດຖະມົນຕີ​ກະຊວງ​
ພາຍ​ໃນ​ຂອງ​ອິຣ່ານ ​ໄດ້​ປະກາດ​ໃຫ້​ທ່ານ Hassan Rowhani
ນັກບວດທີ່​ນິຍົມ ​ແນວທາງ​ປານ​ກາງ ​ເປັນ​ຜູ້​ຊະນະການ​ເລືອກ
​ຕັ້ງ​ປະທານາທິບໍດີຂອງອິຣ່ານ ເໜືອ​ບັນດາຜູ້​ສະມັກຫົວ​ແຂງ​
ກະດ້າງ​ຈາກ​ພັກ​ຂອງລັດ​ຖະບານ ຊຶ່ງ​ເປັນ​ໄຊ​ຊະນະທີ່​ສ້າງ​
ຄວາມ​ປະຫຼາດ​ໃຈ​ໃຫ້​ແກ່ທຸກໆຄົນ​.

ທ່ານ Rowhani ທີ່​ໄດ້​ຮັບ​ຄວາມ​ນິຍົມຈາກ​ພວກ​ຫົວ​ປະຕິ​ຮູບ
ທັງຫລາຍ ​ແລະ​ເປັນ​ອະດີດ​ຫົວໜ້າ​ເຈລະຈາເລຶ່ອງນີວ​ເຄຼຍ ​ໄດ້​ຮັບ​ຄະ​ແນນສຽງເກືອບ 19 ລ້ານ​ສຽງ ຈາກ​ບັດ​ທີ່​ໄດ້​ນັບ​ໄປ​ແລ້ວ​ເກືອບ 37 ລ້ານ​ບັດ ຄື​ໄດ້​ຄະ​ແນນເກີນ 50 ​ເປີ​ເຊັນໜ້ອຍ​ນຶ່ງ ຊຶ່ງ​ເຮັດ​ໃຫ້ບໍ່​ຈໍາ​ເປັນ​ຕ້ອງ​ມີ​ການ​ເລືອກ​ຕັ້ງ​ຮອບຕັດ​ສິນ​ຊີ້​ຂາດ. ຄູ່​ແຂ່ງ​ທີ່​ທີ່ໃກ້​ຄຽງທີ່​ສຸດ ​ຄື​ທ່ານ Mohammad Bagher Qalibaf ​ເຈົ້າຄອງ​ກໍາ​ແພງ​ເມືອງຫຼວງ Tehran ທີ່​ໄດ້​ຄະ​ແນນ​ ໜ້ອຍ​ກ່ວາ​ທ່ານ​ຫລາຍ​ສົມຄວນ ຄື​ໄດ້ປະມານ 16 ​ເປີ​ເຊັນ​ຂອງບັດຄະ​ແນນ​ສຽງ.

ທ່ານ​ ພັນ ຄີ​ມູນ ​ໄດ້​ສະ​ແດງຄວາມ​ຍິນ​ດີ​ຕໍ່​ທ່ານ Rowhani ​ແລະ​ໄດ້​ຊຸກຍູ້​ໃຫ້​ເຈົ້າໜ້າ​ທີ່ອິຣ່ານທັງຫຼາຍ ​ແລະ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່​ນັ້ນ ຈົ່ງ​ເອົາ​ບົດບາດ​ໃນ​ທາງ​ສ້າງສັນ​ ໃນກິດຈະການຂອງຂົງ​ເຂດ ​ແລະ ສາກົນ.

ສະຫະລັດ​ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຊາວ​ອິຣ່ານ ທີ່​ໄດ້​ມີການ​ປະກອບ ສ່ວນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ຊຶ່ງ​ທ່ານ Jay Carney ​ໂຄສົກທໍ​ານຽບຂາວ​ເວົ້າ​ວ່າ ລັດຖະບານ​ໂອ​ບາ​ມາ​ເຄົາລົບຕໍ່ຜົນ​ການ​ປ່ອນ​ບັດນັ້ນ. ​ແຕ່​ຄໍາຖະ​ແຫຼງ​ຂອງ​ໂຄສົກ Carney ຊີ້​ອອກວ່າ ການ​ເລືອກ​ຕັ້ງໄດ້​ມີ​ຂຶ້ນໃນ​ທ່າມ ກາງສິ່ງ​ທີ່​ທ່ານ​ບັນ​ລະ​ຍາຍວ່າ ອຸບ​ປະ​ສັກແລະ​ຂໍ້​ຈໍາກັດ​ຮັດ​ແຄບຕ່າງໆ​ຂອງ​ລັດຖະບານ ​ໂຮມ​ທັງ​ການ​ຂາດ​ຄວາມໂປ່​ງ​ໃສ ການ​ກວດກາສື່​ມວນ​ຊົນ ​ແລະ​ ​ສະພາບ​ການ​ດ້ານ​ຄວາມ​ໝັ້ນຄົງ ທີ່​ໜ້າ​ຢ້ານ.


ພວກ​ຝຸງ​ຊົນ​ທີ່​ດີ​ອົກ​ດີ​ໃຈ​ໃນ​ເມືອງຫຼວງ​ເຕຫະຣ່ານ ​ແລະ​ໃນຫົວເມືອງ​ອື່ນໆ​ຂອງ​ອິຣ່ານ ພາກັນ​ສະ​ຫຼອງຢ່າງ​ໃຫຍ່​ເມື່ອ​ວັນ​ເສົາວານ​ນີ້ ຕໍ່​ໄຊຊະນະການ​ເລືອກ​ຕັ້ງ​ແບບ​ທີ່​ບໍ່​ຄາດ​ຝັນຂອງ​ຜູ້​ນິຍົມ​ແນວທາງ​ກາງ ທີ່​ຈະ​ເຂົ້າມາ​ແທນ​ປະທານາທິບໍດີ​ສອງ​ສະ​ໄໝ ທ່ານ Mahmud Ahmadinejad ນັ້ນ.

ຊາວ​ເມືອງ​ເຕຫະຣ່ານຄົນ​ນຶ່ງ​ອະທິບາຍ​ ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ Rowhani ​ໄດ້​ຮັບ​ໄຊ​ຊະນະ​ໃນ​ຄັ້ງ​ນີ້​ວ່າ:

“ດ້ວຍ​ສຽງ​ປ່ອນ​ບັດ​ຂອງ​ມະຫາຊົນ ​ແລະ​ການ​ສະ​ໜັບສະ​ໜຸນ​ຂອງ​ທ່ານ Akbar Hashemi Rafsanijani ​ແລະ​ທ່ານ Mohammad Khatami ​ໃນ​ລະຫວ່າງ​ສອງ​ຫຼືສາມ​ມື້​ຜ່ານ​ມາ ​ແລະ​ພ້ອມ​ກັບ​ການ​ຖອນ​ຕົວ​ຂອງ​ ທ່ານ Mohammad Reza Aref ​ອອກ​ຈາກ​ຜູ້​ສະ​ໜັກ​ເລືອກ​ຕັ້ງນັ້ນ ຈຶ່ງ​ເກີດ​ມີ​ຄວາມ​ກະຕືລື​ລົ້ນຫຼາຍຂຶ້ນ ທີ່​
ເຮັດ​ໃຫ້ການ​ເລືອກຕັ້ງ​ດໍາ​ເນີນ​ໄປ​ໃນ​ທິດ​ທາງ​ຫົວ​ນິຍົມ​ການ​ປະຕິ​ຮູບ​ນັ້ນ.”


ເບິ່ງວີດີໂອກ່ຽວຂ້ອງ: ຊາວອິຣ່ານພາກັນເດີນຂະບວນຕໍ່ຕ້ານລັດຖະບານ ແລະສະໜັບສະໜຸນທ່ານ Rowhani ເມື່ອຕົ້ນເດືອນນີ້ ຊຶ່ງບໍ່ຄ່ອຍມີ:

Security Forces Geared Up for Muted Iranian Election
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ


XS
SM
MD
LG