ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງມີການລະດົມພົນ ກ່ອນການ​ໂຈມ​ຕີຕອບໂຕ້ຄືນໃນລະດູບານໃໝ່ ຢູ່ໃນຢູເຄຣນ


Mobilization Underway Ahead of Expected Spring Counteroffensive in Ukraine
please wait

No media source currently available

0:00 0:02:49 0:00

ລາຍງານ ​ພວມ​ມີການລະດົມພົນ ກ່ອນການບຸກ​ໂຈມ​ຕີຕອບໂຕ້​ຄືນ ໃນລະດູບານໃໝ່ ຢູ່ໃນຢູເຄຣນ.

ປັດຈຸບັນນີ້ ປະຊາຊົນຊາວຢູເຄຣນ ແມ່ນພວມ​ກະ​ກຽມ​ເພື່ອ​ສູ້​ລົບ​ໃນສົງ ຄາມ, ເຖິງແມ່ນວ່າ ພວກເຂົາເຈົ້າຈະບໍ່ໄດ້ ຢູ່ໃນແນວໜ້າກໍຕາມ, ເຊິ່ງຄວາມຄາດຫວັງໃນການເປີດ​ສາກໂຈມຕີຕອບ​ໂຕ້​ຄືນ​ໃນລະດູບານໃໝ່ ທີ່ຕື່ນເຕັ້ນແລະ​ກວ້າງຂວາງນັ້ນ ອາດຈະເກີດຂຶ້ນໄດ້ ທຸກເວລາໃນຂະນະນີ້, ລັດຖະມົນຕີກະ ຊວງປ້ອງກັນປະເທດຂອງຢູເຄຣນ ໄດ້ອອກມາເຕືອນເມື່ອໄວໆມານີ້ ກ່ຽວກັບການໃຫ້ຄວາມຫວັງ ຫຼາຍເກີນໄປ ໃນ​ການ​ໂຈມ​ຕີຕອບໂຕ້ ຂອງປະເທດທ່ານ. ອາຣາສ ອະຣາບາຊາດີ ນັກຂ່າວ VOA ມີລາຍງານ ກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນພາກກາງຂອງປະເທດຢູເຄຣນ, ຈະເຫັນພາບຕ່າງໆທີ່ລຶ້ງເຄີຍ ໃນຂະນະທີ່ກອງທະຫານຈາກໜ່ວຍປ້ອງກັນແຫ່ງຊາດ ກໍາລັງຝຶກແອບ ເພື່ອທໍາການຕໍ່ສູ້. ມັນບໍ່ແມ່ນເລື້ອງຜິດປົກກະຕິສໍາລັບສະມາຊິກກອງທັບຂອງປະເທດຢູເຄຣນ ທີ່ຈະກຽມພ້ອມຕົນເອງ ເພື່ອຕໍ່ສູ້ຕ້ານການຮຸກຮານຈາກກອງກໍາລັງຂອງຣັດເຊຍ, ເຊິ່ງຂະນະນີ້ ແມ່ນເປັນເວລາຫຼາຍກວ່ານຶ່ງປີແລ້ວ ທີ່ມັນໄດ້ເກີດຂຶ້ນຢູ່ພາຍໃນປະເທດ.

ແຕ່ການຝຶກແອບເພື່ອ​ບຸກໂຈມ​ຕີ​ຂອງ​ພວກ​ທະ​ຫານ​ລາບແມ່ນມີຄວາມແຕກຕ່າງ, ເຊິ່ງມັນໄດ້ເກີດຂຶ້ນ ກ່ອນຄວາມຄາດຫວັງ​ກັນ​ຢ່າງກວ້າງ​ຂວາງໃນການບຸກ​ໂຈມ​ຕີຕອບໂຕ້ໃນຊ່ວງລະດູບານໃໝ່ ເພື່ອທັບ​ມ້າງ​ຄວາມ​ກ້າວ​ໜ້າ​ທີ່​ທ​ະ​ຫານ​ຣັດ​ເຊຍ
ໄດ້​ຮັບ​ໃນຊ່ວງລະດູໜາວ.

ອົງການຂ່າວ AP ລາຍງານວ່າ ຣັດເຊຍໄດ້ຢຶດເອົານຶ່ງໃນຫ້າຂອງດິນແດນ ປະເທດຢູເຄຣນ ໄດ້ແລ້ວ.

ຢູ່ໃນຂົງເຂດຕ່າງໆທີ່ ຣັດເຊຍ ໄດ້ຖອນກອງກໍາລັງຂອງຕົນອອກໄປນັ້ນ, ຍັງຄົງເປັນສິ່ງເຕືອນຄວາມຊົງຈໍາກ່ຽວກັບການປາກົດໂຕຂອງພວກເຂົາ. ໃນພາກໃຕ້ຂອງຢູເຄຣນ, ເຊິ່ງເປັນຂົງເຂດທີ່ເປັນບ່ອນເບັ່ງບານຂອງດອກຕາເວັນ ແລະເປັນສະຖານທີ່ສໍາລັບຫວ່ານອາຫານປະເພດເມັດຂອງຊາວກະສິກອນ, ປັດຈຸບັນນີ້ ມັນໄດ້ກາຍມາເປັນທົ່ງທີ່ມີແຕ່ລະເບີດຝັງດິນໂດຍມັນໄດ້ກາຍເປັນໄພຂົ່ມ​ຂູ່ຕໍ່ທັງຊີວິດ ແລະ​ວິ​ຖີການດໍາລົງຊີວິດຂອງປະຊາຊົນ.

ໂອເລ ອາສຄາໂລ (Oleh Uskhalo) ຊາວກະສິກອນທ້ອງຖິ່ນ ກ່າວເປັນພາ ສາຢູເຄຣນ ກັບອົງການຂ່າວ AP ວ່າ:

“ມັນມີຄວາມເປັນໄປໄດ້ວ່າ ຈະປະ​ເຊີນ​ກັບການລົ້ມລະລາຍ. ພວກເຮົາສາມາດ​ດຳ​ເນີນ​ການໃນປີຕໍ່ໜ້າໄດ້, ແຕ່ ຖ້າບໍ່ມີການຊ່ວຍເຫຼືອຈາກລັດຖະບານ ແລະບໍ່ມີຄ່າຊົດເຊີຍຈາກການເກັບກ່ຽວໃນປີທີ່ຜ່ານມາ, ເຊິ່ງໄດ້ຖືກໄໝ້ໄປໝົດແລ້ວ... ຖ້າທົ່ງນາສໍາລັບການປູກຝັງບໍ່ໄດ້ຮັບການເກັບກູ້ລະເບີດອອກໄປ, ພວກເຮົາກໍຈະບໍ່ສາ​ມາດຫວ່ານອາຫານປະເພດເມັດ​ໄດ້.”

ຖ້າຫາກຍັງມີບັນຫາກ່ຽວກັບອຸດສາຫະກໍາການກະເສດຢ່າງຕໍ່ເນື່ອງ, ສະແດງວ່າ ມັນຈະສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ປະຊາຊົນຊາວຢູເຄຣນ, ເນື່ອງຈາກວ່າ ອາຫານປະເພດເມັດ ແມ່ນແຫຼ່ງລາຍໄດ້ຈາກການສົ່ງອອກອັນສໍາຄັນຂອງປະເທດແຫ່ງນີ້, ອີງຕາມຂໍ້ມູນຈາກກະຊວງກະສະກໍາຂອງ ສະຫະລັດ.

ຢູ່ໃນນະຄອນຫຼວງກີຢິບຂອງປະເທດຢູເຄຣນ, ປະຊາຊົນຫຼາຍສິບຄົນພາກັນພັບແຂນເສື້ອຂອງພວກເຂົາເຈົ້າຂຶ້ນ ເພື່ອບໍລິຈາກເລືອດ. ແລະໃນຂະນະທີ່ບາງຄົນ ກໍໄດ້ມີການບໍລິຈາກໄປແລ້ວໃນກ່ອນໜ້ານັ້ນ, ພວກເຂົາເຈົ້າຮູ້ດີທີ່ສຸດວ່າ ແຮງຂັບເຄື່ອນຂອງເລືອດໃນຂະນະນີ້ ແມ່ນມີຄວາມຈໍາເປັນທີ່ສຸດສໍາລັບການສະໜັບສະໜຸນຢູ່ໃນແນວໜ້າ.

ລິເລຍ ສກາບູຣາ (Lilia Shkabura), ຜູ້ບໍລິຈາກເລືອດ ກ່າວກັບອົງການຂ່າວ AP ວ່າ:

“ມັນຊ່ວຍຮັກສາໄດ້ຫຼາຍຊີວິດ, ລວມທັງຊ່ວງເວລາກ່ອນການຮຸກຮານ. ຂ້ອຍໄດ້ບໍລິຈາກເລືອດ ຍ້ອນວ່າພວກເຮົາມີການດໍາເນີນງານຫຼາຍໆຢ່າງ ຫຼື ບາງສິ່ງທີ່ມີລັກສະນະທີ່ວ່າ ໂຮງໝໍຕ່າງໆຕ້ອງການເລືອດຕື່ມອີກ. ແລະປັດຈຸບັນນີ້ ມັນມີຄວາມສໍາຄັນຫຼາຍຂຶ້ນກວ່າເກົ່າອີກ ເນື່ອງຈາກວ່າບັນດານັກລົບຂອງພວກເຮົາ ຈໍາເປັນຕ້ອງມີການປະຕິບັດງານຫຼາຍຢ່າງ ແລະຕ້ອງການການບໍລິຈາກເລືອດຫຼາຍຂຶ້ນ.”

ນັກລົບທັງຫຼາຍເຫຼົ່ານັ້ນ ມີຄວາມຈໍາເປັນທີ່ຈະຕ້ອງນໍາໃຊ້ການຕໍ່ສູ້ທາງທະຫານທີ່ມີປະສິດທິພາບທັນສະໄໝຈາກ​ປະ​ເທດຕາເວັນຕົກເຊັ່ນ: ເຮືອບິນລົບ F-16, ອີງຕາມການກ່າວຂອງປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ເຊິ່ງໄດ້ກ່າວວ່າ ການບຸກ​ໂຈມ​ຕີຕອບໂຕ້ໃນລະດູບານໃໝ່ຈະຕ້ອງເກີດຂຶ້ນພ້ອມ ດ້ວຍເຮືອບິນລົບ ຫຼືບໍ່ມີເຮືອບິນລົບ ດັ່ງກ່າວກໍຕາມ.

ຢູ່ໃນພູມິພາກໂດເນສ ຂອງ ຢູເຄຣນ, ການສົມທຽບກັນກ່ຽວກັບຄວາມສາມາດທີ່ທັນສະໄໝ ແລະຄວາມພ້ອມໃນຍຸກສົງຄາມໂລກຄັ້ງທີ 1, ໂດຍທະຫານ ໄດ້ພາກັນໃສ່ໜ້າກາກ ໃນລະຫວ່າງທີ່ພວກເຂົາເຈົ້າຝຶກຊ້ອມ ເພື່ອຍົກລະດັບໃນການຄົ້ນຫາລະດັບຂອງສານເຄມີ ແລະລັງສີ ຢູ່ໃນສະໜາມລົບ.

ດ້ວຍຄວາມພະຍາຍາມຂອງລັດຖະມົນຕີກະຊວງປ້ອງກັນປະເທດຂອງ ຢູເຄຣນ ທີ່ຈະຫຼຸດຄວາມຄາດຫວັງກ່ຽວກັບສິ່ງທີ່ຈະເກີດຂຶ້ນຈາກການ​ບຸກ​ໂຈມ​ຕີຕອບໂຕ້​ຄືນໃນລະດູບານໃໝ່ແນວໃດນັ້ນ, ທ່ານເຊເລັນສກີ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ກ່ຽວກັບຄວາມສໍາເລັດ ໃນລະຫວ່າງການສໍາພາດ ກັບ​ໜັງ​ສື​ພິມ Washington Post ວ່າ ມັນບໍ່ແມ່ນພຽງແຕ່ສະໜາມລົບດຽວເທົ່ານັ້ນ, ແຕ່ສໍາລັບມຸມມອງຂອງບັນດາປະເທດຕາເວັນຕົກ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນປະເທດທ່ານນັ້ນ ຢູເຄຣນ ກໍາລັງພະຍາຍາມຊອກຫາການສະໜັບສະໜຸນເພີ້ມຂຶ້ນ.

Ukrainians are on war footing, even if they’re not the ones on the front lines. A much hyped and widely expected spring counteroffensive could come any day now. But Ukraine’s Defense Minister recently warned against putting too much hope in his country’s counterstrikes. VOA’s Arash Arabasadi has more.

In central Ukraine, a familiar sight, as soldiers from the country’s National Guard train for combat. It’s not been uncommon for members of Ukraine’s military to ready themselves against invading Russian forces, now more than one year in-country.

But this training of an assault infantry squad is different, as it comes before a widely expected spring counteroffensive to erase the gains of the Russian winter offensive.

The Associated Press reports that Russia holds about one-fifth of the Ukrainian homeland.

In places where Russian forces retreated, reminders remain of their presence. In southern Ukraine, where sunflowers once bloomed and farmers seeded wheat, there are now minefields threatening both lives and livelihoods.

Farmer Oleh Uskhalo speaking with The Associated Press, Farmer, MAN, UKRAINIAN

“It is quite possible to go bankrupt. We can go on for another year. Repair the equipment. But without government help (and) without compensation for the harvest of last year, which burned down. … If the fields will not be demined, we will not seed them.”

Continued disruption of the agriculture industry could prove devastating for Ukraine, as that is the country’s primary source of export revenue, according to the U.S. Department of Agriculture.

In Ukraine’s capital city, Kyiv, dozens rolled-up their sleeves to donate blood. And while some people have donated in the past, they know full well today’s blood drive could infuse the front lines with much needed support.

Lilia Shkabura speaking with The Associated Press, Lilia Shkabura, Blood Donor

“(It) saves lives. Even before the invasion, I donated the blood because we have a lot of operations or something like that when hospitals need new blood. And now it’s even more important because a lot of our fighters need operations and (blood) donations.”

Fighters also need advanced Western military capabilities, like F-16 fighter jets, according to Ukrainian President Volodymyr Zelenskyy, who recently added that the spring counteroffensive will happen with or without them.

In Ukraine’s Donetsk region, a juxtaposition of advanced capabilities and World War One-era readiness, with soldiers wearing masks as they train to find elevated chemical and radiation levels on the battlefield.

With Ukraine’s defense minister seeking to tamp down expectations of what a spring counteroffensive could yield, Zelenskyy recently stressed the importance of success in an interview with The Washington Post. Not just on one battlefield, he says, but in the eyes of his country’s Western backers as Ukraine seeks even more support.

XS
SM
MD
LG