ດອກເຕີ້ ມາຕິນ ລູເທີ ຄິງ, ຈູເນຍ, ໂຜ່ໂຕຂຶ້ນມາມີຊື່ສຽງໃນຊຸມປີ 1950 ແລະ 1960
ໃນຖານະເປັນຜູ້ນໍາໜຸ່ມຂອງຂະບວນການປະທ້ວງ ທີ່ບໍ່ໃຊ້ຄວາມຮຸນແຮງ ເພື່ອຮຽກຮ້ອງ
ເອົາຄວາມສະເໝີພາບໃຫ້ແກ່ຊາວອາເມຣິກັນຜິວດໍາ ຊຶ່ງທ່ານໄດ້ກ່າວວ່າ:
“ຄວາມຍິ່ງໃຫຍ່ຂອງປະເທດອາເມຣິກາ ກໍຄືສິດທິໃນການປະທ້ວງເອົາສິດທິ.”
ທ່ານຄິງ ຊຶ່ງເປັນຄຸນພໍ່ ຈາກນະຄອນແອັຕ
ແລນຕາ ລັດຈໍເຈຍ ໄດ້ນໍາພາຊາວອາເມຣິ
ກັນຜິວດໍາຫລາຍແສນຄົນໃນການຕໍ່ສູ້ເພື່ອ
ຍຸດຕິການແບ່ງແຍກຜິວທີ່ໄດ້ຖືກເຮັດໃຫ້
ເປັນກົດໝາຍ ຢູ່ໃນພາກໃຕ້ຂອງສະຫະ
ລັດນັ້ນ. ການປະທ້ວງຂອງທ່ານໄດ້ກໍ່ໃຫ້
ເກີດຄວາມຮຸນແຮງໃນບາງຄັ້ງບາງຄາວ
ເວລາພວກຊາວຜິວຂາວທີ່ຢາກຈໍາແນກ
ຜິວພັນນັ້ນ ພະຍາຍາມບັງຄັບໃຫ້ມີການ
ປະຕິບັດກົດໝາຍແບ່ງແຍກຜິວພັນຢູ່ໃນ
ສະຖານທີ່ສາທາລະນະຕ່າງໆ ເຊ່ນ ໃນ
ຮ້ານກິນດື່ມ ໂຮງແຮມ ໂຮງສາຍຮູບເງົາ
ລົດໄຟ ລົດເມ ແລະໂຮງຮຽນ ເປັນຕົ້ນ.
ທ່ານຄິງເລີ້ມຕົ້ນກ້າວຂື້ນມາມີຊື່ສຽງ ໃນ
ເດືອນທັນວາປີ 1955 ໂດຍໄດ້ລິເລີ່ມການ
ຕໍ່ສູ້ເພື່ອໃຫ້ຊາວຜິວດໍາ ໄດ້ຂີ່ລົດເມສາທາລະນະຄັນດຽວກັນກັບຊາວຜິວຂາວໄດ້ໃນເມືອງ
ມອນກາວເມີຣີ ລັດອາລາບາມາ ທາງພາກໃຕ້ຂອງສະຫະລັດ. ທ່ານຄິງກ່າວໃນພາຍຫລັງວ່າ:
“ນັ້ນແມ່ນມື້ທີ່ພວກເຮົາໄດ້ຕັດສິນໃຈວ່າ ພວກເຮົາຊາວອາເມຣິກັນເຊື້ອສາຍອາຟຣິກາ
ຈະບໍ່ຂີ່ແຕ່ລົດເມທີ່ແບ່ງແຍກຜິວ ຕໍ່ໄປອີກແລ້ວ.”
ນຶ່ງປີຕໍ່ມາ ສານສູງສຸດຂອງສະຫະລັດຕັດສິນວ່າ ກົດໝາຍແບ່ງແຍກລົດເມ ຕາມສີຜິວນັ້ນ ແມ່ນຂັດກັນກັບກົດໝາຍລັດຖະທໍາມະນູນ. ຄໍາຕັດສິນດັ່ງກ່າວແມ່ນເປັນໄຊຊະນະດ້ານສິດທິພົນລະເມືອງທີ່ສໍາຄັນອັນ ທໍາອິດສໍາລັບທ່ານຄິງແລະຂະບວນການຂອງທ່ານ.
ໃນການລະລຶກເຖິງເຫດການ
ດັ່ງກ່າວນັ້ນ ຄຸນພໍ່ ຄາລວິນ
ວູດສ໌ ກ່າວວ່າ ດອກເຕີ້ຄິງ
ເປັນບຸລຸດທີ່ຍິ່ງໃຫຍ່ຜູ້ນຶ່ງ.
ຄຸນພໍ່ວູດສ໌ ເຄີຍໄດ້ເຮັດວຽກ
ກັບຄຸນພໍ່ຄິງຢ່າງໃກ້ຊິດ ໃນ
ລະຫວ່າງການປະທ້ວງຕິດຕໍ່
ກັນຫລາຍບັ້ນໃນເມືອງເບີມິງ
ແຮມ ລັດອາລາບາມາ. ທ່ານ
ກ່າວເຖິງຄຸນພໍ່ຄິງວ່າ:
“ເພິ່ນເປັນຄົນຖ່ອມໂຕ ທີ່ສາ
ມາດໂອ້ລົມໄດ້ກັບທຸກໆຄົນ.
ເພິ່ນຈະໃຊ້ເວລາຮັບຟັງທຸກໆ
ຄົນ ແລ້ວກໍຈະພະຍາຍາມອອກມາຈາກການສົນທະນາກັນ ດ້ວຍຄວາມເຂົ້າໃຈຄວາມເຫັນຂອງອີກຝ່າຍນຶ່ງຢ່າງແທ້ຈິງ.”
ໃນວັນທີ 28 ສິງຫາ ປີ 1963 ດອກເຕີ້ຄິງໄດ້ກ່າວວ່າ:
“ຂ້າພະເຈົ້າດີໃຈທີ່ໄດ້ມາຮ່ວມກັບທ່ານໃນມື້ນີ້ ໃນອັນທີ່ຈະຖືກຈາລຶກລົງໃນປະວັດສາດວ່າ
ເປັນການເດີນຂະບວນປະທ້ວງເພື່ອເສລີພາບຄັ້ງຍິ່ງໃຫຍ່ທີ່ສຸດໃນປະວັດສາດຂອງປະເທດ ເຮົາ.”
ໃນມື້ນັ້ນ ປະຊາຊົນຫລາຍກ່ວາສອງແສນຫ້າ
ໝື່ນຄົນໄດ້ພາກັນລຸຫລັ່ງມາຍັງເມືອງຫລວງ
ຂອງປະເທດ ເພື່ອປະກອບສ່ວນໃນອັນທີ່
ກາຍມາເປັນທີ່ເອີ້ນວ່າ “the March on
Washington” ຫລືການຍ່າງລົງສູ່ວໍຊິງຕັນ.
ທ່ານຄິງໄດ້ຂຶ້ນໄປຢືນຢູ່ຂັ້ນໄດຂອງອະນຸສາ
ວະລີລິງຄອລ ແລະກ່າວຄໍາປາໃສ “I have
a dream…” ທີ່ມີຊື່ສຽງຂອງທ່ານ ຊຶ່ງເປັນ
ຈຸດເດ່ນຂອງການປະທ້ວງຄັ້ງປະວັດສາດ
ເພື່ອວຽກງານແລະເສລີພາບໃນຄັ້ງນັ້ນ ຊຶ່ງ
ທ່ານຄິງໄດ້ກ່າວວ່າ:
“I have a dream that my four...
ຂ້າພະເຈົ້າມີຄວາມຝັນວ່າ ມື້ໃດມື້ນຶ່ງ ລູກຂອງຂ້າພະເຈົ້າສີ່ຄົນ ຈະໄດ້ດໍາລົງຊີວິດຢູ່ໃນປະເທດນຶ່ງ ຊຶ່ງວ່າພວກເຂົາເຈົ້າຈະບໍ່ຖືກຕັດສິນ ຍ້ອນສີຜິວຂອງເຂົາເຈົ້າ ແຕ່ຍ້ອນເນື້ອໃນແກ່ນແທ້ຂອງບຸກຄະລິກຂອງເຂົາເຈົ້າ.”
ນັກເຄື່ອນໄຫວເພື່ອສິດທິພົນລະເມືອງ ບາບາຣາ ອອນວາຍນ໌ ກ່າວວ່າ “ຄໍາປາໃສຂອງທ່ານຄິງໄດ້ໃຫ້ຄວາມຫວັງແກ່ຜູ້ຄົນເປັນຈໍານວນຫລວງຫລາຍ ຄືທ່ານໄດ້ເວົ້າຕໍ່ປະເທດຊາດວ່າ ຍື້ໃຫ້ສູງໆ ຈົ່ງມີຄວາມໄຝ່ຝັນໃນທຸກໆດ້ານທີ່ກ່ຽວກັບຄວາມສະເໝີພາບທາງຜິວພັນ ເພາະວ່າພວກເຮົາຈະເປັນປະເທດທີ່ເຂ້ມແຂງໄດ້ ກໍຕໍ່ເມື່ອພວກເຮົາເປັນເຮືອນຫລັງນຶ່ງທີ່ປຸ້ມລຸມສາມັກ ຄີ ມີເອກະພາບກັນເທົ່ານັ້ນ.”
ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານ:
ຄວາມຝັນຂອງທ່ານຄິງສໍາລັບປະເທດອາເມຣິກາທີ່ດີຂຶ້ນ ໄດ້ເລີ່ມກໍ່ໂຕຂຶ້ນປີນຶ່ງຕໍ່ມາ ຄືໃນ
ປີ 1964 ຊຶ່ງທ່ານໄດ້ເປັນຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ທີ່ອາຍຸນ້ອຍທີ່ສຸດ
ຄື 35 ປີ ແລະໃນເວລາດຽວກັນນັ້ນ ຂະບວນການສິດທິພົນລະເມືອງຂອງທ່ານກໍໄດ້ປະສົບ
ຄວາມສໍາເລັດໃນການກົດດັນໃຫ້ພວກຜູ້ແທນລັດຖະສະພາ ແລະປະທານາທິບໍດີ ລິນດອນ
ຈອນສັນ ຮັບຜ່ານກົດໝາຍສະບັບສໍາຄັນຄັ້ງປະວັດສາດສອງສະບັບ ຄືກົດໝາຍວ່າດ້ວຍ
ສິດທິພົນລະເມືອງສະບັບ ປີ 1964 ແລະກົດໝາຍວ່າດ້ວຍສິດທິໃນການປ່ອນບັດເລືອກຕັ້ງ
ສະບັບປີ 1965 ທີ່ຫ້າມການແບ່ງແຍກຜິວພັນໃນທີ່ສາທາລະນະຕ່າງໆ ແລະຫ້າມການປະ
ຕິບັດທີ່ເປັນການຈໍາແນກກີດກັນ ບໍ່ໃຫ້ຊາວຜິວດໍາມີສິດປ່ອນບັດເລືອກຕັ້ງນັ້ນ. ທ່ານຄິງເຄີຍ
ໄດ້ກ່າວໄວ້ວ່າ:
“ຂ້າພະເຈົ້າຢາກຈະບອກປະຊາຊົນຂອງອາເມຣິກາ ແລະປະຊາຊາດທັງຫລາຍຂອງ
ໂລກວ່າ ພວກເຮົາຊາວອາເມຣິກັນເຊື້ອສາຍອາຟຣິກາ ແມ່ນກໍາລັງກ້າວເດີນໄປ ແລະ
ຄື້ນຟອງຂອງການແບ່ງແຍກຜິວພັນອັນໃດ ກໍຈະບໍ່ສາມາດມາຢຸດພວກເຮົາໄດ້.”
ແຕ່ວ່າ ບໍ່ດົນຫລັງຈາກຜົນສໍາເລັດຕ່າງໆເຫລົ່ານີ້ ທ່ານຄິງກໍໄດ້ຖືກລອບສັງການໃນເມືອງ
ແມັມຟິສ ລັດເທັນແນສຊີ ໃນເດືອນເມສາ ປີ 1968.
ສີ່ສິບປີປາຍ ຫລັງຈາກທີ່ທ່ານໄດ້ຖືກລອບສັງຫານ ປະເທດຊາດກໍພາກັນໃຫ້ກຽດແກ່ທ່ານ
ມາຕິນ ລູເທີ ຄິງ ແລະວິໄສທັດຂອງທ່ານ ໃນການມີຄວາມເທົ່າທຽມກັນໃນດ້ານຜິວພັນ
ໂດຍການກໍ່ສ້າງອະນຸສາວະລີແຫ່ງຊາດໃຫ້ທ່ານ ທີ່ນະຄອນຫລວງວໍຊິງຕັນ. ພາກສ່ວນທີ່
ສໍາຄັນຂອງອະນຸສາວະລີນີ້ ແມ່ນອັນທີ່ເອີ້ນວ່າ “Stone of Hope” ຫລື “ໂງ່ນຫີນແຫ່ງ
ຄວາມຫວັງ” ຊຶ່ງເປັນຫີນອ່ອນທີ່ແກະສະລັກເປັນຮູບປັ້ນຂອງທ່ານຄິງ ຢືນຕະງ່ານກອດເອິກ
ສູງ 9 ແມັດ ມອງເບິ່ງໄປຍັງທິດທາງຂອງອະນຸສາວະລີຂອງປະທານາທິບໍດີເຈັຟເຟີສັນ ທີ່
ຕັ້ງຢູ່ອີກຟາກນຶ່ງຂອງໜອງ Tidal Basin ນັ້ນ.
ເບິ່ງວີດີໂອກ່ຽວກັບອະນຸສາວະລີ:
ທ່ານ ແຮຣີ ຈອນສັນ ປະທານມູນນິທິ ທີ່ທໍາງານເພື່ອກໍ່ສ້າງອະນຸສາວະລີທ່ານຄິງ ມູນຄ່າ 120 ລ້ານດອລລ່ານີ້ ກ່າວວ່າ
“ເວລາພວກທ່ານຜ່ານມາທາງນີ້ ພວກເຮົາຢາກໃຫ້ມັນເບິ່ງຄືກັນກັບເປັນຂອງຈິງຫລາຍ ຈົນພາໃຫ້ພວກທ່ານຄິດເຫັນໂຕທ່ານຄິງໄດ້ ແລະກໍຄິດຄໍານຶງ ແລະຄິດວ່າທ່ານດອກເຕີ້ຄິງຈະເຮັດແນວໃດອີກ ຖ້າຫາກທ່ານຍັງມີຊີວິດຢູ່ ແຕ່ທີ່ສໍາຄັນກ່ວານັ້ນ ກໍແມ່ນຄິດພິຈາ ລະນາວ່າ ເວລານີ້ ດອກເຕີ້ຄິງມີຄວາມໝາຍແນວໃດ ຕໍ່ພວກເຮົາໝົດທຸກຄົນ ທີ່ບໍ່ເຄີຍເຫັນທ່ານຈັກເທື່ອ ແລະໃນອະນາຄົດນໍາ.”
ນາຍ ເວີນອນ ໂຣເບີຕສ໌ ຈາກລັດນິວເຈີຊີ ກ່າວວ່າອະນຸສາວະລີທ່ານຄິງແມ່ນພິເສດບໍ່ມີອັນໃດເໝືອນ ຊຶ່ງລາວກ່າວວ່າ:
“ມັນພາໃຫ້ພວກເຮົາຊາວອາເມຣິກັນເຊື້ອສາຍອາຟຣິກາ ມີແນວຄິດທີ່ແຕກຕ່າງໄປຈາກເວລາທີ່ພວກເຮົາມອງເບິ່ງອະນຸ ສາວະລີຂອງປະທານາທິບໍດີຕ່າງໆ ຢູ່ໃນວໍຊິງຕັນດີຊີນີ້. ມັນເອື້ອອໍາ ນວຍໃຫ້ພວກເຮົາມີໂອກາດໄດ້ສຶກສາ ໄດ້ຮູ້ ແລະແທ້ໆແລ້ວ ກໍແມ່ນໄດ້ເຕີບໃຫຍ່ມີແນວຄິດກ້ວາງໄກຂຶ້ນ ແລະມັນກໍເປັນສິ່ງທີ່ໃຫ້ກໍາລັງໃຈແກ່ພວກເຮົາ ໃນຮູບແບບນຶ່ງ.”
ບັນດາຜູ້ທີ່ມີສ່ວນຊ່ວຍໃນການກໍ່ສ້າງອະນຸສາວະລີ ມາຕິນ ລູເທີ ຄິງ ແຫ່ງຊາດນີ້ ກ່າວວ່າ ມັນເປັນສິ່ງສະດຸດີໃຫ້ກຽດຕະຫລອດການແກ່ ບຸລຸດແຫ່ງສັນຕິພາບ ຊຶ່ງການເຄື່ອນໄຫວຂອງທ່ານໄດ້ຕໍ່ສູ້ຢ່າງໜັກ ເພື່ອປະຊາທິປະໄຕ ຄວາມຍຸດຕິທໍາ ແລະເພື່ອປັບປຸງຊີວິດໃຫ້ດີຂຶ້ນ ສໍາລັບຊາວອາເມຣິກັນເຊື້ອສາຍອາຟຣິກາ ຫລາຍລ້ານຄົນ.