ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ຊາວອາເມຣິກັນ ພາກັນ ລະນຶກເຖິງ ທ່ານ Martin Luther King (ເບິ່ງວີດີໂອ)


ອະນຸສາວະລີ Martin Luther King, Jr. ທີ່ສະໜາມຫລວງກຸງວໍຊິງຕັນດີຊີ. ວັນທີ 16 ມັງກອນ 2012.














ຢູ່​ທີ່​ສະຫະລັດ ວັນ​ຈັນ​ມື້​ນີ້ ຊາວ​ອາ​ເມຣິກັນ​ພາກັນ​ໃຫ້ກຽດ ​ລະ​ລຶກ​ເຖິງ​ດວງ​ວິນ​ຍານ​
ຂອງທ່ານMartin Luther King ​ມື້​ລາງ​ຜູ້ຕໍ່ຕ້ານ​ເພື່ອ​ສິດທິ​ພົນລະ​ເມືອງ​ໃນ​ສະຫະລັດ
44 ປີ​ ຫລັງ​ຈາກ​ຜູ້ກ່ຽວ​ໄດ້​ຖືກ​ລອບ​ສັງຫານ​.

ວັນ​ Martin Luther King ​ໃນ​ວັນ​ຈັນ​ມື້​ນີ້ ​ເປັນ​ວັນພັກ​ປະ​ຈໍາປີ​ຂອງ​ລັດຖະບານ​ກາງ
ສະຫະລັດ​ເພື່ອສະຫລອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ King ທີ່​ເປັນ​ຜູ້ຕໍ່ສູ້​ການ​ແບ່ງ​ແຍກ​
ເຊື້ອ​ຊາດ​ຜີວພັນ​ໃນ​ຊຸມ​ປີ 1950​ ແລະ 60 ນັ້ນ. ທ່ານ King ຈະ​ມີ​ອາຍຸ​ຄົບ 83 ປີ​ໃນ​ປີ​
ນີ້ ​ຖ້າ​ທ່ານ​ຍັງ​ມີ​ຊີວິດ​ຢູ່.

ສິ່ງ​ໃໝ່​ໃນ​ປີ​ນີ້ ​ກໍ​ແມ່ນ​ອະນຸສາວະລີຮູບ​ແກະສະລັກຫີນອ່ອນ ​ຢືນສູງຕະງ່າ​ນ​ຂອງ​ມື້​ລາງ​
ຜູ້​ສອນ​ສາ​ສະໜາຄຣິສນີກາຍ Baptist ​ແລະ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ພົນລະ​ເມືອງທ່ານ​ນີ້ ​
ທີ່​ໄດ້​ສ້າງ​ຂຶ້ນ​ຢູ່​ດ້ານ​ນຶ່ງ​ຂອງສະໜາມ​ຫລວງ ​ຫລື National Mall ທີ່​ກຸງ​ວໍ​ຊິງ​ຕັນ​ດີ​ຊີ.

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ຊຶ່ງ​ເປັນ​ປະທານາທິບໍດີ​ຄົນ​ຜີວ​ດໍາ​ຄົນທໍາ​ອິດຂອງ​ປະ
ເທດ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ອະນຸສາວະລີໃໝ່​ດັ່ງກ່າວ ​ໃນ​ເດືອນຕຸລາ​ຜ່ານ​ມາ ​ໂດຍ​ປະ
ກາດ​ວ່າສະຫະລັດ​ຈະ​ຕ້ອງ​ປະຕິບັດຕາມແບບຢ່າງ​ຂອງ​ມື້​ລາງ​ທ່ານ King ​ໂດຍ​ສືບ​ຕໍ່​ພະ
ຍາຍາມ​ແລະ​ຕໍ່ສູ້​ເພື່ອ​ໃຫ້​ມີປະ​ເທດ​ຊາດທີ່​ດີ​ຂຶ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຄິງ​ໄດ້ກະ​ຕຸ້ນ​ຄວາມ​ຮູ້ສຶກ​ຜິດ​ຊອບ​ຊົ່ວ​ດີ​ຂອງ​ພວກ​ເຮົາ ຜ່ານ
ການ​ປຸກລະດົມຂອງ​ທ່ານ ​ເພື່ອ​ໃຫ້​ມີ​ຄວາມ​ກໍ້າ​ເກິ່ງ​ກັນ​ໃນ​ດ້ານ​ຜິວ​ພັນນັ້ນ.

ເບິ່ງລາຍງານກ່ຽວກັບທ່ານຄິງ:

ທ່ານ King ​ໄດ້​ຖືກ​ລອບ​ສັງຫານ​ໃນ​ວັນ​ທີ 4 ​ເມສາ ປີ 1968 ທີ່​ເມືອງ Memphis
ລັດ Tennessee.

ທ່ານ King ມີ​ຊື່​ສຽງ​ດັງ​ຂຶ້ນ​ມາ ​ຫລັງ​ຈາກ​ນໍາພາ​ການ​ປະ​ທ້ວງທີ່​ປະສົບຜົນ​ສໍາ​ເລັດ ​ຕໍ່
ຕ້ານ​ການ​ແບ່ງ​ແຍກ​ຜີວພັນ​ໃນ​ການ​ຂີ່​ລົດ​ເມ​ຫລື​ລົດ​ບັສໃນ​ເມືອງ Montgomery ລັດ
Alabama ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ. ພາຍ​ໃຕ້​ລະ​ບົບດັ່ງກ່າວ​ໃນ​ເວລາ​ນັ້ນ ພວກ​
ຄົນ​ຜີວ​ດໍາ​ຈະ​ຕ້ອງ​ນັ່ງ​ຢູ່ທາງ​ຫລັງ​ລົດ​ເມ ​ແລະ​ຖ້າ​ຫາກ​ລົດ​ເມ​ເຕັມ ພວກ​ຄົນ​ຜີວ​ດໍາກໍ
ຈະ​ຕ້ອງ​ເອົາບ່ອນນັ່ງ​ໃຫ້​ຄົນ​ຜີວ​ຂາວນັ່ງ.

ກົດໝາຍ​ວ່າ​ດ້ວຍ​ສິດທິ​ພົນລະ​ເມືອງ​ສະບັບ​ປະວັດ​ສາດ​ ທີ່​ອອກ​ໃນ ​ປີ 1964 ນັ້ນ ​ໄດ້
ເຮັດ​ໃຫ້ການ​ແບ່ງ​ແຍກ​ທີ່​ວ່າ​ນີ້​ຜິດ​ກົດໝາຍ. ທ່ານ King ຊຶ່ງ​ເປັນຜູ້​ສະໜັບສະໜຸນ​ການ
ປະ​ທ້ວງ​ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ໃນ​ປີ​ດຽວ​ກັນ
ນັ້ນ.

ເບິ່ງວີດີໂອກ່ຽວກັບອະນຸສາວະລີ:

XS
SM
MD
LG