ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຣີພັບບລີກັນຈັດ ການເລືອກຕັ້ງຂັ້ນຕົ້ນ ຢູ່ລັດມິສຊິສຊີບປີ ກັບອາລາບາມາ ໃນມື້ນີ້


ພັກຣີພັບບລີກັນຈັດ ກອງປະຊຸມພັກທີ່ລັດຮາວາຍ ແລະການເລືອກຕັ້ງຂັ້ນຕົ້ນຂອງພັກ ທີ່ລັດມິສຊິສສິບປີ ແລະອາລາບາມາ (13 ມີນາ 2012)
ພັກຣີພັບບລີກັນຈັດ ກອງປະຊຸມພັກທີ່ລັດຮາວາຍ ແລະການເລືອກຕັ້ງຂັ້ນຕົ້ນຂອງພັກ ທີ່ລັດມິສຊິສສິບປີ ແລະອາລາບາມາ (13 ມີນາ 2012)

ບັນດາ​ຜູ້ມີ​ສິດ​ປ່ອນ​ບັດ​ຢູ່ທີ່​ລັດ Alabama ​ແລະ Mississipi ທາງ​ພາກໃຕ້ຂອງ
ສະຫະລັດ ພາ​ກັນໄປ​ປ່ອນບັດ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຂັ້ນຕົ້ນຂອງ​ພັກ
ຣີພັບ​ລີ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ໂດ​ຍທີ່ການ​ຢັ່ງ​ສຽງສະ​ແດງ​ໃຫ້​ເຫັນ​ວ່າຜູ້​ສະມັກ​ແຂ່ງ
ຂັນສາມ​ຄົນທີ່​ມີ​ຄະ​ແນນນໍາ​ໜ້າ​ນັ້ນໄດ້​ຮັບ​ສຽງ​ສະໜັບສະໜຸນໃກ້​ຄຽງ​ກັນ.

ທ່ານ Mitt Romney ທ່ານ Rick Santorum ​ແລະທ່ານ Newt Gingrich ​
ໄດ້ພາກັນ​ໂຄສະນາ​ຫາ​ສຽງ​ສະໜັບສະໜຸນຢູ່​ທີ່​ລັດ​ທັງ 2​ ຊຶ່ງປະຊາ​ຊົນສ່ວນ​ໃຫ່ຍ
ເປັນ​ພວກ​ນິຍົມ​ແນວທາງ​ເດີມ ໃນ​ວັນ​ຈັນ​ວານ​ນີ້.

ການ​ໄດ້ຮັບໄຊຊະນະ​ຢູ່​ໃນ​ລັດພາກ​ໃຕ້​ລັດ​ໃດ​ລັດ​ນຶ່ງນັ້ນຈະ​ເປັນກະແຈ​ສຳ​ຫຼັບ​ທ່ານ
Romney ອະດີດ​ຜູ່​ປົກ​ຄອງ​ລັດ Massachusetts ​ທີ່ ໄດ້​ຊະນະ​ເກືອບ 40 ​ເປີ​ເຊັ​ນ
ຂອງ​ຈໍານວນຜູ້​ຕາງ​ໜ້າ 1,144 ຄົນ​ທີ່​ຕ້ອງການ​ເພື່ອ​ຈະ​ໄດ້​ຖືກ​ສະ​ເໜີ​ໃຫ້​ເປັນ​ຜູ້ຕາງ
ໜ້າ​ພັກ​ເຂົ້າ​ແຂ່ງ​ຂັນ​ເອົາຕຳ​ແໜ່​ງປະທານາທິບໍດີ​ສະຫະລັດແຕ່​ທ່າ​ນຍັງ​ສືບ​ຕໍ່ດີ້ນ​ຮົນ
ເພື່ອ​ໃຫ້​ໄດ້ ຮັບການ​ສະໜັບສະໜຸນ ​ຈາກ​ພວກ​ນິຍົມ​ແນວທາງ​ເດີມ ​ຢູ່​ພາຍໃນ​ພັກ
ຂ​ອງທ່ານ​ເອງ ທີ່​ໄດ້​ຖືກແກ່​ດຶງ​ໄປໃຫ້ການ​ສະໜັບສະໜຸນ​ຂູ່​ແຂ່ງຂອງທ່ານ ຄືອະດີດ​
ສະມາຊິກ​ສະພາ​ສູງສະຫະລັດ ທ່ານ Santorum​.

ສິ່ງ​ນຶ່ງ​ທີ່​ໃຫ້​ກຳລັງ​ໃຈແກ່​ທ່ານ
Romney ກໍ​ຄື ການ​ຢັ່ງ​ຫາງ
ສຽງຄັ້ງ​ໃໝ່ ຂອງໜັງສື​ພີ​ມ
Washington Post ​ແລະ​
ໂທລະພາບ ABC ທີ່ສະ​ແດງ
ໃຫ້​ເຫັນ​ວ່າ ທ່ານ​ມີ​ຄະ​ແນນ​
ນຳ​ໜ້າ ປະ​ທາ​ນາ​ທິບໍດີ Ba-
rack Obama ​ໃນ​ການ
ເລືອກ​ຕັ້ງທີ່​ສົມມຸດ​ ດ້ວຍຄະ​
ແນນ​ສຽງ 49 ຕໍ່ 47 ​ເປີ​ເຊັ​ນ.
ການ​ຢັ່ງ​ຫາງ​ສຽງ ທີ່​ອາດມີ​
ຄວາມ​ຜິດພາດ​ຄາດ​ເຄື່ອນ
ໄດ້ 4 ເ​ປີ​ເຊັນດັ່ງກ່າວຍັງ​ສະ
ແດງໃຫ້​ເຫັນ​ອີກ​ວ່າ ທ່ານ
Obama ກໍາລັງ​ນໍາ​ໜ້າ​ທ່ານ Santorum ດ້ວຍ​ຄະ​ແນນ​ສຽງ 49 ຕໍ່ 46 ​ເປີ​ເຊັ​ນ.

ທ່ານ Gingrich ອ​ະດີດ​ປະທານສະພາ​ຕໍ່າຂອງສະຫະລັດໄດ້​ວາງເດີມ​ ພັນ​ໃນ​ການ​ແຂ່ງ
ຂັນຂອງ​ທ່ານ ​ດ້ວຍໄຊຊະນະ​ຢູ່​ໃນພາກ​ໃຕ້ສະຫະລັດ ຫລັງ​ຈາກ​ທີ່ທ່ານ​ໄດ້​ຮັບໄຊ​ຊະນະ
ໃນ​ສັບປະດາ​ແລ້ວ​ຢູ່​ທີ່​ລັດ Georgia ບ້ານ​ເກີດ​ຂອງ​ທ່ານ​ນັ້ນ​.

ອີກ​ລັດ​ນຶ່ງທີ່​ທ່ານ​ Gingrich ໄດ້​ຮັບໄຊຊະນະກໍ​ຄືລັດ South Carolina ​ແລະ​ຄວາມ​
ບໍ່​ສາມາດ​ໃນ​ການ​ໄດ້ຮັບໄຊຊະນະຢູ່​ໃນ​ອີກ​ນຶ່ງລັດ ​ໃນການ​ແຂ່ງຂັນ​ໃນ​ວັນ​ອັງ​ຄານ​ມື້ນີ້
ອາດຈະມີ​ການ​ເລັ່ງລັດ​ໄວ​ຂຶ້ນຮຽກຮ້ອງ ​ໃຫ້​ທ່ານ​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງຂັນ ​ແລະ​
ປ່ອຍ​ໃຫ້​ທ່ານ Santo-rum ​ເປັນ​ຄູ່​ແຂ່ງ​ຂອງ​ທ່ານ Romney ແຕ່ພຽງ​ຜູ້​ດຽວທໍ່​ນັ້ນ.

XS
SM
MD
LG