ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານາງ ວິໄລລັກ ສຸລິວົງ ໃຫ້ສຳພາດກັບວີໂອເອ ກ່ຽວກັບ ການອົບພະຍົບ ແລະ ຕັ້ງຖິ່ນຖານໃໝ່ໃນ ສະຫະລັດ


ຍານາງ ສຸລິວົງ ຮຽນຈົບປະລິນຍາເອກ.
ຍານາງ ສຸລິວົງ ຮຽນຈົບປະລິນຍາເອກ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບຍານາງ ວິໄລລັກ ສຸລິວົງ ຄົນລາວທີ່ອາໄສຢູ່ເມືອງ ເພລນຟີລ (Plainfield) ຂອງນະຄອນ ຊິຄາໂກ, ລັດ ອີລີນອຍ. ໃນລາຍການນີ້ ວິໄລລັກ ຈະເວົ້າສູ່ຟັງ ກ່ຽວກັບ ການດຳລົງຊີວິດຢູ່ໃນເມືອງດັ່ງກ່າວ ໃຫ້ພວກເຮົາຟັງ. ຂໍເຊີນທ່ານໄປຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ຍານາງ ວິໄລລັກ ເປັນລູກຂອງຄົນລາວທີ່ໄດ້ອົບພະຍົບມາຢູ່ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍ. ລາວໄດ້ຍ້າຍມາຢູ່ ສະຫະລັດ ກັບແມ່ຕູ້ ກ່ອນພໍ່ແມ່ຂອງ ລາວ ເພື່ອຕາມຫາຄວາມຝັນທີ່ຈະມີອະນາຄົດທີ່ດີ. ປັດຈຸບັນນີ້ລາວອາໄສ ຢູ່ນະຄອນ ຊິກຄາໂກ, ລັດ ອີລີນອຍ, ຕັ້ງຢູ່ພາກຕາເວັນອອກຕອນກາງຂອງ ສະຫະລັດ.

ວິໄລລັກ ເວົ້າວ່າຕອນທີ່ໄດ້ຈາກພໍ່ແມ່ມາ ສະຫະລັດ ກັບ ແມ່ເຖົ້າກ່ອນ ລາວບໍ່ໄດ້ຮູ້ສຶກຢ້ານ ຫຼື ເປັນຫ່ວງຫຍັງ, ເພາະວ່າລາວລຶ້ງກັບແມ່ເຖົ້າຫຼາຍ ແລະ ແມ່ເຖົ້າແມ່ນໄດ້ມີຄວາມຮັກໃຫ້ລາວຢ່າງຫຼວງຫຼາຍຄືກັບພໍ່ແມ່, ແລະ ໄດ້ຮັບການເບິ່ງແຍງເປັນຢ່າງດີ.

ອົບພະຍົບທີ່ມາຢູ່ ສະຫະລັດ ສ່ວນຫຼາຍແມ່ນໄດ້ວຽກຢູ່ຕາມໂຮງຈັກໂຮງງານ ຕ່າງໆ ແລະ ເດັກນ້ອຍກໍໄດ້ຮັບການສຶກສາຢ່າງເທົ່າທຽມ ກັບຄົນອາເມຣິກັນ. ສຳລັບຜູ້ທີ່ເວົ້າພາສາອັງກິດບໍ່ໄດ້ ເຂົາເຈົ້າກໍມີຫ້ອງຮຽນບຳລຸງພິເສດໃຫ້.

ຍານາງ ວິໄລລັກ ດຽວນີ້ແມ່ນໄດ້ສ້າງຄອບຄົວແລ້ວ ແລະ ກໍມີວຽກງານເຮັດ ທີ່ດີ. ວິໄລລັກ ເປັນຄົນທີ່ຮຽນເກັ່ງ ແລະ ໄດ້ຮຽນສູງ, ເຊິ່ງປັດຈຸບັນນີ້ລາວມີ ປະລິນຍາເອກ ສາຂາການສຶກສາ.

ຍານາງ ວິໄລລັກ ສຸລິວົງ
ຍານາງ ວິໄລລັກ ສຸລິວົງ

ນັບຕັ້ງແຕ່ໄດ້ມາຢູ່ ສະຫະລັດ ຍານາງ ວິໄລລັກ ກໍບໍ່ໄດ້ຍ້າຍໄປຢູ່ລັດອື່ນ. ດຽວນີ້ລາວອາໄສຢູ່ເມືອງ ເພລນຟີລ (Plainfield) ບໍ່ໄກຈາກຕົວເມືອງຂອງນະຄອນ ຊິຄາໂກ. ພໍ່ແມ່ຂອງລາວແມ່ນອາໄສຢູ່ເມືອງ ໂຈລຽດ, ເປັນເມືອງທີ່ຢູ່ຕິດ ກັບເມືອງທີ່ຍານາງ ວິໄລລັກ ອາໄສຢູ່. ເມືອງດັ່ງກ່າວເປັນເມືອງທີ່ນ້ອຍ, ເປັນເຂດນອກຂອງນະຄອນ ຊິຄາໂກ, ແຕ່ເໝາະສົມສຳລັບການຢູ່ອາໄສຫຼາຍ.

ສຳລັບອາຫານການກິນນັ້ນ ຖ້າຈະເວົ້າແລ້ວເຄື່ອງປຸງທີ່ຈະມາແຕ່ງອາຫານ ລາວກິນນັ້ນແມ່ນຫາໄດ້ຂ້ອນຂ້າງງ່າຍທົ່ວ ສະຫະລັດ, ເຊິ່ງປັດຈຸບັນນີ້ແມ່ນ ມີຕະຫຼາດອາຫານສາກົນຕັ້ງຢູ່ຢ່າງຫຼວງຫຼາຍທົ່ວປະເທດ. ນອກຈາກນັ້ນມັນກໍຍັງມີຄົນຈາກປະເທດຕ່າງເປີດຮ້ານຄ້ານ້ອຍເປັນຂອງຕົນເອງ ຂາຍອາຫານປະຈຳຊາດຂອງຕົນ ຍົກຕົວຢ່າງຕະຫຼາດ ໄທ, ຕະຫຼາດ ລາວ, ຫວຽດນາມ ແລະ ອື່ນໆ.

ນະຄອນ ຊິຄາໂກ ເປັນເມືອງທີ່ໃຫຍ່ຫຼາຍ, ມີຕຶກສູງ, ຮ້ານອາຫານ, ແລະ ສະຖານບັນເທີງໃຫ້ເພີດເພີນທົ່ວຕົວເມືອງນັ້ນ. ເມືອງດັ່ງກ່າວມີຫຼາຍຢ່າງໃຫ້ໄປ ທ່ຽວຊົມ, ຖ້າທ່ານມັກກິລາ, ເມືອງດັ່ງກ່າວກໍມີທີປະຈຳຂອງເຂົາເຈົ້າເກືອບ ທຸກກິລາ ບໍ່ວ່າຈະເປັນກິລາ ເບສບອລ, ບາສແກັດບອລ, ຮັອກກີ້ນໍ້າກ້ອນ, ອາເມຣິກັນ ຟຸດບອລ, ເຕະບານ ແລະ ອື່ນໆ. ແຕ່ຖ້າໃຜມັກຫິມະ ແມ່ນໃຫ້ໄປ ທ່ຽວໃນລະດູໜາວ ເພາະວ່າເຂດນັ້ນມີຫິມະຫຼາຍ.

ຍານາງ ວິໄລລັກ ເວົ້າວ່າລາວມັກນະຄອນ ຊິຄາໂກ ຫຼາຍ, ແລະ ບໍ່ຄິດວ່າ ຈະຍ້າຍໄປຢູ່ບ່ອນອື່ນ. ລາວວ່າຍ້ອນມັນມີອາກາດດີ, ມີການປ່ຽນລະດູຄົບ 4​ ລະດູ. ລາວເວົ້າວ່າຖ້າມີເວລາລາວມັກໄປທ່ຽວກັບຄອບຄົວ, ທັງພາຍໃນ ແລະ ຕ່າງໆປະເທດ.

ຍານາງ ວິໄລລັກ ເວົ້າວ່າລາວ ແລະ ຄອບຄົວກໍມັກໄປຢາມປະເທດ ລາວ, ເຊິ່ງຄັ້ງສຸດທ້າຍທີ່ໄດ້ໄປກໍແມ່ນປີ 2019 ກ່ອນໂຣກລະບາດໄດ້ເກີດຂຶ້ນ. ລາວຫວັງວ່າຖ້າມີໂອກາດໃນໄວໆນີ້ ລາວກໍຈະເດີນທາງໄປຢ້ຽມຢາມປະເທດລາວອີກ.

XS
SM
MD
LG