ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ​ງາມ​ຈັກ​ກະ​ວານລາວ ປີ 2022 ໃຊ້​ລາຍ​ການສອນ​ ພາ​ສາ​ອັງ​ກິດ ຂອງວີ​ໂອ​ເອ ​ເປັນ​ບ່ອນຝຶກ​ຫັດ​ເວົ້າ ພາ​ສາ​ອັງ​ກິດ ໃຫ້​ຄ່ອງ​ແຄ້ວ

ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານລາວ ປີ 2022 ​ທີ່​ໃຊ້​ລາຍ​ການ​ພາ​ສາ​ອັງ​ກິດ​ຂອງວີ​ໂອ​ເອ
ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານລາວ ປີ 2022 ​ທີ່​ໃຊ້​ລາຍ​ການ​ພາ​ສາ​ອັງ​ກິດ​ຂອງວີ​ໂອ​ເອ
ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານລາວ ປີ 2022 ໃສ່​ຊຸດມົ້ງ​ລາວ ກຳ​ລັງ​ກຽມເຂົ້າ​ປະ​ກວດ​ໃນ​ເວ​ທີ​ໂລກ ໃນ ສະ​ຫະ​ລັດ
ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານລາວ ປີ 2022 ໃສ່​ຊຸດມົ້ງ​ລາວ ກຳ​ລັງ​ກຽມເຂົ້າ​ປະ​ກວດ​ໃນ​ເວ​ທີ​ໂລກ ໃນ ສະ​ຫະ​ລັດ

ນັ້ນຄື​ຄຳ​ເວົ້າ​ຕອນ​ນຶ່ງຂອງ​ນາງ​ປ່າ​ເຢັງຊາ ລໍ ທີ່​ກ່າວ​ເປັນ​ພາ​ສາ​ອັງ​ກິດຢູ່​ໃນ​ການ​ໃຫ້​ສຳ​ພາດກັບ​ໂທ​ລະ​ພາບ​ຊ່ອງ 3 ຂອງ CNBC ຂອງ​ສະ​ຫລັດໃນ​ອ​າ​ທິດ​ກ່ອນນີ້ ທີ່​ນະ​ຄອນ​ລັ​ສ​ເວ​ກັ​ສ, ລັດ​ເນ​ວະ​ດາ. ທ່ານຜູ້​ຟັງ​ຮູ້ບໍ່​ວ່າ ນາງ​ຫັດ​ອອກ​ສຽງ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນແບບ​ໃດ? ນາງ​ງາມ​ຈັກ​ກະ​ວານລາວ ​ທີ່​ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ຢ່າງຄ່ອງ​ແຄ້ວຜູ້ນີ້ ​ເປີດ​ເຜີຍ​ສູ່ວີ​ໂອ​ເອຟັງ​ວ່າ ລາຍ​ການ​ພາ​ສາ​ອັງ​ກິດພິ​ເສດ​ຂອງວີ​ໂອ​ເອ ຫລື VOA Special English ​ແມ່ນ​ເປັນ​ແຫລ່ງໃຫ້​ຄວາມ​ຮູ້​ດ້ານພາ​ສາ​ອັງ​ກິດ​ອັນ​ມີ​ຄຸນ​ຄ່າ ແຫລ່ງ​ນຶ່ງ​ທີ່​ຊ່ວຍ​ເຮັດ​ໃຫ້ນາງຝຶກເວົ້າ​ພາ​ສາ​ອັງ​ກິດໄດ້​ດີ. ເມື່ອຂ້າ​ພະ​ເຈົ້າ​ແນະ​ນຳ​ຕົວ​ວ່າ ​ເປັນ​ນັກ​ຂ່າວ​ຂອງວີ​ໂອ​ເອ ​ນາງ​ອຸທານອອກ​ມາ​ດ້ວຍ​ຄວາມ​ຕື່ນເຕັ້ນທັນ​ທີ​ວ່າ:

ລິງໂດຍກົງ

ປັດ​ຈຸ​ບັນ​ ປ່າ​ເຢັງຊາ ລໍ ກຳ​ລັງ​ກະ​ກຽມ​ຂຶ້ນ​ຍ່າງ​ຢູ່​ເທິງ​ເວ​ທີ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ທີ່​ນະ​ຄອນ​ນີວ​ອໍ​ລີນ​ສ໌, ລັດຫ​ລຸຍ​ເຊຍ​ນາ ບ່ອນ​ທີ່​ນາງ​ໄດ້ ໃຊ້​ພາ​ສາ​ອັງ​ກິດ​ສື່​ສານ ກັບ​ເພື່ອ​ນ​ນາງ​ງາມ ​ທີ່ມາ​ຈາກ​ທຸກ​ມຸມ​ໂລກ. ​

​ປ່າ​ເຢັງ ຊາ ລໍ, ນາງ​ງາມ​ຈັກ​ກະ​ວານ​ຈາກ​ລາວ ຖ່າຍ​ຮູບ​ກັບ​ເພື່ອນ​ນາງ​ງາມ​ດ້ວຍ​ກັນ ທີ່​ມາ​ຈາກ​ກາ​ນາ​ດາ ແລະ​ອິນ​ໂດ​ເນ​ເຊຍທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນນ​ວີ​ໂອ​ລີນ​ສ໌, ລັດ​ລູຍ​ເຊຍ​ນາ ທີ່​ຈະ​ມີ​ການຈັດ​ງານ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ຂຶ້ນ​ໃນ​ວັນ​ທີ 17 ມັງ​ກອນນີ້.

ສຳ​ລັບຢູ່ວີ​ໂອ​ເອ ຫລື ​ສຽງ​ອາ​ເມ​ຣິ​ການັ້ນ​ ນອກ​ຈາກ​ນຳ​ເອົາ​ເລື້ອງ​ລາວ​ຕ່າງໆ ທີ່​ເປັນ​ຄວາມ​ຈິງມາ​ໃຫ້ບັນ​ດາທ່ານ ຫລາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກໄດ້​ເບິ່ງ​ ໄດ້ຟັ​ງ​ແລ້ວ ພວກ​ເຮົາຍັງ​ນຳ​ເອົາບົດ​ຮຽນ​ພາ​ສາ​ອັງ​ກິດທີ່​ມີ​ຄຸນ​ນະ​ພາບ ​ມາ​ໃຫ້​ບັນ​ດາ​ທ່ານ​ໄດ້​ຮຽນ​ຮູ້ ​ໃນ​ຫລາຍ​ຮູບ​ຫລາຍ​ແບບ ເຊັ່ນ​ລາຍ​ການພາ​ສາ​ອັງ​ກິດພິ​ເສດ ດັ່ງ​ທີ່​ນາງ​ງາມ​ນັກ​ກະ​ວານ​ລາວປີ 2022 ໄດ້​ກ່າວ​ໄປ​ນັ້ນ, ລາຍ​ການ​ພາ​ສ​າ​ອັງ​ກິດ​ໃນ 1 ນາ​ທີ, ພາ​ສາ​ອັງ​ກິດໃນ​ຂ່າວ. ບັນ​ດາ​ທ່ານ ໂດຍ​ສະ​ເພາະ​ນ້ອງໆ ນັກ​ຮຽນ ນັກ​ສຶກ​ສາທີ່​ຕິດ​ຕາມ​ຟັງ​ລາຍ​ການ​ຂອງວີ​ໂອ​ເອ ກໍ​ຍັງ​ສາ​ມາດ​ຮຽນ​ພາ​ສາ​ອັງ​ກິດ​ຈາກ​ເວັບ​ໄຊ​ທ໌, ເຟ​ສ​ບຸກ ແລະ​ວິ​ທະ​ຍຸ​ຂອງ​ພວກ​ເຮົາ​ໄດ້​ອີກ. ພ້ອມ​ກັນ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ຂ່າວ​ໃນ​ລາວບາງ​ອົງ​ການ ເຊັ່ນ​ວິ​ທະ​ຍຸ​ກະ​ສຽງ​ແຫ່ງ​ຊາດ​ລາວ ເພື່ອ​ຜະ​ລິດ ແລະ​ເຜີຍ​ແຜ່​ບົດ​ຮຽນຜ່ານ​ວິ​ທະ​ຍຸໃຫ້​ທ່ານ​ຜູ້​ຟັງ​ຢູ່​ໃນ​ລາວ​ໄດ້​ຟັງ​ໄດ້​ຮຽນເປັນ​ປະ​ຈຳ​ເກືອບ​ທຸກວັນ​ຂອງ​ແຕ່​ລະອາ​ທິດ ​ອີກ​ດ້ວຍ.

XS
SM
MD
LG