ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

English in a Minute ບົດທີ 8, ສໍານວນ: Miss the point ແປວ່າ ບໍ່ເຂົ້າໃຈ ຫລື ຈັບ ໃຈຄວາມສຳຄັນ ບໍ່ໄດ້


English in a Minute: Miss The Point
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

English in a Minute, ສໍານວນ Miss The Point

English in a Minute: Miss the point ແປວ່າ ບໍ່ເຂົ້າໃຈ ຫລື ຈັບໃຈຄວາມສຳຄັນບໍ່ໄດ້.

Welcome to English in a Minute, where we teach you all about idioms in American English.

Idioms in American English can be hard to understand.

So let’s see if we can figure out what this idiom means.

“Miss the point”

#1: Okay. So now do you understand?

#2: I’m not sure. Can you explain it again?

I think I missed the point.

#1: Okay, I’ll explain it one more time.

It sounds like someone does not understand

something, and that’s exactly what “miss the

point” means. When you miss the point, it means that you don’t

understand something. You can use this phrase

in any situation and everybody in America will understand you.

And that’s English in a Minute!

ລາຍການນີ້ ສອນໃຫ້ທ່ານຮູ້ຈັກ ສຳນວນທີ່ຊາວອາເມຣິກັນ ມັກເວົ້ານຳກັນ.

Idioms in American English can be hard to understand.

ສໍານວນພາສາອັງກິດແບບອາເມຣິກັນ ອາດຈະຍາກທີ່ຈະເຂົ້າໃຈໄດ້.

So let’s see if we can figure out what this idiom means. “Miss the point”
ສະນັ້ນ ພວກເຮົາລອງມາຟັງນໍາກັນລອງເບິ່ງເນາະທ່ານ ວ່າເຮົາຈະເຂົ້າໃຈ ສໍານວນຕໍ່ໄປນີ້ແນວໃດ?

#1: Okay. So now do you understand?
ໂອເຄ ບັດນີ້ທ່ານເຂົ້າໃຈແລ້ວບໍ?

#2: I’m not sure. Can you explain it again? I think I missed the point.

ຂ້ອຍບໍ່ແນ່ໃຈ, ເຈົ້າອະທິບາຍໃຫ້ຂ້ອຍຟັງອີກເທື່ອນຶ່ງໄດ້ບໍ່? ຂ້ອຍຄິດວ່າ ຂ້ອຍບໍ່ເຂົ້າໃຈຈຸດສໍາຄັນຂອງມັນ.

#1: Okay, I’ll explain it one more time.

ໄດ້, ຂ້ອຍຈອະທິບາຍໃຫ້ຟັງຕື່ມອີກເທື່ອນຶ່ງ.

It sounds like someone does not understand something,

and that’s exactly what “miss the point”

means.
ຟັງໆແລ້ວ ປາກົດວ່າບາງຄົນອາດຈະບໍ່ເຂົ້າໃຈກ່ຽວກັບເລື້ອງໃດເລື້ອງນຶ່ງ ແລະ ນັ້ນຫລະຄືຄວາມໝາຍຂອງຄໍາວ່າ “miss the point”

When you miss the point, it means that you don’t understand something.

ເວລາທີ່ທ່ານ “miss the point” ມັນໝາຍຄວາມວ່າ ທ່ານບໍ່ເຂົ້າໃຈກ່ຽວກັບອັນ ໃດອັນນຶ່ງ ຫລືບໍ່ເຂົ້າໃຈຄັກກໍວ່າໄດ້.

You can use this phrase in any situation and everybody in America will understand you.

ທ່ານສາມາດໃຊ້ສໍານວນນີ້ໄດ້ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ ແລະທຸກຄົນຢູ່ໃນ ອາເມຣິກາກໍຈະເຂົ້າໃຈທ່ານ.

ຄໍາວ່າ miss ມີຄວາມໝາຍແນວໃດ? m-i-s-s= miss ແມ່ນມີຄວາມ ໝາຍຫລາຍຢ່າງ . ໃນທີ່ນີ້ມັນເປັນຄໍາກິລິຍາ ທີ່ມີຄວາມໝາຍວ່າ ຂາດ ຫລື ພາດ ແລະຄໍາວ່າ point, p-o-i-n-t, point ແປວ່າຈຸດ ຫລື ຈຸດສໍາຄັນ ຫລືເນື້ອຫາ ຫລື ເນື້ອຄວາມທີ່ສໍາຄັນ. ເພາະສະນັ້ນ ຄໍາວ່າ “miss the point” ເຮົາຈະວ່າ ຈັບໃຈຄວາມບໍ່ໄດ້ ຫລືວ່າ ຈັບໃຈຄວາມສໍາຄັນບໍ່ໄດ້ ກໍແມ່ນ. ເພາະສະນັ້ນ ໃນການສົນທະນາກັນ ຖ້າເຮຮົາຈັບໃຈຄວາມບໍ່ໄດ້ ຫລືຟັງບໍ່ທັນ ຫລືຟັງບໍ່ຄັກ ມັນກໍລົງເອີ່ຍກັນຢູ່ບ່ອນວ່າ “ບໍ່ເຂົ້າໃຈ” ນັ້ນເອງ.

Explain e-x-p-l-a-i-n = explain, explain ແປວ່າ ອະທິບາຍ

Can you explain it again? ເຈົ້າສາມາດອະທິບາຍໃຫ້ຂ້ອຍ ຟັງຕື່ມອີກໄດ້ບໍ່? Can you explain to me? Can you explain it to me ແປວ່າ ເຈົ້າສາມາດອະທິບາຍໃຫ້ຂ້ອຍຟັງໄດ້ບໍ່?

And that’s English in a Minute!

XS
SM
MD
LG