ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາງ​ສາວ​ວິ​ຈິ​ຕາ ສຳ​ເລັດການ​ເຂົ້າປະ​ກວດ ນາງ​ງາມຈັກ​ກະ​ວານ ປີ 2019 ຢ່າງ​ສະ​ຫງ່າ​ງາມ


ວິ​ຈິດ​ຕາ (ເມ), ນາງ​ງາມ​ຈາກລາວ ເຂົ້າ​ປະ​ກວດ​ນາງ​ງາມ ຈັກ​ກະ​ວານ ປີ 2019 ທີ່ນະ​ຄອນແອັດ​ແລນ​ຕາ, ລັດ​ຈໍ​ເຈຍ​ໃນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ (ວັນ​ທີ 06-08 ທັນ​ວາ, 2019)
ວິ​ຈິດ​ຕາ (ເມ), ນາງ​ງາມ​ຈາກລາວ ເຂົ້າ​ປະ​ກວດ​ນາງ​ງາມ ຈັກ​ກະ​ວານ ປີ 2019 ທີ່ນະ​ຄອນແອັດ​ແລນ​ຕາ, ລັດ​ຈໍ​ເຈຍ​ໃນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ (ວັນ​ທີ 06-08 ທັນ​ວາ, 2019)

ຄ່ຳ​ຄືນນີ້ທາງ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຈະ​ນຳ​ເອົາການ​ສຳ​ພາດ​ນາງ​ງາມ​ທີ່ມາຈາກ ສປ​ປ ລາວ, ກໍ​ຄື​ນ້ອງເມ ຫລື Vichitta Phonevilay ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ແອັດ​ແ​ລນ​ຕາ, ລັດ​ຈໍ​ເຈຍ​, ທາງພາກ​ໃຕ້ ຂອງສ​ະ​ຫະ​ລັດ​ໃນ​ອາ​ທິດຜ່ານ​ມາ. ເຖິງ​ແມ່ນ​ວ່ານ້ອງເມ​ຈະ​ບໍ່​ໄດ້ຊະ​ນະ ຢູ່ໃນ​ການ​ຄັດ​ເລືອກ​ຂັ້ນ​ຕົ້ນເອົາ 20 ຄົນ​ ແລະ​ຂັ້ນ​ອື່ນໆ​ກໍ​ຕາມ ແຕ່​ນ້ອງ​ກໍໄດ້​ເປັນ​ຄົນ​ທີ 25 ໃນ​ຈຳ​ນວນນາງງາມທັງ​ໝົດ 90 ຄົນຊຶ່ງ​ເຮັດ​ໃຫ້​ນາງ​ແລະ​ຄົນ​ລາວຫລາຍຄົນ ​ມີ​ຄວາມພາກພູມ​ໃຈສົມ​ຄວນ. ສິ່ງ​ສຳ​ຄັນ​ກໍ​ຄືການ​ໄດ້​ເປັນຕົວ​ແທນຂອງ​ປະ​ເທດ ມາຢືນ​ຢູ່​ໃນ​ເວ​ທີ​ສາ​ກົນ​ດ້ານ​ການ​ປະ​ກວດ​ຄວາມ​ງາມຂອງ​ແມ່​ຍິງ ເຮັດ​ໃຫ້ນາງຮູ້​ສຶກວ່າ ​ໄດ້​ເຮັດ​ໜ້າ​ທີ່​ຂອງ​ຕົນ​ດີ​ທີ່​ສຸດ. ພ້ອມ​ກັນ​ນັ້ນ ນາງກໍ​ຮູ້​ສຶກ​ດີ​ໃຈ​ທີ່​ໄດ້ມີ​ໂອ​ກາດ​ສ້າງ​ສາຍ​ສຳ​ພັນ ເປັນ​ເພື່ອນ​ມິດ​ກັບ​ບັນ​ດາ​ນາງ​ງາມຄົນ​ອື່ນໆຈ​າກ​ທົ່ວ​ໂລກ ແລະ​ໄດ້​ຮັບ​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ​ຈາກ​ປະ​ຊາ​ຄົມ​ລາວ​ໃນ​ລັດ​ຈໍ​ເຈຍນັ້ນ. ລາຍ​ລະ​ອຽດຈະ​ເປັນ​ຢ່າງ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ຮັບ​ຟັງ​ຈາກບົວ​ສະ​ຫວັນໄດ້​ເລີຍ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ປີນີ້​ເປັນ​ປີ​ທີ 3 ແລ້ວ ທີ່ ສ​ປ​ປ ລາວ​ໄດ້​ມີ​ນາງ​ງາມ​ ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ຊຶ່ງ​ໄດ້​ຈັດຂຶ້ນ​ໃນ​ຫລາຍ​ແຫ່ງ​ທົ່ວ​ໂລກ, ເຊັ່ນໃນ​ປີ 2017 ກໍ​ຄືເປັນ​ປີ​ທຳ​ອິດ​ທີ່​ມີນາງ​ງາມ​ລາວເຂົ້າ​ຮ່ວ​ມການ​ປະ​ກວດ ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ຢູ່​ໃນ​ນະ​ຄອນລາ​ສເວ​ກັ​ສ, ລັດ​ເນ​ວາ​ດາ​ຂອງສ​ະ​ຫະ​ລັດ, ປີ 2018 ຈັດ​ຂຶ້ນ​ໃນ​ປະ​ເທດ​ໄທ ແລະ​ປີນີ້​ ແມ່ນ​ຈັດ​ຂຶ້ນ​ໃນ​ນະ​ຄອນ​ແອັດ​ແລນ​ຕາ, ລັດ​ຈໍ​ເຈຍ ຂອງ​ສະ​ຫະ​ລັດອີກ.

ການ​ປະ​ກວດ​ໃນປີນີ້​ ແມ່ນຈັດ​ຂຶ້ນໃນ​ອາ​ທິດ​ຜ່ານມາກໍ​ຄື​ວັນ​ສຸກວັນ​ທີ 6 ເປັນ​ການ​ປະ​ກວດ​ຊຸດ​ປະ​ຈຳ​ຊາດ ແລະ​ ຄັດ​ເລືອກ​ເອົາ 20 ຄົນ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂັ້ນ​ຕໍ່​ໄປ ແລະການ​ປະ​ກວດ​ຄັ້ງ​ທີ 2 ກໍ​ຄື​ວັນ​ ອາ​ທິດ, ວັນ​ທີ 08 ຜ່ານ​ມານີ້​. ໃນການ​ທີ່​ໄດ້​ມາ​ຢືນ​ຢູ່​ໃນ​ເວ​ທີ​ສາ​ກົນ​ດ້ານ​ການ​ປະ​ກວດ​ຄວາມ​ງາມ ແລະ​ຄວາມ​ເກັ່ງ​ຂອງ​ແມ່​ຍິງນັ້ນ, ວິ​ຈິດ​ຕາ ພອນ​ວິ​ໄລ ຫລື ນ້ອງ​ເມແມ່ນ​ຮູ້​ສຶກ​ເປັນກຽດ ແລະ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ຊຶ່ງ​ນາງ​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

ນາງ​ເລົ່​າ​ເຖິງ​ຄວາມ​ຮູ້​ສຶກ​ໃນ​ການທຳ​ໜ້າ​ທີ່​ຕາງ​ໜ້າ​ໃຫ້​ແມ່​ຍິງ​ລາວ ກໍ​ຄື​ຄົນ​ລາວ​ທົ່ວ​ປະ​ເທດເຂົ້າ​ຮ່ວມການປະ​ກວດນາງ​ງາມ​ຈັກ​ກະ​ວານຄັ້ງນີ້ສູ່​ຟັງ​ອີກວ່າ:

Vichitta in 2019 Miss Universe Contest
please wait

No media source currently available

0:00 0:00:39 0:00

ສິ່ງ​ສຳ​ຄັນ​ທີ່​ສຸດ, ວິ​ຈິດ​ຕາ​ບອກກວ່າ ຕົນ​ເອງ​ຮູ້​ສຶກ​ໂຊກ​ດີທີ່ຄັ້ງ​ນຶ່ງ​ໃນ​ຊີ​ວິດໄດ້​ມີ​ໂອ​ກາດ​ມາ​ສຳ​ພັດເວ​ທີ​ສາ​ກົນ​ອັນ​ນີ້ ແລະ​ຮູ້​ຈັກ​ກັບບັນ​ດາ​ແມ່​ຍິງ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ດັ່ງ​ກ່າວ​ດ້ວຍ​ກັນ ແລະ​ການ​ຕ້ອ​ນ​ຮັບ​ຂອງ​ພີ່​ນ້ອງຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຢູ່​ໃນ​ນະ​ຄອນ​ແອັດ​ແລນ​ຕາ, ລັດ​ຈໍ​ເຈຍ​ໃນ​ທັນ​ທີ​ທີ່​ນາງ​ລົງຈາກ​ເຮືອ​ບິນ​ມາ ໃນ​ວັນ​ທີ 28 ພະ​ຈິກຊຶ່ງ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ນາງ​ໄປ​ເປັນ​ເວ​ລາ​ຍາວ​ນານ. ຊຶ່ງ​ນາງ​ເລົ່າ​ສູ່​ຟັງ​ວ່າ:

ທ້າຍ​ສຸດ​ນາງບອກວ່າ ການ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຄົນ​ລາວບໍ່​ວ່າ ຢູ່​ໃນ​ກໍ​ຄື​ຢູ່ນອກ​ປະ​ເທດນັ້ນ ເປັນ​ສິ່ງ​ທີ່​ສ້າງ​ພະ​ລັງ​ໃຈ​ໃຫ້​ກັບ​ນາງ​ຫລາຍ. ສະ​ນັ້ນ, ບໍ່​ວ່າ​ຈະ​ເປັນ​ການ​ປະ​ກວດ​ນາງ​ງາມ, ການ​ກິ​ລາ ຫລື​ ດ້ານໃດ​ກໍ​ຕາມ ນາງບອກ ວ່າ ຄົນ​ລາວ​ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ກັນເພາະວ່າ:

Vichitta in 2019 Miss Universe Contest-12-06-19
please wait

No media source currently available

0:00 0:00:57 0:00

ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານນັ້ນ ຕາມ​ການບອກ​ເລົ່າ​ຂອງວິ​ຈິ​ຕາ ແມ່ນ ລວມ​ມີ 5 ຮອບດ້ວຍ​ກັນ​ຄື: ຮອບ​ປະ​ຖົມ​ມະ​ເລີກ​ທີ່ເລືອກ​ເອົາ 20 ຄົນ, ຮອບ​ທີ ສອງເພື່ອເລືອກ​ເອົາ 10 ຄົນ, ຮອບ​ທີ 3 ທີ່ເລືອກ​ເອົາ 5 ຄົນ ແລະ​ຮອບ​ທີ 4 ເພື່ອເລືອກ​ເອົາ 3 ຄົນ ແລະ​ຮອບ​ສຸດ​ທ້າຍແມ່ນເລືອກ​ເອົາ 1 ຄົນ ​ເປັນ​ນາງ​ງາມ​ຈັກ​ກະ​ວານ. ເຖິງ​ແມ່ນ​ວ່າວິ​ຈິດ​ຕາ ຫ​ລື ນ້ອງ​ເມ​ຈະ​ບໍ່ໄດ້​ຊະ​ນະ​ໃນ​ຮອບປະ​ຖົມ​ມະ​ເລີກ ທີ່​ເປັນ​ການ​ປະ​ກວດ​ເລືອກ​ເອົາ 20 ຄົນ​ກໍ​ຕາມ ແຕ່​ນາງ​ກໍ​ໄດ້​ເປັນ​ຄົນ​ທີ 25 ໃນ​ຈຳ​ນວນທັງ​ໝົດ 90 ຄົນ ທີ່ມາ​ຈາກ​ທົ່ວ​ໂລກ ຊຶ່ງ​ຫລາຍ​ຄົນ​ກໍຖື​ວ່າ ນາງ​ເຮັດ​ໄດ້​ດີ​ສົມ​ຄວນ. ກ່ອນ​ຈະ​ໄດ້​ມາ​ເຖິງ​ຈຸດ​ນີ້​ໄດ້ອີງ​ຕາມ​ນາງ​ມາ​ລີ ສີ​ຣິ ພົມ​ມະ​ວົງ, ນາຍ​ແປພາ​ສາ​ລາວ ທີ່​ໄດ້​ເຫັນ ແລະໄດ້ສຳ​ພັດກັບບັນ​ຍາ​ກາດຕົວ​ຈິງບອກວ່ານ້ອງ​ເມແມ່ນ​ມີ​ຄວາມ​ຕັ້ງ​ໃຈ ແລະ​ເກັ່ງ​ຫລາຍ​ສົມ​ຄວນ ເພາະ​ໃນ​ການ​ປະ​ກວດນັ້ນ ບໍ່​ແມ່ນ​ແຕ່​ເປັນ​ການ​ແຂ່ງ​ຂັນ​ຄວາມ​ງາມ​ເທົ່າ​ນັ້ນ ທັງ​ຍັງເປັນ​ການ​ແຂ່ງ​ຂັນ​ດ້ານ​ຄວາມ​ຄິດ, ຄວາມ​ຮູ້, ຄ​ວາມ​ສາ​ມາດ ເພາະ​ມີ​ການຕອບ​ຄຳ​ຖາມ​ຕ່າງໆ​ ທີ່​ວັດ​ແທກ​ຄວາມ​ຮູ້​ຮອບ​ຕົວໃນ​ລະ​ດັບ​ໂລກອີກ​ດ້ວຍ. ນາງມາ​ລີ​ຍັງ​ເລົ່າ​ເຖິງ​ຄວາມ​ບາກ​ບັ່ນຂອງ​ນ້ອງ​ເມ​ ແລະ​ຂັ້ນ​ຕອນ​ຕ່າງໆ ໃນ​ການກະ​ກຽມ​ກ່ອນ​ຈະ​ເຂົ້າ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ຄັ້ງປະ​ຖົມ​ມະ​ເລີກ​ສູ່​ຟັງ​ວ່າ:

ໃນ​ນາມ​ທີ່​ເປັນ​ຜູ້​ຈັດ​ການຈາກ ​ຫລື​ຄູ​ຝຶກ​ສ່ວນ​ຕົວຂອງ​ນ້ອງ​ເມທີ່​ມາ​ຈາກ​ລາວ, ນາງ ວິ​ລຸ​ນາ ເພັດ​ມະ​ນີ ຫລື​ຕັອດ, ຈາກບໍ​ລິ​ສັດ The T8 ທີ່​ຊ່ຽວ​ຊານ​ໃນ​ດ້ານ​ການ​ສົ່ງ​ເສີມ​ການ​ເດີນ​ແບບ ແລະ​ກະ​ກຽມ​ຍິງ​ສາວ​ລາວ ​ເຂົ້າ​ຮ່ວມ​ການແຂ່ງ​ຂັນ​ນາງ​ງາມ​ໃນ​ລະ​ດັບ​ຊາດ ແລະ​ສາ​ກົນ​ເລົ່າເຖິງ​ເບື້ອງ​ຫລັງ​ແລະ​ຂັ້ນ​ຕອນ​ຕ່າງ​ໆ ກ່ອນ​ຈະ​ມາ​ເຖິງ​ຂັ້ນ​ນີ້ສູ່​ຟັງ​ວ່າ:


Vichitta in Lao Traditional Custume-2019 Miss Universe Contest-12-06-19
please wait

No media source currently available

0:00 0:01:46 0:00

ເມື່ອ​ເວົ້າ​ເຖິງ​ບຸກ​ຄະ​ລິກດີ​ທີ່ເໝາ​ະສົມ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ແມ່​ຍິງລາວ ທັງ​ປະ​ເທດ​ເຂົ້າ​ຮ່ວ​ມ​ໃນ​ການ​ປະ​ກວດນາງ​ງາມ​ຈັກ​ກະ​ວານ​ຄັ້ງ​ນີ້ນາງວິ​ລຸນ​ນາ ​ທີ່​ໃຫ້​ສຳ​ພາດຫລັງ​ການ​ປະ​ກວດ​ນາງ​ງາມ​ຮອບ​ປະ​ຖມ​ມະ​ເລີກ​ທີ່​ເລືອກ​ເອົາ 20 ຄົນ​ນັ້ນ​ເລົ່າ​ຕໍ່​ໄປ​ວ່າ:

ໃນ​ການ​ເດີນ​ທາງມາສະ​ຫະ​ລັດ​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດນາງ​ງາມ​ຈັກ​ກະ​ວານ​ປີ​ນີ້ ທັງ​ວິ​ລຸ​ນາ ແລະ​ນ້ອງ​ເມ ແລະ​ຄອບ​ຄົວ​ຍາດ​ພີ່​ນ້ອງທີ່ຈາກ​ລາວນຳ​ກັນຕ່າງ​ກໍ​ບອກວ່າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍກັບ​ການ​ຕ້ອນ​ຮັບ​ຂັບ​ສູ່ ແລະ​ການ​ຊ່ວຍ​ເຫລືອ​ສະ​ໜັບ​ສະ​ໜຸນ​ຂອງ​ປະ​ຊາ​ຄົມ​ລາວ-ອາ​ເມ​ຣິ​ກັນ ​ໃນ​ນະ​ຄອນແອັດ​ແລນ​ຕາ. ສ່ວນ​ທາງ​ປະ​ຊາ​ຄົມ​ຄົນ​ລາວເອງ​ຫລາຍ​ຄົນໃນ​ລັດ​ຈໍ​ເຈຍ ກໍ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ດີ​ໃຈ ທີ່​ໄດ້​ມີ​ໂອ​ກາດ​ໃຫ້​ກາ​ນ​ຕ້ອນ​ຮັບ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫລືອ​ໃຫ້​ວິ​ຈິດ​ຕາໄດ້​ປະ​ຕິ​ບັດ​ພາ​ລະ​ກິດ​ຂອງ​ຕົນ​ໃນ​ນາມ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ລາວ ເຂົ້າ​ຮ່ວມ​ການ​ປະ​ກວດ​ໃນ​ເວ​ທີ​ສາ​ກົນ​ຄັ້ງ​ນີ້, ຊຶ່ງ​ນາງ ເອມ​ມີ ຈອມ​ທະ​ຄຳ, ອະ​ດີດ​ປະ​ທານ​ສະ​ມາ​ຄົມ​ຄົນ​ລາວ-ອາ​ເມ​ຣິ​ກັນ ​ໃນ​ນະ​ຄອນແອັດ​ແລນ​ຕາ, ຊຶ່ງ​ເປັນ​ຜູ້​ປະ​ສານ​ງານຕົ້ນ​ຕໍ​ກັບ​ຄະ​ນະ​ກຳ​ມະ​ການ​ທີ່​ສົ່ງ​ວິ​ຈິດ​ຕາ​ມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ທີ່​ສະ​ຫະ​ລັດ​ຄັງ​ນີ້ເລົ່າ​ເຖິງ​ຄ​ວາມ​ຮູ້​ສຶກຂອງ​ຕົນ​ເອງ​ສູ່​ຟັງ​ວ່າ:

Miss Laos, Vichitta Farewell Party in Atlanta, GA 12-11-2019
please wait

No media source currently available

0:00 0:00:59 0:00
ລິງໂດຍກົງ

ສະ​ຫລຸບ​ແລ້ວ ການທີ່​ເປັນຕົວ​ແທນຂອງ​ປະ​ເທດລາວ ມາຢືນ​ຢູ່​ໃນ​ເວ​ທີ​ສາ​ກົນ​ດ້ານ​ການ​ປະ​ກວດ​ຄວາມ​ງາມຂອງ​ແມ່​ຍິງ ເຮັດ​ໃຫ້ບໍ່​ພຽງ​ແຕ່ວິ​ຈິ​ຕາ ຫລື​ນ້ອງ​ເມ​ ຮູ້​ສຶກ​ດີ​ໃຈເທົ່າ​ນັ້ນ ແຕ່ກໍຍັງ​ເຮັດ​ໃຫ້​ຄົນ​ລາວ​ຫລາຍ​ຄົນທີ່ຢູ່​ທັງໃນ ແລະ​ນອກ​ປະ​ເທດເຫັນຮູ້​ສຶກ​ພູມ​ໃຈ ແລະຄວາມ​ສຳ​ຄັນຂອງ​ການ​ເຂົ້າ​ຮ່ວມ​ການ​ປະ​ກວດນາງ ງາມ​ຈັກ​ກະ​ວານ​ຂອງ​ຄົນ​ລາວເຊັ່ນ​ນ້ອງ​ເມ, ສະ​ນັ້ນຈຶ່ງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ແລະ​ໃຫ້​ກຳ​ລັງ​ໃຈ​ແກ່​ນາງຢ່າງເຕັມ​ປ່ຽມ.

ເບິ່ງ​ພາບເພີ້ມ​ໃນ​ສະ​ໄລ​ດ໌ ນີ້

ອ່ານ​ບົດ​ສະ​ຫລຸບ​ຂອງ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Vichitta Phonevilay (May), a proud Miss Universe Laos shared her experiences as a representative of her country to participate in 2019 Miss Universe Contest held in Atlanta, Georgia last week and ended on Sunday, December 08. By being the 25th in the primary round of the contest in which 90 beauty queens from different countries attended, Vichitta is close to the edge of being the top 20 women selected for the next round of the contest. As the third Miss Laos participating in this universe beauty contest, Vichitta is proud and happy for being able to be present at this global stage and was impressed by the friendliness of those who were from other 89 countries to participate in this global beauty contest like her and the hospitality of Lao community in Atlanta, Georgia.

XS
SM
MD
LG