ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ຕຳຫຼວດ ລັດ ມີເນໂຊຕ້າ ໄດ້ຍິງ ຊາຍຜິວດຳ ຄົນໜຶ່ງຕາຍ ຢູ່ໃນລົດ


ຜູ້ພິທັກກົດໝາຍ ຈາກເມືອງ Hennepin ຂອງລັດ Minnesota ເຂົ້າຮ່ວມ ໃນການປຶກສາຫາລື ໂຕະມົນ ກ່ຽວກັບຊ່ອງທາງ ເພື່ອຫລຸດຜ່ອນ ຄວາມຮ້າຍແຮງຈາກປືນ ໃນລະຫວ່າງ ການໄປຢ້ຽມຢາມ ນະຄອນ Minneapolis.

ຜູ້ຊາຍຄົນໜຶ່ງໄດ້ຖືກຍິງຕາຍຢູ່ໃນລົດຂອງລາວໂດຍເຈົ້າໜ້າທີ່ຕຳຫຼວດ ໃນ ຕອນຄ່ຳຂອງວັນພຸດວານນີ້ທີ່ລັດ Minnesota ທາງພາຕາເວັນຕົກ ຕອນກາງ ຂອງ ສະຫະລັດ.

ພວກໝູ່​ເພື່ອນ ແລະ ຄອບຄົວຂອງຜູ້ເຄາະຮ້າຍ ໄດ້ກ່າວຕໍ່ສື່ມວນຊົນໃນທ້ອງ ຖິ່ນວ່າ ຜູ້ຊາຍຄົນນັ້ນມີຊື່ວ່າ Philando Castile ເປັນຄົນຜິວດຳມີອາຍຸ 32 ປີ ​ພະນັກງານຢູ່ໂຮງຮຽນຫຼວງແຫ່ງໜຶ່ງ ຜູ້ທີ່ຖືກແຈ້ງ ວ່າ ໄດ້ເສຍຊີວິດພຽງບໍ່ເທົ່າ ໃດນາທີ ຫຼັງຈາກໄດ້​ໄ​ປຮອດໂຮງໝໍ. ບັນ ດາເຈົ້າໜ້າທີ່ບໍ່ໄດ້ຢືນຢັນວ່າ ຜູ້ກ່ຽວ ​ແມ່ນ​ໃຜ​ແທ້.

ແມ່ຍິງ ແລະ ເດັກນ້ອຍອາຍຸ 7 ປີຄົນໜຶ່ງກໍໄດ້ຢູ່ໃນລົດນຳກັນ ແລະ ໄດ້ຖືກ ຕຳຫຼວດຄວບຄຸມຕົວໄປ.

ວິດີໂອຕອນໜຶ່ງທີ່ໄດ້ຖືກນຳໄປລົງ ໃນສື່ສັງຄົມອອນໄລໂດຍແຟນ ຂອງຜູ້ ເຄາະຮ້າຍ ແມ່ນຍັງບໍ່ໄດ້ຮັບ​ການຢືນຢັນ ໂດຍຕຳຫຼວດວ່າ ເປັນເຫດການ ດຽວກັນບໍ່. ຜູ້ຊາຍທີ່ຢູ່ໃນວິດີໂອນັ້ນ ໄດ້ຖືກຍິງແລ້ວ ແລະ ກໍມີເລືອດໄຫຼ ອອກມາ, ໂຕຂອງຜູ້ເຄາະຮ້າຍກໍໄດ້ນອນຫງາຍ ຢູ່ເທິງບ່ອນນັ່ງຂອງຄົນຂັບ ໃນເວລາທີ່ການຖ່າຍວິດີໂອໄດ້ເລີ່ມຂຶ້ນ. ສຽງຂອງແມ່ຍິງທີ່ໄດ້ຍິນຈາກວິດີໂອ ກ່າວວ່າ ຜູ້ຖືກເຄາະຮ້າຍໄດ້ບອກຕຳຫຼວດວ່າລາວພົກປືນສັ້ນກະບອກໜຶ່ງ ແລະ ກໍມີໃບອະນຸຍາດດ້ວຍ ແລະ ຕຳຫຼວດກໍໄດ້ບອກໃຫ້ ລາວຢຸດຍື້ມືໄປ ເອົາກະເປົາເງິນຂອງລາວ. ໃນເວລາທີ່ຜູ້ຊາຍຄົນດັ່ງກ່າວໄດ້ຍົກມືຂຶ້ນລາວ ກໍຖືກຍິງ “ສີ່ ຫຼື ຫ້າເທື່ອ” ອີງຕາມການບອກ​ເລົ່າຂອງແມ່ຍິງຄົນນັ້ນ.

ກົມຕຳຫຼວດ ​ເມືອງ St. Anthony ໃນລັດ Minnesota ເຊິ່ງ​ເປັນ​ຜູ້​ຮັບຜິດ ຊອບ ຊຸມຊົນ Falcon Heights ບ່ອນທີ່ມີການຍິງກັນເກີດຂຶ້ນນັ້ນ, ໄດ້ເປີດ ເຜີຍ ຖະແຫຼງການສະບັບໜຶ່ງ ກ່າວວ່າ ເຈົ້າໜ້າທີ່ກ່ຽວ ຂ້ອງກັບເຫດການ ແມ່ນໄດ້ຖືກສັ່ງພັກວຽກຕາມ “ມາດຕະຖານ”, ແຕ່ບໍ່ໄດ້ອະທິບາຍຢ່າງລະອຽດ ກ່ຽວກັບເຫດການດັ່ງກ່າວ. ຫົວໜ້າຕຳຫຼວດ ຮັກສາການທ່ານ Jon Mangseth ໄດ້ອ່ານຖະແຫຼງການສັ້ນໆ​ຕໍ່​ພວກ ນັກຂ່າວໃນຕອນເຊົ້າຂອງວັນພະຫັດມື້ນີ້ ແລະບໍ່ໄດ້ຕອບຄຳຖາມ​ໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Minnesota Police Shooting
please wait

No media source currently available

0:00 0:01:10 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG