ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຮງງານລາວ ຈະໄດ້ຮັບ ຜົນປະໂຫຍດ ຈາກ ຂໍ້ຕົກລົງ ການຈ້າງງານ ໃນລະບົບອາຊຽນ


ປ້າຍ ການເປັນປະທານ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ຂອງລາວ ໃນລະຫວ່າງ ວັນທີ 6 ກັນຍາ 2016.
ປ້າຍ ການເປັນປະທານ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ຂອງລາວ ໃນລະຫວ່າງ ວັນທີ 6 ກັນຍາ 2016.

ລັດຖະມົນຕີລາວ ຢືນຢັນວ່າ ແຮງງານລາວຈະໄດ້ຮັບຜົນປະໂຫຍດ ຈາກຂໍ້ຕົກລົງ ການຈ້າງງານ ໃນລະບົບຂອງອາຊຽນ ແລະຈະປອດໄພຈາກການຕົກເປັນເຫຍື່ອ ຂອງການຄ້າມະນຸດຂ້າມຊາດດ້ວຍ.

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຖະແຫລງຢືນຢັນວ່າ ແຮງງານລາວຈະໄດ້ຮັບຜົນປະໂຫຍດ ຈາກຂໍ້ຕົກລົງວ່າດ້ວຍການຫັນປ່ຽນ ການຈ້າງ ງານນອກລະບົບໄປສູ່ການຈ້າງງານ ໃນລະບົບຂອງອາຊຽນຫຼາຍຂຶ້ນນັບມື້ ອີກທັງຍັງ ຈະປອດໄພ ຈາກການຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດຂ້າມຊາດດ້ວຍ ເນື່ອງຈາກວ່າ ຂໍ້ຕົກລົງດັ່ງກ່າວນີ້ ຈະໃຫ້ການຄຸ້ມຄອງ ດ້ານສະຫວັດດີການ ແກ່ ແຮງງານລາວທຸກໆຄົນ ທີ່ເດີນທາງໄປທຳງານໃນປະເທດສະມາຊິກອາຊຽນດ້ວຍກັນ ຢ່າງຖືກຕ້ອງຕາມກົດໝາຍ ດັ່ງທີ່ທ່ານສະເຫລີມໄຊ ໄດ້ໃຫ້ການຢືນຢັນວ່າ:

“ຖືວ່າຖະແຫລງການຂອງຜູ້ນຳນີ້ ເປັນການຢືນຢັນເຈດຈຳນົງຂອງປະເທດ ທີ່ມີສ່ວນ ຮ່ວມຫັ້ນ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ ຖະແຫລງການທີ່ວ່າ ຮັບຮອງເອົາຢູ່ໃນ ກອງປະຊຸມສຸດຍອດ ຈະເປັນພື້ນຖານອັນສຳຄັນ ໃຫ້ແກ່ປະເທດສະມາຊິກນີ້ ໄດ້ ສືບຕໍ່ປັບປຸງບັນດາກົນໄກຕ່າງໆ ທີ່ມີແລ້ວເພື່ອໃຫ້ມັນດີກວ່າເກົ່າ ໃຫ້ມັນກະທັດຮັດ ສາມາດຊ່ວຍເຫລືອຜູ້ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ.”

ບັນດາຜູ້ນຳປະເທດ ຂອງປະຊາຄົມ ບັນດາປະເທດເອເຊຍຕາເວັນອອກສຽງໃຕ ຢູ່ໃນພິທີ ເປີດກອງປະຊຸມ ສຸດຍອດ
ບັນດາຜູ້ນຳປະເທດ ຂອງປະຊາຄົມ ບັນດາປະເທດເອເຊຍຕາເວັນອອກສຽງໃຕ ຢູ່ໃນພິທີ ເປີດກອງປະຊຸມ ສຸດຍອດ

ທັງນີ້ແຮງງານລາວ ໄດ້ພາກັນເດີນທາງໄປທຳງານ ໃນປະເທດໄທຫຼາຍທີ່ສຸດ ໂດຍ ລາຍງານຂອງກະຊວງແຮງງານຂອງໄທ ລະບຸວ່າ ມີແຮງງານລາວຫຼາຍກວ່າ 256,000 ຄົນທີ່ໄດ້ແຈ້ງຈົດທະບຽນ ຂໍອະນຸຍາດທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ ໂດຍ ໃນນີ້ ແບ່ງເປັນແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະໄດ້ຮັບອະນຸຍາດໃຫ້ ທຳງານຢູ່ໃນໄທຕໍ່ໄປ ຈຳນວນ 40,500 ຄົນ ແລະອີກ 41,700 ກວ່າຄົນ ເປັນແຮງງານ ທີ່ສິ້ນສຸດສັນຍາຈ້າງ ນັບແຕ່ເດືອນສິງຫາ 2015 ເປັນຕົ້ນມາແລ້ວ.

ທາງດ້ ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວ ໃນໄທ ປະເມີນວ່າ ມີແຮງ ງານລາວທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ຊຶ່ງໃນນີ້ຫຼາຍກວ່າ 3 ແສນຄົນ ທີ່ລັກລອບ ທຳງານ ໂດຍຜິດກົດໝາຍ ແລະມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ ແຕ່ໃນລະຍະ 14 ປີ ທີ່ຜ່ານມາ ທາງການໄທ ກັບສາມາດໃຫ້ການຊ່ວຍເຫຼືອແຮງງານ ລາວ ເຫຼົ່ານີ້ໄດ້ພຽງ 2,217 ຄົນເທົ່ານັ້ນ.

ທັງນີ້ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ທຳການຄວບຄຸມຕົວແມ່ຍິງລາວ 43 ຄົນ ຢູ່ທີ່ສະຖານ ບັນເທີງແຫ່ງໜຶ່ງ ໃນເຂດອຳເພີໂຂງຈຽມ ຈັັງຫວັດອຸບົນຣາຊະທານີ ເມື່ອກາງເດືອນ ທັນວາ 2015 ທີ່ຜ່ານມາ ດ້ວຍຂໍ້ຫາ ຮ່ວມກັນຂາຍບໍລິການທາງເພດ ໂດຍຜິດກົດໝາຍ ຊຶ່ງໃນນີ້ກໍມີເຖິງ 14 ຄົນ ທີ່ເປັນເຍົາວະຊົນ ທີ່ອາຍຸຕ່ຳກວ່າ 18 ປີ ລວມຢູ່ດ້ວຍ.

ໂດຍອິງຕາມກົດໝາຍອາຍາຂອງໄທ ຜູ້ທີ່ກະທຳຄວາມຜິດກົດໝາຍ ໃນຂໍ້ຫາຂາຍ ບໍລິການທາງເພດ ຈະມີໂທດຈຳຄຸກເປັນເວລາ 1 ເດືອນ ແລະປັບໄໝບໍ່ເກີນ 1,000
ບາດ ແຕ່ຖ້າຫາກວ່າ ຜູ້ກິທຳຄວາມຜິດ ເປັນເຍົາວະຊົນອາຍຸຕ່ຳກວ່າ 18 ປີ ຈະບໍ່ຖືວ່າ ມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງໄປຢູ່ໃນສູນຟື້ນຟູສະພາບຈິດໃຈ ແລະ ຝຶກອົບຮົມ ວິຊາຊີບ ເປັນເວລາ 6 ເດືອນ ແລະ ຫລັງຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດ ທີ່ ເປັນພູມລຳເນົາ.

ແຕ່ຢ່າງໃດກໍຕາມການກຳນົດບົດລົງໂທດ ດັ່ງກ່າວ ກໍນັບວ່າເປັນການລົງໂທດທີ່ບໍ່ ຮຸນແຮງ ແລະຜົນທີ່ຕິດຕາມມາ ກໍຄືການລັກລອບຂາຍບໍລິການທາງເພດໃນໄທ ຍັງ ຄົງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງໃນນີ້ ກໍລວມເຖິງແມ່ຍິງລາວ ຈຳນວນບໍ່ນ້ອຍ ທີ່ຍັງ ພາກັນເດີນທາງມາຂາຍບໍລິການທາງເພດໃນໄທ ຢູ່ເລື້ອຍມາ ທັງຍັງມີທ່າອຽງ ເພີ່ມ ຈຳນວນຫຼາຍຂຶ້ນນັບມື້ອີກດ້ວຍ.

ໂດຍເຖິງແມ່ນວ່າ ກະຊວງປ້ອງກັນຄວາມສະຫງົບ ພາຍໃນລາວ ຈະໄດ້ເລີ່ມດຳເນີນ ມາດຕະການບໍ່ອະນຸຍາດ ໃຫ້ເຍົາວະຊົນລາວ ທີ່ອາຍຸຕວ່າ 18 ປີ ເດີອນທາງໄປໄທ ໂດຍລຳພັງຢ່າງເດັດຂາດ ທີ່ຖືເປັນມາດຕະການ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນ ກັບ ທາງການໄທ ພາຍໃຕ້ເປົ້າໝາຍ ເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນລາວ ຕ້ອງຕົກໄປເປັນ ເຫຍື່ອຂອງຂະບວນການຄ້າມະນຸດໃນໄທ ໂດຍສະເພາະ ແມ່ນເຍົາວະຊົນລາວເພດຍິງ ຊຶ່ງຖືເປັນກຸ່ມປະຊາກອນລາວ ທີ່ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະຖືກບັງຄັບ ໃຫ້ຕ້ອງຂາຍບໍລິການທາງເພດ ຢູ່ໃນໄທເພີ່ມຂຶ້ນນັບມື້ນັ້ນ.

ຫາກແຕ່ສຳລັບເຍົາວະຊົນລາວ ທີ່ມີຜູ້ປົກຄອງເດີນທາງໄປດ້ວຍນັ້ນ ກໍຍັງຄົງໄດ້ຮັບ ການອະນຸຍາດ ໃຫ້ເດີນທາງໄປໄທໄດ້ຕາມປົກກະຕິດ້ວເຫດນີ້ ຈຶ່ງເຮັດໃຫ້ຫຼາຍພາກ ສ່ວນ ຢ້ານວ່າການດຳເນີນມາດຕະການດັ່ງກ່າວນີ້ ອາດຈະບໍ່ມີປະສິດທິຜົນ ໃນການ ປະຕິບັດຕົວຈິງ ຖ້າຫາກວ່າ ເຈົ້າໜ້າທີ່ຂອງທາງການລາວ ແລະໄທ ບໍ່ຈິງຈັງໃນການ ກວດເອກກະສານ ແລະໜັງສືເດີນທາງຂອງເຍົາວະຊົນລາວ ແລະຜູ້ປົກຄອງ ຢ່າງ ຮອບຄອບ ເພາະໃນຄວາມເປັນຈິງຄືຂະບວນການຄ້າມະນຸດ ຍ່ອມສາມາດ ທີ່ຈະປອມ ແປງເອກກະສານໄດ້ຕະຫຼອດເວລານັ້ນເອງ.

XS
SM
MD
LG