ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ໄດ້ມີການສັກຢາວັກຊີນ ກັນໂຄວິດ-19 ໃຫ້ແກ່ບຸກຄະລາກອນ ທີ່ມີຄວາມສ່ຽງແລ້ວທັງ 2 ໂດສ


ພະນັກງານແພດຂອງລາວ ກຳລັງເຮັດວຽກຢ່າງຫ້າວຫັນ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ທີ່ໂຮງໝໍແຫ່ງນຶ່ງໃນລາວ.
ພະນັກງານແພດຂອງລາວ ກຳລັງເຮັດວຽກຢ່າງຫ້າວຫັນ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ທີ່ໂຮງໝໍແຫ່ງນຶ່ງໃນລາວ.

ລັດຖະມົນຕີລາວ ຢືນຢັນວ່າ ໄດ້ສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ບຸກຄະກອນທີ່ປະຕິບັດງານທີ່ມີຄວາມສ່ຽງເປັນກຸ່ມທຳອິດ ສ່ວນປະຊາຊົນລາວ ຍັງຕ້ອງລໍຖ້າການຊ່ວຍເຫຼືອ ແລະສັ່ງຊື້ຈາກຕ່າງປະເທດ.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫລງວ່າ ການສັກຢາວັກຊີນປ້ອງກັນພະຍາດໄວຣັສ ໂຄວິດ-19 ທີ່ ລາວ ໄດ້ຮັບການຊ່ວຍເຫຼືອຈາກຈີນ 2,000 ໂດສແລະຈາກຣັສເຊຍ 500 ໂດສນັ້ນ ໄດ້ດຳເນີນການສັກໃຫ້ແກ່ບຸກຄະລາກອນທີ່ປະຕິບັດງານທີ່ມີຄວາມສ່ຽງເປັນກຸ່ມທຳອິດ ເຊັ່ນໝໍ-ພະຍາບານແລະພະນັກງານລັດທີ່ປະຕິບັດໜ້າທີ່ປະຈຳຢູ່ດ່ານຊາຍແດນເປັນຕົນ ໂດຍໄດ້ສັກຢາວັກຊີນດັ່ງກ່າວຄົບທັງ 2 ໂດສແລ້ວ ແລະບໍ່ປາກົດມີຜົນຂ້າງຄຽງທີ່ຜິດປົກກະຕິເກີດຂຶ້ນກັບຜູ້ທີ່ໄດ້ຮັບຢາວັກຊີນ ແຕ່ຢ່າງໃດ ຈຶ່ງໝັ້ນໃຈວ່າ ຈະໄດ້ຜົນດີໃນການສັກຢາວັກຊີນຄັ້ງນີ້ໃນລາວ ສ່ວນການສັກຢາວັກຊີນໃຫ້ກັບປະຊາຊົນລາວນັ້ນ ຍັງຈະຕ້ອງລໍຖ້າການຊ່ວຍເຫຼືອແລະສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອທີ່ຈະໄດ້ຮັບຈາກອົງການອະນາໄມໂລກ (WHO) ນັ້ນ ດັ່ງທີ່ ທ່ານບຸນກອງ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກະໄດ້ສັກຮອບທີນຶ່ງໃຫ້ກຸ່ມທີ່ມີຄວາມສ່ຽງ ໂດຍສະເພາະແມ່ນແພດ-ໝໍທີ່ໄດ້ເຮັດວຽກໂດຍກົງກັບຄົນເຈັບ ແລ້ວກະປາກົດວ່າ ບໍ່ມີຜົນຂ້າງຄຽງອີຫຍັງ ເຂັມທີສອງ ກະໄດ້ສັກແລ້ວ ໃນວັນທີ 22 ທັນວາ ທີ່ຜ່ານມານີ້ ດັ່ງນັ້ນ ກະເປັນອັນນຶ່ງທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ເບິ່ງ ແລະມາຮອດປັດຈຸບັນນີ້ ພວກເຮົາຫລະຢູ່ໃນ 92 ປະເທດທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼື້ອລ້າທາງດ້ານວັກຊີນຕ້ານໂຄວິດ-19 ໃນປີ 2021 ໃຫ້ສັກໄດ້ປະມານ 20 ເປີເຊັນຂອງປະຊາກອນຂອງໂລກ.”

ໂດຍການຊ່ວຍເຫຼືອຈາກ WHO ດັ່ງກ່າວຈະມີປະຊາຊົນລາວ ທີ່ໄດ້ຮັບການສັກຢາວັກຊີນຕ້ານໄວຣັສໂຄວິດ-19 ປະມານ 1.4 ລ້ານຄົນ ຈຶ່ງຍັງເຫຼືອອີກເກີນກວ່າ 5.6 ລ້ານຄົນທີ່ຈະໄດ້ຮັບການສັກຢາວັກຊີນດ້ານໄວຣັສ ໂຄວິດ-19 ດ້ວຍການສັ່ງຊື້ຈາກຕ່າງປະເທດເປັນດ້ານຫລັກແລະຄາດວ່າ ຈະຕ້ອງໃຊ້ເງິນທຶນຫຼາຍກວ່າ 100 ລ້ານໂດລາ ຊຶ່ງທາງການລາວ ສາມາດຕອບສະໜອງໄດ້ບາາງສ່ວນເທົ່ານັ້ນ ຈຶ່ງເຮັດໃຫ້ຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກດ້ວຍເຊັ່ນກັນ ດັ່ງທີ່ ທ່ານບຸນກອງ ໄດ້ຖະແຫລງຍອມຮັບວ່າ:

“ພ້ອມກັນນີ້ ພວກເຮົາກໍຈະຕ້ອງໄດ້ພົວພັນກັບທາງປະເທດເພື່ອນມິດໃນການຈັດຫາ-ຈັດຊື້ ຫຼືວ່າການຊ່ວຍເຫຼືອຊຶ່ງກັນແລະກັນ ອັນນີ້ກໍເປັນອັນນຶ່ງທີ່ພວກເຮົາຈະມີເງື່ອນໄຂເຮັດໃຫ້ພໍ່ແມ່ປະຊາຊົນພວກເຮົາຈະຕ້ອງໄດ້ຮັບການໃສ່ວັກຊີນນີ້ ບາດນີ້ ຖ້າວ່າພວກເຮົາຫາກສັກທຸກທົ່ວໜ້ານີ້ ເຮົາຈະຕ້ອງໄດ້ໃຊ້ເງິນປະມານ 100 ກວ່າລ້ານໂດລາ ຊຶ່ງວ່າອັນນີ້ນິກໍບໍ່ແມ່ນວ່າ ສິສັກບາດດຽວໃຫ້ມັນແລ້ວໝົດ ຢູ່ປະເທດອື່ນເຂົາເຈົ້າກະເຮັດບໍ່ໄດ້ ດັ່ງນັ້ນ ໂຕນີ້ເປັນອັນນຶ່ງທີ່ພວກເຮົາຈະຕ້ອວໄດ້ຊອກງົບ.”

ໂຮງໝໍມິດຕະພາບ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ສະຫຼອງການປາດສະຈາກພະຍາດໂຄວິດ-19.
ໂຮງໝໍມິດຕະພາບ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ສະຫຼອງການປາດສະຈາກພະຍາດໂຄວິດ-19.

ໂດຍທີ່ຜ່ານມາ ພາກເອກະຊົນລາວ ຊາວຕ່າງຊາດແລະບັນດາອົງການສາກົນຈຳນວນເຖິງ 99 ພາກສ່ວນທີ່ໄດ້ໃຫ້ການຊ່ວຍເລືອແກ່ລັດຖະບານລາວ ຫຼາຍກວ່າ 38 ຕື້ກີບ ເພື່ອໃຊ້ໃນການສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ໃນລາວ ສ່ວນລັດຖະບານລາວ ກໍອະນຸມັດງົບປະມານສຸກເສີນ 30 ຕື້ກີບ ສຳລັບຈັດຊື້ອຸປະກອນທາງການແພດແລະຈັດສັນໃຫ້ແຂວງຕ່າງໆໃນທົ່ວປະເທດ ນອກຈາກນັ້ນ ກໍມີການຊ່ວຍເຫຼືອທີ່ເປັນອຸປະກອນທາງການແພດ ມູນຄ່າກວ່າ 24 ຕື້ກີບ ສ່ວນກະຊວງການເງິນ ກໍໄດ້ກູ້ເງິນສຸກເສີນໃນມູນຄ່າ 18 ລ້ານໂດລາ ຈາກທະນາຄານໂລກ ເພື່ອຍົກລະດັບປະສິດທິພາບການສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ໃຫ້ສູງຂຶ້ນ ສ່ວນລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານຢາກວດໄວຣັສໂຄວິດ-19 ສຈຳນວນ 22,000 ກວ່າຊຸດ ໜ້າກາກສຳລັບແພດ 4 ແສນຊຸດ ແລະອຸປະກອນປ້ອງກັນແພດ 5,000 ກວ່າຊຸດ.

ພ້ອມກັນນີ້ ລັດຖະບານຈີນຍັງໄດ້ສົ່ງຄະນະຊຽວຊານທາງການແພດ 12 ຄົນມາຖ່າຍທອດຄວາມຮູ້ແລະປະສົບການໃຫ້ບຸກຄະລາກອນລາວ ເພື່ອການຄວບຄຸມໄວຣັສ ການຄັດກອງຜູ້ຕິດເຊື້ອ ການກວດວິເຄາະ ການຮັກສາຄົນປ່ວຍ ການບໍລິຫານໂຮງໝໍ ແລະສະຖານກັກກັນຜູ້ທີ່ຕິດໄວຣັສ ການສ້າງການມີສ່ວນຮ່ວມຂອງປະຊາຊົນເຂົ້າໃນການສະກັດໄວຣັສ ໂຄວິດ-19 ສ່ວນກອງທັບປົດປ່ອຍປະຊາຊົນຈີນ ກໍໃຫ້ການຊ່ວຍເຫຼືອໃນການກໍ່ສ້າງອາຄານຫລັງໃໝ່ທີ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວ ຂະນະທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍຢືນຢັນວ່າ ລັດຖະບານລາວ ຈະດຳເນີນມາດຕະກການທຸກວິທີທາງເພື່ອສະກັດກັ້ນການລະບາດຂອງໂຄວິດ-19 ໃຫ້ໄດ້ໄວທີ່ສຸດ ທັງຈະໃຊ້ທຶນຊ່ວຍເຫຼືອຢ່າງໂປ່ງໃສອີກດ້ວຍ.

ທັງນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງໄວຣັສໂຄວິດ-19 ໂດຍນຳໃຊ້ອາຄານຫລັງໃໝ່ເພື່ອຮອງຮັບຜູ້ທີ່ຕິດໂຄວິດ-19 ເປັນການສະເພາະ
ເນື່ອງຈາກມີບຸກຄະລາກອນແລະເຄື່ອງມືທາງການແພດທັນສະໄໝທີ່ສຸດໃນລາວນັ້ນເອງ.

XS
SM
MD
LG