ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຢືນຢັນວ່າ ມີບໍ່ຄໍາ ອີກ 2 ແຫ່ງ ໃນລາວ ທີ່ອາດ ຂຸດຄົ້ນໄດ້


ຄໍາທີ່ຂຸດຄົ້ນມາຈາກບໍ່ແຮ່ເຊໂປນ
ຄໍາທີ່ຂຸດຄົ້ນມາຈາກບໍ່ແຮ່ເຊໂປນ
ລັດຖະມົນຕີລາວຢືນຢັນວ່າ ຍັງມີແຫຼ່ງແຮ່ຄໍາຂະໜາດໃຫຍ່
ອີກ 2 ແຫ່ງທີ່ເຊື່ອວ່າ ມີຄວາມອາດສາມາດຂຸດຄົ້ນຂຶ້ນມາ
ໄດ້ໃນໝໍ່ໆນີ້ ໂດຍແຫ່ງນຶ່ງຢູ່ໃນແຂວງບໍລິຄໍາໄຊ ສ່ວນອີກ
ແຫ່ງນຶ່ງຢູ່ໃນແຂວງອັດຕະປື.

ລິງໂດຍກົງ

ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະບໍ່ແຮ່ ໄດ້ເປີຍ
ເຜີຍກັບວີໂອເອວ່າ ອຸດສາຫະກໍາການຂຸດຄົ້ນແຮ່ທາດໃນລາວຍັງມີທ່າອຽງ ຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນນີ້ ກໍລວມເຖິງຄວາມອາດສາມາດ ສູງໃນການຂຸດຄົ້ນ
ແຮ່ຄໍາດ້ວຍ ເພາະເຖິງແມ່ນວ່າໃນປັດຈຸບັນ ຈະມີການຂຸດຄົ້ນແຮ່ຄໍາພຽງແຕ່ 2 ແຫ່ງກໍ
ຄືຢູ່ເຊໂປນ ໃນແຂວງສະຫວັນນະເຂດ ກັບຢູ່ພູເບ້ຍໃນ ແຂວງວຽງຈັນເທົ່ານັ້ນກໍຕາມ ຫາກແຕ່ດ້ວຍຜົນຈາກການສໍາຫຼວດເບື້ອງຕົ້ນກໍພົບວ່າ ຍັງມີອີກ 2 ແຫຼ່ງທີ່ເຊື່ອວ່າ ມີປະ
ລິມານແຮ່ຄໍາທີ່ສາມາດພັດທະນາເປັນບໍ່ ແຮ່ຄໍາຂະໜາດໃຫຍ່ໄດ້.

ທ່ານວີລະພົນ ໃຫ້ການຢືນຢັນວ່າແຫຼ່ງແຮ່ຄໍາຂະໜາດໃຫຍ່ 2 ແຫ່ງດັ່ງກ່າວກໍາລັງ
ຈະມີການສໍາຫຼວດຢ່າງລະອຽດໃນໝໍ່ໆນີ້ ໂດຍແຫ່ງນຶ່ງຢູ່ທີ່ຫຼັກຊາວໃນເຂດແຂວງ
ບໍລິຄໍາໄຊ ສ່ວນອີກແຫ່ງນຶ່ງກໍຢູ່ໃນເຂດແຂວງອັດຕະປື ທາງພາກໃຕ້ຂອງລາວ ຊຶ່ງ
ຄາດວ່າ ພາຍຫຼັງຈາກທີ່ໄດ້ທໍາການສໍາຫຼວດຢ່າງລະອຽດແລະໄດ້ຈັດທໍາບົດວິພາກ
ເສດຖະກິດ ລວມເຖິງການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສະພາບ ແວດລ້ອມທໍາ
ມະຊາດຢ່າງໄດ້ມາດຕະຖານສາກົນແລ້ວນັ້ນ ກໍສາມາດທີ່ຈະອະນຸຍາດສໍາປະ
ທານໄດ້ທັນທີ ດັ່ງທີ່ທ່ານວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:

ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ
ສະຖານທີ່ຂຸດຄົ້ນບໍ່ແຮ່ເຊໂປນ

ປັດຈຸບັນນີ້ ຜະລິດຄໍາມີ 2 ໂຄງການຢູ່ພູເບ້ຍ
ເນາະກັບຢູ່ເຊໂປນ ແຕ່ວ່າພູເບ້ຍ ນີ້ຄືວ່າເຂົາ
ຍັງຈະສໍາຫຼວດຕື່ມຢູ່ ບັດນີ້ໂຄງການຂະໜາດ
ໃຫຍ່ສະເພາະຄໍານີ້ ອາດສິມີຢູ່ນາກະດົກຫຼັກ
ຊາວນີ້ກັບຢູ່ແຖວອັດຕະປືຫັ້ນ ແຕ່ອັນນີ້ກໍຕ້ອງ
ໃຊ້ເວລາ ເພາະວ່າເຮົາບໍ່ໄດ້ສໍາຫຼວດລະອຽດ
ມາກ່ອນ ຕໍ່ຈາກນັ້ນແລ້ວ ກໍຈະເວົ້າກັບຜູ້ສິ
ມາພັດທະ ນາໃຫ້ໄປສໍາຫຼວດລະອຽດແລ້ວ ກະຄ່ອຍສົ່ງບົດວິພາກເສດຖະກິດ-ເທກນິກ
ຂຶ້ນມາລົມກັນລະອຽດ ແລ້ວຈຶ່ງຄ່ອຍອະນຸມັດໃຫ້ຂຸດຄົ້ນ.”


ກ່ອນໜ້ານີ້ ກຸ່ມບໍລິສັດ Lane Xang Minerals ຈໍາກັດ ຊຶ່ງເປັນຜູ້ລົງທຶນໃນການຂຸດ
ຄົ້ນແຮ່ທາດຢູ່ເຊໂປນ ແຂວງສະຫວັນນະເຂດໄດ້ລາຍງານວ່າ ໃນລະຍະ 6 ເດືອນ
ທໍາອິດຂອງປີ 2013 ນີ້ ສາມາດຂຸດຄົ້ນແລະຜະລິດແຜ່ນທອງແດງ ໄດ້ທັງໝົດ 89,235 ໂຕນ ໂດຍເພີ່ມຂຶ້ນເຖິງ 33% ທຽບກັບລະຍະດຽວກັນໃນປີ 2012 ແລະ
ເຊື່ອວ່າການຂຸດຄົ້ນແລະຜະລິດແຜ່ນທອງແດງໃນຕະຫຼອດປີ 2013 ນີ້ ຈະບັນລຸ
ເປົ້າໝາຍທີ່ວາງເອົາໄວ້ທີ່ປະລິມານລວມບໍ່ໜ້ອຍກວ່າ 170,000 ໂຕນ.

ແຕ່ສໍາລັບການຂຸດຄົ້ນແຮ່ຄໍານັ້ນ ກໍຄາດໝາຍວ່າຈະສາມາດຜະລິດໄດ້ໃນປະລິມານ
ລວມພຽງແຕ່ບໍ່ເກີນ 5 ໝື່ນອອນຊ໌ເທົ່ານັ້ນໃນຕະຫຼອດປີນີ້ ເນື່ອງຈາກວ່າໃນລະຍະ
6 ເດືອນທໍາອິດຂອງປີນີ້ ການຂຸດຄົ້ນແຮ່ຄໍາສາມາດຜະລິດໄດ້ທັງໝົດພຽງ 2 ໝື່ນກວ່າ
ອອນຊ໌ເທົ່ານັ້ນ ຊຶ່ງກໍເປັນຜົນມາຈາກການທີ່ປະລິມານຄໍາໄດ້ລົດນ້ອຍ ຖອຍລົງເລື້ອຍໆ
ຫຼັງຈາກທີ່ໄດ້ຖືກຂຸດຄົ້ນນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ແລະຄາດວ່າແຮ່ຄໍາຈະໝົດ
ໄປຈາກເຂດເໝືອງແຮ່ເຊໂປນໃນທ້າຍປີນີ້ອີກດ້ວຍ.

ເພາະສະນັ້ນ ເພື່ອເປັນການທົດແທດຜະລິດແຮ່ຄໍາທີ່ຈະໝົດໄປຈາກເໝືອງແຮ່ເຊ ໂປນດັ່ງກ່າວ ຈຶ່ງເຮັດໃຫ້ກຸ່ມລົງທຶນໄດ້ຫັນມາເພີ່ມການຂຸດຄົ້ນ ແລະຜະລິດແຮ່ສັງ ກະສີຫຼາຍຂຶ້ນເລື້ອຍໆ ໂດຍສໍາລັບໃນຕະຫຼອດປີ 2013 ນີ້ ກໍໄດ້ວາງເປົ້າໝາຍທີ່ ຈະຜະລິດສັງກະສີໃຫ້ໄດ້ລະຫວ່າງ 572,000 ຫາ 590,000 ໂຕນ ຊຶ່ງກໍເຊື່ອ ໝັ້ນວ່າ
ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ບໍ່ຍາກ ເນື່ອງຈາກວ່າໃນລະຍະ 6 ເດືອນທໍາອິດຂອງປີນີ້ ກໍສາມາດຜະລິດສັງກະສີໄດ້ແລ້ວຫຼາຍກວ່າ 280,000 ໂຕນ ນັ້ນເອງ.

ທັງນີ້ໂດຍກຸ່ມບໍລິສັດ Lane Xang Minerals ຈໍາກັດ ໄດ້ຊໍາລະຜົນປະໂຫຍດຕ່າງໆ
ໃຫ້ກັບລັດຖະບານລາວແລ້ວຄິດເປັນມູນຄ່າລວມຫຼາຍກວ່າ 1,000 ລ້ານ ໂດລານັບ
ຈາກປີ 2003 ເປັນຕົ້ນມາ ແຕ່ວ່າກຸ່ມບໍລິສັດດັ່ງກ່າວກໍບໍ່ໄດ້ສະແດງລາຍລະອຽດໃຫ້
ຮູ້ວ່າບໍລິສັດມີຜົນກໍາໄລຈາກການລົງທຶນໃນຕະຫຼອດລະຍະ 10 ປີ ທີ່ຜ່ານມາຄິດເປັນ
ມູນຄ່າລວມເທົ່າໃດ.

ຫາກແຕ່ກະຊວງພະລັງງານແລະບໍ່ແຮ່ກໍລາຍງານວ່າ ໃນແຜນການປະຈໍາປີ 2012-
2013 ນີ້ ລັດຖະບານລາວໄດ້ວາງແຜນການທີ່ຈະຊຸກຍູ້ການຜະລິດໃນ ພາກພະລັງ
ງານ ແລະບໍ່ແຮ່ໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນສັດສ່ວນບໍ່ຕໍ່າກວ່າ 19.8% ເມື່ອທຽບ
ກັບແຜນການປີ 2011-2012 ທີ່ຜ່ານມາ ຊຶ່ງຖ້າຫາກວ່າການ ດໍາເນີນງານເປັນໄປ
ຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນຜົນເຮັດໃຫ້ຜົນຜະລິດໃນພາກພະລັງງານ
ແລະບໍ່ແຮ່ມີມູນຄ່າລວມເກີນກວ່າ 21,000 ຕື້ກີບ ຫຼື ປະມານ 2,625 ລ້ານໂດລາ.
XS
SM
MD
LG