ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ບົບ​ເຕືອນ​ໄພ​ ທຳ​ມະ​ຊາດ​ ໃນ​ລາວ ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ເຮັດ​ໃຫ້​ບໍ່​ສາ​ມາດ ​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ​ໄດ້


ໄພ​ພິ​ບັດ​ເກີດ​ຈາກ​ທຳ​ມະ​ຊາດ ເຮັດ​ໃຫ້ຫຼາຍ​ແຂວງ​ໃນ​ລາວ ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ ເສຍ​ຫາຍ​ຢ່າງກວ້າງ​ຂວາງ ໃນ​ປີ 2018
ໄພ​ພິ​ບັດ​ເກີດ​ຈາກ​ທຳ​ມະ​ຊາດ ເຮັດ​ໃຫ້ຫຼາຍ​ແຂວງ​ໃນ​ລາວ ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ ເສຍ​ຫາຍ​ຢ່າງກວ້າງ​ຂວາງ ໃນ​ປີ 2018

ລັດ​ຖະ​ມົນ​ຕີ​ຍອມ​ຮັບ​ວ່າ ລະ​ບົບ​ເຕືອນ​ໄພ​ທຳ​ມະ​ຊາດ​ໃນ​ລາວ ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ເຮັດ​ໃຫ້​ບໍ່​ສາ​ມາດ​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ​ໄດ້ ຢ່າງ​ທັນ​ກັບ​ສະ​ພາບ​ການ ແລະ​ເກີດ​ການ​ເສຍ​ຫາຍ​ຢ່າງກວ້າງ​ຂວາງ.


ທ່ານ​ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງ​ແຮງ​ງານ​ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ໄດ້​ຖະ​ແຫລງຍອມ​ຮັບ​ວ່າ ລະບົບ​ເຕືອນ​ໄພ​ທຳ​ມະ​ຊາດ​ໃນ​ລາວ ຍັງ​ມີປະ​ສິດ​ທິ​ພາບ​ຕ່ຳ ໃນ​ທຸກ​ດ້ານ​ແລະ​ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ປັບ​ປຸງ​ໃ​ຫ້​ດີ​ຂຶ້ນ ຢ່າງ​ຮີບ​ດ່ວນ ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ລະ​ດົບ​ປະ​ສິດ​ທິ​ພາບ​ໃນ​ການ​ປະ​ຕິ​ວັດ​ງານ​ຂອງ​ບຸກ​ຄະ​ລາ​ກອນ​ທັງ​ໃນ​ຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ ຮວມ​ເຖິງ​ການ​ຈັດ​ຫາ​ເຄື່ອງ​ມື​ທັນ​ສະ​ໄໝ ທັງ​ໃນ​ການພະ​ຍາ​ກອນ​ສະ​ພາບ​ອາ​ກາດ ເພື່ອ​ຈະ​ໄດ້​ປ້ອງ​ກັນ ແລະ​ຕຽມ​ການ​ກູ້​ໄພ​ທຳ​ມະ​ຊາດ​ຢ່າງ​ເທົ່າ​ທັນ​ກັບ ສະ​ພາບ​ການ​ຕົວ​ຈິງ ດັ່ງ​ທີ່​ທ່ານ​ຄຳ​ແພງ ໄດ້​ຖະ​ແຫລງ​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ໃນ​ລາວ ວ່າ:

“ເຄື່ອງ​ມື​ພວກ​ເຮົາ ກະ​ຍັງ​ບໍ່​ທັນຄົບ​ຊຸດ ເວົ້າ​ແທ້​ກະ​ຍັງ​ປະ​ຖົມ​ປະ​ຖານ​ຢູ່ ສະ​ນັ້ນ ການ​ເຕືອນ​ໄພ​ພວກ​ເຮົາ​ກະ​ຍັງ​ບໍ່​ທັນ​ເຂັ້ມ​ງວດ ຢູ່​ຂັ້ນ​ແຂວງ ຂັ້ນ​ເມືອງ ພະ​ນັກ​ງານ​ພວກ​ເຮົາ ກະ​ມີ​ແຕ່​ກ່າວ​ເຕືອນ​ສື່ໆ ກ່າວ​ເຕືອນ​ໄປ​ແລ້ວ ກະ​ແລ້ວ​ໄປ ແຕ່​ວ່າ ມາດ​ຕະ​ການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເຮົາ​ຍັງ​ບໍ່​ມີ ສະ​ນັ້ນ ໃນ​ຄັ້ງ​ຕໍ່​ໄປ ກ່າວ​ເຕືອນ​ແລ້ວ ຕ້ອງ​ມີ​ມາດ​ຕະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເຮົາ​ຄວນ​ໄປ​ຊອກ​ຈຸດ​ທີ່​ວ່າ ເຮົາ​ຈະ​ຍົກ​ຍ້າຍ​ຜູ້​ທີ່​ຖືກ​ຜົນ​ກະ​ທົບ ແລະ​ຍົກ​ຍ້າຍ​ໄປ​ແລ້ວ ບັດ​ນີ້ ເຄື່ອງ​ສະ​ໜອງ​ສະ​ບຽງ​ອາ​ຫານ​ເດ້ ສິ​ເຮັດ​ແນວ​ໃດ ຢູ່​ແນວ​ໃດ ເຄື່ອງ​ມື​ເຮົາ​ເດ້ ມີ​ອັນ​ໃດ​ແດ່ ການ​ພະ​ຍາກ​ອນ​ໄພ​ລ່ວງ​ໜ້າ ກໍ​ຕ້ອງ​ມີ​ທັງ​ມາດ​ຕະ​ການ​ປະ​ຕິ​ບັດ​ໄປ​ພ້ອມ.”

ທ່ານ​ຄຳ​ແພງ ຍອມ​ຮັບ​ດ້ວຍ​ວ່າ ການ​ທີ່​ລະ​ບົບ​ເຕືອນ​ໄພ​ໃນ​ລາວ ມີ​ປະ​ສິດ​ທິ​ພາບ​ຕ່ຳ ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ ຊຶ່ງ​ເຫັນ​ໄດ້​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ​ໃນ​ປີ 2019 ນີ້ ທີ່​ມີ​ທັງ​ໄພ​ນ້ຳ​ຖ້ວມ ລົມ​ພາ​ຍຸ ຟ້​າ​ຜ່າ ດິນ​ເຈື່ອນ ໄຟ​ປ່າ ແລະ​ສັດ​ຕູ​ພື​ດໍ​ຊະ​ນິດ​ຕ່າງໆ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 579,000 ກວ່າ​ຄົນ​ໃນ​ເຂດ 2,072 ບ້ານ 112 ເມືອງ​ ໃນ 13 ແຂວງ ກໍ​ຄື ຜົ້ງ​ສາ​ລີ ຫລວງ​ພະ​ບາງ ໄຊ​ຍະ​ບູ​ລີ ອຸ​ດົມ​ໄຊ ຫົວ​ພັນ ຊຽງ​ຂວາງ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະ​ຫວັນ​ນະ​ເຂດ ສາ​ລະ​ວັນ ອັດ​ຕະ​ປື ຈຳ​ປາ​ສັກ ແລະ​ເຊກອງ ທັງ​ຍັງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 28 ຄົນ ແລະ​ສູນ​ຫາຍ​ໄປ 7 ຄົນ​ອີກ​ດ້ວຍ.

​ຄວາມ​ເສຍ​ຫາຍ ຈາກ​ໄພ​ນ້ຳ​ຖ້ວມ ໃນ​ແຂວງ ອັດ​ຕະ​ປື
​ຄວາມ​ເສຍ​ຫາຍ ຈາກ​ໄພ​ນ້ຳ​ຖ້ວມ ໃນ​ແຂວງ ອັດ​ຕະ​ປື

ໂດຍ​ສະ​ເພາະ ແມ່ນ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ ໃນ​ທ້າຍ​ເດືອນ​ສິງ​ຫາ-ຕົ້ນ​ກັນ​ຍານັ້ນ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 546,000 ກວ່າ​ຄົນ​ໃນ​ເຂດ 1,655 ບ້ານ 47 ເມືອງ ໃນ​ແຂວງ​ຄຳ​ມ່ວນ ສະ​ຫວັນ​ນະ​ເຂດ ສາ​ລະ​ວັນ ຈຳ​ປາ​ສັກ ເຊກອງ ແລະ​ອັດ​ຕະ​ປື ຖື​ເປັນ​ໄພ​ນ້ຳ​ຖ້ມ​ຢ່າງ​ໜັກ​ທີ່​ສຸດ ໃນ​ຮອບກວ່າ 40 ປີ ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງກວ້​າງ​ຂວາງ ທັງ​ຕໍ່​ຊີ​ວິດ ຊັບ​ສິນ ພື້ນ​ຖານ​ໂຄງ​ລ່າງ ພື້ນ​ຖານ​ການ​ຜະ​ລິດ​ຕ່າງໆ ຢ່າງ​ໜັກ​ໜ່ວງ ແລະ​ຍາກ​ຕໍ່​ການ​ຟື້ນ​ຟູ​ໃຫ້​ກັບ​ຄືນ​ສູ່​ສະ​ພາ​ວະ​ປົກ​ກະ​ຕິ​ໄດ້​ໃນ​ໄລ​ຍະ​ສັ້ນ.

ທັງ​ນີ້​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ ຢືນ​ຢັນ​ວ່າ ໄພ​ນ້ຳ​ຖ້ມ​ໃນ​ພື້ນ​ທີ່ ໖ ແຂວງ​ດັ່ງ​ກ່າວ ສາ​ມາດ​ທຽບ​ໄດ້​ກັບ​ໄພ​ນ້ຳ ໃນ​ປີ 2018 ເຖິງ​ແມ່ນ​ວ່າ ພື້ນ​ທີ່​ທີ່​ຖືກ​ນ້ຳ​ຖ້ວມ​ໃນ​ປີນີ້ ຈະ​ບໍ່​ເທົ່າ​ກັບ​ໃນ​ປີ 2018 ກໍ​ຕາມ ແຕ່​ເນື່ອງ​ຈາກວ່າ ເຂດ 6 ແຂວງ ທີ່​ຖືກ​ນ້ຳ​ຖ້ວມ ໃນ​ປີນີ້ ເປັນ​ເຂດ​ທີ່​ປະ​ຊາ​ຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ ທັງ​ຍັງ​ເປັນ​ເຂດ​ຜະ​ລິດ​ດ້ານ​ກະ​ສິ​ກຳ ແລະ​ສິນ​ຄ້າ​ຕ່າງໆ ທີ່​ສຳ​ຄັນ​ຂອງ​ລາວ ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້​ການ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ 6 ແຂວງ​ດັ່ງ​ກ່າວ ທຽບ​ໄດ້​ກັບ​ຜົນ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ມ​ໃນ​ທົ່ວ​ປະ​ເທດ​ລາວ ໃນ​ປີ 2018 ນັ້ນ​ເອງ.

ໂດຍ​ໄພ​ນ້ຳ​ຖ້ວມ​ໃນ​ລາວ ທີ່​ເກີດ​ຂຶ້ນ​ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ ຫາ​ກັນ​ຍາ 2018 ນັ້ນ ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ ຫຼາຍກວ່າ 4,400 ຕື້​ກີບ ເພາະ​ວ່າ ໄພ​ນ້ຳ​ຖ້ວມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ 616,477 ຄົນ ຫຼື 126,619 ຄອບ​ຄົວ​ໃນ​ເຂດ 2,382 ບ້ານ 124 ເມືອງ​ທົ່ວ​ປະ​ເທດ​ລາວ ຫາກ​ແຕ່​ວ່າ ລັດ​ຖະ​ບານ​ລາວ ກໍ​ໄດ້​ຈັດ​ສັນ​ງົບ​ປະ​ມານ​ໃນ​ມູນ​ຄ່າ 500 ຕື້​ກີບ ຫຼື 11 ເປີ​ເຊັນ ເທົ່າ​ນັ້ນ ຂອງ​ຄວາມ​ຕ້ອງ​ການ​ຕົວ​ຈິງ.

ສ່ວນ​ໄພ​ນ້ຳ​ຖ້ວມ​ໃນ​ປີ 2019 ນ້ຳ ກະ​ທົບ​ຕໍ່​ປະ​ຊາ​ຊົນ 546,000 ກວ່າ​ຄົນ 169,916 ຄອບ​ຄົວ​ຢູ່​ໃນ​ເຂດ 1,655 ບ້ານ 47 ເມືອງ​ໃນ 6 ແຂວງ ຖະ​ໜົນ​ເສຍ​ຫາຍ​ໄປເຖິງ 10,591 ກິ​ໂລ​ແມັດ ຂົວ 12 ແຫ່ງ ໂຮງ​ຮຽນ 215 ແຫ່ງ ໂຮງ​ໝໍ-ສຸກ​ສາ​ລາ 10 ແຫ່ງ ໜອງ​ປາ 1:922 ແຫ່ງ ເຂົ້າ​ນາ​ປີ ເສຍ​ຫາຍກວ່າ 139,829 ເຮັກ​ຕາ ຄອ​ງໍ​ຊົນ​ລະ​ປະ​ທານ 76 ແຫ່ງ ແລະ​ສັດ​ລ້ຽງຫຼາຍ​ໝື່ນ​ຕົວ ໂດຍ​ຈະ​ຕ້ອງ​ໃຊ້​ງົບ​ປະ​ມານ​ ເພື່ອ​ການ​ຟື້​ນ​ຟູ​ໃນ​ລະ​ດັບ​ດຽວ​ກັນ​ກັບ​ໃນ​ປີ 2018 ດັ່ງ​ກ່າວ.

XS
SM
MD
LG