ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຕ່າງ​ຊາດ​ ເດີນ​ທາງ​ເຂົ້າ​ມາ ​ທ່ອງ​ທ່ຽວ​ໃນ ລາວ ຫຼຸດ​ລົງ​ໃນ​ຊ່ວງ 4 ເດືອນ​ຕົ້ນ​ປີ 2019


ກຸ່ມ​ນັກ​ທ່ອງ​ທ່ຽວ ຈີນ ທີ່​ເຂົ້າ​ມາ​ຢ້ຽມ​ຢາມ ລາວ.
ກຸ່ມ​ນັກ​ທ່ອງ​ທ່ຽວ ຈີນ ທີ່​ເຂົ້າ​ມາ​ຢ້ຽມ​ຢາມ ລາວ.

ລັດ​ຖະ​ມົນ​ຕີ ລາວ ຍອມ​ຮັບ​ວ່າ ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ ລາວ ຫຼຸດ​
ລົງໃນຊ່ວງ 4 ເດືອນຕົ້ນປີ 2019 ທຽບໃສ່ຊ່ວງດຽວກັນໃນປີ 2018 ຂະນະທີ່ນັກທ່ອງ
ທ່ຽວຊາວ ຈີນ ເດີນທາງເຂົ້າມາ ລາວ ເພີ່ມຂຶ້ນ.

ທ່ານ ບໍ່​ແສງ​ຄຳ ວົງ​ດາ​ຣາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ​ທຳ
ແລະ ທ່ອງທ່ຽວ ຍອມຮັບວ່າຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນ ລາວ
1,062,000 ຄົນໃນຊ່ວງ 4 ເດືອນຕົ້ນປີ 2019 ຊຶ່ງຄິດເປັນ 23 ເປີເຊັນຂອງແຜນການ
ປີ ແລະ ຫຼຸດລົງຈາກຊ່ວງດຽວກັນໃນປີ 2018 ຄິດເປັນອັດຕາສະເລ່ຍ 0.5 ເປີເຊັນ ແຕ່
ວ່າສະເພາະນັກທ່ອງທ່ຽວຊາວ ຈີນ ນັ້ນ ໄດ້ເດີນທາງເຂົ້າມາ ລາວ 259,205 ຄົນໃນ
ຊ່ວງ 3 ເດືອນຕົ້ນປີ 2019 ເພີ່ມຂຶ້ນເຖິງ 16 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2018
ຈຶ່ງຄາດວ່າ ຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ ບໍ່ຕ່ຳກວ່າ 1 ລ້ານຄົນໃນຕະຫຼອດປີ
ສົ່ງເສີມການທ່ອງທ່ຽວ ລາວ-ຈີນ 2019 ນີ້.

ທ່ານ ບໍ່​ແສງ​ຄຳ ຍອມ​ຮັບ​ວ່າ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ​
ທ່ອງທ່ຽວໃນ ລາວ ຫລຸດລົງກໍເພາະວ່າ ການບໍລິຫານວຽກງານການທ່ອງທ່ຽວຂອງ
ພາກລັດມີລັກສະນະຊ້ຳຊ້ອນກັນ ແລະ ລາວ ມີຄ່າໃຊ້ຈ່າຍຕ່າງໆສູງກວ່າປະເທດ
ເພື່ອນບ້ານ ຈຶ່ງເຮັດໃຫ້ນັກທ່ອງທ່ຽວບໍ່ຢາກເດີນທາງເຂົ້າມາ ລາວ ອີກ ໂດຍເຖິງແມ່ນ
ວ່າໃນປີ 2018 ຈະມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາ ລາວ ກວ່າ 4,18 ລ້ານ
ຄົນ ເພີ່ມຂຶ້ນ 8.2 ເປີເຊັນ ທຽບໃສ່ປີ 2017 ກໍຕາມ ຫາກແຕ່ກໍຕ່ຳກວ່າເປົ້າໝາຍຕະ
ຫຼອດປີ 2018 ທີ່ວາງໄວ້ເຖິງ 5 ລ້ານຄົນ.

ທາງ​ດ້ານ​ທ່ານ ສົມ​ພູ ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ-ສັງ​
ຄົມ ສະພາແຫ່ງຊາດ ລາວ ຖະແຫຼງວ່າ ການຈັດຕັ້ງປະຕິບັດທີ່ຜິດລະບຽບກົດໝາຍ
ແລະ ບໍ່ໄດ້ມາດຕະຖານໃນພາກບໍລິການ ແລະ ທ້ອງທ່ຽວ ຄືສາເຫດສຳຄັນທີ່ເຮັດໃຫ້
ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ຈຶ່ງເຮັດໃຫ້ຈະຕ້ອງມີການປັບ
ປຸງ-ແກ້ໄຂຢ່າງຮີບດ່ວນໃນທຸກໆດ້ານ ດັ່ງທີ່ທ່ານ ສົມພູ ໄດ້ຖະແຫຼງຢືນຢັນວ່າ

"ຮີບ​ຮ້ອນ​ປັບ​ປຸງ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກັບ​ຂະ​ແໜງ
ການທີ່ກ່ຽວຂ້ອງໃຫ້ມີຄວາມຈະແຈ້ງ ມີນະໂຍບາຍຊຸກຍູ້ຕໍ່ຜູ້ປະກອບການທຸລະກິດ
ທ່ອງທ່ຽວ ຜູ້ຜະລິດເຄື່ອງຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ຜະລິດກະ
ສິກຳສະອາດ ກຳນົດມາດຕະຖານພາຫະນະຂົນສົ່ງ-ທ່ອງທ່ຽວ ແລະ ກຳນົດລາຄາ
ສະເລ່ຍຕ່ຳສຸດໃນການທ່ອງທ່ຽວຢູ່ ສປປ ລາວ ໃຫ້ຊັດເຈນ ແລະ ແຕ່ງຕັ້ງຄະນະຄຸ້ມ
ຄອງລາຄາສິນຄ້າ ແລະ ຄ່າບໍລິການການທ່ອງທ່ຽວໃຫ້ເປັນຮູບປະທຳ ມີກົນໄກຄຸ້ມ
ຄອງລາຄາເຂົ້າຊົມ ແລະ ຄ່າບໍລິການຢູ່ສະຖານທີ່ທ່ອງທ່ຽວໃຫ້ເປັນເອກະພາບທົ່ວ
ປະເທດ."

ທາງ​ດ້ານ ພັນ​ເອກ ກິດ​ຕະ​ວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕ​ຳຫຼວດ​ທ່ອງ​ທ່ຽວ ກະ​ຊວງ​ປ້ອງ​ກັນ​
ຄວາມສະຫງົບພາຍໃນ ໃຫ້ການຍອມຮັບວ່າ ມີເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວຈຳນວນ
ນຶ່ງທີ່ປະຕິບັດໜ້າທີ່ບໍ່ເປັນໄປຕາມລະບຽບກົດໝາຍ ດ້ວຍການສວຍໃຊ້ໂອກາດປັບ
ໄໝ ຫຼື ຮຽກຮັບເອົາເງິນຈາກບັນດາບໍລິສັດ ແລະ ນັກທ່ອງທ່ຽວຊາວຕ່າງຊາດທີ່ດຳ
ເນີນທຸລະກິດຜິດລະບຽບກົດໝາຍທ່ອງທ່ຽວໃນ ລາວ ແລະ ເອົາເງິນທີ່ໄດ້ຈາກການ
ປັບໄໝນັ້ນໄປເປັນຜົນປະໂຫຍດສ່ວນຕົວ.

ສະ​ພາບ​ການ​ດັ່ງ​ກ່າວ​ໄດ້​ຖືກ​ກະ​ແສ​ສັງ​ຄົມ​ວິ​ພາກວິ​ຈານ​ຢ່າງ​ກວ້າງ​ຂວາງ ເຖິງ​ຂະ​
ໜາດທີ່ມີການຖ່າຍເປັນ ຄລິບ ວິດີໂອ ເຜີຍແຜ່ອອກສູ່ການຮັບຮູ້ໃນສັງຄົມ ລາວ ຊຶ່ງ
ທາງການຕຳຫຼວດທ່ອງທ່ຽວຂອງ ລາວ ໄດ້ໃຫ້ການອະທິບາຍວ່າ ເປັນເພາະພາກເອ
ກະຊົນທີ່ດຳເນີນທຸລະກິດການທ່ອງທ່ຽວບໍ່ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມລະ
ບຽບກົດໝາຍ ເຊັ່ນບໍລິສັດ ແລະ ໄກດ໌ນຳທ່ຽວບໍ່ຕໍ່ທະບຽນ ຈຶ່ງເກີດເປັນຊ່ອງຫວ່າງ
ໃຫ້ເຈົ້າໜ້າທີ່ສວຍໃຊ້ເພື່ອສະແຫວງຫາຜົນປະໂຫຍດໃຫ້ກັບຕົນເອງ ໂດຍໃນປັດຈຸ
ບັນນີ້ ມີບໍລິສັດທ່ອງທ່ຽວ 200 ກວ່າລາຍໃນ ລາວ ແຕ່ໃນນີ້ກໍປາກົດວ່າຫຼາຍກວ່າ
140 ລາຍທີ່ບໍ່ຕໍ່ໃບອະນຸຍາດດຳເນີນທຸລະກິດການທ່ອງທ່ຽວ ຊຶ່ງກໍຄືພາກສ່ວນທີ່
ຈ່າຍຄ່າປັບໄໝໃຫ້ເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວທີ່ທຸຈະລິດໃນໜ້າທີ່ນັ້ນເອງ.

ທາງ​ດ້ານ​ສະ​ມາ​ຄົມ​ວິ​ໄຈ ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ ລັດ​ຖະ​ບານ ລາວ ຈະ​ຕ້ອງ​
ດຳເນີນມາດຕະການຢ່າງຮອບດ້ານເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບ
ຄຸນນະພາບການທ່ອງທ່ຽວໃນ ລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ທັງນີ້
ດ້ວຍການເພັ່ງເລັງໃສ່ການຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້
ດຳເນີນທຸລະກິດຕາມລະບຽບກົດໝາຍຢ່າງເຂັ້ມງວດ ທັງຈະຕ້ອງສ້າງນິຕິກຳໃໝ່ໃນ
ການຄຸ້ມຄອງທຸລະກິດບໍລິການ ແລະ ທ່ອງທ່ຽວໃຫ້ສາມາດແຂ່ງຂັນກັບເພື່ອນບ້ານ
ໄດ້ຢ່າງແທ້ຈິງອີກດ້ວຍ ເພາະພາກການທ່ອງທ່ຽວໃນ ລາວ ມີລາຍຮັບຕ່ຳສຸດໃນອາ
ຊຽນ ໂດຍໄທ ມີລາຍຮັບຈາກການທ່ອງທ່ຽວສູງສຸດ ກໍຄືຫຼາຍກວ່າ 62,870 ລ້ານໂດ
ລາ ສ່ວນ ສປປ ລາວ ມີລາຍຮັບຈາກການທ່ອງທ່ຽວພຽງແຕ່ 755 ລ້ານໂດລາ ເທົ່າ
ນັ້ນ ຊຶ່ງຄິດເປັນລາຍຮັບທີ່ໜ້ອຍກວ່າລາຍຮັບຈາກການທ່ອງທ່ຽວຂອງ ໄທ ກວ່າ 83
ເທົ່າໃນປີ 2018 ທີ່ຜ່ານມາ.

XS
SM
MD
LG