ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຮັບຮູ້ວ່າ ການສໍ້ໂກງໃນການເກັບພາສີ ຂອງພວກເຈົ້າໜ້າທີ່ ສ້າງຄວາມເສຍຫາຍຫຼາຍທີ່ສຸດ


ດ່ານກວດກາເກັບພາສີອາກອນ.
ດ່ານກວດກາເກັບພາສີອາກອນ.

ລັດຖະມົນຕີຍອມຮັບວ່າ ການທຸດຈະລິດໂດຍບັນດາພະນັກງານພາສີ ຄືສາເຫດ ສຳຄັນທີ່ເຮັດໃຫ້ມີການເສຍຫາຍດ້ານລາຍຮັບຂອງລັດຖະບານລາວຫຼາຍທີ່ສຸດ ຮວມເຖິງການທຸດຈະລິດໃນໂຄງການລົງທຶນຂອງລັດດ້ວຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຖະແຫຼງວ່າສາເຫດ ສຳຄັນປະການນຶ່ງ ທີ່ເຮັດໃຫ້ມີການເສຍຫາຍດ້ານງົບປະມານລາຍຮັບຂອງລັດ ຖະບານລາວຫຼາຍທີ່ສຸດ ກໍຄືການທຸດຈະລິດໂດຍບັນດາພະນັກງານພາສີ ທີ່ໄດ້ມີການຈັດຕັ້ງແລະແບ່ງໜ້າທີ່ຮັບຜິດຊອ ຢ່າງເປັນຂະບວນການ ຊຶ່ງຈາກການ ກວດກາພົບວ່າ ມີພະນັກງານພາສີຈຳນວນບໍ່ໜ້ອຍໄດ້ພະຍາຍາມປົກປິດການທຸດຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດເກັບພາສີອາກອນໃຫ້ ກັບພະນັກງານສັນຍາຈ້າງ ເພື່ອທີ່ວ່າຈະເຮັດໃຫ້ພວກຕົນລອດພົ້ນຈາກຄວາມ ຜິດ ດ້ວຍການໂຍນຄວາມຜິດທັງໝົດໃຫ້ກັບພະນັກງານສັນຍາຈ້າງໂດຍທີ່ຜ່ານ ມາກະຊວງການເງິນ ກໍໄດ້ດຳເນີນມາດຕະການລົງໂທດ ແລະສະກັດກັ້ນການ ກະທຳຄວາມຜິດ ໃນລັກສະນະດັ່ງກ່າວນີ້ແລ້ວດັ່ງທີີ່ທ່ານບຸນໂຈມ ໄດ້ໃຫ້ການຢືນຢັນວ່າ:

“ສຳລັບແກ້ໄຂບັນຫາພະນັກງານນີ້ ພວກເຮົາໄດ້ເຮັດມານີ້ 3 ບາດກ້າວແລ້ວ ກ້າວທີ 1 ປະຕິຮູບການກົງຈັກສ່ວຍສາອາກອນ ແລະພາສີນີ້ ພວກເຮົາໄດ້ຮັບ ຮອງໂຄງສ້າງແລ້ວຈະປະຕິຮູບລະບົບທີ່ມັນເປັນຊ່ອງຫວ່າງຜ່ານມາ ພວກເຮົາ ຈະຕັ້ງເປັນອາກອນຄົບສຸດມີແຕ່ 65 ເມືອງໃນ 148 ເມືອງ ເຫຼືອນັ້ນໃຫ້ເປັນ ໜ່ວຍງານເພື່ອແກ້ໄຂບັນຫາ ຄືເອົາສັນຍາຈ້າງ ຫຼືອາສາສະໝັກໄປເກັບເງິນ ອັນນນີ້ພວກເຮົາຫ້າມແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຫັ້ນໄປເຮັດອັນນີ້ ພວກເຮົາກວດ ເຫັນໝົດແລ້ວ ໄດ້ອອກຄຳສັ່ງໄປໃຫ້ຍຸຕິໝົດ ເພາະວ່າພະນັກງານອາກອນສົມ ບູນຫັ້ນນະບໍ່ຢາກໃຫ້ໂຕຜິດແຕ່ງພວກນີ້ໄປເຮັດເກັບເງິນມາແລ້ວ ບໍ່ມອບເກັບ ເງິນມາປັນກັນ ອັນນີ້ພວກເຮົາເຫັນໝົດແລ້ວ ສິດຳເນີນແກ້ໄຂຢ່າງຂາດໂຕ.”

ທ່ານບຸນໂຈມ ຍອມຮັບວ່າການຈັດເກັບລາຍຮັບໃນປີ 2021 ຈະຈັດຕັ້ງປະຕິບັດ ບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ເພາະໃນຊ່ວງວັນທີ 1 ມັງກອນ ຫາວັນທີ 15 ສິງຫາ 2021 ນີ້ສາມາດຈັດເກັບລາຍຮັບໄດ້ໃນມູນຄ່າລວມ 13,459 ຕື້ກີບ ຄິດເປັນ 49 ເປີເຊັນ ຂອງແຜນການປີ ແລະການລະບາດຂອງເຊື້ອໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ຄາດໝາຍວ່າ ການຈັດເກັບລາຍຮັບຂອງລັດຖະບານ ລາວໃນຕະຫຼອດປີ 2021 ນີ້ຈະປະຕິບັດໄດ້ໃນມູນຄ່າບໍ່ເກີນ 23,683 ຕື້ກີບ ຄິດເປັນ 86 ເປີເຊັນ ຂອງແຜນການປີ ແລະຕ້ອງຄຸມລາຍຈ່າຍ ໃຫ້ບໍ່ເກີນ 33,713 ຕື້ກີບ ເພື່ອຄວບຄຸມການຂາດດຸນງົບປະມານທີ່ລະດັບ 2.2 ເປີເຊັນ ຂອງຍອດຜະລິດຕະພັນລວມ ຫຼື (GDP) ໃນປີ 2021 ນີ້.

ທາງດ້ານສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ ນອກຈາກການ ລະບາດຂອງໄວຣັສໂຄວິດ-19 ແລະການທຸດຈະລິດຂອງບັນດາພະນັກງານ ພາສີແລ້ວ ກໍຍັງມີສາເຫດມາຈາກການທີ່ພະນັກງານຂອງລັດ ທີ່ກະສຽນແລ້ວ ນັ້ນ ໄປຮັບຕຳແໜ່ງໃນບໍລິສັດເອກກະຊົນຈຶ່ງເຮັດໃຫ້ເກີດບັນຫາກ່ຽວກັບການ ປະເມີນພາສີອາກອນທີ່ເປັນຈິງ ດັ່ງທີີ່ທ່ານວິລະພົນ ສີຣິທຳ ສະມາຊິກສະພາ ແຫ່ງຊາດ ຈາກແຂວງບໍ່ແກ້ວ ໃຫ້ການຢືນຢັນວ່າ:

ການຈັດຕັ້ງປະຕິບັດໜ້າທີ່ວຽກໂຕຈິງອີກຈຸດນຶ່ງ ກະແມ່ນພະນັກງານອາວຸໂສ ທີ່ຖືກພັກຜ່ອນບຳນານໄປຈໍານວນນຶ່ງ ກະໄປເປັນທີ່ປຶກສາໃຫ້ແກ່ບໍລິສັດ ຫຼືກິດ ຈະການອື່ນໆ ກະກັບຄືນມາໆ ຕໍ່ລອງນຳອ້າຍນ້ອງເກົ່າຂອງຕົນເອງ ຂໍຍົກເວັ້ນ ອັນນີ້ ຂໍນະໂຍບາຍອັນນັ້ນ ອັນນີ້ກະເປັນປັດໄຈອັນນຶ່ງອີກ ທີ່ວ່າເຮັດໃຫ້ພວກ ເຮົາບໍ່ສາມາດປະຕິບັດໜ້າທີ່ ໄດ້ຢ່າງເດັດຂາດ."

ສ່ວນທ່ານຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຖະແຫຼງວ່າ ການທຸດຈະລິດໃນວົງການພັກລັດ ຍັງເປັນບັນຫາສຳຄັນທີ່ຈະຕ້ອງດຳເນີນມາດ ຕະການປ້ອງກັນ ແລະປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນການທຸດຈະລິດ ໃນໂຄງການພັດທະນາຂອງລັດຖະບານ ຖືເປັນພາກສ່ວນທີ່ເກີດການເສຍຫາຍ ຫຼາຍທີ່ສຸດ ໂດຍຈາກການກວດກາ 4,129 ໂຄງການໃນຊ່ວງປີ 2016-2020 ພົບວ່າ ການທຸດຈະລິດເຮັດໃຫ້ລັດຖະບານລາວສູນເສຍງົບປະມານໄປ 5,689 ຕື້ກີບ ສ່ວນອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency international ລາຍງານວ່າ ລັດຖະບານລາວມີຄວາມໂປ່ງໃສໃນການບໍລິຫານ ງານ ທີ່ລະດັບ 29 ຄະແນນຈາກ 100 ຄະແນນເຕັມ ໃນປີ 2020 ໂດຍເທົ່າ ກັບໃນປີ 2019 ໝາຍຄວາມວ່າ ມີນັກລົງທຶນຈາກຕ່່າງຊາດໃນລາວພຽງແຕ່ 29 ຄົນ ຈາກ 100 ຄົນ ທີີ່ເຫັນວ່າ ການບໍລິຫານງານຂອງລັດຖະບານລາວ ບໍ່ມີການທຸດຈະລິດ ໃນຂະນະທີ່ 71 ຄົນ ຈາກ 100 ຄົນ ດັ່ງກ່າວນັ້ນ ເຫັນ ວ່າ ມີການທຸດຈະລິດໃນວົງການລັດຖະບານລາວ.

XS
SM
MD
LG