ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຕໍ່ສູ້ ສັງຫານ ຕໍາຫລວດອີຈິບ 24 ຄົນ ຢູ່ແຫລມໄຊນາຍ


ສົບພວກຕໍາຫລວດອີຈິບ ທີ່ຖືກຂ້າຕາຍ ເທິງທາງຫລວງ ໄປສູ່ເມືອງ Rafah ໃນແຫລມໄຊນາຍ, ປະມານ 350 ຫລັກ (217 ໄມລ໌) ຫ່າງຈາກນະຄອນຫລວງ Cairo ໄປທາງ ທິດຕາເວັນອອກສຽງເໜືອ, ວັນທີ 19 ສິງຫາ 2013.
ສົບພວກຕໍາຫລວດອີຈິບ ທີ່ຖືກຂ້າຕາຍ ເທິງທາງຫລວງ ໄປສູ່ເມືອງ Rafah ໃນແຫລມໄຊນາຍ, ປະມານ 350 ຫລັກ (217 ໄມລ໌) ຫ່າງຈາກນະຄອນຫລວງ Cairo ໄປທາງ ທິດຕາເວັນອອກສຽງເໜືອ, ວັນທີ 19 ສິງຫາ 2013.
ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງອີ​ຈິບ ກ່າວ​ວ່າ
ພວກ​ຫົວ​ຕໍ່ສູ້​ໄດ້​ສັງຫານ​ຕໍາຫລວດ ຢ່າງ​ໜ້ອຍ 24 ຄົນ ຢູ່​ໃນ​
ແຫລມ Sinai ບ່ອນ​ທີ່ໄດ້​ມີ​ການໂຈມ​ຕີ​ເກີ​ດຂື້ນ ເກືອບ​ວ່າ
ທຸກ​ມື້ ນັບ​ຕັ້ງ​ແຕ່​ທະຫານ​ໄດ້​ຂັບ​ໄລ່ ປະທານາທິບໍດີ
Mohamed Morsi ​ອອກ ໃນ​ເດືອນ​ແລ້ວ​ນີ້.

ການ​ໂຈມ​ຕີ​ດັ່ງກ່າວເກີດ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ເວລາ
ພວກ​ຫົວ​ຕໍ່ສູ້ຍິງ​ຈະ​ຫລວດ​ໃສ່​ລົດ​ເມ​ສອງ​ຄັນ ໃກ້​ກັບ​ເມືອງ
Rafah ທີ່ຕັ້ງຢູ່​ເລາະ​ຊາຍ​ແດນຕິດ​ກັບເຂດ Gaza.

ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂື້ນ ​ໃນ​ຂະນະທີ່ນັກ​ການ​ທູດ​ສະຫະ​ພາບ​ຢູ​ໂຣບ ພົບປະກັນ​ຢູ່​ນະຄ​ອນ​ເ​ຈນີວາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການໃນ​ອີ​ຈິບ ຊຶ່ງ​ໃນ​ອາທິດ​ແລ້ວ​ນີ້​ ໄດ້​ເກີດ​ຄວາມ​ຮຸ່ນ​ແຮງ​ຢູ່​ໃນ​ເມືອງ​ຫລວງ​ໄຄ​ໂຣ ​ແລະເມືອງ​ອື່ນໆ​ໃນທົ່ວ​ປະ​ເທດ.

ສະຫະ​ພາບ​ຢູ​ໂຣບ ກໍາລັງ​ພິຈາລະ​ນະ​ທົບ​ທວນຄືນ​ເບິ່ງ ການ​ຊ່ວຍ​ເຫ​ລື​ອມູນ​ຄ່າ 6,700 ​ລ້ານ​ໂດ​ລາ​ແກ່​ອີ​ຈິບ​ ​ໃນ​ຂະນະ​ທີ່​ບັນດາ​ນັກ​ການ​ທູດ ກົດ​ດັນ​ໃຫ້​ພວກຜູ້​ນໍາອີ​ຈິບ ຊອກ​ຫາ​ທາງ​ອອກ ​ທີ່​ສັນຕິ​ແລະກວມ​ເອົາ​ທຸກ​ພັກ​ຝ່າຍ.

ວີ່​ແວວ​ຂອງ​ຄວາມ​ເປັນ​ປົກກະ​ຕິ ​ໄດ້​ກັບ​ຄືນ​ມາສູ່ກຸງໄຄ​ໂຣ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່ຜູ້​ບັນຊາ​ການ​ທະຫານ ​ໄດ້​ເຕືອນ​ວ່າ ຈະ​ບໍ່​ປ່ອຍ​ໃຫ້​ມີ​ການ​ກໍ່ຄວາມ​ຮຸ່ນ​ແຮງ​ໃໝ່​ໃດໆ.

ນາຍ​ພົນ Abdel Fatah el-Sissi ຫົວໜ້າ​ກອງທັບ ຂູ່​ວ່າ​ຈະ​ໃຊ້​ກໍາລັງ​ຕ້ານ ການ​ໂຈມ
ຕີ​ໃດໆ​ຂອງ​ພວກ​ປະ​ທ້ວງ ຕໍ່​ຕຶກ​ອາຄານ​ຂອງ​ລັດຖະບານ ແຕ່​ກໍກ່າວ​ວ່າ ທະຫານ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ກໍາ​ອໍານາດ.

ທ່ານຍັງ​ໄດ້​ຮຽກຮ້ອງ​ໃຫ້ ບັນດາ​ຜູ້​ສະໜັບສະໜຸນປະທານາທິບໍດີ Mohammed Morsi ທີ່​ຖືກ​ຂັບ​ໄລ່​ອອກ​ໄປ​ນັ້ນ ຈົ່ງ​ເຂົ້າ​ມາຮ່ວມ​ການ​ດໍາ​ເນີນທາງ​ການ​ເມືອງ ​ໂດຍ​ກ່າວ​ວ່າ “ຍັງ​ມີ​ບ່ອນ​ຫວ່າງ​ ສໍາລັບ​ທຸກໆ​ຄົນ.”
XS
SM
MD
LG