ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໄນຈິເຣຍ ຫຼາຍລ້ານຄົນ ຂາດເຂີນ ນໍ້າດື່ມນໍ້າໃຊ້ ທີ່ສະອາດ


Millions in Nigeria Lack Access to Clean Water
please wait

No media source currently available

0:00 0:02:27 0:00

ການສຳຫຼວດອັນນຶ່ງ ທີ່ເຮັດຂຶ້ນມາ ໂດຍກົມສະຖິຕິຂອງ ໄນຈິເຣຍ ກັບ ອົງການ ຢູນິ
ເຊັບ ສະແດງໃຫ້ເຫັນວ່າ ຄອບຄົວໄນຈິເຣຍ ນັບເປັນລ້ານໆຄອບ ຄົວ ບໍ່ມີແຫຼ່ງນໍ້າ
ທີ່ສະອາດໃຊ້. ໃນຂະນະທີ່ການບໍລິການນໍ້າທີ່ສະອາດ ໃນໄນຈິ ເຣຍ ຫາກໍໄດ້ຮັບ
ການປັບປຸງເມື່ອມໍ່ໆມານີ້ ແຕ່ຍັງມີພຽງສາມໃນຈຳນວນສິບຄົນ ໃດ ຍັງຂາດນໍ້າດື່ມນໍ້າ
ໃຊ້ ທີ່ສະອາດຢູ່. ທີໂມທີ ໂອບີອິຊູ ສົ່ງລາຍງານເລື້ອງນີ້ ມາຈາກ ອາບູຈາ ດັ່ງ ສາລີ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແຕ່ລະມື້ແຕ່ລະວັນ ຈະຕ້ອງໄດ້ມີການດີ້ນຮົນ ເພື່ອຊອກຫານໍ້າ ສຳລັບ ນາງ ຣູດ ແຊ
ມູນ ແລະຄອບຄົວຂອງລາວ. ລາງເທື່ອລາວຕ້ອງໄດ້ລໍຖ້າ ເປັນ ເວລາຫຼາຍໆຊົ່ວໂມງ ເພື່ອຕັກເອົານໍ້າຈາກບໍ່ແຫ່ງນີ້. ນາງ ຣູດ ແຊມູນເວົ້າວ່າ: “ເຊັ່ນໃນລະດູແລ້ງພວກເຮົາ
ຕື່ນແຕ່ສອງໂມງ ສາມໂມງ ກ່ອນເຈົ້າຈະໄປເຖິງ ຫັ້ນ ເຈົ້າຈະບໍ່ເຫັນນໍ້າ ເຈົ້າຈະຕ້ອງ
ໄດ້ລໍຖ້າ.”

ອົງການຊ່ອຍເຫຼືອຕ່າງໆເວົ້າວ່າ ຊາວ ໄນຈິເຣຍ 60 ລ້ານຄົນ ຫຼື 33 ເປີເຊັນຂອງປະ
ຊາກອນ ຈະຂາດນໍ້າດື່ມນໍ້າໃຊ້ທີ່ສະອາດ.

ແຕ່ພວກນັກຊ່ຽວຊານກ່າວວ່າ ຕົວເລກດັ່ງກ່່າວອາດສູງກວ່ານັ້ນກໍເປັນໄດ້.

ທ່ານ ໂຈເຊັບ ອີບຣາຮິມ ນັກຊ່ຽວຊານດ້ານນໍ້າແລະສິ່ງແວດລ້ອມກ່າວວ່າ: “ຂ້າພະ
ເຈົ້າຄິດວ່າຕົວເລກດັ່ງກ່າວອາດຕໍ່າເກີນໄປຈັກໜ່ອຍ ໃນຖານະທີ່ເປັນ ຊາວໄນຈິ
ເຣຍ ພວກເຮົາຮູ້ດີ ວ່າປະຊາກອນຂອງພວກເຮົາ ຫຼາຍກວ່ານັ້ນ ພາ ກັນອາໄສຢູ່ຕາມ
ຊົນນະບົດ. ຂ້າພະເຈົ້າຄິດວ່າ ສະຖິຕິຂອງທະນາຄານໂລກ ບອກໃຫ້ພວກເຮົາຮູ້ວ່າ
ປະຊາກອນຂອງພວກເຮົາ ປະມານ 51 ເປີເຊັນ ພາ ກັນອາໄສຢູ່ໃນຊົນນະບົດ ແລະ
ມັນກໍເປັນທີ່ຮູ້ກັນດີວ່າ ຊາວຊົນນະບົດ ພາກັນ ຂາດເຂີນນໍ້າດື່ມນໍ້າໃຊ້ທີ່ສະອາດ.”

ເຊັ່ນດຽວກັນກັບຢູ່ຫຼາຍໆລັດ ທາງພາກເໜືອຂອງໄນຈິເຣຍ ໂຕເມືອງອາບູຈາ ຂອງ
ລັດຖະບານກາງ ແມ່ນຕັ້ງຢູ່ແຄມທະເລຊາຍ ຊາເຮລ.

ມັນໝາຍຄວາມວ່າ ໃນລະດູແລ້ງ ເວລາລະດັບນໍ້າຕໍ່າລົງ ແຫຼ່ງນໍ້າຄຶຈັ່ງຊີ້ ຈະ ແຫ້ງ
ໝົດ ປ່ອຍໃຫ້ຜູ້ຄົນຢູ່ໜີ້ ເປັນພັນໆຄົນ ທີ່ອາໄສແຫຼ່ງນໍ້າດັ່ງກ່າວ ໃນແຕ່ ລະວັນ ເກີດ
ຄວາມຈຳເປັນທີ່ສຸດ.

ທ່ານ ຣູເບັນ ຮາບູ ຜູ້ອຳນວຍການອົງການບໍລິຫານນໍ້າກ່າວວ່າ: “ບັນຫາໃຫຍ່ ແມ່ນ
ເລື້ອງເງິນທຶນ. ຖ້າເງິນທຶນມີການປັບປຸງໃຫ້ດີຂຶ້ນ ການພັດ ທະນາໂຄງລ່າງພື້ນຖານ
ກໍຈະດີຂຶ້ນ ຈຶ່ງຈະຄໍ້າປະກັນ ໃຫ້ມີນໍ້າດື່ມນໍ້າໃຊ້ພຽງພໍ ແກ່ປະຊາຊົນ.”

ແຕ່ທ່ານ ໂຈເຊັບ ອີບຣາຮິມເວົ້າວ່າ ມັນອາດຈະມີທາງອອກແນວອື່ນ ຊຶ່ງທ່ານ ກ່າວ
ວ່າ:“ຂ້າພະເຈົ້າຄິດວ່າ ມັນເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງໄດ້ໝູນວຽນນໍ້າຂອງ
ພວກເຮົາ ໂດຍຜ່ານໂຮງງານກັ່ນກອງນໍ້າເປື້ອນ ໃຫ້ເປັນນໍ້າສະອາດ ດັ່ງດຽວ ກັນກັບ
ທີ່ກະທຳກັນ ຢູ່ໃນພວກປະເທດ ທີ່ຈະເລີນແລ້ວ ຢູ່ໃນໂລກ.”

ລັດຖະບານໄດ້ລົງມືຈັດຕັ້ງປະຕິບັດແຜນການສຸກເສີນຂຶ້ນມາ ໃນເດືອນພະຈິກ ຜ່ານ
ມານີ້ ເພື່ອຮັບມືກັບບັນຫາເລື້ອງນໍ້າ ແຕ່ກໍຍັງບໍ່ທັນໄດ້ເຫັນຜົນພໍທໍ່ໃດ.

ທັງນາງ ຣູດ ແຊມູນ ແລະອີກຫຼາຍໆຄົນຢູ່ໜີ້ ໂດຍຕົ້ນຕໍແລ້ວ ກໍຈະໄດ້ພາກັນ ອາໄສ
ກາງຕໍ່ ແຕ່ກັບແຫຼ່ງນໍ້າທີ່ກຳລັງເຫືອດແຫ້ງລົງຢູ່ນີ້ ໄປຈົນຮອດລະດູຝົນ ຈະກັບຄືນມາ

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG