ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງກອງໜຸນ ກຳລັງພົນລະເຮືອນປ້ອງກັນຊາດ ມີຄວາມເປັນຫ່ວງ ຂະນະທີ່ ຈີນ ກຳລັງເປັນໄພຂົ່ມຂູ່ຕໍ່ໄຕ້ຫວັນ


ພວກຊາວໄຕ້ຫວັນ ກຳລັງຊ້ອມຍິງປືນລົມ ຢູ່ສະຖານທີ່ຝຶກຍິງປືນ ຊື່ວ່າ Polar Light Training ຊຶ່ງເປັນສະຖານທີ່ສ່ວນຕົວ ຂອງອົງການຝຶກສອນພົນລະເຮືອນ ໃນ ນະຄອນໄທເປ ໃໝ່ ຫຼື New Taipei City ຂອງໄຕ້ຫວັນ ເມື່ອວັນທີ 21 ມິຖຸນາ 2022. 
ພວກຊາວໄຕ້ຫວັນ ກຳລັງຊ້ອມຍິງປືນລົມ ຢູ່ສະຖານທີ່ຝຶກຍິງປືນ ຊື່ວ່າ Polar Light Training ຊຶ່ງເປັນສະຖານທີ່ສ່ວນຕົວ ຂອງອົງການຝຶກສອນພົນລະເຮືອນ ໃນ ນະຄອນໄທເປ ໃໝ່ ຫຼື New Taipei City ຂອງໄຕ້ຫວັນ ເມື່ອວັນທີ 21 ມິຖຸນາ 2022. 

ທ່ານຄຣິສ ເຊິນ ອະດີດຮ້ອຍເອກໃນກອງທັບໄຕ້ຫວັນ ໄດ້ໃຊ້ເວລາຫຼາຍ ໃນການລໍຖ້າ ລະຫວ່າງການຝຶກອົບຮົມຂອງທ່ານ ທີ່ມີໄລຍະນຶ່ງອາທິດ ສຳລັບພວກທະຫານກອງໜຸນ ໃນເດືອນມິຖຸນາຜ່ານມາ. ການລໍຖ້າເພື່ອເຕົ້າໂຮມກັນ ລໍຖ້າເພື່ອກິນເຂົ້າທ່ຽງ ລໍຖ້າເພື່ອຝຶກອົບຮົມ, ທ່ານກ່າວ.

ຫຼັກສູດນີ້ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງໄຕ້ຫວັນ ເພື່ອສະກັດກັ້ນການຮຸກຮານຂອງຈີນນັ້ນ ແມ່ນເຕັມໄປດ້ວຍພວກທະຫານກອງໜຸນ 200 ຄົນຕໍ່ຄູສອນຄົນນຶ່ງ.

ທ່ານເຊິນ ໄດ້ກ່າວວ່າ “ມັນເປັນພຽງການຮັບຟັງທັງໝົດ ມີເວລາພຽງໜ້ອຍດຽວ ໃນການປະຕິບັດຄຳແນະນຳຕົວຈິງ.”

ການບຸກລຸກຢູເຄຣນຂອງຣັດເຊຍ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການລະ ດົມພົນລະເຮືອນ ໃນຍາມຕົກຢູ່ພາຍໃຕ້ການໂຈມຕີ ຂະນະທີ່ກຳລັງກອງໜຸນ ໄດ້ຊ່ອຍສະກັດກັ້ນພວກບຸກລຸກທັງຫຼາຍ. ເກືອບວ່າ ​ຢູ່​ອີກ​ເຄິ່ງ​ນຶ່ງໂລກ ມັນໄດ້ຍົກໃຫ້ເຫັນຈຸດອ່ອນຂອງໄຕ້ຫວັນ ໃນດ້ານນັ້ນ ໂດຍສະເພາະແມ່ນໃນສອງພາກສ່ວນ: ກຳລັງກອງໜຸນ ແລະກຳລັງພົນລະເຮືອນປ້ອງກັນຊາດ.

ໃນຂະນະທີ່ການບຸກລຸກ ປາກົດວ່າ ຈະບໍ່ເກີດຂຶ້ນໃນໄລຍະອັນໃກ້ນີ້ ການຊ້ອມລົບທາງທະຫານຂະໜາດໃຫຍ່ຂອງຈີນ ເມື່ອມໍ່ໆມານີ້ ໃນການຕອບໂຕ້ຕໍ່ການເດີນທາງຢ້ຽມຢາມໄຕ້ຫວັນ ຂອງປະທານສະພາຕ່ຳສະຫະລັດ ທ່ານນາງແນນຊີ ເພໂລຊີ ນັ້ນ ໄດ້ເຮັດໃຫ້ລັດຖະບານ ໃນໄທເປຮັບຮູ້ຫຼາຍຂຶ້ນກວ່າເກົ່າເຖິງແສນ ຍານຸພາບ ທີ່ຢູ່ເບື້ອງຫລັງສຳນວນໂວ​ຫານຂອງປັກກິ່ງ ກ່ຽວກັບການນຳເອົາເກາະທີ່ປົກຄອງຕົນເອງແຫ່ງນີ້ ມາຢູ່ໃນການຄວບຄຸມຂອງຕົນ.

ພວກນັກດັບໄຟ ກຳລັງທຳການຊ້ອມດັບໄຟ ທີ່ເປັນການຈຳລອງເຫດການໂຈມຕີໂດຍລູກສອນໄຟຂອງຈີນ ໃນນະຄອນ ໄທເປ ໃໝ່ ຂອງໄຕ້ຫວັນ ເມື່ອວັນທີ 14 ກໍລະກົດ 2022.
ພວກນັກດັບໄຟ ກຳລັງທຳການຊ້ອມດັບໄຟ ທີ່ເປັນການຈຳລອງເຫດການໂຈມຕີໂດຍລູກສອນໄຟຂອງຈີນ ໃນນະຄອນ ໄທເປ ໃໝ່ ຂອງໄຕ້ຫວັນ ເມື່ອວັນທີ 14 ກໍລະກົດ 2022.

ບັນດານັກຊ່ຽວຊານ ໄດ້ກ່າວວ່າ ກອງກຳລັງປ້ອງກັນພົນລະເຮືອນ ແລະກອງໜຸນ ມີຜົນໃນການສະກັດກັ້ນທີ່ສຳຄັນ ໂດຍສະແດງໃຫ້ເຫັນຕໍ່ພວກບຸກລຸກທີ່ອາດຈະເຂົ້າມາວ່າ ຄວາມສ່ຽງຂອງການບຸກລຸກນັ້ນ ແມ່ນສູງຫຼາຍ. ແມ່ນກະທັງກ່ອນໜ້າການບຸກລຸກຂອງຢູເຄຣນໃນເດືອນມີນາ, ໄຕ້ຫວັນໄດ້ທຳງານເພື່ອປະຕິຮູບທັງສອງພາກສ່ວນດັ່ງກ່າວ. ຄຳຖາມກໍແມ່ນວ່າ ມັນຈະພຽງພໍຫຼືບໍ່.

ກຳລັງກອງໜຸນຂອງໄຕ້ຫວັນ ມີຈຸດປະສົງເພື່ອໜຸນຫຼັງ ພວກທະຫານກອງທັບ 188,000 ຄົນ ຊຶ່ງປະກອບດ້ວຍ ກຳລັງອາສາສະໝັກ 90 ເປີເຊັນ ແລະ 10 ເປີເຊັນເປັນພວກຜູ້ຊາຍທີ່ຮັບໃຊ້ໃນກອງທັບໄລຍະສີ່ເດືອນ. ໃນເອກະສານແລ້ວ ພວກທະຫານກອງໜຸນ 2 ລ້ານ 3 ແສນຄົນ ສາມາດເຮັດໃຫ້ໄຕ້ຫວັນທຽບກັບກອງທັບຂອງຈີນ ທີ່ມີກອງກຳລັງທະຫານເຖິງ 2 ເທົ່າ.

ເຖິງຢ່າງໃດກໍຕາມ ລະບົບກຳລັງກອງໜຸນ ໄດ້ຖືກຕ້ອງຕິ ມາດົນນານແລ້ວ. ຫຼາຍໆຄົນຄືກັບທ່ານເຊິນ ໄດ້ຮູ້ສຶກວ່າ ການຝຶກອົບຮົມໄລຍະເຈັດວັນ ສຳລັບພວກອະດີດທະຫານເປັນສ່ວນໃຫຍ່ນັ້ນ ເປັນການເສຍເວລາຊື່ໆ ທີ່ວ່າ ບໍ່ໄດ້ກຽມພ້ອມພວກເຂົາ​ເຈົ້າ​ໃຫ້ດີພຽງພໍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG