ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳທະຫານ ໃນ Burkina Faso ປ່ອຍປະທານາທິບໍດີ ທີ່ຖືກຈັບ


Burkina Faso
please wait
Embed

No media source currently available

0:00 0:01:15 0:00

ພວກຜູ້ນຳໃນການກໍ່ລັດຖະປະຫານ ຢູ່ Burkina Faso ກ່າວວ່າ
ຕົນໄດ້ປ່ອຍປະທານາທິບໍດີຊົ່ວຄາວຂອງປະເທດແລ້ວເພື່ອເປັນ
ການສະແດງອອກເຖິງຄວາມຫວັງດີລຸນຫລັງການເຮັດລັດຖະປະ
ຫານໃນມື້ວັນພຸດແລ້ວ.

ພວກຜູ້ນຳ ລັດຖະປະຫານ ກ່າວໃນຖະແຫຼງການສະບັບນຶ່ງວ່າ
ປະທານາທິບໍດີຊົ່ວຄາວທ່ານ Michel Kafando ໄດ້ຖືກປ່ອຍ
ໃຫ້ໄປຢູ່ທີ່ບ້ານພັກ ຢ່າງເປັນທາງການຂອງທ່ານ ແລະເວົ້າວ່າ ການເຄື່ອນໄຫວໃນການປ່ອຍໂຕປະທານາທິບໍດີ ແມ່ນ “ຮ່ອງ
ຮອຍຂອງການຫລຸດຜ່ອນ ຄວາມເຄັ່ງຕຶງລົງ.” ທ່ານ Kafando
ທີ່ໄດ້ຖືກຈັບ ເວລາສະມາຊິກຂອງໜ່ວຍອາລັກຂາປະທານາທິ
ບໍດີໄດ້ບຸກເຂົ້າໄປໃນກອງປະຊຸມຄະນະລັດຖະບານ ໃນມື້ວັນພຸດແລ້ວ ຍັງບໍ່ທັນໄດ້ປາກົດ ໂຕໃຫ້ປະຊາຊົນເຫັນຫລືອອກຖະແຫຼງການໃດໆເທື່ອ.

ສ່ວນນາຍົກລັດຖະມົນຕີຂອງ Burkina Faso ທ່ານ Isaac Zida ທີ່ໄດ້ຖືກຈັບພ້ອມໆກັນ ກັບປະທານາທິບໍດີນັ້ນ ມີລາຍງານວ່າຍັງຖືກກັກບໍລິເວນຢູ່.

ສະຫະພາບອາຟຣິກາໄດ້ໂຈະການເປັນສະມາຊິກຂອງ Burkina Faso ໃນມື້ວັນສຸກວານ
ນີ້ ແລະຂົ່ມຂູ່ວ່າ ຈະທຳການລົງໂທດ ຕໍ່ພວກຜູ້ນຳໃນການກໍ່ລັດຖະປະຫານ ນອກຈາກວ່າ ພວກເຂົາຈະປ່ອຍປະທານາທິບໍດີແລະນາຍົກລັດຖະມົນຕີຂອງປະເທດ.

Fate of Ousted Officials Uncertain After Burkina Faso Coup
please wait

No media source currently available

0:00 0:02:13 0:00

XS
SM
MD
LG